ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອຸດສາຫະກໍາເສື້ອຜ້າສົ່ງອອກຂອງລາວ ຕົກຢູ່ໃນ ສະພາວະໃກ້ຈະລົ້ມລະລາຍ


ອຸດສາຫະກໍາແຜ່ນແພຂອງລາວ
ອຸດສາຫະກໍາແຜ່ນແພຂອງລາວ

ບັນດາ​ນັກ​ເສດຖະສາດ​ລາວ​ເຕືອນ​ວ່າ ອຸດສາຫະກໍາ​ຜະລິດ​ເສື້ອ​ຜ້າ​ສໍາ​ເລັດ​ຮູບ​ໃນ​ລາວ​ ມີ​ຄວາມ​ສ່ຽງ​ສູງ​ທີ່​ຈະ​ລົ້ມ​ລະລາຍ​ ເນຶ່ອງຈາກ​ວ່າການ​ແຂງ​ຄ່າ​ເງິນ​ກີບ​ໄດ້​​ເຮັດ​ໃຫ້​ ບັນດາ​ຜູ້​ສົ່ງ​ອອກ​ເສື້ອຜ້າ​ສໍາ​ເລັດ​ຮູບ​ໄປ​ຕ່າງ​ປະ​ເທດ ​ຕ້ອງ​ປະ​ເຊີນ​ກັບ​ສະພາວະ​ການ​ຂາດທຶນ​ຢ່າງ​ໜັກ.

ບັນດາ​ນັກ​ເສດຖະສາດ​ໃນ​ສະ​ຖາ​ບັນ​ວິ​ໃຈ​ເສດຖະກິດ​ແຫ່ງ​ຊາດ​ລາວ ​ໄດ້​ສະ​ເໜີ​ລາຍ​ງານ​ການ​ວິ​ໃຈ ​ທີ່​ກ່ຽວຂ້ອງ​ກັບ​ສະຖານະ​ການ​ຂອງ​ຄ່າ​ເງິນ​ກີ​ບ ​ແລະ​ຜົນ​ກະທົບ​ຕໍ່​ພາກ​ການ​ຜະລິດ​ໃນ​ລາວ​ເມື່ອ​ບໍ່​ນານ​ມາ​ນີ້​ວ່າ ການແຂງ​ຄ່າ​ຂຶ້ນຂອງ​ເງິນ​ກີບ​ ໃນ​ອັດຕາ​ສະ​ເລ່ຍ 4.8% ຕໍ່​ປີ​ ເມື່ອ​ທຽບ​ໃສ່​ກັບ​ເງິນ​ໂດ​ລາ​ສະຫະລັດ ​ແລະ 5.5% ຕໍ່​ປີ ​ເມື່ອ​ທຽບ​ໃສ່​ກັບ​ເງິນ​ບາດ​ຂອງ​ໄທ ນັບ​ຕັ້ງ​ແຕ່​ປີ ​2006 ​ເປັນ​ຕົ້ນ​ມາ​ນັ້ນ ​ໄດ້​ສົ່ງ​ຜົນ​ກະທົບ​ທັງ​ໃນ​ດ້ານ​ບວກ ​ແລະດ້ານ​ລົບ​ຕໍ່​ເສດຖະ ກິດ.

