ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຕ້ອງການ ການຊ່ວຍເຫຼືອ ຈາກຕ່າງປະເທດ ເພີ່ມຂຶ້ນ ຫລາຍກວ່າ 8% ໃນປີໜ້າ


ທ່ານພູເພັດ ຄໍາພູນວົງ ລັດຖະມົນຕີວ່າການກະຊວງການເງິນ
ທ່ານພູເພັດ ຄໍາພູນວົງ ລັດຖະມົນຕີວ່າການກະຊວງການເງິນ

ລັດຖະບານລາວຕ້ອງການ ທີ່ຈະໄດ້ຮັບການຊ່ວຍເຫຼືອລ້າ ຈາກຕ່າງປະເທດໃນແຜນການ ປີ 2012-2013 ເພີ່ມຂຶ້ນຈາກແຜນການປີ 2011-2012 ນີ້ ຄິດເປັນສັດສ່ວນທີ່ສູງກວ່າ 8% ໂດຍບໍ່ລວມ ເງິນກູ້ແຕ່ຢ່າງໃດ.

ທ່ານພູເພັດ ຄໍາພູນວົງ ລັດຖະ
ມົນຕີວ່າການກະຊວງການເງິນ
ໄດ້ຖະແຫຼງຕໍ່ກອງປະຊຸມສະໄໝ
ສະມັນຄັ້ງທີ 3 ຂອງສະພາແຫ່ງ
ຊາດລາວຊຸດທີ 7 ທີ່ກໍາລັງດໍາ
ເນີນກອງປະຊຸມຢູ່ໃນເວລານີ້ວ່າ
ລັດຖະບານລາວໄດ້ຮັບການຊ່ວຍ
ເຫຼືອຈາກຕ່າງປະເທດເພີ່ມຂຶ້ນ
ທຸກປີ ໂດຍສໍາລັບໃນໄລຍະ 2 ປີ
ຜ່ານມານີ້ປາກົດວ່າ ລັດຖະບານ
ລາວໄດ້ຮັບການຊ່ວຍເຫຼືອຈາກ
ຕ່າງປະເທດເພີ່ມຂຶ້ນ ໃນອັດຕາ
ສະເລຍເຖິງ 20%.

ທັງນີ້ໂດຍຖ້າຫາກຄິດໄລ່ສະເພາະໃນແຜນການປີ 2011-2012 ນີ້ ກໍພົບວ່າ ລັດຖະບານ
ລາວໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດ ຄິດເປັນມູນຄ່າຮວມເກີນກວ່າ 630 ລ້ານ​ໂດ
​ລາ ຊຶ່ງໃນນີ້ກໍເປັນການຊ່ວຍເຫຼືອລ້າ ໃນມູນຄ່າ 529 ລ້ານໂດ​ລາ ແລະກູ້ຢືມອີກ 100 ກວ່າ
ລ້ານໂດ​ລາ ແລະລັດຖະບານລາວກໍໄດ້ນໍາໃຊ້ການຊ່ວຍເຫຼືອດັ່ງກ່າວນີ້ ເຂົ້າໃນໂຄງການພັດ
ທະນາຕ່າງໆ ເພື່ອແກ້ໄຂບັນຫາຄວາມຍາກຈົນຂອງປະຊາຊົນລາວ ເປັນດ້ານຫຼັກ.

ພິທີເຊັນສັນຍາກູ້ຢືມເງິນພິເສດຈາກຈີນ ເພື່ອພັດທະນາເສດຖະກິດ ແລະສັງຄົມໃນລາວ ທີ່ຈັດຂຶນໃນເດືອນພະຈິກ 2010
ພິທີເຊັນສັນຍາກູ້ຢືມເງິນພິເສດຈາກຈີນ ເພື່ອພັດທະນາເສດຖະກິດ ແລະສັງຄົມໃນລາວ ທີ່ຈັດຂຶນໃນເດືອນພະຈິກ 2010

ແຕ່ຢ່າງໃດກໍຕາມ ເຖິງແມ່ນວ່າ
ການຊ່ວຍເຫຼືອຈາກຕ່າງປະ
ເທດຈະເພີ່ມຂຶ້ນທຸກປີກໍຕາມ
ຫາກແຕ່ກໍຍັງຖືວ່າ ບໍ່ພຽງພໍ
ກັບລະດັບຄວາມຕ້ອງການ
ທີ່ເປັນຈິງຂອງລັດຖະບານລາວ
ໂດຍສະເພາະແມ່ນການທີ່ຈະ
ເຮັດໃຫ້ເສດຖະກິດຂອງລາວ
ຂະຫຍາຍຕົວໃນອັດຕາສະເລ່ຍ
ບໍ່ຫຼຸດ 8.5% ໃນແຜນການປີ
2012-2013 ທີ່ຈະລົງມືປະຕິ
ບັດຈັດຕັ້ງ ໃນຊ່ວງເດືອນຕຸລາ
2012 ເຖິງເດືອນກັນຍາ 2013 ກໍຈໍາເປັນທີ່ຈະຕ້ອງໄດ້ຮັບການຊ່ວຍເຫຼືອລ້າ ຈາກຕ່າງປະ
ເທດບໍ່ໜ້ອຍ ກວ່າ 4,610 ຕື້ກີບ ຫຼືປະມານ 576 ລ້ານໂດ​ລາ ແລະເພີ່ມຂຶ້ນ 8.8% ເມື່ອ
ທຽບໃສ່ແຜນການປີ 2011-2012 ດັ່ງທີ່ ທ່ານພູເພັດ ໄດ້ຖະແຫຼງຊີ້ແຈງວ່າ:

