ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວເຊື່ອວ່າຈະບັນລຸເປົ້າໝາຍ ລົບລ້າງຄວາມທຸກຈົນໄດ້


ການກໍ່ສ້າງແລະຂະຫຍາຍຕາໜ່າງສາຍສົ່ງໄຟຟ້າໃນເຂດຊົນນະບົດ
ແຫ່ງນຶ່ງຂອງລາວ
ການກໍ່ສ້າງແລະຂະຫຍາຍຕາໜ່າງສາຍສົ່ງໄຟຟ້າໃນເຂດຊົນນະບົດ ແຫ່ງນຶ່ງຂອງລາວ

ເອກອັກຄະລັດຖະທູດລາວປະຈໍາປະເທດໄທ ສະແດງຄວາມເຊື່ອໝັ້ນວ່າ ລັດຖະບານລາວ ຈະສາມາດລົບລ້າງຄວາມຍາກຈົນ ໃຫ້ໝົດໄປຈາກປະເທດໄດ້ ຕາມເປົ້າໝາຍທີ່ວາງໄວ້ ພາຍໃນປີ 2015.

ທ່ານອ້ວນ ພົມມະຈັກ ເອກອັກຄະລັດຖະທູດລາວປະຈໍາປະເທດໄທ ໄດ້ໃຫ້ການຢືນຢັນກັບ
ວີໂອເອ ເນື່ອງໃນ ໂອກາດສະເຫລີມສະຫລອງການສະຖາປະນາ ສປປ.ລາວຄົບຮອບ 35
ປີ ເມື່ອວັນທີ່ 2 ທັນວາທີ່ຜ່ານມານີ້ວ່າ ເປົ້າໝາຍສໍາຄັນທີ່ສຸດຂອງລັດຖະບານລາວໃນໄລ
ຍະ 5 ປີຕໍ່ໄປນີ້ ກໍຄືການພັດທະນາທຸກຄວາມສາມາດເພື່ອເຮັດໃຫ້ປະຊາຊົນລາວຫລຸດ
ພົ້ນຈາກຄວາມຍາກຈົນໃຫ້ໄດ້ຢ່າງແທ້ຈິງ ພາຍໃນປີ 2015.

ເມື່ອພິຈາລະນາຈາກຜົນການດໍາເນີນການປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ
ແຫ່ງຊາດ ໃນໄລຍະ 5 ປີທີ່ຜ່ານມາ ກໍຄືຈາກປີ 2006-2010 ນັ້ນ ແລະເມື່ອປະກອບກັບ
ການທີ່ປະເທດລາວເອງກໍມີທ່າແຮງບົ່ມຊ້ອນໃນດ້ານຊັບພະຍາກອນທໍາມະຊາດ ລວມເຖິງ
ການມີທີ່ຕັ້ງຢູ່ໃນເຂດໃຈກາງທີ່ສາມາດເຊື່ອມຕໍ່ ໃນດ້ານຄົມມະນາຄົມ-ຂົນສົ່ງໄດ້ກັບທຸກ
ປະເທດໃນເຂດລຸ່ມແມ່ນໍ້າຂອງດ້ວຍແລ້ວ ຈຶ່ງເຊື່ອໝັ້ນວ່າລັດຖະບານລາວ ຈະສາມາດບັນລຸ
ເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງ. ດັ່ງທີ່ທ່ານອ້ວນ ໄດ້ເນັ້ນຢໍ້າກັບ ວີໂອເອ ໃນຕອນນຶ່ງວ່າ:

ທ່ານ ອ້ວນ ພົມມະຈັກ ເອກອັກຄະລັດຖະທູດລາວ ປະຈໍາປະເທດໄທ
ທ່ານ ອ້ວນ ພົມມະຈັກ ເອກອັກຄະລັດຖະທູດລາວ ປະຈໍາປະເທດໄທ

“ພວກຂ້າພະເຈົ້າກໍເຊື່ອວ່າ
ຄວາມສາມາດນັ້ນເປັນໄປໄດ້
ເພາະວ່າປະເທດລາວຂອງ
ພວກຂ້າພະເຈົ້າກໍມີ ເງື່ອນ
ໄຂຫລາຍດ້ານ. ມີຊັບພະຍາ
ກອນທໍາມະຊາດ ທີ່ຮັ່ງມີ
ສົມຄວນ ແລະໃນປັດຈຸບັນ
ຫລາຍປະເທດກໍໄດ້ ເຂົ້າ
ໄປລົງ ທຶນໃນລາວແລະ
ໂຄງການໃຫຍ່ໃນຕໍ່ໜ້ານີ້
ພວກຂ້າພະເຈົ້າກໍຈະເລັ່ງ
ໃຫ້ການພັດທະນາທາງລົດ
ໄຟຈາກປະເທດຈີນມາສູ່ນະຄອນຫລວງວຽງຈັນ ແລະພ້ອມດຽວກັນ ກໍຈະພັດທະ
ນາພະລັງງານໄຟຟ້າ ຊຶ່ງກໍຄາດວ່າໃນປີ 2015 ນີ້ ກໍຈະສໍາເລັດປະມານ 10
ກວ່າໂຄງການ”

ທັງນີ້ໂດຍໃນໄລຍະແຜນການພັດທະນາປະຈໍາປີ 2001-2005 ທີ່ເສດຖະກິດຂອງລາວ
ມີການຂະຫຍາຍຕົວ ໃນອັດຕາສະເລ່ຍ 6.2% ຕໍ່ປີ ແລະກໍເພີ່ມຂຶ້ນເປັນ 7% ຕໍ່ປີ ໃນ
ໄລຍະແຜນການປີ 2006-2010 ນີ້ ກໍໄດ້ເປັນຜົນເຮັດໃຫ້ອັດຕາສ່ວນຄວາມຍາກຈົນ
ຂອງປະຊາຊົນລາວລົດລົງຈາກ 48% ຂອງຈໍານວນປະຊາຊົນທັງໝົດໃນປີ 1990 ມາ
ເປັນ 26% ຂອງຈໍານວນປະຊາກອນລາວທັງໝົດທີ່ມີຢູ່ 6 ລ້ານກວ່າຄົນໃນປັດຈຸບັນນີ້.

