ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຈະດັດແກ້ກົດໝາຍ ຊັບສິນຂອງລັດ ເພື່ອລະດົມທຶນ ໃຫ້ໄດ້ຫຼາຍເພີ້ມຂຶ້ນ


Em Tacloban, sobreviventes do tufão Haiyan caminham entre os escombros
Em Tacloban, sobreviventes do tufão Haiyan caminham entre os escombros

ລັດຖະບານລາວ ດໍາເນີນການດັດແກ້ກົດໝາຍວ່າດ້ວຍຊັບສິນຂອງລັດ ໂດຍມີເປົ້າໝາຍ ເພື່ອລະດົມເງິນທຶນໃຫ້ໄດ້ຫຼາຍຂຶ້ນ ພາຍໃຕ້ການຈັດຕັ້ງປະຕິບັດແຜນການທີ່ເອີ້ນວ່າ ການແປງຊັບສິນເປັນເງິນທຶນ.

ເຈົ້າໜ້າທີ່ຂັ້ນສູງປະຈໍາຫ້ອງການສໍານັກງານນາຍົກລັດຖະມົນຕີ ໃຫ້ການຢືນຢັນວ່າ
ຄະນະລັດຖະບານລາວ ໄດ້ມີມັດຕິມອບໝາຍໃຫ້ທາງການກະຊວງການເງິນ ເປັນ
ພາກສ່ວນທີ່ຮັບຜິດຊອບ ໃນການພິຈາລະນາດັດແກ້ກົດໝາຍວ່າດ້ວຍຊັບສິນຂອງລັດ
ເມື່ອບໍ່ນານມານີ້ ແລະການມອບໝາຍດັ່ງກ່າວ ກໍຍັງໄດ້ກໍານົດໃຫ້ດໍາເນີນການໃຫ້
ແລ້ວສໍາເລັດ ເພື່ອສະເໜີເຂົ້າສູ່ການພິຈາລະນາໃນກອງປະຊຸມຄັ້ງປະຖົມ ສະໄໝສາ
ມັນຄັ້ງທີ 3 ຂອງສະພາແຫ່ງຊາດລາວຊຸດທີ 7 ທີ່ຈະມີຂຶ້ນພາຍໃນກາງປີນີ້ອີກດ້ວຍ.

ສາເຫດທີ່ທາງການລາວຈໍາເປັນຕ້ອງມີການດັດແກ້ກົດໝາຍວ່າດ້ວຍຊັບສິນຂອງລັດ
ໃນຄັ້ງນີ້ ກໍເປັນຍ້ອນວ່າ ກົດໝາຍສະບັບທີ່ໃຊ້ບັງຄັບຢູ່ໃນທຸກມື້ນີ້ ບໍ່ສອດຄ່ອງກັບ
ສະພາບການຕ່າງໆ ທີ່ປ່ຽນແປງໄປຢ່າງໄວວາ ເນື່ອງຈາກເປັນກົດໝາຍທີ່ໄດ້ໃຊ້ບັງ
ຄັບນັບຕັ້ງແຕ່ປີ 2002 ເປັນຕົ້ນມາແລ້ວ ແລະນອກຈາກນີ້ ບົດບັນຍັດຕ່າງໆ ທີ່ມີຢູ່
ກໍຍັງຂາດຄວາມຊັດເຈນ ຈຶ່ງເຮັດໃຫ້ຕ້ອງມີການເພີ້ມບົດບາດຈາກເດີມ ທີ່ມີຢູ່ພຽງແຕ່
32 ມາດຕາຂຶ້ນມາເປັນ 73 ມາດຕາ ເພື່ອເຮັດໃຫ້ສາມາດນໍາໃຊ້ໄດ້ຢ່າງມີປະສິດທິພາບ
ສູງຂຶ້ນ ຊຶ່ງກໍຈະເຮັດໃຫ້ລັດຖະບານລາວ ມີລາຍຮັບຈາກຊັບສິນຂອງລັດເພີ່ມຂຶ້ນດ້ວຍ.