ໂດຍ​ຜົນ​ກະທົບ​ໃນ​ດ້ານ​ບວກ​ນັ້ນ ກໍ​ຄື ​ເຮັດ​ໃຫ້​ພາກ​ການ​ຜະລິດ​ໃນ​ລາວ​ສາມາດ ​ທີ່​ຈະ​ນໍ​າ​ເຂົ້າສິນ​ຄ້າ​ປ​ະ​ເພດ​ທຶນ ໄດ້ຫລາຍ​ຂຶ້ນ ​ໂດຍ​ສະ​ເພາະ​ແມ່ນ​ສິນຄ້າ​ທຶນ​ປະ​ເພດທີ່​ເປັນ​ເທ​ກ​ໂນໂລ​ຈີ່​ສະ​ໄໝ​ໃໝ່​ ອັນ​ຈະ​ເປັນ​ປະ​ໂຍດ​ຕໍ່​ການ​ພັດທະນາ​ອຸດສາຫະກໍາ​ການ​ຜະລິດ​ສິນຄ້າ​ຕ່າງໆ​ໃນ​ລາວ ​ແລະ​ໃນ​ຂະນະ​ດຽວ​ກັນ ການ​ແຂງ​ຄ່າ​ຂຶ້ນຂອງ​ເງິນ​ກີບ ກໍ​ຍັງ​ມີ​ສ່ວນ​ເຮັດ​ໃຫ້​ລາຄາ​ຈໍາໜ່າຍ​ສິນຄ້າ​ໃນ​ລາວ​ ມີ​ການ​ປັບ​ຕົວ​ສູງ​ຂຶ້ນ​ໃນ​ອັດຕາ​ສະ​ເລ່ຍ ພຽງ​ແຕ່ 0.5% ​ໃນ​ແຕ່ລະ ​ປີ​ເທົ່າ​ນັ້ນ​ອີກ​ດ້ວຍ.

ຍິ່ງ​ໄປ​ກວ່າ​ນັ້ນ ສະພາວະ​ການ​ແຂງ​ຄ່າ​ຂຶ້ນຂອງ​ເງິນ​ກີບ​ດັ່ງກ່າວ​ ກໍ​ຍັງ​ມີ​ສ່ວນ​ຢ່າງ​ສຳຄັນ​ໃນ​ການ​ເຮັດ​ໃຫ້​ ປະຊາ ຊົນ​ລາວ​ພາກັນ​ຫັນ​ມາ​ໃຊ້​ຈ່າຍ​ ຫລື​ຊຳລະ​ລາຄາ​ສິນຄ້າ​ແລະ​ບໍລິການ​ຕ່າງໆ​ນັ້ນ ​ດ້ວຍ​ເງິນ​ກີບ​ຂອງ​ລາວ​ເພີ່​ມຂຶ້ນ ຈາກ 37% ​ໃນ​ປີ 2004 ​ມາເປັນ​ຫລາຍ​ກວ່າ 57% ​ແລ້ວ​ໃນ​ຂະນະ​ນີ້ ຊຶ່ງ​ກໍ​ໄດ້​ສົ່ງ​ຜົນ​ດີ​ຕໍ່​ການ​ເສີມ​ສ້າງ​ຄວາມ ຊື່ອ​ຖື​ຂອງ​ປະຊາຊົນ​ລາວ​ແລະ​ຊາວ​ຕ່າງ​ຊາດ ​ທີ່​ມີ​ເງິນ​ກີບ​ຂອງ​ລາວ​ຫລາຍ​ຂຶ້ນນັບ​ມື້ ອັນ​ຖື​ເປັນ​ເງຶ່​ອນ​ໄຂ​ສຳຄັນ ​ທີ່ຈະ​ເຮັດ​ໃຫ້​ເງິນ​ກີບ​ຂອງ​ລາວ​ເປັນ​ທີ່​ຍອມຮັບ​ໃນ​ຕະຫລາດ​ແລກປ່ຽນ​ເງິ​ນຕາ​ຂອ​ງ​ໂລກ ​ໃນ​ໄລຍະ​ຕໍ່​ໄປ.

