ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ວິ​ຈານ​ລັດ​ຖະ​ບານ ລາວ ລອດ​ຊີ​ວິດ​ຈາກ​ການ​ຖືກ​ຍິງ


ແຜນ​ທີ່​ປະ​ເທດ ລາວ.
ແຜນ​ທີ່​ປະ​ເທດ ລາວ.

ນັກ​ຕຳ​ໜິ​ຕິ​ຕຽນ​ລັດ​ຖະ​ບານ​ລາວຖືກ​ນຳສົ່ງ​ເຂົ້າ​ໂຮງ​ໝໍຫຼັງ​ຈາກ​ໄດ້​ເປັນ​ເປົ້າ​ໝາຍ​ຂອງມື​ປືນ​ຄົນ​ນຶ່ງ​ໃນ​ນະ​ຄອນຫຼວງວຽງ​ຈັນ. ລາຍ​ງານ​ໃນ​ເບື້ອງ​ຕົ້ນ ກ່ຽວ​ກັບການ ​ຕາຍ​ຂອງ​ລາວ​ປາ​ກົດ​ວ່າ​ເປັນ​ຄວາມ​ຜິດ​ພາດ.

ທ້າວ ອາ​ນຸຊາ ຫຼື ແຈັກ ຫຼວງ​ສຸ​ພົມ ຖືກ​ລາຍ​ງານ​ວ່າ​ເສຍ​ຊີ​ວິດຫຼັງ​ຈາກ​ລາວ​ຖືກ​ຍິງ​ໃສ່​ໜ້າ ແລະ ໜ້າ​ເອິກໃນ​ໄລ​ຍະ​ເຜົາ​ຂົນ ໃນ​ຂະ​ນະ​ທີ່​ລາວ​ກຳ​ລັງ​ນັ່ງ​ຢູ່​ຮ້ານ​ກາ​ເຟ​ແຫ່ງ​ນຶ່ງ​ເມື່ອ​ວັນ​ເສົາ​ທີ່​ຜ່ານ​ມາ.

ທ້າວ ອາ​ນຸຊາ ຜູ້​ທີ່​ດຳ​ເນີນ​ໜ້າ​ເຟ​ສ​ບຸກ​ຊື່​ວ່າ ຂັບ​ເຄື່ອນ​ດ້ວຍຄີ​ບອດ (Driven By Keyboard), ເຊິ່ງ​ເປັນ​ທີ່​ຮູ້​ຈັກ​ຢ່າງກວ້າງ​ຂວາງ​ສຳ​ລັບ​ການ​ລົງ​ຂໍ້​ຄວາມ​ຕຳ​ໜິ​ວິ​ຈານ​ພວກ​ເຈົ້າ​ໜ້າ​ທີ່ ແລະ ລັດ​ຖະ​ບານ​ຄອມ​ມູ​ນິ​ສ​ຂອງ​ປະ​ເທດ.

ສື່​ມວນ​ຊົນ​ໃນ​ທ້ອງ​ຖິ່ນ ແລະ ຕ່າງ​ປະ​ເທດ​ໃນ​ວັນ​ພຸດ​ວານນີ້​ໄດ້​ລາຍ​ງານ​ວ່າ​ນັກ​ວິ​ຈານ​ດັ່ງ​ກ່າວ​ໄດ້​ເສຍ​ຊີ​ວິດ​ໃນ​ຂະ​ນະ​ທີ່​ຖືກ​ນຳ​ສົ່ງ​ໄປ​ໂຮງ​ໝໍ​ຫຼັງ​ຈາກ​ຖືກ​ຍິງ​ໂດຍ​ມື​ປືນ​ທີ່ບໍ່​ຊາບ​ຊື່. ລາຍ​ງາ​ນ​ຕ່າງໆ​ໄດ້​ກ່າວ​ວ່າ​ການ​ຍິງ​ກັນ​ໄດ້​ເກີດ​ຂຶ້ນ​ເວ​ລາຕອນ​ຄ່ຳ 10:26 ຂອງວັນ​ເສົາ​ຢູ່​ໃນ​ຮ້ານ​ທີ່​ຊື່​ວ່າ After School Chocolate & Bar ໃນ​ເມືອງ​ຈັນ​ທະ​ບູ​ລີ ນະ​ຄອນຫຼວງວຽງ​ຈັນ.

ແຕ່​ຮູບ​ພາບ​ທີ່​ວີ​ໂອ​ເອ​ໄດ້​ເຫັນ​ສະ​ແດງ​ໃຫ້​ເຫັນ​ວ່າ​ທ້າວ ອາ​ນຸຊາ ຖືກ​ຕິດ​ດ້ວຍ​ຜ້າ​ຕິດ​ບາດ ແລະ ພັນ​ແຜ​ຢູ່​ຕຽງ​ຂອງ​ໂຮງ​ໝໍ. ໜ້າ​ເຟ​ສ​ບຸກ​ຂອງ​ທ້າວ ອາ​ນຸ​ຊາ ຕໍ່​ມາ​ໄດ້​ລົງ​ຮູບ​ເກົ່າ​ຂອງ​ລາວ​ ເຊິ່ງ​ມີ​ອາ​ຍຸ 25 ປີ​ໃນ​ຕອນ​ແລງວັນ​ພຸດ​ວານນີ້. ຂໍ້​ຄວາມ​ທີ່​ເອົາ​ລົງ​ໃນ​ສື່​ສັງ​ຄົມ​ເວົ້າ​ວ່າ​ຄອບ​ຄົວ​ຂອງ​ລາວ​ໄດ້​ກ່າວ​ວ່າ​ລາວ​ໄດ້​ເສຍ​ຊີ​ວິດ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ມື​ປືນ​ກັບ​ຄືນ​ມາ ແລະ ຂ້າ​ທ້າວ ອາ​ນຸ​ຊາ.

ທ່ານ ຟິ​ລ ໂຣ​ເບີດ​ສັນ, ຮອງ​ຜູ້​ອຳ​ນ​ວຍ​ການ​ພະ​ແນກ​ເອ​ເຊຍ​ຂອງກຸ່ມ​ປົກ​ປ້ອງສິດ​ທິ​ມະ​ນຸດ Human Rights Watch ໄດ້​ຮັບ​ຂ່າວ​ກ່ຽວ​ກັບ​ການ​ລອດ​ຊີ​ວິດ​ຂອງ​ທ້າວ ອາ​ນຸ​ຊາ ຢູ່​ງານ​ສະ​ຫຼອງວັນ​ອິດ​ສະ​ຫຼະ​ພາບ​ດ້ານ​ການຂ່າວ​ຢູ່ ບາງ ກອກ ໃນ​ແລງວັນ​ພຸດ​ວານນີ້.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG