ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານລາວ ພວມພິຈາລະນາ ປັບລາຄາ ການຊົມໃຊ້ ພະລັງງານໄຟຟ້າ ລົງ


ຫຼັກເສົາສົ່ງກະແສໄຟຟ້າຂະໜາດໃຫຍ່ ເຫັນໄດ້ຢູ່ທົ່ງນາແຫ່ງນຶ່ງໃນລາວ.
ຫຼັກເສົາສົ່ງກະແສໄຟຟ້າຂະໜາດໃຫຍ່ ເຫັນໄດ້ຢູ່ທົ່ງນາແຫ່ງນຶ່ງໃນລາວ.

ລັດຖະບານລາວ ກຳລັງພິຈາລະນາກ່ຽວກັບການປັບລາຄາການຊົມໃຊ້ພະລັງງານໄຟ
ຟ້າລົງ ໃນທຸກພາກສ່ວນ ໂດຍຫວັງທີ່ຈະຫລຸດຜ່ອນຄ່າໃຊ້ຈ່າຍໃນຄົວເຮືອນ ແລະລົດ
ຕົ້ນທຶນການຜະລິດສິນຄ້າ ແລະບໍລິການຕ່າງໆ.

ທ່ານຄຳມະນີ ອິນທິລາດ ລັດຖະມົນຕີວ່າການ ກະຊວງພະລັງການແລະບໍ່ແຮ່ ໃຫ້ການ
ຢືນຢັນວ່າ ລັດຖະບານກຳລັງພິຈາລະນາ ກ່ຽວກັບການປັບລົດລາຄາການຊົມໃຊ້ພະລັງ
ງານໄຟຟ້າ ທັງໃນຄົວເຮືອນ ແລະພາກການຜະລິດສິນຄ້າ ແລະບໍລິການຕ່າງໆໃນທົ່ວ
ປະເທດ ໂດຍມີເປົ້າໝາຍເພື່ອຊ່ວຍຫລຸດຜ່ອນຄ່າໃຊ້ຈ່າຍ ພາຍໃນຄົວເຮືອນ ຂອງ
ປະຊາຊົນ ລາວ ແລະເປັນການຊ່ວຍລົດຕົ້ນທຶນການຜະລິດສິນຄ້າ ແລະບໍລິການຕ່າງໆ
ທັງໃນພາກກະສິກຳ ອຸດສາຫະກຳ ບໍລິການ ແລະທ່ອງທ່ຽວເປັນສຳຄັນ ດັ່ງທີ່ ທ່ານ
ຄຳມະນີ ຢືນຢັນວ່າ:

“ປັດຈຸບັນນີ້ ກຳລັງສຶກສາກ່ຽວກັບເລື້ອງນະໂຍບາຍຫລຸດລາຄາໄຟຟ້າ ທຸກປະເພດ
ແຕ່ວ່າອັນສຳຄັນທີ່ສຸດ ແມ່ນພວກເຮົາແນໃສ່ນະໂຍບາຍຫລຸດລາຄາ ໄຟຟ້າເພື່ອ
ຮັບໃຊ້ໃຫ້ແກ່ຂົງເຂດວຽກງານກະສິກຳ ອຸດສາຫະກຳ ແລະການທ່ອງທ່ຽວ ທັງນີ້
ທັງນັ້ນ ກໍແມ່ນເພື່ອເຮັດແນວໃດ ພວກເຮົາຈະມີການໄດ້ດຶງດູດ ແລະນຳໃຊ້ກະແສ
ໄຟຟ້າທີ່ພວກເຮົາມີຢູ່ພາໃນນີ້ ເຂົ້າຢູ່ໃນວຽກງານການສ້າງສາ ພັດທະນາປະເທດ
ຂອງພວກເຮົາ ໃຫ້ຫຼາຍຂຶ້ນຕື່ມ ອັນນີ້ແມ່ນເປົ້າໝາຍທີ່ສຳຄັນ.”

