ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ສົ່ງຜູ້ຕ້ອງສົງໄສ ສັງຫານລູກເຮືອຈີນ ໃຫ້ແກ່ປັກກິ່ງ


ທາງການລາວໄດ້ສົ່ງທ້າວໜໍ່ຄຳຜູ້ຕ້ອງສົງໄສເປັນຫົວໜ້າຄ້າຢາເສບຕິດ ທີ່ພົວພັນກັບການສັງຫານລູກເຮືອຈີນ ໃນເຂດ ແມ່ນໍ້າຂອງຕອນ ເໜືອ ໃຫ້ແກ່ເຈົ້າໜ້າທີ່ຈີນ (11 ພຶດສະພາ 2012)
ທາງການລາວໄດ້ສົ່ງທ້າວໜໍ່ຄຳຜູ້ຕ້ອງສົງໄສເປັນຫົວໜ້າຄ້າຢາເສບຕິດ ທີ່ພົວພັນກັບການສັງຫານລູກເຮືອຈີນ ໃນເຂດ ແມ່ນໍ້າຂອງຕອນ ເໜືອ ໃຫ້ແກ່ເຈົ້າໜ້າທີ່ຈີນ (11 ພຶດສະພາ 2012)

ທາງ​ການ​ລາວ ​ໄດ້​ສົ່ງໂຕຜູ້​ຕ້ອງ​ສົງ​ໄສ​ເປັນ​ຫົວໜ້າ​ແກ່ງ​ຄ້າ​ຢາ​ເສບ​ຕິດ ​ທີ່​ຖືກ​ກ່າວ​ຫາ​ວ່າ ​ສັງ
ຫານ​ພວກ​ລູກ​ເຮືອ​ຈີນ​ 13 ຄົນ ໃນ​ເຫດ​ຮ້າຍ​ທີ່​ເກີດ​ຂຶ້ນ​ໃນ​ບໍລິ​ເວນແມ່​ນໍ້າຂອງ​ຕອນ​ເໜືອ ໃນ
​ເດືອນ​ຕຸລາ​ປີ​ກາຍນີ້ ​ໃຫ້​ແກ່ເຈົ້າໜ້າ​ທີ່​ຈີນ​ແລ້ວ. ​

ທ້າວ​ໜໍ່​ຄຳຊຶ່ງ​ເປັນ​ຄົນ​ມຽນມາຈາກ​ລັດ​ສານ ອາຍຸ 40 ກວ່າ​ປີທີ່​ສົງ​ໄສ​ວ່າ​ມີ​ບົດບາດ​ໃນການ
​ລັກລອບ​ຄ້າ​ຢາ​ເສບ​ຕິດ ​ໃນເຂດ​ສາມຫຼ່ຽມຄຳ ບ່ອນ​ທີ່​ຊາຍ​ແດນ​ຂອງລາວ ​ໄທ​ແລະ​ມຽນມາ​
ບັນຈົບ​ກັນນັ້ນ ​ໄດ້ຖືກສົ່ງ​ໂຕ​ ແຕ່​ນະຄອນ​ວຽງ​ຈັນ ​ໄປ​ຍັງ​ນະຄອນຫຼວງປັກ​ກິ່ງໃນ​ວັນ​ພະຫັດ
ຜ່ານ​ມາ ອີງ​ຕາມ​ລາຍ​ງານຂອງ​ອົງການ​ຂ່າວ​ຣອຍ​ເຕີ້​ແລະ​ຂອງ​ຈີນ.

ທ້າວ​ໜໍ່​ຄຳ​ ໄດ້​ຖືກ​ພົບ​ເຫັນ ​ໃນ​ການ​ສືບ​ສວນຮ່ວມ​ຂອງ 4 ປະ​ເທດ​ວ່າ ພົວພັນ​ໃນການ​ຈັດ​
ແຈງ​ ກ່ຽວ​ກັບ​ການ​ສັງຫານ​ ພວກ​ລູກ​ເຮືອ​ຈີນ 2 ລຳ​ ໃນ​ເດືອນ​ຕຸລາ​ ປີ​ກາຍ ຊຶ່ງ​ເປັນ​ອຸບັດ
​ເຫດ​ທີ່​ພາ​ໃຫ້​ຈີນ​ສົ່ງ​ເຮືອ​ລາດຕະ​ເວນ​ຕິດ​ອາວຸດ​ແລະ​ຕຳຫຼວດນໍ້າ​ຈຳນວນນຶ່ງ​ເຂົ້າຮ່ວມການ
​ປະຕິບັດ​ງານ​ໃນ​ເຂດແມ່​ນໍ້າຂອງ​ຕອນ​ເໜືອ.

ຫົວໜ້າ​ຄ້າ​ຢາ​ເສບ​ຕິດມຽນມາ​ຄົນ​ນີ້ ​ໄດ້​ຖືກ​ຈັບ​ທີ່​ເມືອງ​ຕົ້ນ​ເຜິ້ງ​ແຂວງ​ບໍ່​ແກ້ວ ໃນ​ພາກ​ເໜືອ
​ຂອງລາວ ​ເມື່ອ​ວັນ​ທີ 25 ​ເມສາ​ຜ່ານ​ມາ. ມີ​ການ​ກ່າວ​ຫາ​ວ່າ ທ້າວ​ໜໍ່​ຄຳ ​ເຄີຍ​ເປັນອະດີດ​ຜູ້​
ຊ່ອຍ​ຂຸນ​ສ່າ ມື້ລາງລາຊາ​ຄ້າ​ຢາ​ເສບ​ຕິດພ້ອມ​ທັງ​ເປັນຜູ້ນຳຂອງ​ກອງທັບ​ເມືອງ​ໄທ​ ແຫ່ງ​ລັດ​
ສານ​ທີ່​ສະຫຼາຍ​ໂຕ​ໄປ​ແລ້ວນັ້ນ.

​ໂທລະ​ພາບ CCTV ຂອງ​ທາງ​ການ​ຈີນ​ລາຍ​ງານ​ວ່າ ກຸ່ມ​ຂອງ​ທ້າວ​ໜໍ່​ຄຳ​ ຕົ້ນຕໍແລ້ວ ​ໄດ້​ຈີ້​
ເຮືອຈີນຢູ່ໃນມຽນມາ ມັດ​ພວກ​ລູກ​ເຮືອ​ໄວ້ ​ແລ້ວ​ກໍ​ຂົນ​ຢາ​ເສບ​ຕິດໃສ່ເຮືອ. ຫຼັງຈາກເຮືອເດີນ
ທາງ​ໄປ​ຮອດໄທ ພວກ​ເຂົາ​ເຈົ້າ​ໄດ້​ສັງຫານ​ລູກ​ເຮືອ​ຈີນ​ ແລ້ວ​ກໍ​ໂຍນລົງ​ນໍ້າ.

​ໃນ​ປີ 2001 ຈີນ, ມຽນມາ, ​ໄທ ​ແລະ​ລາວ ​ໄດ້​ລົງ​ນາມ​ ໃນ​ຂໍ້​ຕົກລົງ​ຂົນສົ່ງສິນຄ້າ​ຕາມ​ລຳ​
ແມ່​ນໍ້າ​ແມ່​ນໍ້າຂອງ.

XS
SM
MD
LG