ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ລາວເພີ້ມງົບປະມານ ໃນການຟື້ນຟູເຂດທີ່ ໄດ້ຮັບຜົນກະທົບ ຈາກໄພທໍາມະຊາດອີກ


ລັດຖະບານລາວ ໄດ້ຈັດກອງປະຊຸມເປີດກ້ວາງຮ່ວມກັບເຈົ້າຄອງເຂດນະຄອນຫລວງວຽງຈັນ ແລະບັນດາ
ເຈົ້າແຂວງໃນທົ່ວປະເທດລາວ ຂຶ້ນໃນເດືອນທັນວາ 2011 ເພື່ອພິຈາລະນາອະນຸມັດງົບປະມານໃນການ
ຟື້ນຟູເຂດທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ ເພີ້ມຂຶ້ນອີກ 400 ຕື້ກີບ
ລັດຖະບານລາວ ໄດ້ຈັດກອງປະຊຸມເປີດກ້ວາງຮ່ວມກັບເຈົ້າຄອງເຂດນະຄອນຫລວງວຽງຈັນ ແລະບັນດາ ເຈົ້າແຂວງໃນທົ່ວປະເທດລາວ ຂຶ້ນໃນເດືອນທັນວາ 2011 ເພື່ອພິຈາລະນາອະນຸມັດງົບປະມານໃນການ ຟື້ນຟູເຂດທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ ເພີ້ມຂຶ້ນອີກ 400 ຕື້ກີບ

ລັດຖະບານລາວຈັດສັນງົບປະມານ ສໍາລັບຟື້ນຟູເຂດ ທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ ເພີ້ມຂຶ້ນອີກ 400 ຕື້ກີບ ໂດຍແນໃສ່ ການເພີ້ມຜົນຜະລິດດ້ານກະສິກໍາ ໃນຊ່ວງລະດູແລ້ງ ໃຫ້ໄດ້ຫລາຍຂຶ້ນ.

ຄະນະລັດຖະບານລາວໄດ້ອະນຸມັດການຈັດສັນງົບປະມານໃນມູນຄ່າ 400 ຕື້ກີບ
ສໍາລັບນໍາໃຊ້ເຂົ້າໃນການຟື້ນຟູເຂດທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດເພີ້ມຂຶ້ນ
ອີກຢ່າງເປັນທາງການ ໃນລະຫວ່າງ ການປະຊຸມເປີດກ້ວາງຂອງລັດຖະບານຮ່ວມ
ກັບເຈົ້າຄອງເຂດນະຄອນຫລວງວຽງຈັນ ແລະບັນດາເຂົ້າແຂວງ ໃນທົ່ວປະເທດ
ລາວ ຊຶ່ງນັບເປັນກອງປະຊຸມ ນັດສຸດທ້າຍຂອງປີ 2011 ໃນທ້າຍເດືອນທັນວານີ້.

ການອານຸມັດດັ່ງກ່າວນີ້ ຖືເປັນການປະຕິບັດຕາມການຮັບຮອງຈາກກອງປະຊຸມ
ສະໄໝສາມັນຄັ້ງທີ 2 ຂອງສະພາແຫ່ງຊາດລາວ ຊຸດທີ 7 ທີ່ໄດ້ລົງມະຕິຮັບຮອງ
ຢ່າງເປັນທາງການເມື່ອອາທິດທີ່ຜ່ານມານີ້ ຊຶ່ງກໍໄດ້ເປັນຜົນເຮັດໃຫ້ຄະນະລັດຖະ
ບານລາວ ສາມາດຈັດສັນງົບປະມານດັ່ງກ່າວນີ້ ເປັນຄ່າໃຊ້ຈ່າຍ ໃນການຟື້ນຟູ ເຂດທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ ໄດ້ຢ່າງເທົ່າທັນກັບຄວາມຕ້ອງການ
ຂັ້ນພື້ນຖານ.

