ລັຖະບານລາວ ລົ້ມແຫລວ ໃນການແກ້ໄຂບັນຫາ ຄວາມທຸກຍາກ ຂອງປະຊາຊົນ ສ່ວນໃຫຍ່ ທີ່ເກີນກວ່າ 70% ຂອງປະຊາກອນທັງໝົດທີ່ຍັງຄົງຕ້ອງດໍາເນີນຊີວິດໂດຍບໍ່ມີໂອກາດຈະເຂົ້າເຖິງສິນຄ້າ ແລະບໍລິການໃດໆອີກດ້ວຍ.
ສະມາຊິກ ສະພາແຫ່ງຊາດລາວ ໃຫ້ທັດສະນະວ່າ ວິກິດການທາງດ້ານເສດຖະກິດ ແລະ ການເງິນ ເປັນສາເຫດສຳຄັນທີ່ເຮັດໃຫ້ ລັດຖະບານລາວ ບໍ່ສາມາດບັນລຸເປົ້າໝາຍ ໃນການລຶບລ້າງຄວາມທຸກຍາກຂອງປະຊາຊົນລາວ ໃນທົ່ວປະເທດຕາມແຜນການໃນປີ 2025 ນີ້ ຢ່າງຄັກແນ່ແລ້ວ ທັງຍັງຈະຕ້ອງເລື່ອນເປົ້າໝາຍອອກໄປອີກ 3 ປີ ເປັນຢ່າງໜ້ອຍ ຍ້ອນວ່າ ວິກິດການເສດຖະກິດ ແລະການເງິນ ໄດ້ສົ່ງຜົນກະທົບຕໍ່ລັດຖະບານເຮັດໃຫ້ເກີດການຂາດເຂີນງົບປະມານຢ່າງໜັກໜ່ວງ ຈຶ່ງບໍ່ສາມາດຕອບສະຫນອງທຶນໃຫ້ກັບບັນດາໂຄງການພັດທະນາຕ່າງໆໄດ້ຢ່າງພຽງພໍ ກັບຄວາມຕ້ອງການຕົວຈິງ ໂດຍຜົນທີ່ຕາມມາ ກໍຄືການຈັດຕັ້ງປະຕິບັດໄດ້ຕ່ໍາກວ່າເປົ້າຫມາຍທີ່ວາງໄວ້ ໃນທຸກໆດ້ານ ດັ່ງທີ່ສະມາຊິກສະພາແຫ່ງຊາດລາວ ໄດ້ຢືນຢັນວ່າ “ຄາດໝາຍການພັດທະນາຊົນນະບົດແລ້ວ ກະແກ້ໄຂຄວາມທຸກຍາກ ຄາດຫມາຍນີ້ ເປັນຄາດຫມາຍທີ່ສໍາຄັນ ແຕ່ວ່າ ຄາດຫມາຍດັ່ງກ່າວນີ້ ບໍ່ເຄີຍປະຕິບັດໄດ້ຕາມແຜນທີ່ສະພາຂອງພວກເຮົາຮັບຮອງໄວ້ຈັກເທື່ອ ຈັດຕັ້ງປະຕິບັດໄດ້ຫນ້ອຍທີ່ສຸດ ຄືພວກເຮົາເຫັນຍູ່ໃນປີ 2024 ການສ້າງຄອບຄົວພົ້ນທຸກໄດ້ພຽງແຕ່ 26% ກໍ່ສ້າງບ້ານພົ້ນທຸກ ກໍໄດ້ຮັບພຽງແຕ່ 12%, ແລ້ວກະການສ້າງຄອບຄົວພັດທະນາ ກໍໄດ້ແຕ່ 11,33% ຍິ່ງໄປກວ່ານັ້ນ ການຈັດສັນທີ່ດິນການຜະລິດກໍໄດ້ພຽງແຕ່ 2% ການຈັດສັນອາຊີບກໍໄດ້ພຽງແຕ່ 4% ເທົ່ານັ້ນ.”
