ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຈະເລີ່ມບັງຄັບໃຊ້ ອັດຕາຄ່າຈ້າງຂັ້ນຕໍ່າ ອັດຕາໃໝ່ສໍາລັບແຮງງານ


ພວກນັກຮຽນການຊ່າງ ທີ່ຝຶກອົບຮົມຢູ່ສູນຝຶກອົບຮົມແຮງງານ ແຫ່ງນຶ່ງໃນນະຄອນວຽງຈັນ
ພວກນັກຮຽນການຊ່າງ ທີ່ຝຶກອົບຮົມຢູ່ສູນຝຶກອົບຮົມແຮງງານ ແຫ່ງນຶ່ງໃນນະຄອນວຽງຈັນ

ລັດຖະບານລາວ ຈະເລີ່ມບັງຄັບໃຊ້ອັດຕາຄ່າຈ້າງຂັ້ນຕໍ່າອັດຕາໃໝ່ ສໍາລັບແຮງງານ ໃນລາວນັບຈາກວັນທີ່ 1 ມັງກອນ 2012 ເປັນຕົ້ນໄປ ຊຶ່ງຈະເຮັດໃຫ້ອັດຕາຄ່າຈ້າງ ຂັ້ນຕໍ່າເພີ່ມຂຶ້ນເປັນ 626,000 ກີບຕໍ່ດືອນ.

ລັດຖະບານລາວຈະເລີ່ມບັງຄັບໃຊ້ອັດຕາຄ່າຈ້າງຂັ້ນຕໍ່າອັດຕາໃໝ່ສໍາລັບແຮງງານ
ໃນລາວນັບຈາກວັນທີ່ 1 ມັງກອນ 2012 ເປັນຕົ້ນໄປ ຊຶ່ງຈະເຮັດໃຫ້ອັດຕາຄ່າຈ້າງ
ຂັ້ນຕໍ່າເພີ່ມຂຶ້ນເປັນ 626,000 ກີບຕໍ່ດືອນ.

ກົມ​ຄຸ້ມຄ​ອງ​ແຮງງານໃນກະຊວງແຮງງານ ແລະສະຫັວດດີການສັງຄົມລາຍ​ງານວ່າ
ຄະນະລັດຖະບານລາວ ​ໄດ້​ອະນຸມັດ​ການປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າສໍາລັບຜູ້ອອກ
ແຮງງານໃນລາວ ຢ່າງເປັນທາງການແລ້ວ ເມື່ອບໍ່ນານມານີ້ຊຶ່ງກໍຈະເປັນຜົນເຮັດໃຫ້
ອັດຕາຄ່າຈ້າງຂັ້ນຕໍ່າປັບ ຂຶ້ນຈາກ 348,000 ກີບ ​ມາເປັນ626,400 ກີບຕໍ່ເດືອນ ໂດຍຈະເລີ່ມມີຜົນບັງຄັບໃຊ້ນັບຈາກວັນທີ່ 1 ມັງກອນ 2012 ເປັນຕົ້ນໄປ.

ແຕ່ຢ່າງໃດກໍຕາມ ອັດຕາຄ່າຈ້າງຂັ້ນຕໍ່າທີ່ໄດ້ປັບຂຶ້ນດັ່ງກ່າວນີ້ຈະບໍ່ມີຜົນບັງຄັບໃຊ້ກັບ ລູກຈ້າງຂອງພາກສ່ວນທີ່ເປັນຄູ່ສັນຍາກັບ ພາກລັດຖະບານຫຼືພັກປະຊາຊົນປະຕິວັດ
ລາວ ແລະ ອົງການຈັດຕັ້ງຂອງພັກ-ລັດ ພະນັກງານຍຂອງພັກ-ລັດ ອົງການທີ່ບໍ່ຂຶ້ນ
ກັບລັດຖະບານ ແລະພາກສ່ວນຕ່າງໆທີ່ມີພັນທະຫຼືສັນຍາຮ່ວມກັບກະຊວງປ້ອງກັນ
ປະເທດລາວ.

