ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວຕ້ອງການຄວາມຊ່ວຍເຫລືອ ຢ່າງໜ້ອຍ 30 ລ້ານ$ ເພື່ອເກັບກູ້ລະເບີດບໍ່ທັນແຕກ


ການວາງສະແດງບັ້ງລະເບີດເກົ່າ ຢູ່ສະຖານທີ່ແຫ່ງນຶ່ງໃນລາວ
ການວາງສະແດງບັ້ງລະເບີດເກົ່າ ຢູ່ສະຖານທີ່ແຫ່ງນຶ່ງໃນລາວ

ລັດຖະບານລາວ ຕ້ອງການຄວາມຊ່ວຍເຫລືອຈາກຕ່າງປະເທດບໍ່ໜ້ອຍກວ່າ 30 ລ້ານ ໂດລາ ສໍາລັບນໍາໃຊ້ເຂົ້າໃນການເກັບກູ້ລະເບີດບໍ່ທັນແຕກ (UXO) ທີ່ຕົກຄ້າງຢູ່ໃນລາວ ໃນແຕ່ລະປີ.

ເຈົ້າໜ້າທີ່ຂັ້ນສູງໃນອົງການເກັບກູ້ລະເບີດບໍ່ທັນແຕກແຫ່ງຊາດລາວ (Lao UXO) ຍອມ
ຮັບວ່າ ຄວາມອາດສາມາດໃນການເກັບກູ້ລະເບີດບໍ່ທັນແຕກຢູ່ໃນລາວ ນັບແຕ່ປີ 1996
ເປັນຕົ້ນມາ ຈົນເຖິງປັດຈຸບັນຍັງຖືວ່າ ສາມາດປະຕິບັດໄດ້ໃນລະດັບທີ່ຕໍ່າຫລາຍ ເມື່ອ
ທຽບໃສ່ກັບຈໍານວນລະເບີດ UXO ທີ່ຍັງຕົກຄ້າງຢູ່ໃນດິນລາວຢ່າງຫລວງຫລາຍ ໃນ
ປັດຈຸບັນນີ້.

ຊຶ່ງກໍຄື ໃນຂະນະທີ່ອົງການ Lao UXO ໄດ້ວາງເປົ້າໝາຍແຜນການ ທີ່ຈະເກັບກູ້ລະເບີດ
UXO ອອກໄປຈາກພື້ນທີ່ກະສິກໍາ ແລະເຂດທີ່ຢູ່ອາໄສຂອງປະຊາຊົນລາວໃຫ້ໄດ້ເຖິງ 2
ແສນເຮັກຕາ ພາຍໃນປີ 2020 ນັ້ນ ກໍປະກົດວ່າ ໃນໄລຍະທີ່ຜ່ານມາ ອົງການ Lao UXO ສາມາດປະຕິບັດໄດ້ໃນພື້ນທີ່ ໂດຍສະເລ່ຍພຽງແຕ່ 5,000 ເຮັກຕາ ໃນແຕ່ລະປີເທົ່ານັ້ນ.

ບັ້ງລູກລະເບີດ UXO ເປົ່າ ຢູ່ສະຖານທີ່ແຫ່ງນຶ່ງໃນລາວ
ບັ້ງລູກລະເບີດ UXO ເປົ່າ ຢູ່ສະຖານທີ່ແຫ່ງນຶ່ງໃນລາວ

ຈາກລະດັບຄວາມອາດສາ
ມາດດັ່ງກ່າວນີ້ ກໍໝາຍ
ຄວາມວ່າ ໃນອີກ 10 ປີຕໍ່
ໜ້າ ທາງການລາວ ກໍຈະ
ສາມາດເກັບກູ້ລະເບີດ
UXO ອອກໄປຈາກພື້ນທີ່
ກະສິກໍາ ແລະເຂດທີ່ຢູ່ອາ
ໄສຂອງປະຊາຊົນລາວໄດ້
ໃນພື້ນທີ່ທັງໝົດ ບໍ່ເກີນ
5 ໝື່ນເຮັກຕາ ຊຶ່ງກໍຈະເຮັດ
ໃຫ້ລັດຖະບານລາວບໍ່ສາ
ມາດທີ່ຈະບັນລຸຜົນຕາມເປົ້າໝາຍແຜນການ ທີ່ວາງໄວ້ດັ່ງກ່າວໄດ້ເລີຍນັ້ນເອງ.

