ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ຮັບຮອງເອົາ ແຜນການສ້າງຕັ້ງ ເຂດປ່າປ້ອງກັນ ແຫ່ງຊາດ 49 ແຫ່ງ


ສະພາບທີ່ປ່າໄມ້ທີ່ຫລຸດຄວາມແໜ້ນໜາລົງ ທີ່ພູເບ້ຍ
ຍ້ອນບໍ່ພຽງແຕ່ມີການຕັດໄມ້ ເພື່ອຂຸດຄົ້ນບໍ່ແຮ່ ແຕ່ຍັງເພື່ອສົ່ງອອກໄປຂາຍຕ່າງປະເທດ ອີກດ້ວຍ
ສະພາບທີ່ປ່າໄມ້ທີ່ຫລຸດຄວາມແໜ້ນໜາລົງ ທີ່ພູເບ້ຍ ຍ້ອນບໍ່ພຽງແຕ່ມີການຕັດໄມ້ ເພື່ອຂຸດຄົ້ນບໍ່ແຮ່ ແຕ່ຍັງເພື່ອສົ່ງອອກໄປຂາຍຕ່າງປະເທດ ອີກດ້ວຍ

ລັດຖະບານລາວ ມີມະຕິຮັບຮອງເອົາແຜນການສ້າງຕັ້ງເຂດປ່າປ້ອງກັນແຫ່ງຊາດ 49 ແຫ່ງ ຢູ່ໃນ 16 ແຂວງ ເພື່ອເປັນການອານຸລັກຊັບພະຍາກອນທໍາມະຊາດ ແລະສະກັດກັ້ນ ການ​ລັກລອບ​ຕັດ​ໄມ້ ເພື່ອການຄ້າເຖື່ອນ.

ກອງປະຊຸມຄະນະລັດຖະບານລາວ ພາຍໃຕ້ການເປັນປະທານຂອງທ່ານທອງສິງ ທໍາມະ
ວົງ ນາຍົກລັດຖະມົນຕີ ໄດ້ລົງມະຕິຮັບຮອງເອົາ ແຜນການສ້າງຕັ້ງເຂດປ່າປ້ອງກັນແຫ່ງ
ຊາດ 49 ແຫ່ງ ຢູ່ໃນ 16 ແຂວງ ຢ່າງເປັນທາງການເມື່ອບໍ່ນານມານີ້ ດ້ວຍຈຸດປະສົງເພື່ອ
ປົກປັກຮັກສາປ່າໄມ້, ປ້ອງກັນການເຊາະເຈື່ອນແລະຮັກສາຄຸນນະພາບດິນ ຮັກສາແຫລ່ງ
ນໍ້າ ແລະປ້ອງກັນບໍ່ໃຫ້ເກີດໄພທໍາມະຊາດ ຮັບປະກັນປົກປັກຮັກສາສິ່ງແວດລ້ອມທໍາມະ
ຊາດ ແລະຟື້ນຟູປ່າໄມ້ ທີ່ເຊື່ອມໂຊມ ໃຫ້ເປັນປ່າໄມ້ທີ່ອຸດົມສົມບູນ ໃຫ້ໄດ້ໄວທີ່ສຸດ.

ຍິ່ງໄປກວ່ານັ້ນ ມະຕິດັ່ງກ່າວນີ້ ຂອງຄະນະລັດຖະບານລາວ ຍັງໄດ້ແນໃສ່ການປົກປັກ
ຮັກສາປ່າໄມ້ ໃຫ້ລອດພົ້ນຈາກການ​ລັກລອບ​ຕັດ​ໄມ້ ໂດຍບໍ່ໄດ້ຮັບອະນຸຍາດຢ່າງຖືກ
ຕ້ອງຕາມກົດໝາຍອີກດ້ວຍ ເນື່ອງຈາກວ່າການ​ລັກລອບ​ຕັດ​ໄມ້ ໂດຍບໍ່ໄດ້ຮັບອະນຸຍາດ
ດັ່ງກ່າວ ຍັງເປັນບັນຫາໃຫຍ່ ທີ່ຍາກຕໍ່ການປ້ອງກັນ ແລະປາບປາມ.

