ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາວຄາດວ່າເສດຖະກິດຈະ ຂະຫຍາຍໂຕ 7.8% ໃນປີນີ້


ທາງໃນຕຶກ The Mall ທີ່ຕະຫລາດເຊົ້າວຽງຈັນ ຕອນສ້າງແລ້ວໃໝ່ໆເມື່ອສອງ-ສາມປີຜ່ານມາ
ທາງໃນຕຶກ The Mall ທີ່ຕະຫລາດເຊົ້າວຽງຈັນ ຕອນສ້າງແລ້ວໃໝ່ໆເມື່ອສອງ-ສາມປີຜ່ານມາ

ນາຍົກລັດຖະມົນຕີລາວຄາດໝາຍວ່າ ເສດຖະກິດລາວໃນຕະຫລອດແຜນການ ປະຈຳປີ 2009 – 2010 ນີ້ ຈະຂະຫຍາຍຕົວເພີ່ມຂື້ນເຖິງ 7.8 ເປີເຊັນ ໃນຂະນະທີ່ ປະທານສະພາແຫ່ງຊາດກັບລະບຸວ່າ ການບໍລິຫານງານຂອງລັດຖະບານ ຍັງຈະຕ້ອງ ມີການປັບປຸງແກ້ໄຂໃນຫລາຍໆດ້ານ.

ທ່ານບົວສອນ ບຸບຜາວັນ ນາຍົກລັດຖະມົນຕີລາວໄດ້ຖະແຫລງຢືນຢັນ ຕໍ່ກອງປະຊຸມສະໄໝ ສາມັນຄັ້ງທີ່ 9 ຂອງສະພາແຫ່ງຊາດລາວຊຸດທີ່ 6 ຊຶ່ງໄດ້ໄຂຂື້ນຢ່າງເປັນທາງການ ໃນວັນທີ່ 14 ເດືອນມິຖຸນາຜ່ານມານີ້ວ່າ ສະພາວະການຟື້ນຕົວຂື້ນຢ່າງວ່ອງໄວເກີນຄາດໝາຍຂອງ ເສດຖະກິດ ໂລກໃນປັດຈຸບັນນີ້ ໄດ້ເປັນຜົນເຮັດໃຫ້ລັດຖະບານລາວໄດ້ປັບເປົ້າໝາຍການຂະຫຍາຍ ຕົວທາງເສດຖະກິດ ຈາກເດີມ 7.5 ເປີເຊັນ ເປັນ 7.8 ເປີເຊັນ ໃນໄລຍະແຜນການປະຈຳປີ 2009 - 2010 ແລ້ວໃນຂະນະນີ້ ໂດຍການປັບເປົ້າໝາຍດັ່ງກ່າວນີ້ ກໍຍັງຈະເປັນຜົນເຮັດໃຫ້ມູນຄ່າຍອດ ຜະລິດຕະພັນລວມພາຍໃນປະເທດ ຫລື GDP ໃນຕະຫລອດໄລຍະແຜນການປະຈຳປີ 2009 – 2010 ນີ້ ມີມູນຄ່າລວມເຖິງ 54,225 ຕື້ກີບ ຫລືປະມານ 6,450 ລ້ານໂດລາ ສະຫະລັດ ຕາມອັດຕາແລກປ່ຽນໃນປັດຈຸນັ້ນນີ້ອີກດ້ວຍ ແລະພາກສ່ວນການຜະລິດທີ່ຈະມີການຂະຫຍາຍຕົວ ເພີ່ມຂື້ນຫລາຍທີ່ສຸດນັ້ນ ກໍແມ່ນພາກອຸດສາຫະກຳແລະຫັດຖະກຳ ຊຶ່ງຄາດໝາຍ ວ່າຈະຂະຫຍາຍຕົວເພີ່ມຂື້ນເຖິງ 17 ເປີເຊັນ ຕິດຕາມດ້ວຍ ພາກບໍລິການທີ່ຂະຫລາຍຕົວໃນອັດ ຕາສະເລ່ຍ 6.7 ເປີເຊັນ ແລະພາກກະສິກຳກໍຂະຫຍາຍຕົວ ໃນອັດຕາສະເລ່ຍບໍ່ໜ້ອຍກວ່າ 3.2 ເປີເຊັນ ຊຶ່ງຖ້າຫາກການຄາດໝາຍດັ່ງກ່າວເກີດຂື້ນ ກໍຈະເປັນຜົນເຮັດໃຫ້ພາກບໍລິການມີມູນຄ່າ ທາງເສດຖະກິດ ກວມເອົາ 32.9 ເປີເຊັນຂອງມູນຄ່າ GDP ແລະພາກກະສິກຳກໍຈະກວມເອົາ 29 ເປີເຊັນ. ສ່ວນພາກອຸດສາຫະກຳແລະຫັດຖະກຳນັ້ນ ກໍຈະກວມເອົາ 25.5 ເປີເຊັນຂອງມູນ ຄ່າ GDP. ນອກນັ້ນ ກໍຈະເປັນມູນຄ່າທາງເສດຖະກິດທີ່ມາຈາກພາສີອາກອນ ແລະຄ່າທຳນຽມຕ່າງໆຂອງພາກລັດຖະບານ.

