ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ລາວຄາດວ່າ ເສດຖະກິດ ຈະຂະຫຍາຍຕົວ ເຖິງ 7.9 ເປີເຊັນ ໃນປີ 2016-2017


ໂຮງຜະລິດໄຟຟ້າ ດ້ວຍພະລັງງານຄວາມຮ້ອນ ຈາກຖ່ານລິກໄນທ໌ ຢູ່ທີ່ເມືອງ ຫົງຫາ ແຂວງໄຊຍະບູລີ
ໂຮງຜະລິດໄຟຟ້າ ດ້ວຍພະລັງງານຄວາມຮ້ອນ ຈາກຖ່ານລິກໄນທ໌ ຢູ່ທີ່ເມືອງ ຫົງຫາ ແຂວງໄຊຍະບູລີ

ລັດຖະບານລາວ ຄາດໝາຍວ່າ ເສດຖະກິດລາວ ຈະຂະຫຍາຍຕົວເພີ້ມຂຶ້ນເຖິງ 7.9 ເປີເຊັນ ໃນແຜນການປີ 2016-2017 ໂດຍເປັນຜົນຈາກພາກບໍລິການ ແລະພາກພະ ລັງງານໄຟຟ້າ ທີ່ມີການຂະຫຍາຍຕົວເພີ້ມຂຶ້ນຢ່າງຕໍ່ເນື່ອງ.

ທ່ານລີເບີ ລີບົວປາວ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ໄດ້ຖະແຫລງໃຫ້ ການຄາດໝາຍວ່າ ເສດຖະກິດລາວ ຈະເຕີບໂຕປະມານ 7.7 ເປີເຊັນ ໃນແຜນການປີ 2015-2016 ໂດຍເປັນຜົນຈາກການຂະຫຍາຍຕົວ ຂອງຂະແໜງພະລັງງານໄຟຟ້າ ແລະອຸດສາຫະກຳປຸງແຕ່ງ ສ່ວນໃນແຜນການປີ 2016-2017 ເສດຖະກິດລາວກໍຍັງ ຈະຂະຫຍາຍຕົວເພີ້ມຂຶ້ນໃນອັດຕາສະເລ່ຍເຖິງ 7.9 ເປີເຊັນ ໂດຍເປັນຜົນການເຕີບ ໂຕຂອງຂະແໜງບໍລິການ ແລະພະລັງງານໄຟຟ້າ ໃນຂະນະທີ່ຂະແໜງບໍ່ແຮ່ ຈະປະ ກອບສ່ວນນ້ອຍລົງເລື້ອຍໆ.

ແຕ່ຢ່າງໃດກໍຕາມ ລັດຖະບານລາວ ໄດ້ວາງຄາດໝາຍການພັດທະນາເສດຖະກິດ ໃຫ້ ຂະຫຍາຍຕົວເພີ້ມຂຶ້ນບໍ່ນ້ອຍກວ່າ 7.5 ເປີເຊັນ ຕໍ່ປີ ໃນຕະຫລອດການຈັດຕັ້ງປະຕິບັດ ແຜນການພັດທະນາເສດຖະກິດ ແລະສັງຄົມແຫ່ງຊາດ ລະຍະ 5 ປີ ຄັ້ງທີ 8 ໃນຊ່ວງປີ 2016-2020 ໂດຍຈະເຮັດໃຫ້ມູນຄ່າຜະລິດຕະພັນລວມພາຍໃນ (GDP) ຖົວສະເລ່ຍ ເປັນລາຍຮັບ ຂອງປະຊາຊົນລາວໄດ້ເຖິງ 3,100 ຕໍ່ຄົນ ໃນປີ 2020.

ທ່ານສົມດີ ດວງດີ ລັດຖະມົນຕີວ່າການ ກະຊວງແຜນການ ແລະການລົງທຶນ
ທ່ານສົມດີ ດວງດີ ລັດຖະມົນຕີວ່າການ ກະຊວງແຜນການ ແລະການລົງທຶນ

​ຫາກແຕ່ວ່າ ການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ກໍຈະຕ້ອງ ຊຸກຍູ້ໃຫ້ພາກກະສິກຳຂະຫຍາຍຕົວເພີ້ມຂຶ້ນ 3.2 ເປີເຊັນຕໍ່ປີ ສ່ວນພາກອຸດສາຫະກຳ ແລະພາກບໍລິການ ກໍຈະຕ້ອງຂະຫຍາຍຕົວເພີ້ມຂຶ້ນ 9.3 ເປີເຊັນ ແລະ 8.9 ເປີເຊັນ ຕໍ່ປີຕາມລຳດັບ ຊຶ່ງເຮັດໃຫ້ຈຳເປັນຈະຕ້ອງລະດົມເງິນລົງທຶນ ທີ່ຈະນຳໃຊ້ໃນໂຄງການ ພັດທະນາຕ່າງໆ ຂອງລັດຖະບານລາວ ໃຫ້ໄດ້ເຖິງ 27 ຕື້ໂດລາ ໃນລະຍະ 5 ປີ ດັ່ງ ກ່າວໂດຍໃນນີ້ ເປັນການລົງທຶນພາກລັດຖະບານ 24-28 ເປີເຊັນພາກເອກະຊົນ 54-58 ເປີເຊັນ ແລະສິນເຊື່ອ ໃນລະບົບທະນາຄານ 19-21 ເປີເຊັນ ຂອງມູນຄ່າ ການລົງທຶນ ທັງໝົດ ທັງຍັງຈະຕ້ອງຄວບຄຸມອັດຕາເງິນເຟີ້ ແລະປະລິມານເງິນທຶນໝຸນວຽນ ໃຫ້ໄດ້ ຕາມເປົ້າໝາຍ-ແຜນການທີ່ວາງໄວ້ອີກດ້ວຍ ດັ່ງທີ່ ທ່ານສົມດີ ດວງດີ ລັດຖະມົນຕີ ວ່າການ ກະຊວງແຜນການ ແລະການລົງທຶນ ໄດ້ໃຫ້ການຢືນຢັນວ່າ:

“ອັດຕາເງິນເຟີ້ ຢູ່ໃນລະດັບທີ່ເໝາະສົມ ອັນນີ້ ກໍໄດ້ສົມທົບກັບທະນາຄານ ເພິ່ນວ່າ ບໍ່ໃຫ້ເກີນ 6 ເປີເຊັນ ສູງສຸດ ຮັບປະກັນສະຖຽນລະພາບທາງດ້ານອັດຕາແລກປ່ຽນ ຢູ່ໃນຂອບເຂດ ທີ່ຄຸ້ມຄອງໄດ້ ການເພີ້ມຂຶ້ນຂອງ ປະລິມານເງິນອອກສູ່ຂອດຈະລາ ຈອນ ຫຼືີ M2 ໃຫ້ສອດຄ້ອງກັບການຂະຫຍາຍຕົວ ຂອງເສດຖະກິດ ຄາດຄະເນ ລາຍຮັບງົບປະມານລວມໃນ 5 ປີ ໄດ້ລະຫວ່າງ 23-25 ເປີເຊັນ ຂອງ GDP ໃນນັ້ນ ລາຍຮັບພາຍໃນ ໄດ້ປະມານ 20-22 ເປີເຊັນ ຂອງ GDP.”

ແຕ່ຢ່າງໃດກໍຕາມ ທະນາຄານໂລກ ໄດ້ຄາດໝາຍວ່າ ເສັດຖະກິດລາວ ຂະຫຍາຍຕົວ ເພີ້ມຂຶ້ນ 6.4 ເປີເຊັນ ໃນລະຍະແຜນການປີ 2014-2015 ທຽບໃສ່ແຜນການປີ 2013 -2014 ໂດຍມີສາເຫດສຳຄັນມາຈາກການຕົກຕ່ຳລົງ ໃນພາກການສົ່ງສິນຄ້າອອກໄປ ຕ່າງປະເທດ ເນື່ອງຈາກລະດັບຄວາມຕ້ອງການສິນຄ້າ ທີ່ຕ່ຳລົງໃນທົ່ວໂລກ ທີ່ສົມທົບ ດ້ວຍການຕົກຕ່ຳຂອງການປ່ອຍສິນເຊື່ອ ໃນລະບົບທະນາຄານ ໃນທົ່ວປະເທດລາວ.

ທະນາຄານໂລກ ຄາດວ່າ ການຂະຫຍາຍຕົວທາງເສດຖະກິດຂອງລາວຂຶ້ນໃນປີ 2016 ສອດຄ້ອງກັບການຄາດໝາຍຂອງ ທ່ານສົມດີ ທີ່ໄດ້ຢືນຢັນວ່າ ເສດຖະກິດຂອງລາວຈະ ຂະຫຍາຍຕົວເພີ້ມຂຶ້ນບໍ່ຕ່ຳກວ່າ 7.5 ເປີເຊັນ ໃນແຜນການປີ 2015-2016 ແຕ່ຄະນະ ຊ່ຽວຊານຂອງທະນາຄານພັດທະນາເອເຊຍ (ADB) ເຊື່ອວ່າ ເສດຖະກິດໃນລາວ ຈະຂະ ຫຍາຍຕົວເພີ້ມຂຶ້ນພຽງ 7.3 ເປີເຊັນ ເທົ່ານັ້ນ ໃນປີ 2015-2016.

ກ່ອນໜ້ານີ້ ກະຊວງແຜນການແລະການລົງທຶນ ລາຍງານວ່າ ໃນແຜນການປີ 2014- 2015 ລັດຖະບານລາວໄດ້ວາງເປົ້າໝາຍການພັດທະນາເສດຖະກິດ ໃຫ້ຂະຫຍາຍຕົວ ເພີ້ມຂຶ້ນ ໃນອັດຕາສະເລ່ຍ 7.5 ເປີເຊັນ ແຕ່ວ່າການທີ່ຈະຮັບປະກັນໄດ້ຢ່າງຄັກແນ່ວ່າ ເສດຖະກິດຂອງລາວ ຈະຂະຫຍາຍຕົວໃນອັດຕາດັ່ງກ່າວໄດ້ ຢ່າງແທ້ຈິງນັ້ນ ກໍຈະຕ້ອງ ລະດົມທຶນໃຫ້ໄດ້ຫຼາຍກວ່າ 39,690 ຕື້ກີບ ຫຼື 32 ເປີເຊັນ ຂອງ GDP ຕະຫຼອດປີ.

ແຕ່ວ່າລັດຖະບານລາວ ກໍສາມາດປະກອບສ່ວນໄດ້ພຽງ 3,300 ຕື້ກີບ ຫຼືບໍ່ເຖິງ 10 ເປີ ເຊັນ ເທົ່ານັ້ນ ສ່ວນທີ່ເຫຼືອ ກໍຕ້ອງລະດົມ ຈາກການລົງທຶນຂອງເອກະຊົນລາວ ແລະ ຕ່າງຊາດໃນມູນຄ່າເຖິງ 18,200 ຕື້ກີບ ລວມການຊ່ວຍເຫຼືອ ຈາກນານາຊາດ ແລະເພີ້ມ ວົງເງິນສິນເຊື່ອ ໃນປະເທດອີກເຖິງ 18,190 ຕື້ກີບ.

XS
SM
MD
LG