ສະໜາມໄມ້ແຫ່ງນຶ່ງ ທີ່ຖືກລັກລອບຕັດໄມ້ ເພື່ອຂາຍຢ່າງຜິດກົດໝາຍ ຢູ່ໃນລາວ
ສະໜາມໄມ້ແຫ່ງນຶ່ງ ທີ່ຖືກລັກລອບຕັດໄມ້ ເພື່ອຂາຍຢ່າງຜິດກົດໝາຍ ຢູ່ໃນລາວ

ຊຶ່ງຕໍ່ບັນຫາດັ່ງກ່າວນີ້ ທ່ານພູມີ
ພູ​ມະນີ​ວົງ, ຫົວໜ້າ​ກວດກາ​ປ່າ​
ໄມ້, ກະຊວງກະສິກຳ-ປ່າ​ໄມ້
​ລາວ​ ໄດ້ຢືນຢັນວ່າ ສາເຫດທີ່
ສໍາຄັນປະການນຶ່ງ ທີ່ເຮັດໃຫ້
ມີການ​ລັກລອບ​ຕັດ​ໄມ້ເພີ້ມ
ຂຶ້ນຢ່າງຕໍ່ເນື່ອງນັ້ນ ກໍແມ່ນອຳ
ນາດ​ການ​ປົກຄອງ​ ທັ້ງທີ່ຢູ່​ໃນ
​ສູນ​ກາງແລະລະດັບ​ທ້ອງ​ຖິ່ນ​
ໄດ້ອະນຸຍາດ​ໃຫ້​ມີ​ການສ້າງ​
ຕັ້ງ​ໂຮງ​ເລື່ອຍ ​ແລະໂຮງ​ງານ
​ແປ​ຮູບ​ໄມ້​ຈຳນວນ​ຫຼາຍ​ຈົນ
ເກີນໄປ ​ຈຶ່ງ​ເຮັດ​ໃຫ້​ຍາກ​ຕໍ່​ການ​ທີ່​ຈະ​ຄວບ​ຄຸມ ​ແລ​ະກວດກາ​ໄດ້​ຢ່າງ​ທົ່ວ​ເຖິງ. ຜົນ​ຂອງ​ການ
​ກວດກາ​ໃນ​ໄລຍະ​ທີ່​ຜ່ານ​ມາ​ກໍ່​ພົບ​ວ່າ ມີ​ເຈົ້າ​ຂອງກິດຈະການໃນ​ຫຼາຍ​ໂຮງງານ ທີ່​ໄດ້​ລະ​ເມີດ
​ກົດໝາຍດ້ວຍ​ການ​ເຂົ້າ​ໄປ​ກ່ຽວຂ້ອງ​ກັບ​ການ​ລັກລອບ​ຕັດ​ໄມ້​ເພື່ອ​ນຳ​ເອົາ​ມາ​ປ້ອນໂຮງງານ
​ຂອງ​ພວກ​ຕົນຢ່າງຫລວງຫລາຍ​ອີກ​ດ້ວຍ ດັ່ງ​ທີ່​ທ່ານ ພູມີ ​ໄດ້​ຢືນ​ຢັນວ່າ:

"ມີ​ໂຮງງານ​ຈຳນວນ​ໜຶ່ງ​ທີ່​ຕັ້ງ​ຢູ່​ບໍ່​ເໝາະ​ສົມ ຢູ່​ໃກ້​ປ່າ​ດົງ​ທີ່​ຕຶບໜາ​ເກີນ​ໄປ, ພ້ອມ​
ດຽວ​ກັນ​ນີ້ ​ທາງ​ດ້ານ​ໜ້າ​ມີ​ຮົ້ວ ​ແຕ່​ກົງກັນຂ້າມ​ ດ້ານ​ຫຼັງ​ພັດ​ມີ​ທາງ​ອອກ​ໄປ​ຫາ​ປ່າ
ໄມ້. ບັນຫາ​ດັ່ງກ່າວ​ນັ້ນ​ມັນ​ແມ່ນ​ການ​ເອື້ອ​ອຳນວຍ​ໃຫ້​ແກ່​ກຸ່ມ​ຄົນ​ບໍ່​ດີ​ຈຳນວນ​ໜຶ່ງ​
ສວຍໂອກາດ​ລັກລອບ​ຕັດ​ໄມ້ ​ເຂົ້າ​ໄປ​ທຳ​ການ​ຜະລິດ​ຢູ່​ໂຮງງານ​ ໂດຍ​ບໍ່​ຖືກຕ້ອງ​
ຕາມກົດໝາຍ”.

