ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວມີອັດຕາ ການຂະຫຍາຍໂຕ ຂອງເສດຖະກິດ ທີ່ສູງທີ່ສຸດ ໃນເອເຊຍ


ບໍ່ແຮ່ ພູເບ້ຍ ທີ່ລາວ
ບໍ່ແຮ່ ພູເບ້ຍ ທີ່ລາວ
​ເສດ​ຖະກິດ​ຂອງ​ລາວ​ຂະຫຍາຍຕົວ​ເພີ່ມ​ຂື້ນ​ໃນ​ອັດຕາ​ສະ​ເລ່ຍ
ສູງ​ສຸດ​ໃນ​ທະວີບ​ເອ​ເຊຍ ຫາກ​ແຕ່​ວ່າ​ກໍ​ຕ້ອງ​ແລກ​ມາ​ດ້ວຍ​ການ​
ທໍາລາຍ​ຊັບພະຍາກອນ​ທໍາ​ມະ​ຊາດ​ຢ່າງຫຼວງຫຼາຍ ​ໂດຍ​ສະ​
ເພ​າະ​ແມ່ນ​ແຮ່​ທາດ​ແລະ​ປ່າ​ໄມ້.

ສືບເນື່ອງຈາກການທີ່ທະນາຄານໂລກໄດ້ສະເໜີລາຍງານກ່ຽວ
ກັບການພັດທະນາທາງເສດຖະກິດ ໃນພູມິພາກເອເຊຍ ແລະ
ປາຊິຟິກປະຈໍາປີ ໃນອາທິດຜ່ານມານີ້ວ່າ ສະເພາະການພັດທະ
ນາທາງເສດຖະກິດຂອງລາວນັ້ນ ມີມູນຄ່າຜະລິດລວມພາຍໃນ
ຫຼື GDP ເພີ່ມຂຶ້ນໃນອັດຕາສະເລ່ຍເຖິງ 8.2% ເມື່ອທຽບກັບປີ
2011 ນັ້ນ ບໍ່ພຽງແຕ່ຈະຖືວ່າສອດຄ່ອງກັນກັບລາຍງານຂອງ
ທະນາຄານພັດທະນາເອເຊຍ ຫຼື ADB ເທົ່ານັ້ນ ຫາກແຕ່ກໍຍັງ
ຖືເປັນການຂະຫຍາຍຕົວທາງເສດຖະກິດ ໃນອັດຕາສະເລ່ຍ
ສູງສຸດໃນເອເຊຍ ອີກດ້ວຍ.

ທັງນີ້ ລາຍງານຂອງ ADB ກໍຍັງໄດ້ລະບຸວ່າ ເສດຖະກິດຂອງລາວໄດ້ຂະຫຍາຍຕົວເພີ່ມ ຂຶ້ນຢ່າງຕໍ່ເນື່ອງ ໃນອັດຕາສະເລ່ຍທີ່ບໍ່ຕໍ່າກວ່າ 7.5% ນັບເປັນໄລຍະເວລາ 10 ກວ່າປີ ມາແລ້ວ ແລະສໍາລັບໃນປີ 2012 ທີ່ຜ່ານມານີ້ ການຂະຫຍາຍຕົວທງເສດຖະກິດຂອງ ລາວ ຍັງໄດ້ແຊງໜ້າປະເທດຈີນເປັນປີທີ່ສອງຕິດຕໍ່ກັນ ສ່ວນປະເທດສະມາຊິກ ໃນກຸ່ມອາຊ່ຽນ
ດ້ວຍກັນທີ່ມີເສດຖະກິດຂະຫຍາຍຕົວເປັນອັນດັບ 2 ຮອງຈາກລາວນັ້ນ ກໍແມ່ນ ກໍາປູເຈຍ ຕິດຕາມມາດ້ວຍອິນໂດນີເຊຍ ຟິລິບປິນ ມຽນມາ ຫວຽດນາມ ມາເລເຊຍ ໄທ ບຣູໄນ ແລະສິງຄະໂປ ຕາມລໍາດັບ.

ສໍາລັບປັດໄຈສໍາຄັນ ທີ່ຊຸກຍູ້ໃຫ້ເສດຖະກິດໃນລາວມີການຂະຫຍາຍຕົວເພີ່ມຂຶ້ນດັ່ງກ່າວ ນັ້ນ ກໍແມ່ນການຂະຫຍາຍຂອງການຜະລິດ ໃນພາກອຸດສາຫະກໍາຂຸດຄົ້ນບໍ່ແຮ່ທາດທີ່ ສົມທົບດ້ວຍການຜະລິດໃນພາກພະລັງງານ ທີ່ກໍາລັງມີການກໍ່ສ້າງເຂື່ອນຜະລິດກະແສ ໄຟຟ້າ ຫຼາຍໂຄງການຢູ່ໃນລາວເວລານີ້.

