ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສິນຄ້າສົ່ງອອກ ຂອງລາວ ໃນປີ 2013 ນີ້ ອາດບໍ່ບັນລຸ ຕາມເປົ້າໝາຍ


ປໍ້ານໍ້າມັນແຫ່ງນຶ່ງຢູ່ຖະໜົນສຸພານຸວົງ
ປໍ້ານໍ້າມັນແຫ່ງນຶ່ງຢູ່ຖະໜົນສຸພານຸວົງ
ການສົ່ງອອກສິນຄ້າ ໄປຕ່າງປະເທດຂອງລາວໃນຕະຫຼອດປີ
2013 ນີ້ ອາດຈະບໍ່ບັນລຸເປົ້າໝາຍທີ່ວາງໄວ້ໃນມູນຄ່າລວມ
2,060 ລ້ານໂດລາ ເນື່ອງຈາກການຕົກຕໍ່າລົງຂອງລາຄາຄໍາ
ແລະແຮ່ທາດຕ່າງໆ.
ລິງໂດຍກົງ


ເຈົ້າໜ້າທີ່ຂັ້ນສູງໃນກະຊວງອຸດສາຫະກໍາແລະການຄ້າ ຍອມ
ຮັບວ່າ ເປົ້າໝາຍການສົ່ງ ອອກສິນຄ້າຂອງລາວໄປຕ່າງປະເທດ
ໃຫ້ໄດ້ໃນມູນຄ່າລວມບໍ່ໜ້ອຍກວ່າ 2,060 ລ້ານໂດລາໃນຕະຫຼອດລະຍະແຜນການປີ 2012-2013 ນີ້ ອາດຈະບໍ່ສາມາດບັນລຸເປົ້າໝາຍ ດັ່ງກ່າວໄດ້ຢ່າງແທ້ຈິງ ເພາະໃນໄລ
ຍະ 6 ເດືອນທໍາອິດຂອງແຜນການປີນີ້ ການສົ່ງອອກຂອງລາວມີມູນຄ່າລວມພຽງ 880 ລ້ານໂດລາ ຫຼືຄິດເປັນ 42.71% ຂອງແຜນການປີເທົ່ານັ້ນ.

ສາເຫດສໍາຄັນທີ່ເຮັດໃຫ້ການສົ່ງອອກຂອງລາວສາມາດປະຕິບັດໄດ້ຕໍ່າກວ່າເປົ້າໝາ ກໍ
ຄືການຕົກຕໍ່າລົງຂອງລາຄາຄໍາ ແລະແຮ່ທາດຕ່າງໆໃນຕະຫຼາດໂລກ ໃນຂະນະທີ່ການສົ່ງ
ອອກຄໍາ ແລະແຮ່ທາດຕ່າງໆຂອງລາວໄປຕ່າງປະເທດນັ້ນ ກໍຄິດເປັນອັດຄາສ່ວນເຖິງ 65%
ຂອງມູນຄ່າການສົ່ງອອກທັງ ໝົດຂອງລາວໃນແຕ່ລະປີ ເພາະສະນັ້ນ ໃນເມື່ອວ່າລາຄາ
ຄໍາແລະແຮ່ທາດຕ່າງໆ ຕົກຕໍ່າລົງ ຈຶ່ງເຮັດໃຫ້ລາຍຮັບຈາກການສົ່ງອອກຄໍາແລະແຮ່ທາດ
ຕ່າງໆ ຂອງລາວຫລຸດລົງ ດ້ວຍນັ້ນເອງ.


ແຕ່ຢ່າງໃດກໍຕາມ ສໍາລັບການນໍາເຂົ້າສິນຄ້າຈາກຕ່າງປະເທດຂອງລາວໃນໄລຍະດຽວ
ກັນນີ້ ກໍປາກົດວ່າມີມູນຄ່າລວມເຖິງ 1,161 ລ້ານໂດລ່າ ຫຼືຄິດເປັນ 69.7% ຂອງແຜນ
ການປີກາຍນີ້ ດ້ວຍເຫດນີ້ ຖ້າຫາກວ່າທາງການລາວ ບໍ່ສາມາດທີ່ຈະຄວບ ຄຸມການນໍາ
ເຂົ້າໃຫ້ໄດ້ຕາມແຜນການທີ່ວາງໄວ້ໃນມູນຄ່າລວມບໍ່ເກີນ 1,665.7 ລ້ານໂດລາ ຈົນເຖິງ
ທ້າຍເດືອນກັນຍາປີນີ້ ກໍຈະເປັນຜົນເຮັດໃຫ້ລາວຕ້ອງຂາດດຸນການຄ້າຕ່າງປະເທດ ເກີນ
ກວ່າ ແຜນການທີ່ວາງໄວ້ຢ່າງຫຼີກລ່ຽງບໍ່ໄດ້.

ໃນແຜນການປີ 2011-2012 ທີ່ຜ່ານມານັ້ນ ການຄ້າຕ່າງປະເທດຂອງລາວ ມີມູນຄ່າ
ລວມເຖິງ 4,250 ລ້ານໂດລ່າ ໂດຍໃນນີ້ແບ່ງເປັນການສົ່ງອອກໃນມູນຄ່າ 1,690 ລ້ານໂດ
ລາ ແລະນໍາເຂົ້າໃນມູນຄ່າລວມ 2,560 ລ້ານໂດລາ ຊຶ່ງກໍເຮັດໃຫ້ລາວຕົກເປັນຝ່າຍທີ່
ຂາດດຸນການຄ້າຄິດເປັນມູນຄ່າລວມເຖິງ 870 ລ້ານໂດລາ.