ການສ້ອມແປງຄອງຊົນລະປະທານແຫ່ງນຶ່ງຄືນ ທີ່ລາວ
ການສ້ອມແປງຄອງຊົນລະປະທານແຫ່ງນຶ່ງຄືນ ທີ່ລາວ

ຊຶ່ງກໍຄື 130 ຕື້ກີບ ສໍາ
ລັບການສ້ອມແປງຄອງ
ຊົນລະປະທານເພື່ອຕອບ
ສະໜອງ ນໍ້າໃຫ້ແກ່ພື້ນ
ທີ່ປູກເຂົ້ານາແຊງ ແລະ
ພືດຊະນິດຕ່າງໆ ໃນຊ່ວງ
ລະດູແລ້ງ ໃຫ້ໄດ້ຢ່າງພຽງ
ພໍ 248 ຕື້ກີບ ສໍາລັບສ້ອມ
ແປງລະບົບໂຄງຮ່າງພື້ນ
ຖານຕ່າງໆ ເຊ່ນຖະໜົນ
ຫົນທາງ ແລະລະບົບສາຍ
ສົ່ງກະແສໄຟຟ້າ ເປັນຕົ້ນ. ສ່ວນອີກ 22 ຕຶ້ກີບ ກໍຈະນໍາໃຊ້ເຂົ້າໃນການຊ່ວຍເຫລືອ
ຄອບຄົວ ທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ ຮວມທັງການສ້ອມແປງໂຮງຮຽນ
ໂຮງໝໍ ສຸກສາລາ ແລະບໍລິການສາທາລະນຸປະໂພກຕ່າງໆ.

ແຕ່ຢ່າງໃດກໍຕາມ ການຈັດສັນງົບປະມານດັ່ງກ່າວນີ້ ເມື່ອລວມໃສ່ ການຈັດສັນງົບປະ
ມານຄັ້ງກ່ອນ ໃນມູນຄ່າ 100 ຕື້ກີບ ກໍຍັງບໍ່ພຽງພໍກັບຄວາມຕ້ອງການທີ່ເປັນຈິງແຕ່ຢ່າງ
ໃດ ເນື່ອງຈາກວ່າ ໄພນໍ້າຖ້ວມຄັ້ງໃຫຍ່ທີ່ເກີດຂຶ້ນຈາກພາຍຸໂຊນຮ້ອນໄຫ່ໝາ ແລະພາຍຸ
ນົກເຕັນ ລວມໄປເຖິງປະລິມານນໍ້າຝົນທີ່ຕົກລົງມາຢ່າງຫຼວງຫຼາຍ ໃນໄລຍະທີ່ຜ່ານມານັ້ນ
ເຮັດ ໃຫ້ເກີດການເສຍຫາຍໄປແລ້ວ ຄິດເປັນມູນຄ່າລວມຫຼາຍກວ່າ 1,800 ຕື້ກີບຫຼື ປະ
ມານ 225 ລ້ານໂດລາ.

ຄວາມເສຍຫາຍດັ່ງກ່າວ ກໍມີທັງທີ່ເກີດຂຶ້ນກັບພື້ນທີ່ການກະສິກໍາກວ້າງກວ່າ 64,400
ເຮັກຕາ ໃນຂະນະທີ່ ຄອງຊົນລະປະທານໃນພື້ນທີ່ 1,790 ໝູ່ບ້ານໃນເຂດ 96 ເມືອງ
ຂອງ 12 ແຂວງ ຈາກທັງໝົດ 17 ແຂວງໃນທົ່ວປະເທດນັ້ນ ກໍເສຍຫາຍຢ່າງໜັກ ເຊິ່ງກໍ ເຮັດໃຫ້ປະຊາຊົນຫຼາຍກວ່າ 429,900 ຄົນ ໄດ້ຮັບຄວາມເດືອດຮ້ອນຢ່າງໜັກໜ່ວງໃນ
ເວລານີ້.