ພິທີເຊັນສັນຍາໃຫ້ເງິນຊ່ວຍເຫລືອຈໍານວນ 83 ລ້ານໂດລາ ຈາກທະນາຄານພັດທະນາເອເຊຍ ແກ່ລາວ
ພິທີເຊັນສັນຍາໃຫ້ເງິນຊ່ວຍເຫລືອຈໍານວນ 83 ລ້ານໂດລາ ຈາກທະນາຄານພັດທະນາເອເຊຍ ແກ່ລາວ

ແຕ່ຢ່າງໃດກໍຕາມ ທັງທະນາຄານໂລກ ແລະ ADB ກໍໄດ້ເຕືອນ
ວ່າ ການພັດທະ ນາທາງເສດຖະກິດຂອງລາວ ທີ່ມີການຂຸດຄົ້ນ ຊັບພະຍາກອນທໍາມະຊາດຢ່າງຫຼວງຫຼາຍນັ້ນ ຈະບໍ່ສົ່ງຜົນດີ ຕໍ່ ການພັດທະນາເສດຖະກິດໃນໄລຍະຍາວ ເພາະບໍ່ພຽງ ແຕ່ຈະ ເຮັດໃຫ້ຊັບພະຍາກອນທໍາມະຊາດຕ້ອງລົດນ້ອຍຖອຍລົງໄປ
ເລື້ອຍໆ ເທົ່ານັ້ນ ຫາກແຕ່ກໍຍັງຈະສົ່ງຜົນກະທົບຕໍ່ສະພາບ
ແວດລ້ອມທໍາມະຊາດໃນລາວອີກດ້ວຍ ໂດຍສະເພາະແມ່ນ
ການຕັດໄມ້ທໍາລາຍປ່າ ແລະການຂຸດຄົ້ນແຮ່ທາດນັ້ນ.

ທາງດ້ານທ່ານ ສຸລິວົງ ດາລາວົງ ລັດຖະມົນຕີວ່ການກະຊວງພະ
ລັງງານ ແລະບໍ່ແຮ່ໄດ້ຖະແຫຼງຍອມຮັບວ່າ ການບໍລິຫານງານຂອງພາກລັດທີ່ກ່ຽວຂ້ອງ ໂດຍກົງກັບພາກອຸດສາຫະກໍາຂຸດຄົ້ນແຮ່ທາດ ໃນລາວຍັງມີບັນຫາໃນຫຼາຍໆດ້ານ ໂດຍ ສະເພາະແມ່ນໃນດ້ານການກວດສອບການປະຕິບັດຕາມສັນຍາສໍາປະທານ ໃນໂຄງການ ຕ່າງໆນັ້ນ ກໍຍັງຕ້ອງປະເຊີນກັບບັນຫາຫຍຸ້ງຍາກໃນດ້ານເອກກະສານ ແລະການປະຕິ ບັດຕົວຈິງອີກດ້ວຍ ດັ່ງທີ່ທ່ານສຸລິວົງ ໄດ້ໃຫ້ການຊີ້ແຈງວ່າ:

“ຮູບການທີ່ນຶ່ງແມ່ນມີການຂໍສໍາປະທານຊອກຄົນສໍາຫຼວດຫຼາຍເຂດ ຫຼາຍບ່ອນ ແລະຫຼາຍທາດ ຮູບການທີ່ສອງແມ່ນຂໍຕໍ່ອາຍຸການຊອກຄົ້ນແລະສໍາຫຼວດ ຫຼື ຕໍ່ອາຍຸສັນຍາຕ່າງໆ ຫຼາຍຄັ້ງ ຮູບການທີ່ສາມແມ່ນຂໍຂະຫຍາຍເນື້ອທີ່ ຮູບການ
ທີ່ສີ່ ກະແມ່ນຂໍທົດແທນເນື້ອທີ່ບໍ່ເສດຖະກິດ ໝາຍຄວາມວ່າຂໍປ່ຽນເອົາເນື້ອ ທີ່ໃໝ່ອີກ.”


ໃນປັດຈຸບັນ ລັດຖະບານລາວໄດ້ອະນຸມັດສໍາປະທານການສໍາຫຼວດ ແລະຂຸດຄົ້ນບໍ່ແຮ່ໃນ ລາວແກ່ບັນດາບໍລິສັດເອກກະຊົນລາວ ແລະຕ່າງຊາດໄປແລ້ວເຖິງ 184 ບໍລິສັດ ຊຶ່ງໃນນີ້ ເປັນຕ່າງຊາດ 140 ບໍລິສັດ ທີ່ໄດ້ຮັບສໍາປະທານໃນ 200 ກວ່າໂຄງການ ສ່ວນອີກ 100 ກວ່າໂຄງການນັ້ນ ກໍເປັນສໍາປະທານຂອງເອກກະຊົນລາວ ຈໍານວນ 40 ກວ່າບໍລິສັດ ຊຶ່ງ ສ່ວນໃຫຍ່ກໍາລັງລໍຖ້າ ທີ່ຈະຮ່ວມທຶນກັບຕ່າງ ຊາດໃນໄລຍະຕໍ່ໄປ.
XS
SM
MD
LG