ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວມີແຜນທີ່ຈະຊຸກຍູ້ ໃຫ້ຊາວນາລາວ ຜະລິດເຂົ້າ ໃຫ້ໄດ້ບໍ່ຕໍ່າກ່ວາ 3.66 ລ້ານໂຕນ ໃນປີນີ້


ລາວມີແຜນທີ່ຈະຊຸກຍູ້ ໃຫ້ຊາວນາລາວ ຜະລິດເຂົ້າ ໃຫ້ໄດ້ບໍ່ຕໍ່າກ່ວາ 3.66 ລ້ານໂຕນ ໃນປີນີ້
ລາວມີແຜນທີ່ຈະຊຸກຍູ້ ໃຫ້ຊາວນາລາວ ຜະລິດເຂົ້າ ໃຫ້ໄດ້ບໍ່ຕໍ່າກ່ວາ 3.66 ລ້ານໂຕນ ໃນປີນີ້

ລັດຖະບານລາວວາງແຜນການ ຊຸກຍູ້ໃຫ້ປະຊາຊົນລາວປູກເຂົ້ານາປີ ແລະນາແຊງໃຫ້ໄດ້ ໃນເນື້ອທີ່ກ້ວາງກວ່າ 9 ແສນເຮັກຕາ ເພື່ອຜະລິດເຂົ້າໃຫ້ໄດ້ບໍ່ໜ້ອຍກ່ວາ 3.66 ລ້ານ ໂຕນ ໃນຕະຫຼອດປີ 2012 ນີ້.

ທ່ານ ວິໄລວັນ ພົມເຂ, ລັດຖະມົນຕີກະຊວງກະສິກຳ-ປ່າໄມ້ ຖະແຫຼງຢືນຢັນວ່າ ລັດຖະ
ບານລາວ ໄດ້ວາງເປົ້າໝາຍທີ່ຊຸກຍູ້ໃຫ້ປະຊາຊົນລາວ ປູກເຂົ້ານາປີແລະນາແຊງ ໃນ
ຕະຫຼອດປີ 2012 ນີ້ໃຫ້ໄດ້ໃນເນື້ອທີ່ລວມເຖິງ 945,000 ເຮັກຕາໃນທົ່ວປະເທດ ຊຶ່ງຖ້າ
ຫາກວ່າ ການປະຕິບັດໃນພາກຕົວຈິງ ເປັນໄປຕາມແຜນການທີ່ວາງໄວ້ດັ່ງກ່າວ ກໍຈະ
ເຮັດໃຫ້ໄດ້ຜົນຜະລິດເຂົ້າ ໃນປະລິມານລວມເຖິງ 3.66 ລ້ານໂຕນ.

ແຕ່ຢ່າງໃດກໍຕາມ ບັນຫາໄພທຳມະຊາດກໍຍັງຄົງຖືເປັນປັດໃຈທີ່ສົ່ງຜົນກະທົບຕໍ່ແຜນ
ການ ດັ່ງກ່າວນີ້ຂອງທາງການລາວຢູ່ຕໍ່ໄປ, ດັ່ງເຫັນໄດ້ຈາກປີທີ່ຜ່ານມາທີ່ໄພນໍ້າຖ້ວມ
ຄັ້ງໃຫຍ່ ໄດ້ເຮັດໃຫ້ທີ່ນາຂອງປະຊາຊົນລາວເສຍຫາຍໄປ ຄິດເປັນເນື້ອທີ່ລວມເກືອບ 1
ແສນເຮັກຕາ ແລະກໍໄດ້ສົ່ງຜົນກະທົບເຮັດໃຫ້ຜົນຜະລິດເຂົ້າໃນລາວ ບໍ່ເປັນໄປຕາມເປົ້າ ໝາຍທີ່ວາງໄວ້ໃນປະລິມານລວມ 3.3 ລ້ານໂຕນ ຫາກແຕ່ວ່າ ກໍສາມາດປະຕິບັດໄດ້ຈິງ
ພຽງ 3 ລ້ານໂຕນເທົ່ານັ້ນ. ສ່ວນກ່ຽວກັບມາດຕະການ ຟື້ນຟູພື້ນທີ່ເຮັດນາພາຍຫຼັງນໍ້າ
ຖ້ວມຄັ້ງໃຫຍ່ທີ່ຜ່ານມານັ້ນ ທ່ານ ວິໄລວັນ ກໍຍອມຮັບວ່າ ດ້ວຍຂໍ້ຈຳກັດດ້ານງົບປະມານ ໄດ້ເຮັດໃຫ້ລັດຖະບານລາວສາມາດຕອບສະໜອງງົບປະມານໃຫ້ກັບການຟື້ນຟູການຜະ
ລິດໃນຊ້ວງລະດູແລ້ງໄດ້ພຽງແຕ່ 30 ຕື້ກີບເທົ່ານັ້ນ ເຊິ່ງກໍເປັນຜົນເຮັດໃຫ້ປະຊາຊົນລາວ ສາມາດປູກເຂົ້ານາແຊງໄດ້ພຽງ 115,000 ເຮັກຕາເທົ່ານັ້ນ ຈາກເປົ້າໝາຍທີ່ວາງໄວ້ເຖິງ
135,000 ເຮັກຕາ ເພາະໄພນໍ້າຖ້ວມໄດ້ເຮັດໃຫ້ຄອງຊົນລະປະທານເປ່ເພໄປນັ້ນເອງ.