ດິນຕອນນຶ່ງທີ່ໃຫ້ສໍາປະທານແກ່ບໍລິສັດຕ່າງປະເທດ ເປັນໄລຍະຍາວ
ດິນຕອນນຶ່ງທີ່ໃຫ້ສໍາປະທານແກ່ບໍລິສັດຕ່າງປະເທດ ເປັນໄລຍະຍາວ

ແຕ່ຢ່າງໃດກໍຕາມ ສໍາລັບ
ການຄຸ້ມຄອງຊັບສິນຂອງ
ລັດໃນໄລຍະຜ່ານມານີ້
ກໍປະກົດວ່າ ໄດ້ເຮັດໃຫ້
ລັດຖະບານລາວຕ້ອງສູນ
ເສຍລາຍຮັບໄປບໍ່ໜ້ອຍ
ໂດຍສະເພາະແມ່ນການ
ສູນເສຍລາຍຮັບຈາກທີ່ດິນ
ທີ່ມີການອະນຸມັດສໍາປະ
ທານສິດການເຊົ່າໄລຍະ
ຍາວ ໃຫ້ແກ່ເອກະຊົນລາວ ແລະຕ່າງຊາດນັ້ນ ຖືເປັນພາກສ່ວນທີ່ເຮັດໃຫ້ລັດຖະບານລາວ ຕ້ອງສູນເສຍລາຍຮັບໄປຫຼາຍທີ່ສຸດ ເນື່ອງຈາກວ່າເປັນການໃຫ້ສໍາປະທານຢ່າງບໍ່ຖືກ
ຕ້ອງຕາມກົດລະບຽບ ໂດຍໃນນີ້ກໍລວມເຖິງການຕັດແບ່ງເອົາທີ່ດິນໂຮງຮຽນຂອງລັດ
ຖະບານອີກດ້ວຍ ດັ່ງທີ່ ທ່ານ ພັນຄໍາ ວິພາວັນ ລັດຖະມົນຕີວ່າການກະຊວງສຶກສາ
ທິການ ແລະກິລາ ໄດ້ຖະແຫຼງຊີ້ແຈງວ່າ:

ບາງຄະນະພັກ, ຄະນະປົກຄອງເຫັນວ່າດິນໂຮງຮຽນມັນກວ້າງ ຜັດໄປແບ່ງ
ເອົາຊະເຄິ່ງ
ນຶ່ ເອົາໄປໃຫ້ບໍລິສັດ ອັນນີ້ນັບເປັນທັງຈຸດອ່ອນຂອງຂະແໜງ
ການສຶກສາ ແລະ ຂອງອົງການປົກຄອງທ້ອງຖິ່ນ
ຂໍອະໄພຂ້າພະເຈົ້າບໍ່ໄດ້ຄັດ
ຄ້ານ ບໍ່ໄດ້ຕ້ານ
ການຫັນຊັບສິນເປັນທຶນ ແຕ່ວ່າ ຊິມາຂາຍທີ່ດິນໂຮງຮຽນໝົດ
ຂ້າພະເຈົ້າຂໍຢ່າເຮັດ ຂໍໃຫ້ຮັກສາໄວ້ ດິນໂຮງຮຽນມື້ນີ້ບໍ່ມີເງິນພັດທະນາມື້ໃໝ່ ມັນຊິມີ.

ທ່ານ ບຸນທອງ ຈິດມະນີ ປະທານອົງການກວດກາພັກ ແລະລັດ
ທ່ານ ບຸນທອງ ຈິດມະນີ ປະທານອົງການກວດກາພັກ ແລະລັດ

ກ່ອນໜ້ານີ້ ທ່ານ ບຸນທອງ
ຈິດມະນີ ປະທານອົງການ
ກວດກາພັກ ແລະລັດ ກໍໄດ້
ຖະແຫຼງຍອມຮັບວ່າ ໜ່ວຍ
ງານຂອງລັດຖະບານ ໄດ້ມີ
ການປະຕິບັດທີ່ບໍ່ເປັນໄປຕາມ
ລະບຽບກົດໝາຍ ແລະມີການ
ປະຕິບັດໜ້າທີ່ ເພື່ອຜົນປະ
ໂຫຍດສ່ວນຕົວເກີດຂຶ້ນຢ່າງ
ກວ້າງຂວາງ ຊຶ່ງກໍເຮັດໃຫ້ເກີດການຮົ່ວໄຫຼຂອງງົບປະມານລັດຖະບານຫຼາຍຂຶ້ນນັບມື້.