ແຕ່ຢ່າງໃດກໍ່ຕາມ ວິກິດການດັ່ງກ່າວ ກັບຍັງບໍ່ໄດ້ສົ່ງຜົນກະທົບເຮັດໃຫ້ເສດຖະກິດຂອງລາວ ກ້າວໄປສູ່ສະພາວະລົ້ມລະລາຍແຕ່ຍ່າງໃດ ແລະເຖິງແມ່ນວ່າ ລັດຖະບານລາວ ຍັງຕ້ອງປະເຊີນກັບບັນຫາໜີ້ສິນສາທາລະນະ ທີ່ສູງກວ່າ 130% ຂອງມູນຄ່າຜະລິດຕະພັນລວມພາຍໃນ (GDP) ທັງຍັງຂາດດຸນການຄ້າຕ່າງປະເທດ ແລະຂາດດຸນການຊໍາລະບັນຊີເງິນຕາຕ່າງປະເທດ ເພິ່ມຂຶ້ນນັບມື້ ກໍຕາມ ຫາກແຕ່ດ້ວຍເຫດທີ່ປະຊາກອນລາວສ່ວນໃຫຍ່ ຊຶ່ງກວມເອົາຫຼາຍກວ່າ 70% ຂອງປະຊາກອນລາວທັງໝົດນັ້ນ ອາໄສຢູ່ໃນເຂດຊົນນະບົດ ທີ່ດໍາລົງຊີວິດໂດຍບໍ່ມີໂອກາດໄດ້ເຂົ້າເຖິງຕະຫຼາດສິນຄ້າ ແລະບໍລິການໃດໆເລີຍນັ້ນ, ຈຶງເຮັດໃຫ້ພວກເຂົາເຈ້າ ບໍ່ໄດ້ຮັບຜົນກະທົບຈາກວິກິດການເສດຖະກິດ ແລະການເງິນດັ່ງກ່າວນັ່ນເອງ ດັ່ງທີ່ນັກຊ່ຽວຊານທາງດ້ານເສດຖະກິດໃນອາຊຽນ ໄດ້ໃຫ້ການອະທິບາຍວ່າ “ທຸກມື້ນີ້ ລາວນີ່ ພວກເຮົາໄດ້ວິໄຈພວກເຂົາຫຼາຍ ວ່າເຈົ້າເກີດວິກິດການ ມີໜີ້ຕ່າງປະເທດ ເຈົ້າໄປເພິ່ງພາຈີນຫຼາຍໂພດ ຈີນມາກົດຂີ່ຂູດຮີດເຈົ້າ ມາກອບໂກຍເອົາຈາກເຈົ້າ. ແລ້ວຍັງມີບັນຫາເງິນເຟີ້ສູງຫລາຍ ແຕ່ວ່າ ຖ້າຫາກພິຈາລະນາເບິ່ງດີໆ ເມື່ອຖາມວ່າ ຄົນລາວມີບັນຫາຫລາຍແທ້ໆບໍ່ ກໍໃນເມື່ອວ່າປະຊາຊົນ 70% ຢູ່ໃນພາກການກະເສດ ພວກເຈົ້າສິເດືອດຮ້ອນກໍຕໍ່ເມື່ອ ເຈົ້າຢາກໄດ້ໂທລະສັບ ເຈົ້າຢາກຈະຂີ່ລົດຈັກ ນອກຈາກເຈົ້າຈະຕ້ອງຊື້ລົດຈັກແລ້ວ ເຈົ້າກໍຕ້ອງຊື້ນ້ຳມັນມາຕື່ມດ້ວຍ ຄືທີ່ເປັນຍູ່ນີ້. ດັ່ງນັ້ນ, ລະບົບເສດຖະກິດແບບຢັ່ງຊີບນີ້ ມັນບໍ່ແມ່ນວ່າ ມີແຕ່ດ້ານລົບສະເຫມີໄປ ດ້ານບວກມັນກໍຫຼາຍ. ເພາະວ່າ ເມື່ອເຖິງເວລາມີວິກິດການ ພວກເຈົ້າກໍເພິ່ງພາຕະຫຼາດໂລກຫຼາຍເກີນໄປ ມັນກໍຈະມີທາງເລືອກຫນ້ອຍ ເພາະວ່າ ມັນບໍ່ມີບ່ອນໃດທີ່ຈະໃຫ້ພວກເຈົ້າຖອຍກັບໄປເພື່ອດຳລົງຊີວິດຍູ່ໄດ້.”
ໂດຍການຄ້າຕ່າງປະເທດຂອງລາວ ໃນປີ 2024 ມີມູນຄ່າລວມທັງໝົດ 16,350 ລ້ານໂດລາສະຫະລັດ ໃນນັ້ນ ເປັນການສົ່ງອອກ 8,140 ລ້ານໂດລາ ແລະນໍາເຂົ້າ 8,210 ລ້ານໂດລາ ເຮັດໃຫ້ ສປປ ລາວ ຂາດດຸນການຄ້າທັງໝົດພຽງແຕ່ 64 ລ້ານໂດລາເທ່ານັ້ນ ແຕ່ຖ້າຫາກວ່າ ບໍ່ລວມມູນຄ່າການສົ່ງອອກໄຟຟ້າ 979 ລ້ານໂດລາສະຫະລັດ ເຂົ້າໃນມູນຄ່າການສົ່ງອອກທັງໝົດດັ່ງກ່າວ ຍ້ອນວ່າ ລາຍຮັບຈາກການສົ່ງອອກໄຟຟ້ານັ້ນ ຕ້ອງນຳໃຊ້ເພື່ອການຊຳລະຄືນໜີ້ຕ່າງປະເທດເປັນດ້ານຫລັກ ຈຶ່ງເຮັດໃຫ້ ປະເທດລາວຕົກເປັນຝ່າຍທີ່ຂາດດຸນການຄ້າ ແລະຂາດດຸນການຊໍາລະເງິນຕາຕ່າງປະເທດ ຄິດເປັນມູນຄ່າລວມເຖິງ 1,043 ລ້ານໂດລາ ໃນປີ 2024 ດັ່ງກ່າວ.
ຟໍຣັມສະແດງຄວາມຄິດເຫັນ