ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວວ່າ ເສດຖະກິດຈະຂະຫຍາຍຕົວ ເກືອບ 8% ໃນປີນີ້


ນາຍົກລັດຖະມົນຕີລາວ ທ່ານບົວສອນ ບຸບຜາວັນ
ນາຍົກລັດຖະມົນຕີລາວ ທ່ານບົວສອນ ບຸບຜາວັນ

ລັດຖະບານ​ລາວ​ຄາດໝາຍ​ວ່າ ​ເສ​ດຖະກິດ​ຂອງ​ລາວ​ໃນ​ໄລຍະ​ແຜນການ​ພັດທະນາ​ປະຈໍາປີ 2010-2011 ຈະຂະຫຍາຍຕົວ​ເພີ່ມ​ຂຶ້ນ​ໃນ​ອັດຕາ​ສະ​ເລ່ຍບໍ່​ຕໍ່າ​ກວ່າ 8%.​ ສ່ວນ​ໃນ​ໄລຍະ​ແຜນການ​ປະ​ຈໍາປີ 2009-2010 ທີ່ກໍາລັງ​ຈະ​ສິ້ນ​ສຸດ​ລົງ​ໃນ​ທ້າຍ​ເດືອນ​ກັນຍາ​ນີ້​ ກໍ​ເຊື່ອ​ວ່າ ​ເສດ​ຖະກິດ​ຂອງ​ລາວ​ຈະ​ຂະຫຍາຍຕົວ​ເພີ່ມ​ຂຶ້ນບໍ່​ຕໍ່າ​ກວ່າ 7.8%.

ທ່ານ​ບົວ​ສອນ ບຸບຜາ​ວັນ ນາຍົກລັດຖະມົນຕີລາວ ​ໄດ້​ຖະ​ແຫລ​ງຕໍ່​ກອງ​ປະຊຸມ​ຮ່ວມ​ ລະຫວ່າງ​ກະຊວງ​ການ​ເງິນ ກັບ​ກະຊວງ​ແຜນການ​ແລະ​ການ​ລົງທຶນ ​ທີ່​ໄດ້​ຈັດ​ຂຶ້ນຢ່າງ​ເປັນ​ທາງ​ການ​ ລະຫວ່າງ​ວັນ​ທີ່ 14-15 ​ເດືອນ​ກັນຍາ​ນີ້ ຢູ່​ນະຄອນ​ວຽງ​ຈັນ ​ວ່າ​ເປົ້າໝາຍ​ສູ້​ຊົນ​ຂອງ​ລັດຖະບານ​ລາວ ​ໃນ​ຕະຫລອດ​ໄລຍະ​ແຜນການ​ພັດທະນາ​ທາງ​ເສດຖະກິດ​ແລະ​ສັງຄົມ​ແຫ່ງ​ຊາດ​ ປະ​ຈໍາປີ​ 2010-2011 ນີ້​ ກໍ​ຄື​ການ​ເຮັດ​ໃຫ້​ຍອດ​ຜະ​ລິດ​ລວມພາຍ​ໃນ​ປະ​ເທດ​ ຫລື GDP ຂະຫຍາຍ​ຕົວ​ເພີ່ມ​ຂຶ້ນ​ໃຫ້​ໄດ້​ບໍ່​ຫລຸດ 8% ຊຶ່ງ​ກໍ​ຈະ​ເຮັດ​ໃຫ້​ມູນ​ຄ່າ GDP ນັ້ນ​ ສາມາດ​ຄິດ​ສະ​ເລ່ຍ​ເປັນ​ລາຍ​ໄດ້​ຂອງ​ປະຊາຊົນ ​ໄດ້​ເຖິງ 9.6 ລ້ານ​ກີບ​ຫລື​ປະມານ 1,130 ​ໂດ​ລາ​ຕໍ່​ຄົນ​ຕໍ່​ປີ ​ໂດຍ​ການ​ທີ່​ຈະ​ເຮັດ​ໃຫ້​ເປົ້າໝາຍດັ່ງກ່າວ​ສາມາດ​ເກີດ​ຂຶ້ນ​ໄດ້​ຢ່າງ​ແທ້​ຈິງ​ນັ້ນ ກໍ​ມີ​ຄວາມ​ຈໍາ​ເປັນ​ທີ່​ຈະ​ຕ້ອງ​ຊຸກຍູ້​ໃຫ້ການ​ຜະລິດ​ໃນ​ພາກ​ກະສິກໍາ-ປ່າ​ໄມ້ ​ມີ​ການ​ຂະຫຍາຍ ຕົວເພີ່ມ​ຂຶ້ນບໍ່​ໜ້ອຍ​ກວ່າ 3.5% ​ແລະ​ພາກ​ບໍລິການ​ກໍ​ຈະ​ຕ້ອງ​ຂະຫຍາຍຕົວ​ບໍ່​ຕໍ່າ​ກວ່າ 6.7% ສ່ວນ​ພາກ​ອຸດສາຫະກໍາ​ນັ້ນ ​ກໍ​ຈະ​ຕ້ອງ​ຂະຫຍາຍຕົວ​ເຖິງ 17.3%.

