ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາ​ວ ຈະໃຫ້ຄວາມ​ສະດວກ​ ຫຼາຍ​ຂຶ້ນ ​ແກ່ຄົນ​ລາວ​ຕ່າງປະ​ເທດ​ ທີ່ກັບຄືນເມືອລາ​ວ


ກອງປະຊຸມ ລັດຖະບານ ເພື່ອພິຈາລະນາມາດຕະການ​ສົ່ງ​ເສີມ ​ແລະ​ອໍາ​ນວຍ​ຄວາມ​ສະດວກ​ ໃຫ້​ຄົນ​ລາວ​ໃນ​ຕ່າງປະ​ເທດ​ເດີນທາງ​ກັບຄືນ​ມາລາ​ວຫຼາຍຂື້ນ
ກອງປະຊຸມ ລັດຖະບານ ເພື່ອພິຈາລະນາມາດຕະການ​ສົ່ງ​ເສີມ ​ແລະ​ອໍາ​ນວຍ​ຄວາມ​ສະດວກ​ ໃຫ້​ຄົນ​ລາວ​ໃນ​ຕ່າງປະ​ເທດ​ເດີນທາງ​ກັບຄືນ​ມາລາ​ວຫຼາຍຂື້ນ
ລັດຖະບານ​ລາ​ວກໍາລັງ​ພິດ​ຈາລະ​ນາ​ກ່ຽວ​ກັບ​ມາດ​ຕະການ​ສົ່ງ​ເສີມ ​ແລະ​ອໍາ​ນວຍ​ຄວາມ​ສະດວກ​ໃຫ້​ຄົນ​ລາວ​ໃນ​ຕ່າງປະ​ເທດ​ເດີນທາງ​ກັບຄືນ​ມາລາ​ວຫຼາຍ​ຂຶ້ນ ​ໂດຍ​ໃນ​ນີ້​ລວມ​ເຖິງ​ສິດທິ ​ໃນ​ທີ່​ດິນ ​ແລະ​ບ້ານ​ດ້ວຍ.

please wait

No media source currently available

0:00 0:03:52 0:00
ລິງໂດຍກົງ

ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ ຜູ້​ຊີ້ນໍາວຽກ​ງານ​ດ້ານ​ເສດ ຖະກິດ​ຂອງ​ຄະນະ​ລັດຖະບານ​ລາວ ​ໃຫ້ການ​ຢືນຢັນ​ກັບ VOA ຢູ່ນະຄອນ​ວຽງ​ຈັນ​ເມື່ອ ບໍ່​ດົນ​ມາ​ນີ້ ວ່າມາດ​ຕະການ​ສົ່ງ​ເສີມ​ແລະ​ອໍານວຍ​ຄວາມ​ສະດວກ​ໃຫ້​ກັບ​ຄົນ​ເຊື້ອ​ຊາດ​ລາວ​ໃນ ຕ່າງປະ​ເທດ​ທີ່​ຕ້ອງການ​ຈະ​ກັບ​ຄືນ​ມາ​ອາ​ໄສ ຢູ່​ໃນ​ປະ​ເທດ​ລາວ​ຢ່າງ​ຖາວອນ​ນັ້ນ ຍັງ​ມີ​ການພິດ​ຈາ ລະ​ນາ​ທັງ​ໃນ​ຂັ້ນ​ລັດຖະບານແລະ​ສະ​ພາ​ແຫ່ງ​ຊາດ ​ແຕ່​ກໍ​ມີ​ຄວາມ​ ຄິດ​ເຫັນ​ທີ່​ແຕກ​ຕ່າງ​ກັນໃນ 2 ບັນຫາ​ທີ່ສໍາຄັນດ້ວຍ​ກັນ ຈຶ່ງ​ເຮັດ​ໃຫ້​ເກີດ​ການ​ຊັກ​ຊ້າ​ເລື້ອຍ​ມາ. ​

