ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວມີລາຍຮັບຈາກຄ່າສຳປະທານທີ່ດິນ ຄິດເປັນອັດຕາສ່ວນ 7.98 ເປີເຊັນ ຂອງລາຍຮັບທັງໝົດຈາກຊັບສິນຂອງລັດ


ການຂຸດຄົ້ນບໍ່ແຮ່ແຫ່ງນຶ່ງ ຢູ່ໃນ ສປປ ລາວ ທີ່ສໍາປະທານໂດຍນາຍທຶນຕ່າງປະເທດ.
ການຂຸດຄົ້ນບໍ່ແຮ່ແຫ່ງນຶ່ງ ຢູ່ໃນ ສປປ ລາວ ທີ່ສໍາປະທານໂດຍນາຍທຶນຕ່າງປະເທດ.

ລັດຖະບານລາວມີລາຍຮັບຈາກຄ່າສຳປະທານທີ່ດິນທີ່ອະນຸຍາດໃຫ້ເອກະຊົນລາວ ແລະ ຕ່າງປະເທດຄິດເປັນອັດຕາສ່ວນ 7.98 ເປີເຊັນ ຂອງລາຍຮັບທັງໝົດຈາກຊັບສິນຂອງລັດ ເພາະການທຸດຈະຣິດຂອງພະນັກງານລັດ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ເຈົ້າໜ້າທີ່ຄະນະກວດກາແຫ່ງລັດ ເປີດເຜີຍວ່າການອະນຸຍາດສຳປະທານທີ່ດິນໃນປີ 2022 ລັດຖະບານລາວມີລາຍຮັບພຽງ 648 ຕື້ກີບ ຊຶ່ງເທົ່າກັບ 13.04 ເປີເຊັນ ເທົ່ານັ້ນຂອງລາຍຮັບທັງໝົດຈາກຊັບສິນຂອງລັດໃນ ປີ 2022 ໃນຂະນະທີ່ບັນດາບໍລິສັດທີ່ໄດ້ຮັບສຳປະທານໄດ້ບຸກເບີກພື້ນທີ່ແລ້ວກວ້າງກວ່າ 6 ແສນເຮັກຕາ ຊຶ່ງຄິດເປັນ 5 ເປີເຊັນ ຂອງພື້ນທີ່ສຳປະທານທັງໝົດ 11 ລ້ານເຮັກຕາໃນ 1,758 ໂຄງການ ແຕ່ເນື່ອງຈາກວ່າເປັນການອະນຸຍາດໂດຍອຳນາດປົກຄອງທ້ອງຖິ່ນຈຳນວນ 1,331 ໂຄງການ ຈຶ່ງເຮັດໃຫ້ມີບັນຫາຫຍຸ້ງຍາກໃນດ້ານການກວດກາ ເພາະວ່າອຳນາດທ້ອງຖິ່ນບໍ່ໃຫ້ການຮ່ວມມືຢ່າງແທ້ຈິງ ອັນຖືເປັນສາເຫດທີ່ສຳຄັນທີ່ເຮັດໃຫ້ລັດຖະບານລາວມີລາຍຮັບຕໍ່າຫຼາຍ ຈາກຄ່າສຳປະທານທີ່ດິນດັ່ງກ່າວ ທັງຍັງປະກົດດ້ວຍວ່າ ບໍລິສັດສ່ວນໃຫຍ່ທີ່ໄດ້ຮັບສຳປະທານທີ່ດິນຈາກລັດຖະບານລາວນັ້ນ ຍັງບໍ່ທັນໄດ້ນຳເງິນລົງທຶນເຂົ້າມາໃນລາວສຳລັບນໍາໃຊ້ເພື່ອພັດທະນາໂຄງການຕ່າງໆຕາມສັນຍາສຳປະທານອີກດ້ວຍ ຊຶ່ງຕາມກົດໝາຍຂອງລາວກໍ່ຈະຕ້ອງດຳເນີນການຍົກເລີກສຳປະທານ ດັ່ງທີ່ເຈົ້າໜ້າທີ່ກວດກາແຫ່ງລັດ ໄດ້ໃຫ້ການອະທິບາຍວ່າ:

ການກວກກາການປະຕິບັດການເຊົ່າສຳປະທານ ການເອົາດິນລັດກັບຄືນມາເປັນຂອງລັດ ໃນກົດໝາຍກໍ່ໄດ້ກຳນົດໃນການມອບສິດນຳໃຊ້ ຖ້າບໍ່ມີການພັດທະນາເກີນ 2 ປີ ບໍ່ມີການເສຍຄ່າທຳນຽມ 3 ປີ ແມ່ນຈະຕ້ອງຖອນສິດ ແລະ ກັບຄືນມາເປັນຂອງລັດ.

ທັງນີ້ ໂດຍຈາກການກວດກາທີ່ຜ່ານມານັ້ນ ພົບວ່າມີການປະເມີນຄ່າສຳປະທານທີ່ດິນຕໍ່າກວ່າສະພາບຕົວຈິງເຖິງ 10 ເທົ່າ ໂດຍພະນັກງານລັດມີສ່ວນໄດ້ຮັບຜົນປະໂຫຍດຈາກການປະເມີນດັ່ງກ່າວ ຊຶ່ງເຫັນໄດ້ຈາກລາຍຮັບຈາກຄ່າສຳປະທານທີ່ດິນຂອງລັດຖະບານລາວໃນປີ 2022 ທີ່ມີມູນຄ່າລວມພຽງ 648 ຕື້ກີບ ຄິດເປັນພຽງ 7.98 ເປີເຊັນ ຂອງລາຍຮັບທັງໝົດທີ່ໄດ້ຈາກຊັບສິນຂອງລັດໃນຊ່ວງປີ 2017-2022 ໃນຂະນະທີ່ບັນດາບໍລິສັດທີ່ໄດ້ຮັບສຳປະທານ ໄດ້ບຸກເບີກທີ່ດິນແລ້ວເກີນກວ່າ 6 ແສນເຮັກຕາ ໃນທົ່ວປະເທດລາວ ດັ່ງທີ່ທ່ານສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຖະແຫຼງຍອມຮັບວ່າ:

ການຈັດເກັບລາຍຮັບຈາກໂຄງການເຊົ່າ ແລະ ສຳປະທານທີ່ດິນຂອງລັດສາມາດເກັບລາຍຮັບເຂົ້າງົບປະມານໄດ້ເພີ່ມຂຶ້ນຈາກ 116.11 ຕື້ກີບ ໃນປີ 2020 ແລ້ວເພີ່ມຂຶ້ນເປັນ 328.71 ຕື້ກີບ ໃນປີ 2021 ແລະ 648.91 ຕື້ກີບ ໃນປີ 2022 ຫຼືທຽບເທົ່າກັບ 13.04% ຂອງລາຍຮັບຂະແໜງຊັບສິນຂອງລັດທັງໝົດ ໂດຍສະເລ່ຍຕະຫຼອດໄລຍະ 2017-2022 ຖຶືວ່າລາຍຮັບຈາກສໍາປະທານທີ່ດິນຂອງລັດກວມປະມານ 7.98% ຂອງລາຍຮັບຂະແໜງຄຸ້ມຄອງຊັບສິນຂອງລັດທັງໝົດ.