ສໍາລັບ​ໃນ​ດ້ານ​ງົບປະມານ​ລາຍ​ຮັບ-ລາຍ​ຈ່າຍ​ນັ້ນ ທ່ານ​ບົວ​ສອນ ກໍ​ໄດ້​ເນັ້ນ​ຍໍ້າວ່າ​ລັດຖະບານ​ລາວ​ຈະ​ສູ້​ຊົນ​ເພື່ອ ​ເຮັດ​ໃຫ້​ສາມາດ​ຈັດ​ເກັບ​ລາຍ​ຮັບ​ໃຫ້​ໄດ້​ບໍ່​ໜ້ອຍ​ກວ່າ 20.8% ຂອງ​ມູນ​ຄ່າ GDP ​ແລະ​ຖ້າ​ຫາກ​ວ່າການ​ດໍາ​ເນີນງານ​ເປັນ​ໄປ​ຕາມ​ແຜນການ​ທີ່​ວາງ​ເອົາ​ໄວ້​ດັ່ງກ່າວ ກໍ​ຍັງ​ ຈະ​ເຮັດ​ໃຫ້​ຈໍານວນ​ຄົວ​ເຮືອນ​ທີ່​ຍາກຈົນ​ໃນ​ລາວ ​ເຫລື​ອຢູ່ ບໍ່​ເກີນ 19% ຂອງ​ຈໍານວນ​ຄົວ​ເຮືອນ​ທັງ​ໝົດ​ໃນ​ລາວ​ອີກ​ດ້ວຍ. ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ບົວ​ສອນກໍຍອມຮັບ​ວ່າ​ ບໍ່​ແມ່ນ​ເລຶ່ອງງ່າຍໆ ທີ່​ລັດຖະບານ​ລາວ​ຈະ​ສາມາດ​ບັນ​ລຸ​ເປົ້າໝາຍ​ດັ່ງກ່າວ​ໄດ້ ​ເນຶ່ອງຈາກ​ວ່າລັດຖະ ບານ​ລາວ​ຍັງ​ຈະ​ຕ້ອງ​ປະ​ເຊີນ​ກັບ​ບັນຫາ​ແລະ​ອຸບປະສັກ​ໃນ​ຫລາຍໆ​ດ້ານ ດັ່ງ​ທີ່​ທ່ານ​ບົວ​ສອນ ໄດ້​ຖະ​ແຫລ​ງຊີ້​ແຈງ​ວ່າ:

“ການ​ຄຸ້ມ​ຄອງ​ແລະ​ດັດສົມ​ຂອງ​ລັດຖະບານ​ເຮົາ​ກໍ​ຍັງ​ມີ​ຫລາຍ​ບັນຫາ​ທີ່​ຈະ​ຕ້ອງ​ເອົາ​ໃຈ​ໃສ່​ແກ້​ໄຂ​ເພີ່ມ​ຕື່ມ​ອີກ ​ເປັນຕົ້ນ​ກໍ​ແມ່ນ​ການ​ຄຸ້ມ​ຄອງ​ດ້ານ​ເສດຖະກິດ​ມະຫາພາກ ການ​ເງິນ ການ​ທະນາຄານ ການ​ຄ້າ ລາຄາ ​ແລະ​ດ້ານ​ອື່ນໆ​ ທີ່​ອາດ​ຈະ​ເຮັດ​ໃຫ້​ເກີດ​ສະພາບ​ປັ່ນ​ປ່ວນ​ຂຶ້ນ​ໄດ້​ ຖ້າ​ຫາກ​ວ່າ​ມີ​ການ​ປ່ອຍປະ​ລະ​ເລີຍ ຫລື​ວ່າ​ບໍ່​ມີ​ການ​ ຊີ້​ນໍາ​ຢ່າງໄກ້​ຊິດ​ ຫລື​ບໍ່​ມີ​ການ​ປະສານ​ງານ​ກັນ​ຢ່າງ​ເປັນ​ເອກ​ກະ​ພາບ”

