ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນໍ້າຖ້ວມເຂດແຂວງຄໍາມ່ວນ ສ້າງຄວາມເສຍຫາຍ ໃນມູນຄ່າ 500 ລ້ານກີບ


ນໍ້າຖ້ວມ ທີ່ປະເທດລາວ.
ນໍ້າຖ້ວມ ທີ່ປະເທດລາວ.

ໄພ​ນໍ້າ​ຖ້ວມ​ຢ່າງ​ໜັກ​ໃນ​ພື້ນ​ທີ່ 6 ​ເມືອງ​ຂອງ​ແຂວງ​ຄໍາ​ມ່ວນ​ໄດ້​ເຮັດ​ໃຫ້​ປະຊາຊົນ​ລາວ​ຕ້ອງ​ສູນ​ເສຍ​ຜົນ​ປູກ​ ສັດ ລ້ຽງ​ແລະ​ຊັບ​ສິນ​ອື່ນໆ​ໄປ​ຄິດ​ເປັນ​ມູນ​ຄ່າ​ເກີນ​ກວ່າ 500 ລ້ານ​ກີບ.

ທ່ານ​ເດດ​ສັກດາ ມະນີ​ຄໍາ ​ເຈົ້າໜ້າ​ທີ່​ພະ​ແນ​ກກໍ​ສິກໍາ-ປ່າ​ໄມ້​ແຂວງ​ຄໍາ​ມ່ວນ ​ໄດ້​ຖະ​ແຫລ​ງ ຢືນຢັນ​ວ່າ​ໄພ​ນໍ້າຖ້ວມ​ນັບ​ແຕ່​ກາງ​ເດືອນ​ຕຸລາ​ເປັນ​ຕົ້ນ​ມາ ​ໄດ້​ເຮັດ​ໃຫ້​ເກີດ​ການ​ເສຍ​ຫາຍ​ຢ່າງ​ໜັກ ​ໂດຍ​ສະ​ເພາະ​ແມ່ນ​ໃນ​ເຂດ​ເມືອງ​ຍົມ​ມະ​ລາດ ​ເມືອງ​ບົວລະພາ ​ເມືອງ​ມະຫາໄຊ ​ເມືອງ​ໄຊ​ບົວທອງ ​ເມືອງ​ເຊ​ບັ້ງ​ໄຟ ແລະ​ເມືອງ​ໜອງ​ບົກ​ນັ້ນ​ນັບ ​ເປັນ​ພື້ນ​ທີ່​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຫລາຍ​ທີ່​ສຸດ. ທັງ​ນີ້​ໂດຍ​ຈາກ​ການ​ສໍາ​ຫລວດ​ເບື້ອງ​ຕົ້ນ ກໍ​ພົບ​ວ່າ​ພື້ນ​ທີ່​ນາ​ເຂົ້າກວ່າ 3,500 ​ເຮັກ​ຕ້າ​ໄດ້​ຖືກ​ນໍ້າ​ຖ້ວມ​ແລະ​ເສຍ​ຫາຍ​ໄປ​ຢ່າງ​ສິ້ນ​ເຊີງ​ແລ້ວ ສ່ວນ​ນາ​ເຂົ້າທີ່​ເຫລືອ​ອີກ​ກວ່າ 34,000 ​ເຮັກ​ຕ້າ​ນັ້ນ​ກໍ​ມີ​ຄວາ​ມສ່ຽງ​ທີ່​ຈະ​ໄດ້​ຮັບ​ການ​ເສຍ​ຫາຍ​ເພີ່ມ​ຂື້ນ​ອີກ ຖ້າ​ຫາກ​ວ່າ​ມີ​ປະລິມານ​ນໍ້າ​ຝົນຕົກ​ລົງ ມາ​ເພີ່ມ​ຕື່ມ​ອີກ​ໃນ​ໄລຍະ​ຕໍ່​ໄປ.

ສ່ວນ​ປະຊາຊົນ​ລາວ​ໃນ​ເຂດ 6 ​ເມືອງ​ດັ່ງກ່າວ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກ​ໃນ​ເວລາ​ນີ້ ​ເນຶ່ອງຈາກ​ວ່າ​ໄພ​ນໍ້າ​ຖ້ວມ ​ໄດ້​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າຕ້ອງ​ສູນ​ເສຍ​ຜົນ​ປູກ​ແລະ​ສັດລ້ຽງ​ໄປ​ເປັນ​ສ່ວນ​ໃຫຍ່ ຊຶ່ງ​ລວມ​ເຖິງ​ຄວາມ​ເສຍ​ຫາຍ​ທີ່​ເກີດ ຂຶ້ນກັບ​ເຮືອນ​ຊານ​ແລະ​ຊັບ​ສິນ​ອື່ນ​ໆ​ດ້ວຍ​ນັ້ນ ກໍ​ສາມາດ​ຄິ​ດ​ເປັນ​ມູນ​ຄ່າ​ເສຍ​ຫາຍ​ເບື້ອງ​ຕົ້ນ​ລວມກັນ​ໄດ້​ຫລາຍ​ກວ່າ 583 ລ້ານ​ກີບ​ແລ້ວ​ໃນ​ເວ​ລາ​ນີ້. ຊຶ່ງ​ດ້ວຍ​ສະພາບ​ການ​ດັ່ງກ່າວ​ນີ້ ຈຶ່ງ​ບໍ່​ພຽງ​ແຕ່​ຈະ​ເຮັດ​ໃຫ້​ມີ​ທ່າ​ອຽງ​ວ່າ ປະຊາຊົນ​ປະຊາ​ຊົນ​ໃນທັງ 6 ​ເມືອງ​ນີ້​ຈະ​ຕ້ອງ​ປະ​ເຊີນ​ກັບ​ບັນຫາ​ຂາດ​ແຄນ​ເຂົ້າກິນ​ໃນ​ປີໜ້າ​ເທົ່າ​ນັ້ນ ຫາກ​ແຕ່ ​ເມື່ອ​ປະກອບກັບ​ການ​ທີ່​ທາງ​ການແຂວງ​ຄໍາ​ມ່ວນ​ເອງ​ກໍຂາດ​ແຄນ​ງົບປະມານ​ດ້ວຍ​ແລ້ວ ຈຶ່ງ​ເຮັດ​ໃຫ້​ປະຊາ​ຊົນ​ເຫລົ່າ​ນີ້​ຕ້ອງ​ພາກ​ັນຮຽກຮ້ອງ​ຂໍ​ຄວາ​ມຊ່ວຍ​ເຫລືອ​ຈາກ​ພາກ​ເອກະ​ຊົນ ​ແລະ​ອົງການ​ທີ່​ບໍ່​ຂຶ້ນຕໍ່​ລັດຖະບານລາວ​ອີກ​ດ້ວຍ ດັ່ງ​ທີ່​ຜູ້​ຕ່າງ​ໜ້າ​ຂອງ​ປະຊາຊົນ​ໃນ​ເມືອງ​ຍົມ​ມະ​ລາດ​ໄດ້​ໃຫ້ການ​ອະທິ​ບາຍ ​ເຖິງ​ສະ​ເພາບ​ການ​ດັ່ງກ່າວ​ວ່າ:

“ຜົນ​ກະທົບ​ຄັ້ງ​ນີ້​ແມ່ນ​ຜົນ​ກະທົບ​ທີ່​ຮ້າຍ​ແຮງ​ພໍ​ສົມຄວນ​ຫັ້ນ​ແລ້ວ ​ເພາະວ່າ​ເຂົ້າທີ່​ໄດ້​ຮັບ​ຜົນ​ກະທົບ​ແມ່ນ​ເຂົ້າທີ່​ກໍາ ລັງ​ເກັບ​ກ່ຽວ ອັນ​ນີ້​ກໍ​ຖື​ວ່າ​ມັນ​ເສຍ​ຫາຍ​ຈົນ​ເອົາ​ຄືນ​ບໍ່​ໄດ້ ຄື​ໃຊ້​ການ​ບໍ່​ໄດ້​ແລ້ວ ກິນ​ກໍ​ບໍ່​ໄດ້​ແລ້ວ​ວ່າ​ຊັ້ນ​ຊ໊ະ ກໍ​ຂໍ ຮຽກຮ້ອງ​ມາ​ຍັງ​ບັນດາ​ພາກສ່ວນ​ອົງການ​ແລະ​ບໍລິສັດ​ຕ່າງໆ​ໃຫ້ການ​ຊ່ວຍ​ເຫລືອ​ໃນ​ພາກສ່ວນ​ທີ່​ໄດ້​ຮັບ​ຜົນ​ກະທົບດັ່ງກ່າວ​ນີ້​ດ້ວຍ”

ນອກຈາກ​ນີ້ໄພ​ນໍ້າ​ຖ້ວມ​ດັ່ງກ່າວ​ກໍ​ຍັງ​ເຮັດ​ໃຫ້​ເຂື່ອນນໍ້າ​ເທີນ 2 ຕ້ອງ​ປິດ​ປະຕູ​ລະບາຍ​ນໍ້າ​ຈາກ​ເຂື່ອນ​ອີກ​ດ້ວຍ ​ເພາະ​ຖ້າ​ຫາກ​ວ່າມີ​ການ​ປ່ອຍ​ນໍ້າ​ຈາກ​ເຂື່ອນ​ລົງ​ໄປ​ສູ່​ແມ່​ນໍ້າ​ເຊ​ບັ້ງ​ໄຟ ກໍ​ຍິ່ງ​ຈະ​ເຮັດ​ໃຫ້ເຂດ​ແຂວງຄໍາ​ມ່ວນ​ຕ້ອງ​ປະ​ເຊີນ​ກັບໄພ​ນໍ້າ​ຖ້ວມ​ຢ່າງ​ໜັກໜ່ວງ​ຫລາຍ​ຕື່ມ​ຂຶ້ນອີກ ​ເນື່ອງ​ຈາກ​ວ່າ​ໄພ​ນໍ້າ​ຖ້ວມ​ທີ່​ເປັນ​ຢູ່​ໃນ​ເວລາ​ນີ້ ເກີດ​ຈາກ​ປະລິມານ​ນໍ້າ​ຝົນ​ທີ່​ຕົກລົງ​ມາ​ຫລາຍ​ເກີນ​ໄປ​ຈົນ​ລົ້ນ​ຝັ່ງແມ່​ນໍ້າ​ເຊ​ບັ້ງ​ໄຟ​ໄປ​ຖ້ວມ​ທີ່​ນາ ​ແລະ​ທີ່ຢູ່ອາ​ໃສ​ຂອງ​ປະຊາຊົນ​ລາວ​ນັ້ນ​ເອງ.