ຊາວນາລາວກໍາລັງດໍານາແຊງ ໃນລະດູແລ້ງຂອງປີນີ້
ຊາວນາລາວກໍາລັງດໍານາແຊງ ໃນລະດູແລ້ງຂອງປີນີ້

ຍິ່ງໄປກວ່ານັ້ນ ດ້ວຍຂໍ້ຈໍາກັດ
ທາງດ້ານງົບປະມານຂອງລັດ
ຖະບານລາວດັ່ງກ່າວ ກໍຍັງ
ເຮັດໃຫ້ບັນດາກະສິກອນລາວ
ທີ່ຕ້ອງການຈະຟື້ນຟູການຜະ
ລິດຂອງພວກຕົນນັ້ນ ຕ້ອງພາ
ກັນຫັນໄປເພິ່ງການຂໍກູ້ຢືມເງິນ
ນອກລະບົບ ທີ່ມີອັດຕາດອກ
ເບ້ຍສູງຫຼາຍຂຶ້ນນັບມື້ ຊຶ່ງກໍເຮັດ
ໃຫ້ຊາວກະສິກອນ ຕ້ອງແບກ
ຫາບພາລະໜີ້ສິນເພີ່ມຂຶ້ນຈົນບໍ່ສາມາດໃຊ້ໜີ້ຄືນໄດ້ ແລະຕ້ອງກາຍເປັນຄົນລົ້ມລະລາຍໃນ
ທີ່ສຸດ ດັ່ງທີ່ທ່ານ ຫຸມແພງ ສຸດທິວົງ ສະມາຊິກສະພາແຫ່ງຊາດລາວ ໄດ້ໃຫ້ການອະທິບາຍ
ວ່າ:

ການກູ້ຢືມດັ່ງກ່າວ ມັນເປັນການກູ້ຢືມທີ່ວ່າດ້ວຍອັດຕາດອກເບ້ຍສູງ ຫຼະແມ່ນ
ວ່າຢືມນີ້ ແມ່ນນຶ່ງລ້ານກີບ ກໍຕ້ອງທົດແທນຄືນນຶ່ງລ້ານຫ້າ ຫາ ໜຶ່ງລ້ານເຈັດ
ຕໍ່ຮອບການຜະລິດນຶ່ງ ອັນນີ້ເງິນທີ່ພວກເຂົາເຈົ້າກູ້ຫັ່ນ ຫຼະແມ່ນອັນທີ່ນຶ່ງແມ່ນ ນໍາໃຊ້ເຂົ້າໃນການຊື້ແນວພັນ, ອັນທີສອງເຂົາເຈົ້າກູ້ຢືມເງິນເພື່ອຊື້ປັດໃຈການ
ຜະລິດເປັນຕົ້ນແມ່ນນໍ້າມັນ ແລ້ວກະອຸປະກອນການຜະລິດ ຢາຂ້າສັດຕູພືດຕ່າງໆ.

ດ້ວຍເຫດດັ່ງກ່າວ ຈຶ່ງເຮັດໃຫ້ກະສິກອນລາວ ຕ້ອງການທີ່ຈະໄດ້ຮັບການຊ່ວຍເຫຼືອດ້ານ
ເງິນກູ້ດອກເບ້ຍຕໍ່າ ຈາກທະນາຄານຂອງລັດຖະບານລາວຫຼາຍຂຶ້ນ. ຫາກແຕ່ວ່າ ໃນໄລ
ຍະທີ່ຜ່ານມາ ກໍປະກົດວ່າທັງທະນາຄານສົ່ງເສີມກະສິກໍາ ແລະທະນາຄານນະໂຍບາຍ
ຂອງລັດຖະບານລາວ ກໍໄດ້ປ່ອຍເງິນກູ້ໃຫ້ແກ່ກະສິກອນລາວໄປແລ້ວ ຄິດເປັນມູນຄ່າລວມ
ກັນປະມານ 360 ຕື້ກີບ ເທົ່ານັ້ນ ໃນຂະນະທີ່ຄວາມຕ້ອງການ ດ້ານເງິນທຶນເພື່ອຢື້ນຟູ
ການຜະລິດທີ່ເປັນຈິງນັ້ນ ສູງກວ່າ 1,000 ຕື້ກີບ.

XS
SM
MD
LG