ໂດຍ 2 ບັນຫາ​ທີ່​ສໍາຄັນດັ່ງກ່າວ​ນີ້ ກໍ​ຄື​ບັນຫາ​ກ່ຽວ​ກັບ​ສັນຊາດ​ຂອງ​ຄົນ​ລາວ​ໃນ​ຕ່າງປະ​ເທດ​ທີ່​ຕ້ອງການ​ຈະ​ເດີນທາງ​ກັບ​ຄືນ​ມາ​ຢູ່​ໃນ​ລາວ​ຢ່າງ​ຖາວອນ ກັບ​ບັນຫາ​ກ່ຽວ​ກັບ​ສິດ ທິ​ໃນ ການ​ຖື​ຄອງ​ທີ່​ດິນ ​ແລະ​ອະສັງຫາລິມະ​ຊັບ​ຕ່າງໆ ​ໄດ້​ຄື​ກັບ​ຄົນ​ສັນຊາດ​ລາວ​ໃນ​ທຸກ​ປະການ​ນັ້ນ​ເອງ.

​ໂດຍ​ສໍາ​ລັບ​ບັນຫາ​ກ່ຽວ​ກັບ​ການ​ຖື​ສັນຊາດ​ຂອງ​ຄົນ​ລາວ​ໃນ​ຕ່າງປະ​ເທດ​ນັ້ນ ກໍ​ຖື​ເປັນ​ບັນຫາ​ໃນ​ດ້ານ​ກົດໝາຍ ​ເພາະວ່າ​ຄົນ​ລາວ​ຈາກ​ຕ່າງປະ​ເທດ​ບໍ່​ພຽງ​ແຕ່​ຈະ​ຕ້ອງການ​ຮັກສາ​ສັນຊາດ ທີ່​ພວກ​ເຂົາ​ເຈົ້າຖື​ຢູ່​ໃນ​ປັດຈຸບັນ​ນີ້ໄວ້​ຕໍ່​ໄປ​ເທົ່າ​ນັ້ນ ຫາກ​ແຕ່​ພວກ​ເຂົາ​ເຈົ້າຍັງ​ຢາກ​ຖື​ສັນຊາດ ລາວ​ດ້ວຍ​ໃນເວລາ​ດຽວ​ກັນ ຊຶ່ງ​ຕາມ​ກົດໝາຍ​ຂອງ​ລາວ​ອະນຸ ຍາດ​ໃຫ້​ຖື​ໄດ້​ພຽງ​ສັນຊາດ​ດຽວ ​ເທົ່າ​ນັ້ນ.

ດ້ວຍ​ເຫດ​ນີ້ ຈຶ່ງ​ເຮັດ​ໃຫ້​ມີ​ຄວາມ​ຄິດ​ເຫັນ​ທີ່​ແຕກ​ຕ່າງ​ກັນ​ລະຫວ່າງ​ພາກສ່ວນ​ທີ່​ເຫັນ​ສົມ ຄວນ​ໃຫ້​ມີ​ການ​ດັດ​ແກ້​ກົດໝາຍ​ວ່າ​ດ້ວຍ​ສັນຊາດ​ເພື່ອ​ຮອງ​ຮັບ​ຄວາມ​ຕ້ອງການ​ດັ່ງກ່າວ​ຂອງ​ຄົນ​ລາວ​ໃນ​ຕ່າງປະ​ເທດ​ ກັບ​ອີກ​ພາກສ່ວນ​ນຶ່ງ​ທີ່​ບໍ່​ເຫັນ​ດ້ວຍ ທີ່​ຈະ​ຕ້ອງ​ດັດ​ແກ້​ກົດ ໝາຍ ​ເພາະ​ເຫັນ​ວ່າການ​ຖື​ສັນຊາດ​ດຽວ​ນັ້ນ ​ເປັນ​ຫຼັກການ​ສາກົນ​ຢູ່​ແລ້ວ.