ແຕ່​ຢ່າງ​ໃດ​ກໍ​ຕາມ ລາຍ​ງານ​ການ​ວິ​ໃຈກ່າວ​ນີ້​ກໍ​ໄດ້​ເນັ້ນ​ຍໍ້າວ່າ​ ພາກ​ການ​ຜະລິດ​ຫລື​ພາກສ່ວນ​ທີ່​ໄດ້​ຮັບ​ຜົນກະທົບ​ດ້ານ​ລົບ​ ຈາກ​ການ​ແຂງຄ່າ​ຂຶ້ນຂອງ​ເງິນ​ກີບ ​ໃນ​ຕະຫລອດ​ໄລຍະ​ນັບ​ຈາກ​ປີ 2006 ​ເປັນ​ຕົ້ນ​ມາ​ ຈົນ​ເຖິງປັດຈຸ​ບັນ​ນີ້ ກໍ​ຄື​ພາກ​ອຸດສາຫະກໍາ​ຜະລິດ​ເສື້ອ​ຜ້າ​ສໍາ​ເລັດ​ຮູບ​ເພື່ອ​ການ​ສົ່ງ​ອອກ​ໄປ​ຕ່າງປະ​ເທດ ກັບ​ພາກ​ບໍລິການ​ແລະການທ່ອງທ່ຽວ ຊຶ່ງ​ມີ​ລາຍ​ຮັບ​ສ່ວນ​ໃຫຍ່​ເປັນ​ເງິນ​ໂດ​ລາ​ສະຫະລັດ​ແລະ​ເງິນ​ບາດ ຫາກ​ແຕ່​ກັບ​ມີ​ລາຍ​ຈ່າຍ​ເປັນເງິນ​ກີບ. ​ເພາະ ສະ​ນັ້ນ ໃນ​ເມື່ອ​ວ່າ​ເງິນ​ໂດ​ລາ​ສະຫະລັດ​ແລະ​ເງິນ​ບາດ​ໄດ້​ອ່ອນ​ຄ່າ​ລົງ ​ເມື່ອ​ທຽບ​ໃສ່​ກັບ​ເງິນ ກີບຂອງ​ລາວ​ ຈຶ່ງ​ເຮັດ​ໃຫ້​ພາກ​ການຜະລິດ​ດັ່ງກ່າວ​ນີ້​ ມີ​ລາຍ​ຮັບ​ລົດ​ລົງ ​ເມື່ອ​ຕ້ອງການ​ແລກ ປ່ຽນ​ເງິນໂດ​ລາສະຫະລັດແລະ​ເງິນ​ບາດ​ ມາ​ເປັນ​ເງິນ​ກີບ​ສຳລັບ​ໃຊ້​ຈ່າຍ​ເປັນ​ຄ່າ​ຈ້າງ​ແຮງງານ ແລະ​ການ​ຊໍາລະ​ລາຄາ​ສິນຄ້າ​ແລະ​ບໍລິການຕ່າງໆ ຢູ່ໃນ​ລາວ​ນັ້ນ​ເອງ.

ທາງ​ດ້ານ​ທ່ານ​ອ່ອນ​ສີ ບຸດ​ສີ​ວົງ​ສັກ ປະທານ​ສະມາຄົມ​ອຸດສາຫະກໍາ​ຜະລິດ​ເສື້ອ​ຜ້າ​ສຳ​ເລັດ​ຮູບ​ໃນ​ລາວ​ ກໍ​ໄດ້ໃຫ້ການ​ຢືນຢັນ​ວ່າ ບັນດາ​ຜູ້​ປະກອບ​ການ ຫລື​ປະກອບ​ທຸລະ​ກິດໃນ​ພາກ​ອຸດສາຫະກໍາ​ຜະລິ​ດ​ເສື້ອ​ຜ້າ​ສຳ​ເລັດ​ຮູບໃນ​ລາວ ຕ່າງ​ກໍ​ຕ້ອງ​ໄດ້ແບກຮັບ​ສະພາວະ​ການ​ຂາດທຶນ​ມາ​ຢ່າງ​ຕໍ່​ເນຶ່ອງ​ ​ແລະ​ເມື່ອ​ຕ້ອງ​ມາ​ຖືກ​ກະທົບ​ດ້ວຍ​ວິ​ກິດ​ການ​ທາງ​ເສດຖະກິດ​ການ​ເງິນ​ໂລກ​ດ້ວຍ​ແລ້ວ ກໍ​ເຮັດ​ໃຫ້​ມີ​ຜູ້​ປະກອບ​ການ​ຫລາຍ​ລາຍ​ທີ່​ໄດ້​ພາກັນ​ປິດ​ໂຮງງານໄປ​ແລ້ວ ​ແລະ​ຍັງ​ຈະມີ​ການ​ປິດ​ໂຮງງານ​ເພີ່ມ​ຂຶ້ນອີກ​ເລື້ອຍໆ ຖ້າ​ຫາກ​ວ່າ​ບໍ່​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ທາງ​ດ້ານ​ນະ​ໂຍບາຍ​ ຈາກ​ລັດຖະບານ​ລາວ​ຢ່າງ​ເທົ່າ​ທັນ ກັບ​ສະຖານະ​ການ. ດັ່ງ​ທີ່​ທ່ານ​ອ່ອນ​ສີ ​ໄດ້​ສະ​ແດງ​ການ​ຮຽກຮ້ອງ​ແລະ​ຊີ້​ແຈງ​ຕໍ່​ສະພາບການ​ທີ່​ເກີດ​ຂຶ້ນດັ່ງກ່າວ​ນີ້​ວ່າ:

“ຖ້າ​ສິ​ເວົ້າ​ເລຶ່ອງລາຄາ​ຕົກ​ຕໍ່າ ຕົ້ນ​ທຶນ​ການ​ຜະລິດ​ເພີ່ມ​ຂຶ້ນ ກໍາ​ໄລ​ກໍ​ຫາຍ​ແລ້ວ ຄັນ​ຖ້າ​ກໍາ​ໄລ​ຫາຍ​ຕົວ​ໄປ​ແນວ​ນີ້​ແລ້ວ ​ເຮົາ​ສິ​ເຮັດ​ຈັ່ງ​ໃດ​ເຮົາ​ຈຶ່ງ​ສິຄົງ​ຕົວ​ຢູ່ໄດ້. ​ແລ້ວ​ລູກ​ຫລານ​ເຮົາ​ຊາວ​ເຈັດ​ພັນ​ຄົນຫາ​ສາມ​ສິບ​ພັນ​ຄົນ​ ທີ່ເປັນລູກຫລານຜູ້​ຍິງ​ກວ່າ 86% ນີ້​ໜະ ອັນ​ນີ້​ເປັນ​ບັນຫາ ​ເຮົາ​ໄດ້​ສະ​ເໜີ​ຕໍ່​ລັດຖະບານ​ໄປ​ແລ້ວ​ວ່າ​ ອາກອນ​ກໍາ​ໄລຂອງ​ຜູ້ລົງທຶນ​ລາວ​ຫັ້ນ​ ດ໋ຽວນີ້​ຕ້ອງ​ຈ່າຍ 35% ຫາກ​ແຕ່​ນັກ​ລົງທຶນ​ຊາວ​ຕ່າງ​ຊາດ​ ​ເຂົາ​ຈ່າຍ​ພຽງ​ແຕ່ 20% ຫັ້ນ​ໜະ ຫລຸດລົງ​ໃຫ້​ແນ່​ໄດ້​ບໍ່ ​ເພາະ​ເຮັດ​ອັນ​ດຽວ​ກັນເດ໊.”

ການ​ແຂງ​ຄ່າ​ຂຶ້ນຂອງ​ເງິນ​ກີບ​ລາວ ​ໄດ້​ເຮັດ​ໃຫ້​ອັດຕາ​ແລກປ່ຽນ​ໃນ​ລາວ​ໄດ້​ປ່ຽນແປງ​ ຈາກ​ລະດັບ​ເກີນກວ່າ 10,000 ກີບ​ຕໍ່​ນຶ່ງ​ໂດ​ລາ​ສະຫະລັດ ຫລື​ເກີນ​ກວ່າ 270 ກີບ​ຕໍ່​ບາດ ​ໃນ​ປີ​ 2006 ມາ​ຢູ່​ໃນ​ລະດັບ 8,200 ກີບ​ຕໍ່​ນຶ່ງ​ໂດ​ລາ​ສະຫະລັດ ຫລື 250 ກີບ​ຕໍ່​ບາດ​ ​ໃນ​ປັດຈຸບັນ​ນີ້​.

XS
SM
MD
LG