ປ້າຍສັນຍາລັກ ຂອງລັດວິສາຫະກິດ ໄຟຟ້າລາວ
ປ້າຍສັນຍາລັກ ຂອງລັດວິສາຫະກິດ ໄຟຟ້າລາວ

ໃນປັດຈຸບັນ ລັດວິສາຫະກິດໄຟຟ້າລາວ ຫຼື EDL ໄດ້ຈັດແບ່ງການຊົມໃຊ້ໄຟຟ້າເປັນ
7 ປະເພດ ຄືການຊົມໃຊ້ໄຟຟ້າໃນຄົວເຮືອນ ພາກຊົນລະປະທານ ໜ່ວຍງານຂອງ
ລັດຖະບານ ພາກອຸດສາຫະກຳ ພາກທຸລະກິດ ອົງການສາກົນ ສະຖານບັນເທີງ ແລະ
ໄດ້ແບ່ງການຈັດເກັບຄ່າໄຟຟ້າໃນຄົວເຮືອນເປັນ 6 ອັດຕາຄື ຕັ້ງແຕ່ 348 ກີບ ເຖິງ
999 ກີບຕໍ່ກິໂລວັດ/ໂມງ ສ່ວນນອກນັ້ນ ຈັດເກັບໃນອັດຕາຕັ້ງແຕ່ 516 ກີບ ເຖິງ
1,429 ກີບຕໍ່ກິໂລວັດ/ໂມງ ພ້ອມກັນນັ້ນ ຍັງມີການຈັດເກັບຄ່າບໍລິການ ແລະພາສີ
ມູນຄ່າເພີ້ມໃນອັດຕາ 10 ເປີເຊັນ ຂອງຄ່າໄຟຟ້າໃນແຕ່ລະເດືອນອີກດ້ວຍ.

ທາງດ້ານ ທ່ານສົມຈັນ ພິລາລົມ ຮອງຫົວໜ້າຝ່າຍປະຕິບັດການໄຟຟ້າໃນນະຄອນ
ວຽງຈັນ ຍັງຕິດຄ້າງການຊຳລະຄ່າພະລັງງານໄຟຟ້າດັ່ງກ່າວ ຈຶ່ງເຮັດໃຫ້ເກີດແນວຄິດ
ທີ່ຈະຂໍການປະກອບສ່ວນ ຈາກປະຊາຊົນລາວໃນເຂດນະຄອນຫຼວງວຽງຈັນ ດ້ວຍ
ການຈັດເກັບເພີ້ມເຂົ້າໃນຄ່າຊົມໃຊ້ໄຟຟ້າລາຍເດືອນໃນແຕ່ລະຄົວເຮືອນ ຫາກແຕ່ວ່າ
ການທີ່ຈະສາມາດຈັດຕັ້ງປະຕິບັດຕາມແນວທາງດັ່ງກ່າວນີ້ໄດ້ນັ້ນ ກໍຈະຕ້ອງຜ່ານການ
ຮັບຮອງຂອງສະພາແຫ່ງຊາດລາວເສຍກ່ອນ ຊຶ່ງບໍ່ແມ່ນເລື້ອງງ່າຍ ເພາະປະຊາຊົນ
ລາວ ໃນນະຄອນວຽງຈັນ ໄດ້ພາກັນຄັດຄ້ານຢ່າງກວ້າງຂວາງໃນເວລານີ້.