ທາງດ້ານທ່ານ ພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງການຄະນະກໍາມະການຄຸ້ມຄອງ
ແຫ່ງຊາດ ເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກຕົກຄ້າງຢູ່ໃນລາວ ໄດ້ຕັ້ງຄວາມ
ຫວັງໄວ້ວ່າ ດ້ວຍການຊ່ວຍເຫຼືອຈາກຕ່າງ​ປະ​ເທດ​ຫລາຍ​ຂຶ້ນນັ້ນ ຈະເຮັດໃຫ້ການເກັບ
ກູ້ລະເບີດ UXO ໃນລາວມີປະສິດທິພາບສູງຂຶ້ນກວ່າທີ່ເປັນຢູ່ໃນປັດຈຸບັນນີ້ ຫາກ​ບໍ່
ສະນັ້ນແລ້ວ ລະ​ເບີດ UXO ກໍ​ຈະ​ຍັງ​ຕົກ​ຄ້າງ​ຢູ່​ໃນ​ລາວ​ຢ່າງ​ຫລວງຫລາຍຕໍ່​ໄປ​ອີກ​ຢ່າງ​
ຍາວ​ນານ ດັ່ງທີ່ທ່ານພູຂຽວ ​ໄດ້​ຖະ​ແຫລ​ງຊີ້​ແຈງວ່າ:

“ນັບແຕ່ພວກເຮົາໄດ້ປະຕິບັດວຽກງານ ເກັບກູ້ລະເບີດມາເຖິງປັດຈຸບັນນີ້
ເປັນທາງການນັ້ນ ປະມານ 16 ປີ ແລະກໍດ້ວຍການທໍາລາຍຂອງບຸກຄົນ
ດ້ວຍເຫດຜົນຕ່າງໆ ລະເບີດຖືກທໍາລາຍຈາກການຫາເຫຼັກເສດ ຫຼືບັນຫາ
ຕ່າງໆ ພວກເຮົາຄິດວ່າ ລວມໆແລ້ວປະມານ 5 ລ້ານລູກທີ່ວ່າຖືກແກ້ໄຂໄປ
ແລ້ວ ແຕ່ວ່າ ລະເບີດລູກຫວ່ານຊື່ໆ ກະໝາຍຄວາມວ່າຍັງປະມານ 70 ກວ່າ
ລ້ານລູກ.”

ດ້ວຍເຫດນີ້ ຈຶ່ງເຮັດໃຫ້ທາງການລາວໄດ້ຕັ້ງຄວາມຫວັງໄວ້ວ່າຈະຕ້ອງໄດ້ຮັບການ
ຊ່ວຍເຫຼືອຈາກຕ່າງປະເທດບໍ່ໜ້ອຍກວ່າ 30 ລ້ານໂດລາໃນແຕ່ລະປີ ​ໃນ​ໄລຍະ 5 ປີ
ທີ່​ຜ່ານ​ມານີ້ ກໍປາກົດວ່າ ທາງການລາວໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດໂດຍ
ສະເລ່ຍພຽງ 19 ລ້ານໂດລາ ໃນແຕ່ລະປີເທົ່ານັ້ນ.

