ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ​ເລີ້ມ​ໃຫ້​ຄົນສັກ​ຢາກັນ​ໂຄວິດ​ເຂັມ​ທີ​ສາມ​ ​ແລະ​ເຂັມ​ທຳ​ອິດ​ໃຫ້​ແກ່​ເດັກ​ນ້ອຍ ອາ​ຍຸ 12-17 ປີ ແລ້ວ


ການ​ສັກ​ຢາ​ວັກ​ຊີນ​ກັນ​ໂຄວິດ-19 ຢູ່​ໂຮງ​ໝໍ​ເມືອງ​ແຫ່ງ​ນຶ່ງ​ໃນ​ນະ​ຄອນ​ຫລວງວຽງ​ຈັນ
ການ​ສັກ​ຢາ​ວັກ​ຊີນ​ກັນ​ໂຄວິດ-19 ຢູ່​ໂຮງ​ໝໍ​ເມືອງ​ແຫ່ງ​ນຶ່ງ​ໃນ​ນະ​ຄອນ​ຫລວງວຽງ​ຈັນ

ທ້າມ​ກາງ​ການ​ລະ​ບາດ​ຂອງ​ພະ​ຍາດໂຄວິດ-19 ຮອບ​ສາມ​ທີ່​ມີ​ທ່າ​ອ່ຽງ​ການຕິດແປດໄວຣັສເພີ້ມ​ຂຶ້ນຕື່ມ ​ມາ​ໄດ້ເກືອບ 4 ເດືອນ​ຢູ່ນີ້ ລັດ​ຖະ​ບານ​ລາວ​ໄດ້​ເລີ້ມ​ປະ​ກາດ​ໃຫ້​ຄົນ​ທີ່​ມີ​ເງື່ອນ​ໄຂເໝາະ​ສົມ​ໄປ​ຮັບ​ການ​ສັກ​ຢາ​ວັກ​ຊິນ​ເຂັມ​ທີ 3 ຫລື ເຂັມເພີ້ມ​ທີ່​ເອີ້ນ​ເປັນ​ພາ​ສາ​ອັງ​ກິດ​ວ່າ Booster ນັ້ນ. ​ຊຶ່ງ​ການ​ສັກ​ຢາ​ທີ່​ວ່ານີ້​ໄດ້​ເລີ້ມ​ມີ​ຂຶ້ນ​ຕັ້ງ​ແຕ່ເດືອນພະ​ຈິກ​ຜ່ານ​ມາ ດັ່ງ​ການບອກ​ເລົ່າ​ຂອງ ດ​ຣ. ມະ​ນີ​ວອນ ທິ​ແກ້​ວ, ຜູ້ທີ່​ໄດ້​ຕິດ​ຕາມ​ເບິ່ງ​ເລື້ອງ​ນີ້​ຢູ່​ໃນ​ລາວ​ ຊຶ່ງ​ທ່ານ​ນາງ​ເວົ້າ​ວ່າ:

ທ່າ​ນາງ​ເລົ່າ​ສູ່​ຟັງ​ອີກວ່າ​ລັດ​ຖະ​ບານ​ລາວໄດ້ເປີດກວ້າງ​ໃຫ້​ຄົນ​ໄປ​ສັກ​ວັກຊີນ​ທີ່​ວ່ານີ້ ແລະ​ພະ​ຍາ​ຍາມປຸກລະດົມ​ໃຫ້​ປະ​ຊາ​ຊົນຜູ້ທີ່ຍັງບໍ່ທັນໄດ້ສັກຢາວັກຊີນຈັກເຂັມເທື່ອ ​ຢູ່​ໃນ​ທຸກ​ພາກຂອງ​ປະ​ເທດ ບໍ່​ວ່າ​ຈະ​ຢູ່​ໃນ​ຕົວ​ເມືອງ​ຫລື​ໃນ​ເຂດ​ຊົນ​ນະ​ບົດ​ກໍ​ຕາມ ​ໃຫ້ໄປ​ສັກ ດັ່ງ​ທີ່​ທ່ານ​ນາງ​ເວົ້າ​ສູ່​ຟັງ​ວ່າ:

ສ່ວນ​ແຮງ​ງານ​ລາວ​ຢູ່​ໄທ​ນັ້ນ, ​ເມື່ອ​ວັນ​ທີ 3 ທັນ​ວາ​ຜ່ານ​ມາ, ທາງ​ສະ​ຖານ​ທູດລາວ ປະຈຳບາງກອກ ກໍ​ໄດ້​ອອກ​ແຈ້ງ​ການ​ໃຫ້​ເຂົາ​ເຈົ້າ​ໄປ​ຮັບ​ຢາ​ວັກ​ຊີນໂດຍບໍ່​ຕ້ອງ​ເສຍ​ຄ່າ ແລະ​ກໍ​ບໍ່ຈຳເປັນ​ມີ​ການ​ນັດ​ໝາຍ ຢູ່​ທີ່​ສູນສັກ​ຢາເຍົາ​ວະ​ຊົນ​ໄທ-ຍີ່​ປຸ່ນ​ດິນ​ແດງ ​ໃນ​ບາງ​ກອກ ລະຫວ່າງ ວັນ​ທີ 17-19 ຊຶ່ງ​ເຂົາ​ເຈົ້າ​ຈະ​ໄດ້ສັກ​ຢາທີ່​ເປັນ​ສອງ​ຊະ​ນິດ​ຕ່າງ​ກັນ ​ຄື​ເຂັ​ມ​ທີນຶ່ງຈະ​ແມ່ນ​ຢາ​ຊີ​ໂນ​ວັກ ແລະ​ເຂັມ​ທີ 2 ແມ່ນ​ຢາ​ແອ​ສ​ຕ​ຣາ​ເຊັນ​ເນ​ກາ.

​ພ້ອມ​ກັນ​ນັ້ນ ທາງ​ການ​ລາວກໍ​ໄດ້​ປ່ຽນເປົ້າ​ໝາຍ​ທີ່​ຈະ​ສັກວັກ​ຊີນຄົບ​ຖ້ວນໃຫ້​ໄດ້ 50 ເປີ​ເຊັນມາ​ເປັນ 70 ເປີ​ເຊັນ​ຂອງພົນ​ລະ​ເມືອງ​ທັງ​ໝົດ​ພາຍ​ໃນທ້າຍ​ປີນີ້.

ສ່ວນສະຫະລັດນັ້ນ​ກຳ​ລັງຈະມອບວັກຊິນໄຟເຊີ ຈຳນວນ 1 ລ້ານ 7 ແສນໂດສ ໃຫ້ແກ່ ສປປ ລາວໂດຍຜ່ານໂຄງການໂຄແວັກອີງ​ຕາມ​ຄຳ​ຖະ​ແຫລງ​ຂອງສະ​ຖານເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ​ປະ​ຈຳ​ລາວ ທີ່​ຂຽນ​ລົງ​ໃນ​ໜ້າ​ເຟັ​ສ​ບຸກ​ຂອງ​ຕົນ. ແລະ​ໃນ​ວັນ​ພຸດ​ວານນີ້ ລາວ​ກໍ​ໄດ້​ຮັບ​ຢາວັກ​ຊີນແອ​ສ​ຕ​ຣາ​ເຊັນ​ເນ​ກາ​ເພີ້ມໃນ​ຈຳ​ນວນ 283,400 ໂດ​ສ​ ຈາກ​ການ​ຊ່ວຍ​ເຫລືອ​ຂອງ​ມາ​ເລ​ເຊຍ, ຊຶ່ງ​ເຮັດ​ໃຫ້​ລັດ​ຖະ​ບານ​ລາວຄາດ​ວ່າຢາວັກ​ຊີນ​ຈຳ​ນວນນີ້ຈະ​ຊ່ວຍປະ​ກອບ​ສ່ວນ​ເຮັດ​ໃຫ້ລາວ​ສາ​ມາດ​ບັນ​ລຸ​ຄາດ​ໝາຍນີ້​ໄດ້, ອີງ​ຕາມສູນ​ຂ່າວ​ສານ​ການ​ແພດ​ສຸ​ຂະ​ສຶກ​ສາ​ຂອງ​ລາວ.

XS
SM
MD
LG