ກໍາມະກອນໃນໂຮງງານຜະລິດສິນຄ້າແຫ່ງນຶ່ງໃນລາວ ທີ່ມີລາຍໄດ້ຕໍ່າ
ກໍາມະກອນໃນໂຮງງານຜະລິດສິນຄ້າແຫ່ງນຶ່ງໃນລາວ ທີ່ມີລາຍໄດ້ຕໍ່າ

ສ່ວນຜູ້ອອກແຮງງານໃນພາກທຸລະກິດ,
ພາກບໍລິການແລະໂຮງງານຕ່າງໆທີ່ໄດ້ຮັບ ການປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າໃນຄັ້ງນີ້
ກໍມີພັນທະທີ່ຈະຕ້ອງອອກແຮງງານເປັນ
ເວລາ 8 ຊົ່ວໂມງຕໍ່ວັນ ແລະໃນແຕ່ລະ
ເດືອນກໍຈະຕ້ອງອອກແຮງງານບໍ່ຕໍ່າກວ່າ
26 ວັນຫຼື ອາທິດລະ 6 ວັນ ແຕ່ຖ້າຫາກ
ເປັນຜູ້ອອກແຮງງານທີ່ຕ້ອງປະຕິບັດໜ້າ
ທີ່ຢູ່ໃນສະພາບແວດລ້ອມທີ່ມີມົນລະພິດ
ທາງສຽງ, ທາງອາກາດຫາຍໃຈ, ທາງ
ກາຍະພາບ, ທາງເຄມີແລະເຊື້ອໂຣກຕິດຕໍ່ຊະນິດຕ່າງໆ ອີກດ້ວຍນັ້ນ ບັນດາເຈົ້າຂອງ ກິດຈະການເຫຼົ່ານັ້ນກໍມີພັນທະທີ່ຈະຕ້ອງເພີ່ມຄ່າຈ້າງໃຫ້ກັບລູກຈ້າງຂຶ້ນອີກ 15%
ຈາກອັດຕາຄ່າຈ້າງຂັ້ນຕໍ່າດັ່ງກ່າວອີກດ້ວຍ.

ທາງດ້ານ ທ່ານ ອ່ອນສີ ບຸດສີວົງສັກ ປະທານສະມາຄົມອຸດສາຫະກໍາຕັດຫຍິບແຫ່ງຊາດ ກໍໄດ້ໃຫ້ການຢືນຢັນວ່າ ບັນດານາຍຈ້າງໃນລາວພ້ອມທີ່ຈະປະຕິບັດຕາມມະຕິດັ່ງກ່າວ
ຂອງລັດຖະບານໂດຍຈະບໍ່ມີການລົດກໍາລັງອັດຕາການຈ້າງງານຢ່າງແນ່ນອນ ຫາກແຕ່ວ່າ
ບັນຫາ ໃນເວລານີ້ກໍຄືພາກການຜະລິດຕ່າງໆໃນລາວກໍາລັງປະສົບກັບບັນຫາຂາດແຄນ
ແຮງງານຢ່າງໜັກ ດັ່ງທີ່ທ່ານໄດ້ຍົກຕົວຢ່າງ ເຖິງຄວາມຕ້ອງການແຮງງານໃນອຸດສາຫະກໍາ ຜະລິດເສື້ອຜ້າສໍາເລັດຮູບຂອງລາວໃນເວລານີ້ວ່າ:

ເພາະວ່າທຸກຄົນກໍຕ້ອງການແຮງງານດຽວນີ້ ຄືພວກເຮົານີ້ກໍຕ້ອງການບັກ
ຫຼາຍໆປິ 2012 ນີ້ກໍຕ້ອງການ 12,000 ຄົນພຸ້ນນະເອົາມາໂລດບໍ່ມີດອກປົດ ປ່ອຍໃຫ້ອອກຫັ່ນນະມີແຕ່ເອົາເຂົ້າ
.

