ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໘ ຕຸລາ ໒໐໒໔

ລັດ​ຖະ​ບານ ລາວ ຈະ​ດຳ​ເນີນ​ການ​ສຳຫຼວດ​ເພື່ອ​ຈັດ​ທຳ​ແຜນ​ທີ່​ດ້ານ​ຊັບ​ພະ​ຍາ​ກອນ​ຢ່າງ​ລະ​ອຽດ​ໃນ​ທົ່ວ​ປະ​ເທດ ໂດຍ​ໃຊ້​ດາວ​ທຽມ​ສຳຫຼວດ​ຂອງ ຈີນ


ຕະຫຼວດ Long March 6 ບັນ​ທຸກ​ດາວ​ທຽມ​ສຳຫຼວດ​ໂລກ Jilin-1ບິນ​ອອກ​ຈາກ​ສູນ​ປ່ອຍ​ດາວ​ທຽມ ໄຕ​ຢວນ, ແຂວງ ຊານ​ຊີ, ຈີນ, 21 ພະ​ຈິກ 2017.
ຕະຫຼວດ Long March 6 ບັນ​ທຸກ​ດາວ​ທຽມ​ສຳຫຼວດ​ໂລກ Jilin-1ບິນ​ອອກ​ຈາກ​ສູນ​ປ່ອຍ​ດາວ​ທຽມ ໄຕ​ຢວນ, ແຂວງ ຊານ​ຊີ, ຈີນ, 21 ພະ​ຈິກ 2017.

​ສືບ​ເນື່ອງ​ຈາກ​ບັນ​ຫາ​ທີ່​ລັດ​ຖະ​ບານ ລາວ ຍັງບໍ່​ມີ​ງົບ​ປະ​ມານ​ເພື່ອ​ນຳ​ໃຊ້​ໃນ​ການ​ດຳ​ເນີນ​ການ​ສຳຫຼວດ​ເພື່ອ​ການ​ຈັດ​ທຳ​ແຜນ​ທີ່ ກ່ຽວ​ກັບ ແຫຼ່ງ​ຊັບ​ພະ​ຍາ​ກອນ​ແຮ່​ທາດ​ທີ່​ໄດ້​ມາດ​ຕະ​ຖານ​ສາ​ກົນ ທີ່​ຈະ​ຕ້ອງ​ນຳ​ໃຊ້​ງົບ​ປະ​ມານ​ເກີນກວ່າ 24 ລ້ານ​ໂດ​ລາ​ນັ້ນ ຈຶ່ງ​ຕ້ອງ​ຂໍ​ການ​ຊ່ວຍ​ເຫຼືອ​ຈາກ​ລັດ​ຖະ​ບານ ຈີນ ແລະ ລັດ​ຖະ​ບານ ຈີນ ກໍ​ໄດ້​ຕົກ​ລົງ​ທີ່​ຈະ​ໃຫ້​ການ​ຊ່ວຍ​ເຫຼືອ​ຕາມ​ການ​ຮ້ອງ​ຂໍ​ດັ່ງ​ກ່າວ​ຂອງ​ທາງ​ການ ລາວ ເມື່ອບໍ່​ດົນ​ມານີ້​ໂດຍ​ໄດ້​ມອບ​ໝາຍ​ໃຫ້​ກຸ​່ມ​ບໍ​ລິ​ສັດ​ດາ​ວ​ທຽມ ແລະ ເທັກ​ໂນ​ໂລ​ຈີ​ຈຳ​ກັດ​ຂອງ ຈີນ ເປັນ​ພາ​ກ​ສ່ວນ​ຮັບ​ຜິດ​ຊອບ​ດຳ​ເນີນ​ການ​ດັ່ງ​ກ່າວ ດ້ວຍ​ການ​ນຳ​ໃຊ້​ດາວ​ທຽມ BEIDUO ເຂົ້າ​ໃນ​ການ​ສຳຫຼວດ ແລະ ການ​ຈັດ​ທຳ​ແຜນ​ທີ່​ແຫຼ່ງ​ຊັບ​ພະ​ຍາ​ກອນ​ແຮ່​ທາດ​ໃນ​ລາວ​ໃຫ້​ເປັນ​ລະ​ບົບ​ດິ​ຈິ​ຕອ​ລ​ທີ່​ທັນ​ສະ​ໄໝ ຊຶ່ງ​ການ​ຈັດ​ທຳ​ແຜນ​ທີ່​ດັ່ງ​ກ່າວ ກໍ​ຍັງ​ຈະ​ລວມ​ເຖິງການ​ກຳ​ນົດ​ເຂດ​ສຳ​ປະ​ທານ​ຂຸດ​ຄົ້ນ​ແຮ່​ທາດ​ຢ່າງ​ຊັດ​ເຈນ​ອີກ​ດ້ວຍ ເນື່ອງ​ຈາກວ່າ​ການ​ອະ​ນຸ​ຍາດ​ສຳ​ປະ​ທານ​ໃນ​ໄລ​ຍະ​ຜ່ານ​ມາ​ນັ້ນ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ສະ​ພາບ​ແວດ​ລ້ອມ​ທຳ​ມະ​ຊາດ ແລະ ປະ​ຊາ​ຊົນ​ຢ່າງກວ້າງ​ຂວາງ ເພາະ​ເປັນ​ການ​ອະ​ນຸ​ຍາດ​ໂດຍທີ່ປະ​ຊາ​ຊົນ​ໃນ​ທ້ອງ​ຖິ່ນບໍ່​ມີ​ສ່ວນ​ຮ່ວມ​ແຕ່​ຢ່າງ​ໃດ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG