ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພົບຜູ້ຕິດເຊື້ອໂຄວິດສາຍພັນແດລຕາ ຄັ້ງທໍາອິດ 3 ຄົນໃນລາວ ທີ່ເປັນແຮງງານ ເດີນທາງກັບມາຈາກໄທ


ແຮງງານ ມຽນມາ, ລາວ ແລະ ກຳປູເຈຍ ໃນປະເທດໄທ
ແຮງງານ ມຽນມາ, ລາວ ແລະ ກຳປູເຈຍ ໃນປະເທດໄທ

ຂະນະທີ່ລາວ ເລັ່ງລັດໃນການສັກຢາວັກຊີນກັນໂຄວິດ-19 ແລະດໍາເນີນມາດຕະການປິດເມືອງ ຢູ່ໃນເຂດທີ່ມີການລະບາດຂອງພະຍາດນີ້ຢ່າງໜັກມາໄດ້ເກືອບ 3 ເດືອນແລ້ວ ເຊັ່ນໃນນະຄອນຫລວງວຽງຈັນ ແລະຫລາຍແຂວງຢູ່ນີ້ ກໍໄດ້ມີການກວດພົບຜູ້ຕິດເຊື້ອໄວຣັສໂຄໂຣນາສາຍພັນແດລຕາທີ່ໄດ້ຮັບການຢືນຢັນຄັ້ງທໍາອິດ ໃນວັນທີ 29 ມິຖຸນາຜ່ານມາ ຊຶ່ງແມ່ນແຮງງານລາວ ກັບມາຈາກໄທ 3 ຄົນ ໃນແຂວງຈໍາປາສັກ ແລະໄດ້ເຂົ້າໄປຢູ່ສູນກັກກັນໂຄວິດໃນແຂວງດັ່ງກ່າວ, ອີງຕາມຖະແຫລງການຂອງກອງເລຂາຄະນະສະເພາະກິດ ຄວບຄຸມໂຄວິດ-19 ຜ່ານທາງເຟສບຸກ.

ເນື່ອງຈາກພະຍາດໂຄວິດສາຍພັນດັ່ງກ່າວ ມີຄວາມສາມາດແຜ່ເຊື້ອໄດ້ງ່າຍ ແລະອາດເຮັດໃຫ້ຜູ້ຕິດພະຍາດເສຍຊີວິດໄວກວ່າເກົ່າ ກໍເຮັດໃຫ້ປະຊາຊົນມີຄວາມເປັນຫ່ວງ ແລະຢ້ານກົວຫລາຍ ເຖິງແມ່ນຈະໄດ້ຄອຍລະວັງຕົວຢູ່ແລ້ວ ກໍຍັງຕ້ອງໄດ້ສືບຕໍ່ປ່ຽນແປງວິຖີດໍາລົງຊີວິດຫລາຍຢ່າງເພີ້ມຂຶ້ນໄປອີກ ໂດຍສະເພາະແມ່ນການໃຊ້ພາຫະນະເດີນທາງ ດັ່ງປະຊາຊົນທ່ານນຶ່ງໃນເມືອງສອງ ຄອນ, ແຂວງສະຫວັນນະະເຂດໃຫ້ຄໍາເຫັນວ່າ:

ປາກົດມີຄວາມເປັນໄປໄດ້ວ່າ ຄົນທີ່ຕິດໂຄວິດ-19 ສາຍພັນແດລຕານີ້ອາດຈະຍັງສືບຕໍ່ເພີ້ມຂຶ້ນ ເມື່ອມີການຫລັ່ງໄຫລຂອງແຮງງານລາວກັບຈາກປະເທດໄທ ບ່ອນທີ່ຍັງມີການລະບາດຂອງພະະຍາດໂຄວິດ-19 ສາຍພັນແດລຕາ ຢູ່ໃນເວລານີ້ ໂດຍສະເພາະເມື່ອແຮງງານລາວ ທີ່ລັກລອບກັບບ້ານຢ່າງຜິດກົດໝາຍນັ້ນ ຍັງສືບຕໍ່ມີຂຶ້ນເລື້ອຍໆດັ່ງການປະກາດນໍາຫາຕົວຂອງຜູ້ລັກລອບຂ້າມແມ່ນໍ້າຂອງຈາກໄທມາລາວ ຢູ່ເມືອງສັງທອງ 2 ຄົນ ໂດຍໂທລະພາບ ແຫ່ງຊາດລາວ ໃນວັນທີ 1 ກໍລະກົດວານນີ້.

ມາຮອດວັນທີ 2 ມິຖຸນາມື້ນີ້ ຢູ່ລາວມີຜູ້ຕິດເຊື້ອທັງໝົດ 2,176 ຄົນ ຊຶ່ງເພີ້ມຂຶ້ນ 2 ພັນກວ່າກໍລະນີ ຈາກ 48 ຄົນໃນກາງເດືອນເມສາ ແລະເສຍຊີວິດໄປແລ້ວ 3 ຄົນ.

XS
SM
MD
LG