ໃນ​ປັດຈຸບັນ​ນີ້ ອັດຕາ​ຄ່າ​ຈ້າງ​ຂັ້ນຕໍ່າຂອງ​ບັນ​ດາຜູ້​ໃຊ້​ແຮງງານ​ໃນ​ລາວ​ນັ້ນຢູ່​ທີ່​ລະ​ດັບ
348,000 ກີບ ຊຶ່ງເມື່ອລວມກັບຄ່າລ່ວງເວລາໃນການທຳງານແລະເງິນອຸດໜູນຕ່າງໆ
ເພື່ອການຄອງຊີບແລ້ວ ກໍຈະເຮັດໃຫ້ຜູ້ໃຊ້ແຮງງານລາວ ແຕ່ລະຄົນມີລາຍໄດ້ສະເລ່ຍ
ປະມານ 5 ແສນກວ່າກີບຕໍ່ເດືອນ ຊຶ່ງສຳລັບຜູ້ໃຊ້ແຮງງານແລ້ວ ຖືວ່າເປັນລາຍໄດ້ທີ່
ຕໍ່າຫລາຍເມື່ອທຽບກັບຄ່າຄອງຊີບ ທີ່ເພີ້ມສູງຂຶ້ນຕະຫລອດເວລາ.

ຊີ້ນປາອາຫານໃນຕະຫລາດຂອງລາວ ທີ່ນັບມື້ນັບແພງຂຶ້ນ
ຊີ້ນປາອາຫານໃນຕະຫລາດຂອງລາວ ທີ່ນັບມື້ນັບແພງຂຶ້ນ

ຕົວຢ່າງ​ກໍ​ຄື ລາຄາສິນຄ້າ
ອຸບປະໂພກ ບໍລິໂພກໃນ
ທົ່ວປະເທດລາວ ໄດ້ປັບ
ຕົວສູງຂຶ້ນເຖິງ 13.19%
ໃນເດືອນຕຸລາທີ່ຜ່ານມາ
​ເຖິງແມ່ນວ່າ ຈະ​ຫລຸດ​ລົງ​
ໃນ​ຊ່ວງ​ເດືອນ​ພຶດສະຈິກາ
ກໍ​ຕາມ ຫາກ​ແຕ່​ກໍ​ຍັງ​ສູງ
​ເກີນກວ່າລະດັບ 10%
​ເມື່ອທຽບ​ລະຫວ່າງ​ປີ
2010 ​ແລະ2011 ນີ້. ສ່ວນ
ອັດຕາເງີນເຟີ້ກໍປັບຕົວສູງຂຶ້ນເກີນກວ່າ 9% ໃນໄລະຍະດຽວກັນນີ້ ຊຶ່ງສູງກວ່າແຜນການ
ທີ່ລັດຖະບານລາວ ໄດ້ວາງໄວ້ກໍຄືການຄວບຄຸມອັດຕາເງິນເຟີ້ບໍ່ໃຫ້ສູງກວ່າອັດຕາການ
ຂະຫຍາຍຕົວທາງເສດຖະກິດ​ໃນ​ປີນີ້ ກໍ​ຄື 8% ກໍ​ຕາມ.

ນອກຈາກນີ້ ການທີ່ວ່າລາວມີອັດຕາຄ່າຈ້າງຕໍ່າຫລາຍ ເມື່ອສົມທຽບໃສ່ກັບຄ່າຄອງຊີບທີ່
ເພີ້ມສູງຂຶ້ນທຸກມື້ນັ້ນ ກໍຍັງເປັນເງື່ອນໄຂນຶ່ງ ທີ່ເຮັດໃຫ້ແຮງງານລາວຕ້ອງພະຍາຍາມ ເດີນ
ທາງໄປລອບທໍາງານໂດຍຜິດກົດໝາຍ ຢູ່ໃນປະທດໄທເພີ້ມຫລາຍຂຶ້ນນັບມື້ ເຊັ່ນດຽວກັນ ເຖິງແມ່ນວ່າຈະສ່ຽງຕໍ່ການທີ່ຈະຖືກທາງການໄທຈັບກຸມຄຸມຂັງ ໃນຂໍ້ຫາເຂົ້າເມືອງໂດຍຜິດ
ກົດໝາຍ ແລະສ່ຽງຕໍ່ການຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດໃນໄທກໍຕາມ, ຫາກ
ແຕ່ພວກເຂົາເຈົ້າ ກໍຍອມເພື່ອແລກກັບຄ່າຈ້າງທີ່ສູງກວ່າຢູ່ໃນລາວ ນັ້ນເອງ.

XS
SM
MD
LG