ຕາໜ່າງການສົ່ງໄຟຟ້າລາວອອກຂາຍໃຫ້ແກ່ໄທ
ຕາໜ່າງການສົ່ງໄຟຟ້າລາວອອກຂາຍໃຫ້ແກ່ໄທ

ທັງນີ້ໂດຍສາເຫດສໍາຄັນທີ່ເຮັດໃຫ້ລາວຕ້ອງຂາດດຸນການ
ຄ້າຕ່າງປະເທດ ກໍຄື ການລົງທຶນຈາກຕ່າງປະເທດໃນລາວ
ທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງເຮັດໃຫ້ ຕ້ອງນໍາເຂົ້າເຄື່ອງຈັກວັດ
ຖຸກໍ່ສ້າງຍານພາຫະນະ ແລະນໍ້າມັນເຊື້ອໄຟຫຼາຍຂຶ້ນນັບມື້.

ໃນປີ 2012 ລາວກໍໄດ້ນໍາເຂົ້ານໍ້າມັນຫຼາຍກວ່າ 800 ລ້ານລິດ
ຄິດເປັນມູນຄ່າ 560 ລ້ານໂດລາ ຊຶ່ງເພີ່ມຂຶ້ນເຖິງ 42% ເມື່ອ
ທຽບກັບປີ 2010 ແລະໃນປີ 2013 ນີ້ກໍຄາດວ່າລາວຈະນໍາ
ເຂົ້ານໍ້າມັນໃນປະລິມານເກີນກວ່າ 900 ລ້ານລິດ ເພາະວ່າ
ລາວໄດ້ນໍາເຂົ້ານໍ້າມັນເພີ່ມຂຶ້ນລະຫວ່າງ 7%-10% ໃນແຕ່ລະປີຢູ່ແລ້ວ ດັ່ງທີ່ເຈົ້າໜ້າທີ່
ຂັ້ນສູງໃນລັດວິສາຫະກິດນໍ້າມັນເຊື້ອໄຟລາວ ໄດ້ຢືນຢັນວ່າ:

ເນື່ອງຈາກວ່າລາວເຮົານີ້ ຍັງເປັນປະເທດທີ່ນໍາເຂົ້ານໍ້າມັນທັງໝົດ 100% ເພາະວ່າພວກເຮົາບໍ່ມີບໍ່ນໍ້າມັນ ບໍ່ມີແຫຼ່ງນໍ້າມັນ ການຊົມໃຊ້ນໍ້າມັນຂອງປະ
ເທດເຮົານີ້ ກໍເພີ່ມຂຶ້ນປະມານ 7-10% ຕໍ່ປີ ສະນັ້ນແຫຼ່ະ ຂ້າພະເຈົ້າຮຽນ
ສະເໜີພີ່ນ້ອງປະຊາຊົນ ຫຼືສັງຄົມທົ່ວໄປນັ້ນ ແຫຼະເນາະ ຍ້ອນວ່ານໍ້າມັນນີ້
ເປັນສິນຄ້າຍຸດທະສາດ ເປັນສິນຄ້າສໍາຄັນ ແລະນໍາເຂົ້າດ້ວຍເງິນຕາຕ່າງປະ
ເທດນີ້ ແຕ່ວ່າ ພວກເຮົານໍາໃຊ້ຢ່າງປະຢັດໃຫ້ຄຸ້ມຄ່າຫັ້ນ ແມ່ນດີທີ່ສຸດ ເພາະ
ວ່າຜ່ານມານີ້ ພວກເຮົາກໍນໍາໃຊ້ຢ່າງຫຼວງຫຼາຍ.”


ທາງດ້ານກະຊວງແຜນການແລະການລົງທຶນ ກໍໄດ້ຄາດໝາຍວ່າການນໍາເຂົ້າ ນໍ້າມັນ ຂອງລາວຈະເພີ່ມຂຶ້ນເປັນ 1,174 ລ້ານລິດ ໃນປີ 2015 ຫຼືອາດຈະຫຼາຍກວ່ານັ້ນ ຖ້າຫາກ
ການລົງທຶນຈາກຕ່າງປະເທດໃນລາວຍັງຄົງຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍຕາມ
ແຜນການແລະເປົ້າໝາຍທີ່ລັດຖະບານລາວ ໄດ້ວາງອອກນັ້ນ ກໍຄືການພັດທະນາທາງ
ເສດຖະກິດ ແລະສັງຄົມ ເພື່ອໃຫ້ສາມາດບັນລຸເປົ້າໝາຍສະຫັດສະວັດຂອງການພັດທະ
ນາໃນປີ 2015 ໃຫ້ໄດ້ຢ່າງແທ້ຈິງນັ້ນ ກໍຈະຕ້ອງລະດົມການລົງທຶນໃຫ້ໄດ້ ໃນມູນຄ່າລວມ
ບໍ່ໜ້ອຍກວ່າ 4 ໝື່ນລ້ານໂດລາ.
XS
SM
MD
LG