ພາຍໃຕ້ສະພາບການດັ່ງກ່າວ ຍັງເປັນປັດໄຈທີີ່ຊ້ຳເຕີມເຮັດໃຫ້ EDL ຕ້ອງປະເຊີນກັບ
ບັນຫາໜີ້ສິນທີ່ເພີ້ມຂຶ້ນນັບມື້ອີກດ້ວຍ ເພາະ EDL ຍັງຕ້ອງກູ້ຢືມເງິນທຶນຈາກຕ່າງ
ປະເທດ ເພື່ອນຳມາໃຊ້ຈ່າຍໃນການພັດທະນາແຫລ່ງຜະລິດພະລັງງານໄຟຟ້າ ແລະ
ຂະຫຍາຍລະບົບຕາໜ່າງສາຍສົ່ງກະແສໄຟຟ້າໃຫ້ທົ່ວເຖິງ ໃນທົ່ວປະເທດ ຊຶ່ງເມື່ອ
ສົມທົບ ກັບການຈັດເກັບຄ່າໄຟຟ້າບໍ່ໄດ້ຕາມເປົ້າໝາຍນັ້ນ ກໍຍັງເປັນບັນຫານຶ່ງອີກ
ທີ່ຊ້ຳເຕີມໃຫ້ບັນຫາໜີ້ສິນຂອງ EDL ມີຄວາມຫຍຸ້ງຍາກເພີ້ມຂຶ້ນ ໂດຍສະເພາະກໍ
ແມ່ນຄ່າໄຟຟ້າຂອງບັນດາໜ່ວຍງານຂອງລັດຖະບານັ້ນ ກໍຍັງຖືເປັນພາກສ່ວນ ທີ່
ຈັດເກັບຄ່າໄຟຟ້າບໍ່ໄດ້ຫລາຍທີ່ສຸດອີກດ້ວຍ.

ທັງນີ້ການຊົມໃຊ້ພະລັງງານໄຟຟ້າໃນລາວ ໄດ້ເພີ້ມຂຶ້ນຈາກ 989 ເມກາວັດ ເປັນ
1,180 ເມກາວັດ ໃນປີ 2015-2016 ແລະເພີ້ມຂຶ້ນ ເປັນ 1,579 ເມກາວັດໃນປີ 2017
ຊຶ່ງຄິດເປັນອັດຕາການເພີ້ມຂຶ້ນເຖິງ 33 ເປີເຊັນ ທຽບໃສ່ປີ 2016 ສ່ວນໃນປີ 2018
ການຊົມໃຊ້ໄຟຟ້າໃນລາວ ກໍເພີ້ມຂຶ້ນເປັນເກີນກວ່າ 2,100 ເມກາວັດແລ້ວ ພາຍໃຕ້
ສະພາບການດັ່ງກ່າວ ກໍເຮັໃຫ້ຄາດໝາຍໄດ້ວ່າ ການຊົມໃຊ້ໄຟຟ້າໃນລາວ ຈະເພີ້ມ
ຂຶ້ນເປັນ 2,862 ເມກາວັດໃນປີ 2020.

ໃນປັດຈຸບັນນີ້ ຕາໜ່າງສາຍສົ່ງກະແສໄຟຟ້າໄດ້ໄປເຖິງປະຊາຊົນແລ້ວ 1 ລ້ານກວ່າ
ຄົວເຮືອນ ຊຶ່ງຄິດເປັນ 90 ເປີເຊັນຂອງຄົວເຮືອນທັງໝົດ ຈຶ່ງຍັງເຫຼືອ 122,800 ກວ່າ
ຄົວເຮືອນ ທີ່ຈະຕ້ອງຂະຫຍາຕາໜ່າງສາຍສົ່ງກະແສໄຟຟ້າໄຟໃຫ້ເຖິງຕາມເປົ້າໝາຍ
ພາຍໃນປີ 2020 ແຕ່ການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວ ໄດ້ຢ່າງເປັນຮູບປະທຳ
ນັ້ນ ກໍບໍ່ແມ່ນເລື້ອງງ່າຍ ເພາະຈະຕ້ອງໃຊ້ເງິນທຶນອີກຢ່າງຫຼວງຫຼາຍ ໃນຂະນະທີ່ EDL
ຍັງຕ້ອງປະເຊີນກັບບັນຫາໜີ້ສິນເພີ້ມຂຶ້ນຢ່າງຕໍ່ເນື່ອງ.

XS
SM
MD
LG