ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ອາດຈະຕ້ອງກູ້ຢືມເງິນ ຈາກກອງທຶນການເງິນສາກົນ ຫຼື IMF ເພື່ອຟື້ນຟູວິກິດການທາງດ້ານເສດຖະກິດ


ແຟ້ມພາບ: ປ້າຍເຄື່ອງໝາຍ ຫຼື logo ຂອງກອງທຶນການເງິນສາກົນ (International Monetary Fund) ແມ່ນເຫັນໄດ້ຢູ່ພາຍໃນ ສຳນັກງານໃຫຍ່ ເມື່ອສິ້ນສຸດກອງປະຊຸມປະຈຳປີ ຂອງ IMF/World Bank.
ແຟ້ມພາບ: ປ້າຍເຄື່ອງໝາຍ ຫຼື logo ຂອງກອງທຶນການເງິນສາກົນ (International Monetary Fund) ແມ່ນເຫັນໄດ້ຢູ່ພາຍໃນ ສຳນັກງານໃຫຍ່ ເມື່ອສິ້ນສຸດກອງປະຊຸມປະຈຳປີ ຂອງ IMF/World Bank.

ລັດຖະບານລາວ ອາດຈະຕ້ອງຂໍກູ້ຢືມເງິນຈາກກອງທິນການເງິນສາກົນ (IMF) ສຳລັບນຳໃຊ້ໃນການຟື້ນຟູ ຈາກສະພາວະວິກິດການທາງເສດຖະກິດ ແລະການເງິນຂອງຊາດໃຫ້ໄດ້ຢ່າງເປັນຮູບປະທຳ ໃນໄວໆນີ້.

ຮສ. ດຣ. ອັດ ພິສາວານິດ ຜູ້ຊ່ຽວຊານທາງດ້ານເສດຖະກິດໃນອາຊຽນ ໄດ້ໃຫ້ການຄາດໝາຍວ່າ ລັດຖະບານລາວ ອາດຈະຕ້ອງຂໍການຊ່ວຍເຫຼືອ ແລະກູ້ຢືມເງິນຈາກ ກອງທຶນການເງິນສາກົດ (IMF) ສຳລັບນຳໃຊ້ເຂົ້າໃນການຟື້ນຟູປະເທດຈາກສະພາວະວິດກິດການທາງເສດຖະກິດ-ການເງິນໃຫ້ໄດ້ຢ່າງເປັນຮູບປະທຳ ໃນໄວໆນີ້ ເພາະຖ້າຫາກວ່າ ຍັງປ່ອຍໃຫ້ວິກິດການດັ່ງກ່າວນີ້ ດຳເນີນຕໍ່ໄປ ກໍຍ່ອມຈະສົ່ງຜົນກະທົບເຮັດໃຫ້ເກີດການລົ້ມລະລາຍທາງເສດຖະກິດໃນລາວ ຢ່າງຫລີກລ່ຽງບໍ່ໄດ້ ໂດຍເງິນກີບຈະຕົກຕ່ຳລັງຈົນບ9ມີລາຄາ ສ່ວນປະຊາຊົນລາວ ກໍຈະຕ້ອງປະເຊີນກັບອັດຕາເງິນເຟີ້ສູງ ແລະສິນຄ້າລາຄາແພງຂຶ້ນນັບມື້ ເມື່ອສົມທົບກັບການເປັນໜີ້ສາທາລະນະໃນສັດສ່ວນທີ່ສູງແລະຄວາມສາມາດໃນການເກັບລາຍຮັບ ທີ່ມີຢ່າງຈຳກັດດ້ວຍແລ້ວ ຈຶ່ງຈຳເປັນທີ່ຈະຕ້ອງກູ້ຢືມຈາກ IMF, ດັ່ງທີ່ ຮສ. ດຣ. ອັດ ໃຫ້ການຢືນຢັນວ່າ:

“ນຶ່ງ-ກັບດັກກໍຄືວ່າ ເຂົາຈະຫາລາຍໄດ້ມາຈ່າຍໜີ້ຈັ່ງໃດ ກັບດັກອັນທີສອງ ກໍຄືວ່າ ມັນເປັນກັບດັກຂອງການເປັນໜີ້ຕ່າງປະເທດ ຊຶ່ງມີຄວາມໜ້າກັງວົນ ແຕ່ວ່າ ຖ້າໄປຈົນເກີນ 1,000 ກີບຕໍ່ບາດຫັ້ນ ມີໂອກາດທີ່ຈະເຂົ້າໂປແກຣມ IMF ກໍຄືກູ້ເໝືອນກັບສີລັງກາ ເພາະສະນັ້ນ ບ່ອນນີ້ຂ້ອຍຄິດວ່າ ເປັນດັດຊະນີ ເປັນ milestone (ຂີດໝາຍ) ອັນນຶ່ງ ມີໂອກາດທີ່ລັດຖະບານລາວ ຈະຂໍກູ້ເງິນຈາກ IMF ເພາະຖ້າໄປເຖິງບ່ອນນັ້ນຫັນ ຂ້ອຍວ່າ ເງິນເຟີ້ຂຶ້ນໄປ 100 ເປີເຊັນແລ້ວ ຊຶ່ງປະຊາຊົນຄົງເດືອດຮ້ອນຫຼາຍ ແລ້ວຄ່່າເງິນກີບ ກໍຈະບໍ່ມີຄ່າ.”

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG