ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ​ລາວ​ ອະນຸມັດ​ໃຫ້​ປັບ​ ອັດຕາ​ຄ່າ​ຈ້າງ ແຮງງານ​ຂັ້ນຕ່ຳຂຶ້ນ


ບັນດາພະນັກງານຕັດຫຍິບລາວ ຈຳນວນໜຶ່ງ ກຳລັງພາກັນເຣັດວຽກ ຢູ່ທີ່ໂຮງງານຕັດຫຍິບໃນລາວ.
ບັນດາພະນັກງານຕັດຫຍິບລາວ ຈຳນວນໜຶ່ງ ກຳລັງພາກັນເຣັດວຽກ ຢູ່ທີ່ໂຮງງານຕັດຫຍິບໃນລາວ.

ລັດຖະບານ​ລາວ​ອະນຸມັດ​ໃຫ້​ປັບ​ຂຶ້ນ ອັດຕາ​ຄ່າ​ຈ້າງ​ຂັ້ນຕ່ຳ
ສຳ​ຫລັບ​ແຮງ​ງານ​ໃນ​ປະ​ເທດ​ຈາກ 626,000 ກີບ​ ເປັນ 9
​ແສນ​ກີບຕໍ່​ເດືອນ ​ໂດຍ​ໃຫ້​ມີ​ຜົນ​ບັງຄັບ​ບັນດາ​ນາຍ​ຈ້າງນັບ
ແຕ່​ວັນ​ທີ 1 ​ເມສາ​ເປັນຕົ້ນ​ໄປ.

ທ່ານ​ພົງ​ໄຊ​ສັກ ອິນ​ຖາ​ລາດ ຫົວໜ້າ​ກົມ​ຄຸ້ມ​ຄອງ​ແຮງ​ງານ
ກະຊວງ​ແຮງ​ງານ​ແລະ​ສະຫວັດດີ​ການ​ສັງຄົມ ຖະ​ແຫລ​ງຢືນຢັນ​ວ່າ ລັດຖະບານ​ລາວ ​ໄດ້​
ອະ​ນຸມັດ​ໃຫ້​ມີ​ການ​ປັບ​ຂຶ້ນອັດຕາ​ຄ່າ​ຈ້າງ​ຂັ້ນຕ່ຳ ສຳ​ຫລັບ​ຜູ້​ອອກ​ແຮງ​ງານ​ໃນ​ປະ​ເທດ​ຕາມ​
ການສະ​ເໜີ ຂອງ​ກະຊວງ​ແຮງ​ງານ ກັບ​ສະຫະພັນ​ກຳມະບານ ​ແລະ​ສະພາ​ການ​ຄ້າ ​ແລະ
ອຸດສາຫະກຳ​ແຫ່ງ​ຊາດ ຢ່າງ​ເປັນ​ທາງ​ການ​ແລ້ວ​ເມື່ອ​ບໍ່​ນານ​ມາ​ນີ້.

ຊຶ່ງ​ການ​ອະນຸມັດ​ດັ່ງກ່າວ ຈະ​ເປັນ​ຜົນ​ເຮັດ​ໃຫ້​ມີ​ການ​ປັບ​ຂຶ້ນອັດຕາ​ຄ່າຈ້າງ​ຂັ້ນຕ່ຳ ຈາກ 626,000 ກີບ​ ເປັນ 9 ​ແສນ​ກີບຕໍ່​ເດືອນ ​ໂດຍ​ຈະ​ມີ​ຜົນ​ບັງຄັບຕໍ່​ບັນດາ​ນາຍ​ຈ້າງ​ນັບ​ແຕ່​ວັນ
​ທີ 1 ​ເມສາ 2015 ​ເປັນຕົ້ນ​ໄປ ທັງ​ນີ້​ເພື່ອ ​ໃຫ້​ສອດ​ຄ້ອງ​ກັບ​ສະພາວະ​ຄ່າ​ຄອງ​ຊີບ​ ທີ່​ສູງ​ຂຶ້ນ
​ແລະ ​ເພື່ອ​ດຶງ​ດູດ​ເອົາ​ແຮງ​ງານ​ລາວ​ ທີ່​ເດີນທາງ​ໄປ​ທຳ​ງານ​ໃນ​ປະ​ເທດ​ເພື່ອນ​ບ້ານ ຢ່າງ​ບໍ່​
ຖືກ​ຕ້ອງຕາ​ມກົດໝາຍ​ນັ້ນ ​ໃຫ້​ກັບ​ຄືນ​ມາ​ໃນ​ຕະຫລາດ​ແຮງ​ງານ​ຂອງ​ລາວ ຢ່າງ​ພຽງພໍ​ກັບ​
ຄວາມ​ຕ້ອງການ ທີ່​ເພີ້​ມຂຶ້ນນັບ​ມື້.