ທັງນີ້ໂດຍຈາກການກວດກາໜ່ວຍງານຂອງລັດຖະບານລາວ ຈໍານວນ 101 ເປົ້າໝາຍໃນ
ປີ 2011 ທີ່ຜ່ານມາ ກໍພົບວ່າ ການປະຕິບັດໜ້າທີ່ຂອງພະນັກງານລັດ ທີ່ບໍ່ເປັນໄປຕາມ
ລະບຽບກົດໝາຍດັ່ງກ່າວ ໄດ້ເຮັດໃຫ້ງົບປະມານຂອງລັດຖະບານເກີດການສູນຫາຍໄປ
ຫຼາຍກວ່າ 259 ຕື້ກີບ ຫຼື 32 ກວ່າລ້ານໂດລາ ຊຶ່ງຖ້າຫາກສົມທຽບກັບໃນໄລຍະ 5 ປີ
ກ່ອນໜ້ານີ້ ກໍເຮັດໃຫ້ສາມາດກ່າວໄດ້ວ່າ ການຮົ່ວໄຫຼ ຫຼືການສູນຫາຍໄປຂອງງົບປະ ມານຂອງລັດຖະບານລາວນັ້ນ ມີລະດັບຄວາມຮຸນແຮງເພີ່ມຂຶ້ນ.

ປ່າໄມ້ແຫ່ງນຶ່ງທີ່ໄດ້ຖືກທໍາລາຍຍ້ອນການຕັດໄມ້
ປ່າໄມ້ແຫ່ງນຶ່ງທີ່ໄດ້ຖືກທໍາລາຍຍ້ອນການຕັດໄມ້

ຕໍ່ກໍລະນີດັ່ງກ່າວນີ້ ທ່ານບຸນ
ທອງ ກໍໄດ້ຍົກຕົວຢ່າງໃຫ້ເຫັນ
ວ່າ ໃນຊ່ວງປີ 2001-2005 ໄດ້
ກວດກາພົບວ່າ ມີການສູນຫາຍ
ຂອງງົບປະມານຂອງລັດຖະບານ
ຄິດເປັນມູນຄ່າຫຼາຍກວ່າ 472
ຕື້ກີບກັບ 6.2 ລ້ານບາດ ແລະ
21.8 ລ້ານໂດລາ. ສ່ວນໃນຊວ່ງ
ປີ 2006-2010 ນັ້ນ ການສູນ
ຫາຍຂອງງົບປະມານ ກໍໄດ້ເພີ່ມ
ຂື້ນຈາກເດີມເກີນກວ່າ 2 ເທົ່າ
ແລະເມື່ອຕົກມາເຖິງປີ 2011 ພຽງປີດຽວເທົ່ານັ້ນ ກໍປະກົດວ່າການສູນຫາຍໄປຂອງງົບ
ປະມານ ໄດ້ມີມູນຄ່າຫຼາຍກວ່າ 5 ປີ ກ່ອນໜ້ານີ້ແລ້ວ.

ທັງນີ້ ໂດຍກໍລະນີທີ່ກວດພົບຫຼາຍທີ່ສຸດກໍຄື ການລັກລອບຕັດໄມ້ເກີນໂຄຕ້າ, ການບໍ່ສົ່ງ
ລາຍຮັບຈາກການຂາຍໄມ້ເຂົ້າຄັງແຫ່ງລັດ ໂດຍມີເຈົ້າໜ້າທີ່ຂອງລັດຖະບານໃຫ້ການຮ່ວມ
ມືນໍາດ້ວຍນັ້ນເອງ.

XS
SM
MD
LG