ການຂົນສົ່ງໄມ້ອອກຂາຍໄປຕ່າງປະ ເທດຢ່າງຜິດກົດໝາຍຢູ່ໃນລາວ
ການຂົນສົ່ງໄມ້ອອກຂາຍໄປຕ່າງປະ ເທດຢ່າງຜິດກົດໝາຍຢູ່ໃນລາວ

ກ່ອນໜ້ານີ້ ອົງການເຄືອຂ່າຍເພື່ອການອະນຸລັກຊັບພະ
ຍາກອນທໍາມະຊາດໃນເຂດລຸ່ມແມ່ນ້ຳຂອງໄດ້ລາຍງານວ່າ:
ເຂດທີ່ມີການລັກລອບຕັດໄມ້ເພື່ອການຄ້າເຖື່ອນໃນລາວ
ຫຼາຍທີ່ສຸດກໍຄື ເຂດຊາຍແດນຂອງລາວທີ່ຕິດຕໍ່ກັບຫວຽດ
ນາມ, ຈີນ ແລະ ໄທ, ຊຶ່ງຄາດວ່າ ໄດ້ມີການລັກລອບຕັດ
ໄມ້ແລະຂົນສົ່ງໄມ້ອອກຈາກລາວໄປຍັງ 3 ປະເທດດັ່ງກ່າວ
ໃນປະລິມານຫລາຍ​ກວ່າ 2 ແສນແມັດກ້ອນ ໃນແຕ່ລະປີ.

ທັງນີ້ ຈາກການສໍາຫຼວດສະພາບປ່າໄມ້ໃນລາວໃນປີ 1992 ກໍພົບວ່າ ລາວຍັງຄົງເຫຼືອ
ປ່າໄມ້ປົກຫຸ້ມຢູ່ 47% ແລະ ກໍໄດ້ລົດລົງເຫຼືອ 41% ໃນປີ 2002 ສ່ວນໃນປະຈຸບັນນີ້ກໍ
ເຊື່ອວ່າ ລາວຍັງຄົງເຫຼືອປ່າໄມ້ປົກຫຸ້ມຢູ່ບໍ່ເກີນ 35% ຂອງພຶ້ນທີ່ທັງໝົດເທົ່ານັ້ນ.

ແຕ່ຢ່າງໃດກໍຕາມ ທາງການລາວກໍເຊື່ອວ່າ ປ່າໄມ້ໃນລາວ ຍັງມີຄວາມໜາແໜ້ນຢູ່ເຖິງ
53% ແລະດ້ວຍການສົ່ງເສີມໃຫ້ພາກເອກະຊົນ ດໍາເນີນໂຄງການລົງທຶນ ເພື່ອປູກຕົ້ນ
ໄມ້ສໍາລັບອຸດສາຫະກໍາໄມ້ແປຮູບ ຢ່າງຕັ້ງໜ້ສນັ້ນ ກໍເຮັດໃຫ້ທາງການລາວ ເຊື່ອໝັ້ນວ່າ ຈະເປັນຜົນເຮັດໃຫ້ປ່າໄມ້ລາວ ມີອັດຕາຄວາມໜາແໜ້ນ ເພີ້ມຂຶ້ນເປັນ 70% ຂອງພື້ນ
ທີ່ທັງໝົດຂອງປະເທດ ໄດ້ພາຍໃນປີ 2020 ອີກດ້ວຍ.

XS
SM
MD
LG