ສໍາລັບໃນໄລຍະ 5 ປີຕໍ່ໜ້ານີ້ ລັດຖະບານລາວໄດ້ວາງແຜນການທີ່ຈະດຶງດູດເອົາການ
ລົງທຶນຈາກຕ່າງປະເທດ ໃຫ້ໄດ້ໃນມູນຄ່າລວມເຖິງ 4 ໝື່ນລ້ານໂດລາສໍາລັບໂຄງການ
ຂະໜາດໃຫຍ່ ຫລື Mega Projects ຈໍານວນ ຫລາຍກວ່າ 200 ໂຄງການ. ໂດຍທີ່
ສໍາຄັນນັ້ນ ກໍຄືໂຄງການສ້າງທາງລົດໄຟຈາກນະຄອນວຽງຈັນໄປປະເທດຈີນ, ໂຄງການ ຂະຫຍາຍສາຍສົ່ງກະແສໄຟຟ້າແຮງສູງທົ່ວປະເທດ ໂຄງການສ້າງທາງຫລວງແຫ່ງຊາດ
ຂະໜານກັບເສັ້ນທາງເລກ 3 ໂຄງການສ້າງເຂື່ອນໄຟຟ້າ 14 ແຫ່ງ ໂຄງການສ້າງທາງ
ດ່ວນໄປຫວຽດນາມ, ໂຄງການຂຸດຄົ້ນບໍ່ແຮ່ໂປຣແຕສ ແລະແຮ່ບ໊ອກໄຊ້ດ໌ຢູ່ພາກໃຕ້ເປັນ
ຕົ້ນ.

ສ່ວນໃນໄລຍະແຜນການປີ 2010-2011 ນີ້ ລັດຖະບານລາວກໍໄດ້ວາງເປົ້າໝາຍທີ່ຈະເຮັດ
ໃຫ້ຍອດຜະລິດພັນລວມພາຍໃນ ຫລື GDP ຂະຫຍາຍຕົວເພີ່ມຂຶ້ນ ບໍ່ຕໍ່າກວ່າ 8% ຊຶ່ງ
ກໍຈະເຮັດໃຫ້ມູນຄ່າ GDP ໄລ່ສະເລ່ຍເປັນລາຍຮັບຂອງປະຊາກອນລາວໄດ້ 9.6 ລ້ານກີບ
ຫລືປະມານ 1,130 ໂດລາຕໍ່ຄົນຕໍ່ປີ. ແຕ່ການທີ່ຈະເຮັດໃຫ້ເປົ້າໝາຍດັ່ງກ່າວສາມາດເກີດ
ຂຶ້ນໄດ້ຢ່າງແທ້ຈິງນັ້ນ ກໍມີຄວາມຈໍາເປັນທີ່ຈະຕ້ອງຊຸກຍູ້ໃຫ້ການຜະລິດໃນພາກກະສິກໍາ-ປ່າ
ໄມ້ມີການຂະຫຍາຍຕົວເພີ່ມຂຶ້ນບໍ່ຕໍ່າກວ່າ 3.5% ແລະພາກບໍລິການກໍຈະຕ້ອງຂະຫຍາຍ
ຕົວບໍ່ຕໍ່າກວ່າ 6.7%. ສ່ວນພາກອຸດສາຫະກໍານັ້ນກໍຈະຕ້ອງຂະຫຍາຍຕົວເຖິງ 17.3%.

ສໍາລັບໃນໄລຍະແຜນການປີ 2009-2010 ທີ່ໄດ້ສິ້ນສຸດແຜນການລົງໃນເດືອນກັນຍາທີ່
ຜ່ານມານີ້ ກໍປາກົດວ່າ GDP ຂອງລາວໄດ້ຂະຫຍາຍຕົວໃນອັດຕາສະເລ່ຍ 7.8% ຊຶ່ງ
ເຮັດໃຫ້ GDP ຂອງລາວ ມີມູນຄ່າລວມ ເຖິງ 54,225 ຕື້ກີບ ຫລືປະມານ 6,450 ລ້ານ
ໂດລາຕາມອັດຕາແລກປ່ຽນໃນປັດຈຸບັນ ໂດຍພາກການຜະລິດ ທີ່ມີການຂະຫຍາຍຕົວເພີ່ມ
ຂຶ້ນຫລາຍທີ່ສຸດນັ້ນ ກໍຄືພາກອຸດສາຫະກໍາທີ່ຂະຫຍາຍຕົວເຖິງ 17% ຕິດຕາມດ້ວຍພາກ
ບໍລິການທີ່ຂະຫຍາຍຕົວເຖິງ 6.7% ແລະພາກກະສິກໍາ-ປ່າໄມ້ ກໍຂະຫຍາຍຕົວເຖິງ 3.2%

ກ່ຽວຂ້ອງກັນ

XS
SM
MD
LG