ຍິ່ງໄປກວ່ານັ້ນ ທ່ານບົວສອນຍັງໄດ້ເນັ້ນຍ້ຳດ້ວຍວ່າ ຖ້າຫາກທຸກຢ່າງເປັນໄປຕາມເປົ້າໝາຍດັ່ງ ກ່າວ ກໍຍັງຈະເຮັດໃຫ້ GDP ໃນແຜນການປີ 2010 - 2011 ຂະຫຍາຍຕົວໃນອັດຕາສະເລ່ຍ ລະຫວ່າງ 8 - 8.5 ເປີເຊັນອີກດ້ວຍ. ທາງດ້ານທ່ານທອງສິງ ທຳມະວົງ ປະທານສະພາແຫ່ງ ຊາດລາວ ກໍໄດ້ຖະແຫລງໃນໂອກາດດຽວກັນນີ້ວ່າ ການບໍລິຫານງານຂອງລັດຖະລານລາວໃນ ໄລຍະທີ່ຜ່ານມານີ້ເຖິງແມ່ນວ່າຈະເປັນໄປຕາມເປົ້າໝາຍ ທີ່ ວາງເອົາໄວ້ໃນຫລາຍດ້ານກໍຕາມ ຫາກແຕ່ກໍປາກົດວ່າມີຫລາຍດ້ານເຊັ່ນກັນ ທີ່ຈະຕ້ອງດຳເນີນການປັບປຸງແກ້ໄຂໃຫ້ດີຂື້ນ ດັ່ງທີ່ ທ່ານທອງສິງ ໄດ້ຖະແຫລງຢືນຢັນໃນຕອນນຶ່ງວ່າ:

“ການຄຸ້ມຄອງເສດຖະກິດມະຫະພາກຍັງບໍ່ທັນເຂັ້ມແຂງ ການຄຸ້ມຄອງລາຍຮັບລາຍຈ່າຍງົບປະ ມານຍັງບໍ່ທັນເຂັ້ມງວດຕາມລະບຽບກົດໝາຍ ການພັດທະນາຊົນນະບົດເພື່ອແກ້ໄຂຄວາມທຸກ ຍາກ ບໍ່ທັນບັນລຸໄດ້ຕາມຈຸດປະສົງແລະລະດັບຄາດໝາຍ ການແກ້ໄຂສິ່ງຍໍ່ທໍ້ຕ່າງໆໃນສັງຄົມບໍ່ ທັນເຮັດຢ່າງຈິງຈັງ ການຍົກສູງປະສິດທິພາບຂອງການຄຸ້ມຄອງລັດ ການບໍລິຫານການຄຸ້ມຄອງ ໂດຍກົດໝາຍຍັງບໍ່ທັນສັກສິດ”

ຍິ່ງໄປກວ່ານັ້ນ ທ່ານທອງສິງຍັງໄດ້ເນັ້ນຍ້ຳດ້ວຍວ່າ ບັນຫາທີ່ປະຊາຊົນລາວໄດ້ພາກັນຮ້ອງຮຽນ ມາເຖິງຄະນະປະຈຳສະພາແຫ່ງຊາດຫລາຍທີ່ສຸດ ແລະສະເໜີໃຫ້ລັດຖະບານດຳເນີນມາດຕະການ ແກ້ໄຂຢ່າງຮີບດ່ວນນັ້ນ ກໍຄືບັນຫາແລະຂໍ້ຂັດແຍ້ງກ່ຽວກັບທີ່ດິນທຳກິນ ເນຶ່ອງຈາກວ່າໃນປັດຈຸບັນ ນີ້ ຍັງມີປະຊາຊົນລາວອີກຈຳນວນບໍ່ໜ້ອຍທີ່ບໍ່ມີທີ່ດິນທຳກິນ. ສ່ວນປະຊາຊົນລາວທີ່ມີທີ່ດິນທຳກິນແລ້ວນັ້ນ ກັບຕ້ອງປະສົບບັນຫາເຂດສຳປະທານ ທີ່ດິນຂອງເອກກະຊົນລາວແລະຕ່າງຊາດ ໄດ້ໄປກວມເອົາທີ່ດິນຂອງພວກເຂົາເຈົ້າ.

ນອກຈາກນີ້ ທ່ານທອງສິງ ກໍໄດ້ສະແດງຄວາມກັງວົນໃຈຕໍ່ສະພາບການກ່ຽວກັບການປ່ຽນແປງ ພື້ນທີ່ການກະເສດ ໄປເປັນເຂດທີ່ຢູ່ອາໃສ ແລະ ເຂດອຸດສາຫະກຳຕ່າງໆ ທີ່ເພີ່ມຫລາຍຂື້ນນັບມື້ ໂດຍບໍ່ມີການຄວບຄຸມ ຊຶ່ງກໍຈະກະທົບຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານໃນໄລຍະຕໍ່ໄປຢ່າງ ຫລີກລ້ຽງບໍ່ໄດ້ ສ່ວນການພັດທະນາດ້ານການສຶກສານັ້ນ ກໍໄດ້ຈັດສັນງົບປະມານໃນລະດັບທີ່ຕ່ຳ ຫລາຍ ຊຶ່ງກໍເຊັ່ນດຽວກັນກັບດ້ານສາທາລະ ນະສຸກ ທີ່ປາກົດວ່າຍັງມີເດັກນ້ອຍອາຍຸຕ່ຳກວ່າ 5 ປີ ຄິດເປັນສັດສ່ວນເຖິງ 38 ເປີເຊັນ ທີ່ຂາດອາຫານທີ່ຈຳເປັນຕໍ່ການຈະເຮີນເຕີບໂຕ ຈຶ່ງເຮັດ ໃຫ້ ອັດຕາການເສຍຊີວິດຂອງເດັກນ້ອຍລາວ ຍັງຢູ່ໃນລະດັບທີ່ສູງກວ່າປະເທດສະມາຊິກໃນກຸ່ມອາຊ່ຽນດ້ວຍກັນ.

XS
SM
MD
LG