ລາຍຮັບການຊ່ວຍເຫຼືອຈາກຕ່າງປະເທດ 4,610 ຕື້ກີບ ເພີ່ມຂຶ້ນ 8.88% ທຽບໃສ່
ປີຜ່ານມາ ໃນນັ້ນຊ່ວຍເຫຼືອ ເປັນໂຄງການທີ່ກະຊວງການເງິນຄຸ້ມຄອງ ກໍມີ 1,177
ຕື້ກີບ ເພີ່ມຂຶ້ນ 25.33% ລາຍຮັບຊ່ວຍເຫຼືອເປັນໂຄງການ ທີ່ກະຊວງແຜນການ
ແລະການລົງທຶນຄຸ້ມຄອງມີ 3,253 ຕື້ກີບ ເພີ່ມຂຶ້ນ 10.05% ທຽບໃສ່ປີທີ່ຜ່ານມາ.”

ສະຫະລັດເປີດງານສະແດງເພື່ອສົ່ງເສີການລົງທຶນທີ່ລາວ
ສະຫະລັດເປີດງານສະແດງເພື່ອສົ່ງເສີການລົງທຶນທີ່ລາວ

ລັດຖະບານລາວໄດ້ວາງຄາດ
ໝາຍໄວ້ວ່າ ໃນຕະຫຼອດໄລ
ຍະແຜນການປີ 2012-2013
ດັ່ງກ່າວ ຈະພະຍາຍາມສ້າງ
ລາຍຮັບໃຫ້ໄດ້ໃນມູນຄ່າລວມ
19,543 ຕື້ກີບ ຫຼືເທົ່າກັບ
24.21% ຂອງຍອດຜະລິດ
ຕະພັນ​ລວມພາຍໃນປະເທດ
(GDP) ຊຶ່ງໃນນີ້ແບ່ງເປັນລາຍ
ຮັບພາຍໃນປະເທດ 14,933
ຕື້ກີບ ທີ່ຈະໄດ້ຈາກການເກັບ
ພາສີສ່ວຍສາອາກອນ, ການ
ຄຸ້ມຄອງລັດວິສະຫະກິດ, ຊັບ
ສິນຂອງລັດ ແລະລາຍຮັບຈາກທຸລະກິດຄ້າໄມ້ ສ່ວນນອກນັ້ນ ກໍຈະເປັນການຊ່ວຍເຫຼືອ
ລ້າຈາກຕ່າງປະເທດ.

ການຊ່ວຍເຫລືອລ້າຂອງເຢຍລະມັນແກ່ລາວສໍາລັບປີ 2012
ການຊ່ວຍເຫລືອລ້າຂອງເຢຍລະມັນແກ່ລາວສໍາລັບປີ 2012

ຫາກແຕ່ເນື່ອງຈາກວ່າ ໃນ
ໄລຍະແຜນການປີ 2012-
2013 ດັ່ງກ່າວ ລັດຖະບານ
ລາວກໍໄດ້ຕັ້ງງົບປະມານ
ລາຍຈ່າຍໄວ້ໃນມູນຄ່າລວມ
ເຖິງ 23,385 ຕື້ກີບ ຫຼືເທົ່າ
ກັບ 28.97% ຂອງ GDP
ແລະເພີ່ມຂຶ້ນຈາກແຜນການ
ປີ 2011-2012 ຄິດເປັນອັດ
ຕາສະເລ່ຍເຖິງ 23.23%
ນັ້ນ ຈຶ່ງເຮັດໃຫ້ລັດຖະບານ
ລາວຕ້ອງພະຍາຍາມດຸ່ນດ່ຽງ ບໍ່ໃຫ້ຂາດດຸນທາງດ້ານງົບປະມານ ໃນອັດຕາທີ່ສູງເກີນກວ່າ
4.76% ຂອງ GDP ດ້ວຍການຮຽກຮ້ອງຂໍການຊ່ວຍເຫຼືອ ຈາກຕ່າງປະເທດໃຫ້ໄດ້ຫຼາຍຂຶ້ນ.

ທັງນີ້ ຖ້າຫາກອິງຕາມແຜນການສ້າງລາຍຮັບພາຍໃນປະເທດຂອງລັດຖະບານລາວ ທີ່ຄາດ
ໝາຍວ່າ ຈະມີມູນຄ່າລວມປະມານ 14,933 ຕື້ກີບ ຫຼືຄິດເປັນພຽງແຕ່ 18.5% ຂອງ GDP
ເທົ່ານັ້ນ ອີກດ້ວຍແລ້ວ ກໍເຮັດໃຫ້ລັດຖະບານລາວ ຕ້ອງຂໍການຊ່ວຍເຫຼືອ ຈາກຕ່າງປະເທດ
ໃຫ້ໄດ້ໃນມູນຄ່າລວມເຖິງ 8,452 ຕື້ກີບ ຫຼືເກີນກວ່າ 1 ຕື້ ​ໂດ​ລາ.

XS
SM
MD
LG