ກ່ອນ​ໜ້າ​ນີ້ ທ່ານ​ລາວ​ລີ ​ໄຟ​ເພັງ​ຢົວ ລັດຖະມົນ​ຊ່ວຍ​ວ່າການ​ກະຊວງ​ແຮງ​ງານ​ແລະ​ສະ​ວັດ​ດີ ກາ​ນສັງຄົມ ​ໄດ້ຖະ​ແຫລ​ງຍອມຮັບ​ວ່າລາວ​ເປັນ​ປະ​ເທດ​ນຶ່ງ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກໄພ​ທໍາ​ມະ​ຊາດ​ຢ່າງ​ໜັກໜ່ວງ​ຫລາຍ​ຂຶ້ນນັບ​ມື້. ​ໂດຍ​ໄພ​ນໍ້າ​ຖ້ວມ​ໃນ​ປີ 2008 ​ໄດ້​ກະທົບ​ຕໍ່ປ​ະຊາ​ຊົນ​ລາວ​ຫລາຍ​ກວ່າ 2 ​ແສນ​ຄົນ ​ແລະ​ພື້ນ​ທີ່​ການ​ກະ​ເສດ ກວ້າງ​ກວ່າ 75,000 ​ເຮັກຕ້າ ກໍ​ໄດ້​ຮັບ​ການ​ເສຍ​ຫາຍ​ຢ່າງ​ສິ້ນ​ເຊີງ ພໍ​ຕໍ່​ມາ​ໃນ​ປີ 2009 ກໍ​ຕ້ອງ​ປະ​ເຊີນ​ກັບ​ພາຍຸໂຊ​ນຮ້ອນ​ ເກດສະໜາ ທີ່​ເຮັດ​ໃຫ້​ປະຊາຊົນ​ຫລາຍ​ກວ່າ 2 ​ແສນ​ຄົນ​ໃນ​ແຂວງ​ອັດ​ຕະປື ​ເຊ​ກອງ ​ແລະ​ຈໍາປາ​ສັກ ຕ້ອງ​ສູນ​ເສຍ​ຜົນ​ປູກ ທີ່​ໄຮ່​ທີ່​ນາ ​ແລະ​ທີ່ຢູ່​ອາ​ໃສ​ຢ່າງ​ຫລວງຫລາຍ.

ສ່ວນ​ໃນ​ປີ 2010 ນີ້ ກໍ​ຕ້ອງ​ປະ​ເຊີນ​ກັບ​ໄພ​ແຫ້ງແລ້ງ​ຢ່າງ​ໜັກ​ ນັບ​ຈາກ​ຕົ້ນ​ປີ​ເຖິງ​ກາງ​ປີ ​ແລະ​ໃນ​ປັດຈຸບັນ​ ກໍ​ຍັງປາກົດ​ວ່າ​ມີ​ຫລາຍ​ພື້ນ​ທີ່​ໃນ​ເຂດ​ແຂວງ​ພາກ​ໃຕ້ ​ທີ່​ຍັງ​ຄົງ​ຕ້ອງ​ປະ​ເຊີນ​ ກັບ​ໄພ​ແຫ້ງ​ແລ້ງຢູ່​ເລື້ອຍ​ມາ ຊຶ່ງ​ກົງ​ຂ້າມ​ກັບ​ເຂດ​ແຂວງພາກ​ເໜືອ​ທີ່​ຍັງ​ຕ້ອງ​ປະ​ເຊີນກັບ​ໄພ​ນໍ້າ​ຖ້ວມ​ຢ່າງ​ກະທັນຫັນ ​ໂດຍ​ມີ​ສາ​ເຫດ​ທີ່​ສໍາຄັນ​ປະການ​ນຶ່ງ​ ມາຈາກ​ການ​ຕັດ​ໄມ້​ທໍາລາຍ​ປ່າ​ໄປ​ຢ່າງ​ຫລວງຫລາຍ​ນັ້ນ​ເອງ.

XS
SM
MD
LG