ຊາວລາວຕ່າງປະເທດຈຸນຶ່ງທີ່ໄປຢ້ຽມຢາມລາວ
ຊາວລາວຕ່າງປະເທດຈຸນຶ່ງທີ່ໄປຢ້ຽມຢາມລາວ

ສ່ວນ​ອີກ​ບັນຫາ​ນຶ່ງ ກໍ​ຄື​ສິດທິ ​ໃນ​ການ​ຖື​ຄອງ​ທີ່​ດິນ​ແລະ​ອະສັງ
ຫາລິມະ​ຊັບ ທີ່​ຕາມ​ລະ ບຽບ​ໄດ້​ກໍານົດ​ໃຫ້​ຄົນ​ຕ່າງ​ຊາດ​ຕ້ອງ​ມີ​
ການ​ລົງທຶນ​ໃນ​ລາວ​ຕັ້ງ​ແຕ່ 500,000 ​ໂດ​ລ່າ ຂຶ້ນ​ໄປຈຶ່ງ​ມີ​ສິດ​ຖື
​ຄອງ​ທີ່​ດິນ​ ແລະ​ອະສັງຫາລິມະ​ຊັບ​ໃນ​ລາວ​ໄດ້ ຫາກ​ແຕ່​ຄົນ
​ລາວ​ຈາກ​ຕ່າງປະ​ເທດ​ຢາກ​ຈະ​ໄດ້ຮັບ​ການ​ຍົກ​ເວັ້ນຕາມ​ເງື່ອນ
​ໄຂ​ດັ່ງກ່າວ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ລັດຖະບານ​ລາວ​ແລະ​ສະພາ
ແຫ່​ງຊາດ​ລາວ​ຕ້ອງ​ມີ​ການ​ພິດ​ຈາລະ​ນາ​ຢ່າງຮອບ​ດ້ານ​ຈົນ​ເຖິງ​
ທຸກ​ມື້​ນີ້ ດັ່ງ​ທີ່​ທ່ານ​ສົມ​ສະ​ຫວາດ ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

“ລະບຽບການ​ນີ້​ມັນ​ຍັງ​ແຕ່​ອັນ​ດຽວ​ທີ່​ຍັງ​ບໍ່​ທັນ​ຕົກລົງ​ກັນ​ໄດ້ ​ເທື່ອ ​ແມ່ນ​ຄົນ​ລາວ​ເຮົາ​ຢູ່​ຕ່າງປະ​ເທດ​ຢາກ​ສະ​ເໜີ​ຢາກ​ຂໍ​ມີ​ສອງ​ສັນຊາດ ​ແຕ່​ວ່າ​ສ່ວນ​ຂໍ​ຢາກມາ​ຢູ່​ກັບ​ລູກ​ກັບ​ເຕົ້າຢູ່​ຖາວອນ​ນີ້ ກະ​ເຫັນ​ດີບໍ່​ຂັດຂ້ອງ​ຫຍັງ ອັນ​ນີ້​ກະ​ຫວັງ​ວ່າ​ເຮົາ​ບໍ່​ທັນ​ມີ​ກົດໝາຍ​ກະ​ຂໍ​ໃຫ້​ພີ່​ນ້ອງ ລາວ​ເຂົ້າ​ໃຈ​ແດ່ ​ເຫັນ​ອົກ​ເຫັນ​ໃຈ​ລັດຖະບານ ມັນ​ບໍ່​ແມ່ນ​ຂຽນ​ກົດໝາຍ​ສະບັບ​ນຶ່ງ​ແລ້ວ​ສອງ ສາມ​ມື້​ແລ້ວ ມັນ​ບໍ່​ແມ່ນ​ຈັ່ງ​ຊັ້ນ​ເດ່ ມັນ​ຕ້ອງ​ໄດ້​ສຶກສາ​ຄົ້ນຄວ້າ​ຫຼາຍ​ອັນ​ຫຼາຍ​ແນວ​ຊັ້ນ​ໜາ ສະ​ນັ້ນ ພວກ​ເຮົາ​ກໍ​ມີ​ນະ​ໂຍບາຍ​ໄວ້​ວ່າ​ຄັນ​ມາ​ແລ້ວ ກໍ​ພວກ​ເຮົາ​ກໍ​ເຫັນ​ດີ​ໃຫ້​ມາ”

ທັງ​ນີ້​ໂດຍ​ອິງ​ຕາມ​ດໍາລັດ​ຂອງ​ນາຍົກລັດຖະມົນຕີລາວທີ່​ຜ່ານ​ມາ​ ມະຕິຮັບຮອງ​ຂອງ​ຄະນະ ລັດຖະບານລາວ​ນັບ​ຈາກ​ປີ 2011 ​ເປັນ​ຕົ້ນ​ມາ​ແລ້ວ​ນັ້ນ ໄດ້​ກໍານົດ​ວ່າ​ຊາວ​ຕ່າງ​ຊາດ​ທີ່​ມີ​ສິດ​ຢູ່​ອາ​ໄສ​ໃນ​ລາວ​ໄດ້​ຢ່າງ​ຖາວອນ​ແລະ​ມີ​ສິດ​ຖື​ຄອງ​ທີ່​ດິນ​ແລະ​ສິ່ງ​ປູກ​ສ້າງ​ຕ່າງໆ​ໃນ​ລາວ​ໄດ້​ນັ້ນ ຈະຕ້ອງ​ມີ​ກາ​ນລົງທຶນ​ໃນ​ລາວ​ທີ່​ມີ​ທຶນ​ຈົດ​ທະ​ທຽນ​ຕັ້ງ​ແຕ່ 500,000 ​ໂດ​ລ່າ ຂຶ້ນ​ໄປ ​ແລະ​ດໍາ​ເນີນທຸລະ​ກິດ​ຢູ່​ໃນ​ລາວ​ມາ​ແລ້ວ​ເປັນ​ລະຍະ​ເວລາ​ບໍ່​ໜ້ອຍ​ກວ່າ 5 ປີຕິ​ດຕໍ່​ກັນ ກັບ​ທັງ​ຍັງ​ໄດ້​ຊໍາລະ​ພາສີ​ອາກອນ​ຕ່າງໆ​ຕາມ​ກົດ​ໝາຍ​ຂອງ​ລາວ​ຢ່າງ​ຄົບ​ຖ້ວນ​ແລ້ວ. ​

ໂດຍ​ສໍາລັບ​ຊາວຕ່າງ​ຊາດ​ທີ່​ໄດ້​ຮັບ​ອະນຸບາດ​ໃຫ້​ພັກ​ອາ​ໄສ​ຢູ່​ໃນ​ລາວ​ຢ່າງ​ຖາວອນ​ນັ້ນ ກໍ​ມີ​ສິດ​ທີ່​ຈະ​ຊື້ແລະ​ຖື​ຄອງ​ທີ່​ດິນ​ໃນ​ລາວ​ຄິດ​ເປັນ​ເນື້ອ​ທີ່​ບໍ່​ເກີນ 800 ຕາລາງ​ແມັດ​ຕໍ່​ລາຍ ທັງ​ກໍ ຍັງ​ມີ​ສິດ​ເປັນ​ເຈົ້າຂອງ​ສິ່ງ​ປູກ​ສ້າງ​ຕ່າງໆ​ໃນ​ທີ່​ດິນ​ດັ່ງກ່າວ​ດ້ວຍ ​ໂດຍ​ທາງ​ການ​ລາ​ວຈະ​ກໍາ ໜົດພື້ນ​ທີ່ເພື່ອ​ຮອງ​ຮັບ​ສິດທິ ລວມ​ເຖິງ​ການ​ພິດ​ຈາລະ​ນາ​ເພື່ອ​ສັ່ງ​ໃຫ້​ຖອນ​ສິດ​ດັ່ງກ່າວ​ດ້ວຍ ຖ້າຫາກ​ກວດ​ພົບ​ວ່າ​ຊາວ​ຕ່າງ​ຊາດ​ໄດ້​ທໍາ​ການ​ທີ່​ຂັດ​ຕໍ່​ລັດຖະທໍາ​ມະນູນ​ແລະ​ກົດໝາຍ​ທີ່​ເປັນ ຄວາມ​ຜິດ​ທາງ​ອາຍາ ຫຼື​ຂັດ​ຕໍ່​ຜົນ​ປະ​ໂຫຍ​ດ​ແລະ​ບ່ອນ​ທໍາລາຍ​ຄວາມ​ສະຫງົບ​ຮຽບຮ້ອຍ​ ຂອງ​ຊາດ​ລາວ.
XS
SM
MD
LG