ຫາກ​ແຕ່​ວ່າ​ສໍາລັບ​ໃນ​ໄລຍະ​ແຜນການ​ປີ 2009-2010 ທີ່​ກໍາລັງ​ຈະ​ສິ້ນ​ສຸດ​ລົງ​ໃນ​ທ້າຍ​ເດືອນ​ກັນ​ຍາ​ນີ້ ທ່ານ​ບົວສອນ ບຸບຜາ​ວັນ ກໍ​ໄດ້​ຢືນຢັນ​ວ່າ​ດ້ວຍ​ການ​ຟື້ນ​ຕົວ​ຂຶ້ນຢ່າງ​ໄວ​ເກີນ​ຄາດ ໝາຍ​ຂອງ​ເສດຖະກິດ​ໂລກ​ໃນ​ປັດ​ຈຸ​ບັນ ​ໄດ້​ເຮັດ​ໃຫ້​ລັດຖະບານລາວ​ມີ​ການ​ປັບ​ເປົ້າໝາຍ​ການ​ຂະຫຍາຍຕົວ​ຂອງ GDP ຂອງ​ລາວ​ມີ​ມູນ​ຄ່າ​ລວມ​ເຖິງ 54,225 ຕື້​ກີບ ຫລື​ວ່າ​ປະມານ 6,450 ພັນ​ລ້ານ​ໂດ​ລາ​ຕາມ​ອັດຕາ​ແລກປ່ຽນ​ໃນ​ປັດຈຸບັນ​.

ສ່ວນ​ພາກ​ການ​ຜະລິດ​ທີ່​ຈະ​ມີ​ການ​ຂະຫຍາຍຕົວ​ເພີ່ມ​ຂຶ້ນຫລາຍ​ທີ່​ສຸດ​ນັ້ນ ກໍ​ຄື​ພາກ​ອຸດສາຫະ ກໍາ​ທີ່​ຈະ​ຂະຫຍາຍຕົວ​ເຖິງ 17% ຕິດຕາມ​ດ້ວຍ​ພາກ​ບໍລິການ​ທີ່​ຈະ​ຂະ​ຫຍາ​ຍຕົວ​ບໍ່​ໜ້ອຍ​ກວ່າ 6.7% ​ແລະ​ພາກ​ກະສິກໍາ-ປ່າ​ໄມ້​ ກໍຈະ​ຂະຫຍາຍຕົວ​ບໍ່​ຕໍ່າ​ກວ່າ 3.2% ​ໂດຍ​ພາຍ​ໃຕ້​ສະພາບ​ການ​ດັ່ງກ່າວ​ນີ້ ກໍ​ຈະເປັນ​ຜົນ​ເຮັດໃຫ້​ພາກ​ບໍລິການ​ ມີມູນ​ຄ່າ​ທາງ​ເສດຖະກິດ​ກວມ​ເອົາ 32.9% ຂອງ​ມູນ​ຄ່າ GDP. ​ສ່ວນ​ພາກ​ກະ​ສີ​ກໍາ-ປ່າ​ໄມ້​ ກໍ​ກວມ​ເອົາ 29% ຂອງມູນ​ຄ່າ GDP ​ແລະ​ພາກ​ອຸດສາຫະກໍາ​ນັ້ນກໍ​ກວມ​ເອົາ​ເຖິງ 25.5%​ ຂອງ​ມູນ​ຄ່າ GDP. ສ່ວນ​ນອກ​ນັ້ນກໍ ​ເປັນ​ມູນ​ຄ່າ​ທາງ​ເສດຖະກິດ ທີ່ີມາ​ຈາກ​ພາສີ​ອາກອນ​ ແລະ​ຄ່າ​ທໍາ​ນຽມ​ຕ່າງໆ​ຂອງ​ພາກ​ລັດ.

XS
SM
MD
LG