ນອກຈາກນັ້ນ ລັດຖະບານລາວຍັງໄດ້ອະນຸຍາດສຳປະທານຂຸດຄົ້ນແຮ່ທາດໄປແລ້ວ 319 ກິດຈະການ ຊຶ່ງເຮັດໃຫ້ມີລາຍຮັບລວມ 1,100 ກວ່າລ້ານໂດລາສະຫະລັດ ໃນຊ່ວງປີ 2016-2022 ແລະ ຍັງມີບໍລິສັດຕ່າງຊາດອີກ 308 ລາຍທີ່ກຳລັງລໍຖ້າການອະນຸຍາດສຳປະທານຈາກລັດຖະບານລາວໃນປັດຈຸບັນ ໂດຍຄາດວ່າທາງການລາວ ຈະພິຈາລະນາແລ້ວເສັດໃນໄວໆນີ້ ຊຶ່ງສ່ວນຫຼາຍກໍ່ແມ່ນບໍລິສັດຈີນ ທີ່ເປັນເຄືອຂ່າຍຂອງກົມໃຫຍ່ສຳຫຼວດທໍລະນີສາດ ແລະ ບໍ່ແຮ່ຂອງລັດຖະບານຈີນ ທີ່ໄດ້ສຳຫຼວດແຫຼ່ງແຮ່ທາດໃນລາວ ນັບແຕ່ປີ 2017 ເປັນຕົ້ນມາ ໂດຍພົບວ່າໃນລາວມີປະລິມານສຳຮອງຂອງແຮ່ຄຳຫຼາຍກວ່າ 17 ລ້ານໂຕນ ແຮ່ທອງແດງກວ່າ 182 ລ້ານໂຕນ ແລະ ຖ່ານຫິນອີກເກີນກວ່າ 375 ລ້ານໂຕນ ຈຶ່ງເຮັດໃຫ້ບັນດາບໍລິສັດຈີນມອງເຫັນຜົນປະໂຫຍດຢ່າງຫຼວງຫຼາຍທີ່ຈະໄດ້ຮັບຈາກການລົງທຶນຂຸດຄົ້ນແຮ່ທາດໃນລາວນັ້ນເອງ.

ທັງນີ້ ລັດຖະບານລາວຄາດວ່າຈະມີລາຍຮັບຈາກການອະນຸຍາດໃຫ້ສຳປະທານການຂຸດຄົ້ນແຮ່ທາດຫຼາຍກວ່າ 1,000 ລ້ານໂດລາ ສຳລັບນຳໃຊ້ເພື່ອການຊຳລະໜີ້ຕ່າງປະເທດ ໃນປີ 2025 ໂດຍລັດຖະບານລາວໄດ້ທົດລອງອະນຸຍາດສຳປະທານຂຸດຄົ້ນແຮ່ທາດແບບເລັ່ງດ່ວນໃຫ້ກັບ 98 ບໍລິສັດຈີນ ນັບແຕ່ປີ 2022 ເປັນຕົ້ນມາ ຊຶ່ງເຮັດໃຫ້ລັດຖະບານລາວມີລາຍຮັບໃນມູນຄ່າລວມກວ່າ 100 ລ້ານໂດລາ ສ່ວນບັນດາບໍລິສັດຈີນ ທີ່ໄດ້ຮັບອະນຸຍາດສຳປະທານດັ່ງກ່າວ ກໍ່ໄດ້ຂຸດຄົ້ນແຮ່ທາດໃນລາວສົ່ງໄປຈີນຫຼາຍກວ່າ 1 ລ້ານໂຕນໃນປີ 2022 ທີ່ຜ່ານມາ ໂດຍສະເພາະແມ່ນການຂຸດຄົ້ນແຮ່ຫາຍາກ (Rare-Earth) ນັ້ນ ບໍລິສັດຈີນໄດ້ຊາລະພັນທະແບບເໝົາຈ່າຍໃຫ້ລັດຖະບານລາວໃນອັດຕາສະເລ່ຍພຽງ 30 ໂດລາ ຕໍ່ 1 ໂຕນເທົ່ານັ້ນ ເນື່ອງຈາກວ່າລັດຖະບານລາວຕ້ອງການເງິນຕາຕ່າງປະເທດຢ່າງຮີບດ່ວນ ເພື່ອນຳໄປດຸ່ນດ່ຽງການຂາດດຸນການຄ້າຕ່າງປະເທດ ຢ່າງຮູນແຮງນັ້ນເອງ.

XS
SM
MD
LG