ຈາກ​ການ ​ເກັບ​ຂໍ້​ມູນ​ກ່ຽວ​ກັບ​ຄວາມ​ເພິ່ງ​ພໍ​ໃຈ​ ຂອງ​ບັນດາ​ບໍລິສັດ​ຕ່າງ​ຊາດ​ ທີ່ມີ​ຕໍ່ຄຸນ​ນະພາ​ບຂອງ​ນັກ​ສຶກສາລາ​ວນັ້ນ ພົບ​ວ່າ​ມີ​ພຽງ​ແຕ່ 17,300 ກວ່າ​ຄົນ ຫຼື 15 ​ເປີ​ເຊັນ ​ເທົ່າ​ນັ້ນ ທີ່​ມີ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ໄດ້​ມາດຕະຖານ​.
ຈາກ​ການ ​ເກັບ​ຂໍ້​ມູນ​ກ່ຽວ​ກັບ​ຄວາມ​ເພິ່ງ​ພໍ​ໃຈ​ ຂອງ​ບັນດາ​ບໍລິສັດ​ຕ່າງ​ຊາດ​ ທີ່ມີ​ຕໍ່ຄຸນ​ນະພາ​ບຂອງ​ນັກ​ສຶກສາລາ​ວນັ້ນ ພົບ​ວ່າ​ມີ​ພຽງ​ແຕ່ 17,300 ກວ່າ​ຄົນ ຫຼື 15 ​ເປີ​ເຊັນ ​ເທົ່າ​ນັ້ນ ທີ່​ມີ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ໄດ້​ມາດຕະຖານ​.

​ແຕ່​ຢ່າງ​ໃດ​ກໍ​ຕາມ ​ເນື່ອງ​ຈາກ​ການ​ປັບ​ຂຶ້ນຄ່າ​ຈ້າງ​ດັ່ງກ່າວ​ນີ້ ຖື​
ເປັນ​ອັດ​ຕາຂັ້ນຕ່ຳສຳ​ຫລັບ​ຜູ້​ອອກ​ແຮງ​ງານ ທີ່​ບໍ່​ມີ​ຝີ​ມື​ເທົ່າ​ນັ້ນ
ຈຶ່ງ​ເຊື່ອວ່າ ຈະ​ບໍ່​ມີ​ຜົນ​ຕໍ່​ສະພາວະ​ການ​ຈ້າງ​ແຮງ​ງານ​ທີ່​ມີ​ຝີ​ມື
ຢູ່​ໃນ​ລາວແຕ່​ຢ່າງ​ໃດ ​ໂດຍ​ເຈົ້າໜ້າ​ທີ່​ຂັ້ນສູງ​ໃນ​ກົມ​ພັດທະນາ​
ຝີ​ມື​ແຮງ​ງານ ແລະ ຈັດ​ຫາ​ງານ​ຂອງ​ລາວ ກໍ​ຍອມຮັບ​ວ່າ ນັກ​ສຶກ
ສາ​ທີ່​ຈົບ​ການສຶກສາ ​ແຕ່​ລະດັບ​ວິຊາ​ຊີບ​ຊັ້ນສູງ​ຂຶ້ນ​ໄປ ທີ່​ມີ​ຈຳ
ນວນ​ເຖິງ 115,523 ຄົນ ​ໃນ​ປີ 2014 ມີ​ໂອ​ການ​ດຕ່ຳຫຼາຍ ທີ່​
ຈະ​ຖືກ​ວ່າ​ຈ້າງ​ຈາກ​ບັນດາ​ບໍລິສັດ​ຕ່າ​ງຊາດ ທີ່​ລົງທຶນ​ໃນ​ລາວ
​ເພາະ​ຈາກ​ການເກັບ​ຂໍ້​ມູນ​ກ່ຽວ​ກັບ​ຄວາມ​ເພິ່ງ​ພໍ​ໃຈ​ ຂອງ​ບັນດາ
​ບໍລິສັດ​ຕ່າງ​ຊາດ​ ທີ່ມີ​ຕໍ່ຄຸນ​ນະພາ​ບຂອງ​ນັກ​ສຶກສາລາ​ວນັ້ນ ພົບ​
ວ່າ​ມີ​ພຽງ​ແຕ່ 17,300 ກວ່າ​ຄົນ ຫຼື 15 ​ເປີ​ເຊັນ ​ເທົ່າ​ນັ້ນ ຈາກ​
ຈຳນວນ​ທັງ​ໝົດ ​ທີ່​ມີ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ໄດ້​ມາດຕະຖານ​ຕາມ​ຄວາມ​ຕ້ອງການ​
ຂອງ​ບໍລິສັດ​ຕ່າງ​ຊາດ.

ທັງ​ນີ້ ​ໂດຍ​ມີ​ສາ​ເຫດ​ມາ​ຈາກ​ຄ່າ​ນິຍົມ​ດ້ານ​ການ​ສຶກສາ​ໃນ​ລາວ ທີ່​ບໍ່​ສອດ​ຄ້ອງ​ກັບ​ສະພາບ​ຕົວ​ຈິງ ກໍ​ຄື​ໃນ​ຂະນະ​ທີ່ ບັນດາ​ບໍລິສັດ​ຕ່າງ​ຊາດ​ຕ້ອງການ​ວ່າ​ຈ້າງ​ແຮງ​ງານ ທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ດ້ານ​ວິຊາ​ຊີບ ​ແລະ ຊ່າງ​ເທັກ​ນິກ ຫາກ​ແຕ່​ນັກ​ສຶກສາ​ສ່ວນ​ໃຫຍ່​ໃນ​ລາວ
ກັບ​ໄປ​ນິຍົມ​ສຶກສາ ​ແລະ ຈົບ​ດ້ານ​ບໍລິຫານ​ທຸລະ​ກິດ ສ່ວນ​ທີ່​ຈົບ​ວິຊາ​ຊີບ​ຊັ້ນສູງສ່ວນ​ໃຫຍ່
ກໍ​ບໍ່​ມີ​ຄຸນ​ນະພາ​ບ ດັ່ງ​ທີ່​ເຈົ້າໜ້າ​ທີ່​ຂັ້ນສູງ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“​ໃນ​ສາຍ​ອາຊີວະ​ສຶກສາ ​ແລະ ການ​ສຶກສາ​ຊັ້ນສູງ ຫຼືມະຫາວິທະຍາ​ໄລ​ນັ້ນ ນັກຮຽນ ​ແລະ ນັກ​ສຶກສາມາ​ຮຽນ​ບໍ່​ໄດ້​ຕາມ​ຄາດໝາຍ ການ​ສ້າງ​ຝີ​ມື​ແຮງ​ງານ​ກະ​ຍັງ​ບໍ່​ສາມາດ​ຕອບ​ສະໜອງ​ໄດ້ ຕາມ​ຄວາມ​ຕ້ອງການ​ຂອງ​ຕະຫລາດ​ແຮງ​ງານ ​ແລະ​ຜູ້​ທີ່​ຮຽນ​ຈົບ​ອາຊີວະ​ສຶກສາລະ​ດັບ​ຊັ້ນສູງ ຈຳນວນ​ບໍ່​ນ້ອຍ ຊອກ​ວຽກ​ເຮັດ​
ງານ​ທຳ​ບໍ່​ໄດ້.”

ພາຍ​ໃຕ້​ສະພາບ​ການ​ດັ່ງກ່າວນີ້ ບໍ່​ພຽງ​ແຕ່​ເຮັດ​ໃຫ້​ອັດຕາ​ການ​ວ່າງ​ງານ​ໃນ​ລາວ​ເພີ້​ມຂຶ້ນ​
ເຖິງ 7 ​ເປີ​ເຊັນ​ແລ້ວ​ໃນເວລາ​ນີ້ ຫາກ​ແຕ່​ຍັງ​ເຮັດ​ໃຫ້​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ
​ການ​ສັງຄົມ ຕ້ອງ​ຍອມໃຫ້​ບັນດາ ບໍ​ລະ​ສັດ​ຕ່າງ​ຊາດ​ສາມາດ​ນຳ​ແຮງ​ງານ​ຈາກ​ຕ່າງປະ​ເທດ​
ເຂົ້າມາ​ໃນລາວ ​ໄດ້​ເພີ້​ມຂຶ້ນນັບ​ມື້​ອີກ​ດ້ວຍ.

ທັງ​ນີ້ ​ໂດຍ​ທາງ​ການ​ລາວ​ຄາດໝາຍ​ວ່າ ​ໃນ​ຊ່ວງ​ປີ 2011-2015 ບັນດາ​ບໍລິສັດ​ຕ່າງ​ຊາດ​
ທີ່​ລົງທຶນ​ໃນ​ລາວ ຕ້ອງການ​ແຮງ​ງນມີຝີ​ມື​ຈຳນວນຫຼາຍກວ່າ 9 ໝື່ນ​ຄົນ ຊຶ່ງ​ໃນລະຍະ 4 ປີ
ທີ່​ຜ່ານ​ມາກໍ​ໄດ້​ມີ​ການ​ນຳ​ເຂົ້າ​ແຮງ​ງານ​ມີ​ຝີ​ມື ຈາກ​ຕ່າງປະ​ເທດ​ແລ້ວ 2 ໝື່ນ​ກວ່າ​ຄົນ ຈຶ່ງ​ຍັງ​
ເຫຼືອອີກ 7 ໝື່ນ​ກວ່າ​ຄົນ​ທີ່​ຈະ​ຕ້ອງ​ນຳ​ເຂົ້າ​ມາ​ເພີ້​ມຂຶ້ນອີກ​ນັບ​ຈາກ​ປັດຈຸບັນ​ຈົນ​ເຖິງ​ທ້າຍ​ປີ
2015 ນີ້.

ແຕ່​ຢ່າງ​ໃດ​ກໍ​ຕາມ ລັດຖະບານ​ລາວ​ກໍ​ໄດ້​ວາງ​ເປົ້າໝາຍ ທີ່​ຈະ​ພັດທະນາ​ເພື່ອ​ຍົກ​ລະດັບ
​ຝີ​ມື​ແຮງ​ງານ​ຂອງ​ລາວໃຫ້​ໄດ້​ເຖິງ 240,000 ຄົນ​ພາຍ​ໃນ​ປີ 2020 ​ເພື່ອ​ຕອບ​ສະໜອງ​ແຮງ
​ງານ​ມີ​ຝີ​ມື ​ໃຫ້​ກັບ​ບັນດາ​ບໍລິສັດ​ຕ່າງ​ຊາດ​ທີ່​ລົງທຶນ​ຢູ່​ໃນ​ລາວ​ໃຫ້​ໄດ້​ຢ່າງ​ພຽງພໍ​ຕໍ່​ໄປ.

XS
SM
MD
LG