ຊາວນາລາວກໍາລັງດໍານາແຊງ ໃນລະດູແລ້ງຂອງປີນີ້
ຊາວນາລາວກໍາລັງດໍານາແຊງ ໃນລະດູແລ້ງຂອງປີນີ້

ດ້ວຍເຫດຜົນນີ້ ເພື່ອເປັນ
ການເພີ່ມປະສິດທິພາບຂອງ
ລະບົບຄອງຊົນລະປະທານ
ເພື່ອໃຫ້ສາມາດຕອບສະໜອງ
ນໍ້າໃຫ້ກັບພື້ນທີ່ເຮັດນາ ໃນຕະ
ຫຼອດປີ 2012 ນີ້ໄດ້ກ້ວາງຂຶ້ນ
ຈຶ່ງເຮັດໃຫ້ລັດຖະບານລາວ
ໄດ້ອະນຸມັດງົບປະມານເຖິງ
130 ຕື້ກີບ ສຳລັບການບູລະ
ນະແລະກໍ່ສ້າງຄອງຊົນລະປະ
ທານເປັນການສະເພາະ.

ກ່ອນໜ້ານີ້ ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານ ດ້ານເສດຖະກິດຂອງລັດຖະບານລາວ ໄດ້ຖະແຫລງເຖິງເປົ້າໝາຍຂອງລັດຖະບານລາວ ກ່ຽວກັບເສີມຂະຫຍາຍການຜະລິດສະບຽງອາຫານ ແລະສິນຄ້າພາຍໃນລາວ ຈາກປັດ
ຈຸບັນ ໄປຈົນເຖິງປີ 2015 ວ່າ ເປົ້າໝາຍສໍາຄັນທີ່ສຸດກໍຄື ການຮັບປະກັນໃຫ້ໄດ້ຢ່າງຄັກ
ແນ່ວ່າ ລາວມີຜົນຜະລິດດ້ານສະບຽງອາຫານຢ່າງພຽງພໍ ກັບການບໍລິໂພກພາຍໃນປະ
ເທດ ແລະສາມາດເພີ້ມການສົ່ງອອກສິນຄ້າໄປຕ່າງປະເທດ ເພື່ອເຮັດໃຫ້ລາວ ບໍ່ຕ້ອງປະ ເຊີນກັບບັນຫາຂາດດຸນການຄ້າຕ່າງປະເທດອີກຕໍ່ໄປ ດັ່ງທີ່ທ່ານ ສົມສະຫວາດ ໄດ້ຖະ ແຫລງຊີ້ແຈງໃນຕອນນຶ່ງວ່າ:

ຊາວນາລາວຜູ້ນຶ່ງໃຊ້ລົດໄຖນາ ເພື່ອຄາດນາໃນລະດູນາປີ ທີ່ຜ່ານມານີ້
ຊາວນາລາວຜູ້ນຶ່ງໃຊ້ລົດໄຖນາ ເພື່ອຄາດນາໃນລະດູນາປີ ທີ່ຜ່ານມານີ້

“ດ້ານສະບຽງອາຫານເຖິງປີ
2015 ຜະລິດເຂົ້າໃຫ້ບັນລຸ
4.2 ລ້ານໂຕນ ສູ້ຊົນຜະລິດ
ຊີ້ນໃຫ້ໄດ້ 221,500 ໂຕນ
ຕໍ່ປີ ແລະສັດນໍ້າໃຫ້ໄດ້
157,200 ໂຕນຕໍ່ປີ ດ້ານ
ການຜະລິດເປັນສິນຄ້າ ສູ້
ຊົນຜະລິດເຂົ້າເພື່ອສົ່ງອອກ
ໃຫ້ໄດ້ປະມານ 8 ແສນເຖິງ
1 ລ້ານໂຕນ ຕໍ່ປີ.”

ແຕ່ຢ່າງໃດກໍຕາມ ສໍາລັບໃນ​ແຜນການ 2010–2011 ທີ່ຜ່ານມາ ກໍປາກົດວ່າ ​ລາວຍັງ
​ຕ້ອງປະ​ເຊີນ​ກັບ​ສະພາວະ​ຂາດ​ດຸນ​ການຄ້າ​ຕ່າງ​ປະ​ເທດ​ເພີ່ມ​ຂຶ້ນ​ເຖິງ ໂດຍສາເຫດທີ່ເຮັດ
ໃຫ້ລາວຕ້ອງປະເຊີນກັບການ​ຂາດ​ດຸນ​ການຄ້າ​ຫລາຍທີ່ສຸດ ກໍຄື ການນໍາເຂົ້າສິນຄ້າອຸບ
ປະໂພກ-ບໍລິໂພກທີ່ກວາມເອົາເຖິງ 72% ຂອງການນໍາເຂົ້າທັງໝົດ ໂດຍສະເພາະແມ່ນ
ນໍ້າມັນເຊື້ອໄຟນັ້ນ ຖືເປັນສິນຄ້າທີ່ເຮັດໃຫ້ລາວຕ້ອງຂາດດູນການຄ້າຕ່າງປະເທດ ເພີ້ມ
ຂຶ້ນຫລາຍທີ່ສຸດ ໂດຍໃນປີ 2011 ນັ້ນ ກໍປາກົດວ່າລາວ ໄດ້ນໍາເຂົ້ານໍ້າມັນເຊື້ອໄຟຈາກ
ຕ່າງປະເທດ ໃນປະລິມານທີ່ຫລາຍກວ່າ 750 ລ້ານລິດ.

XS
SM
MD
LG