ເອກອັກຄະລັດຖະທູດສະຫະລັດ ທ່ານນາງ Karen Stewartໄປຢ້ຽມຢາມສະຖານທີ່ຝຶກອົບຮົມ ດ້ານເກັບກູ້ລະເບີດບໍ່ທັນແຕກ ແຫ່ງນຶ່ງໃນລາວ
ເອກອັກຄະລັດຖະທູດສະຫະລັດ ທ່ານນາງ Karen Stewartໄປຢ້ຽມຢາມສະຖານທີ່ຝຶກອົບຮົມ ດ້ານເກັບກູ້ລະເບີດບໍ່ທັນແຕກ ແຫ່ງນຶ່ງໃນລາວ

ສ່ວນທາງ​ການສະຫະລັດ
ນັ້ນ ກໍໄດ້ໃຫ້ການຊ່ວຍເຫຼືອ
ເພື່ອການເກັບກູ້ລະເບີດ
UXO ໃນລາວນັບແຕ່ປີ
1993 ເປັນຕົ້ນມາ ໂດຍ
ໃນໄລຍະທໍາອິດເປັນການ
ຊ່ວຍເຫລືອຜ່ານອົງການ
USAID ແລະເມື່ອລັດຖະ
ບານລາວ ໄດ້ຈັດຕັ້ງອົງ
ການ Lao UXO ຂຶ້ນຢ່າງ
ເປັນທາງການໃນປີ 1996
ລັດຖະບານສະຫະລັດຈຶ່ງ
ໄດ້ໃຫ້ການຊ່ວຍເຫລືອແກ່
ອົງການ Lao UXO ໂດຍກົງ ນັບແຕ່ນັ້ນເປັນຕົ້ນມາ.

ຊຶ່ງຖ້າຫາກຄິດໄລ່ນັບຈາກປີ 1993-2011 ທີ່ຜ່ານມານີ້ ກໍປະກົດວ່າ ລັດຖະບານສະຫະ
ລັດ ໄດ້ໃຫ້ການຊ່ວຍເຫລືອແກ່ລາວໃນການເກັບກູ້ລະເບີດ UXO ໄປແລ້ວ ຄິດເປັນມູນ
ຄ່າລວມເກີນກວ່າ 51 ລ້ານໂດລາ ແລະຫລ້າສຸດກໍປະກົດວ່າ ລັດຖະສະພາສະຫະລັດ
ອາເມຣິກາໄດ້ຕົກລົງຈັດສັນງົບປະມານໃນມູນຄ່າ 9 ລ້ານໂດລາ ເພື່ອຊ່ວຍເຫລືອໃນ
ການເກັບກູ້ລະເບີດ UXO ໃນລາວໃນປີ 2012 ນີ້ ໂດຍເປັນການຊ່ວຍເຫລືອ ທີ່ເພີ້ມຂຶ້ນ
ເຖິງ 3 ເທົ່າອີກດ້ວຍ.

ສ່ວນລັດຖະບານຍີ່ປຸ່ນ ໂດຍອົງການກູ້ລະເບີດແຫ່ງຊາດປະເທດຍີ່ປຸ່ນ (JMAS) ນັ້ນ
ກໍໄດ້ໃຫ້ການຊ່ວຍເຫລືອແກ່ລັດຖະບານລາວນັບແຕ່ປີ 2005 ເປັນຕົ້ນມາ ໃນຂະນະທີ່
ອົງການຊ່ວຍເຫລືອຂອງປະຊາຊົນແຫ່ງປະເທດນໍເວ (NPA) ກໍໄດ້ເລີ້ມໃຫ້ການຊ່ວຍ
ເຫລືອນັບແຕ່ປີ 1997 ຊຶ່ງກໍເຊັ່ນດຽກັນກັບອົງການທີ່ປຶກສາເພື່ອການເກັບກູ້ລະເບີດ
ສາກົນ ຫລືອົງການ MAG ຈາກປະເທດອັງກິດ ກໍໄດ້ເລີ້ມໃຫ້ການຊ່ວຍເຫລືອ ນັບແຕ່
ປີ 1997 ເປັນຕົ້ນມາ.

XS
SM
MD
LG