ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສົ່ງອອກສິນຄ້າລາວໄປໄທ ເພີ້ມຂຶ້ນເຖິງ 43.25 ເປີເຊັນ ໃນຊ່ວງສີ່ເດືອນຕົ້ນປີ ແຕ່ລາວ ຍັງຂາດດຸນການຄ້າຕໍ່ໄທ ຢູ່ຕໍ່ເນື່ອງ 


ພາບ ທີ່ໄດ້ຮັບການສະໜອງໂດຍ ຊາວສວນຢາງພາລາ, ແຂວງບໍລິຄໍາໄຊ ຊຶ່ງຢາງພາລາເປັນສິນຄ້ານຶ່ງທີ່ລາວ ສົ່ງອອກໄປຮຕ່າງປະເທດຫຼາຍສົມຄວນ.
ພາບ ທີ່ໄດ້ຮັບການສະໜອງໂດຍ ຊາວສວນຢາງພາລາ, ແຂວງບໍລິຄໍາໄຊ ຊຶ່ງຢາງພາລາເປັນສິນຄ້ານຶ່ງທີ່ລາວ ສົ່ງອອກໄປຮຕ່າງປະເທດຫຼາຍສົມຄວນ.

ການສົ່ງອອກສິນຄ້າຂອງລາວ ໄປໄທ ໃນຊ່ວງ 4 ເດືອນຕົ້ນປີ 2023 ເພີ້ມຂຶ້ນເຖິງ 43.25 ເປີເຊັນ ທຽບໃສ່ໄລຍະດຽວກັນໃນປີ 2022 ຫາກແຕ່ວ່າ ລາວ ຍັງຕົກເປັນຝ່າຍ ທີ່ຂາດດຸນການຄ້າຕໍ່ໄທ ຢ່າງຕໍ່ເນື່ອງ ຊົງຣິດ ໂພນເງິນ ມີລາຍງານ ຈາກບາງກອກ.

ເຈົ້າໜ້າທີ່ກະຊວງການຄ້າຂອງໄທ ເປີດເຜີຍວ່າ ການຄ້າລະຫວ່າງ ລາວ-ໄທ ໃນຊ່ວງເດືອນມັງກອນ ຫາ ເດືອນເມສາ 2023 ມີມູນຄ່າລວມ 235,816 ລ້ານບາດ ຊຶ່ງເພີ້ມຂຶ້ນເຖິງ 47.78 ເປີເຊັນ ທຽບໃສ່ຊ່ວງດຽວກັນຂອງປີ 2022 ໃນນີ້ແບ່ງເປັນການສົ່ງອອກສິນຄ້າຂອງລາວ ໄປໄທ ມູນຄ່າ 102,878 ລ້ານບາດ ຊຶ່ງເພີ້ມຂຶ້ນເຖິງ 43.25 ເປີເຊັນ ທັງນີ້ ໂດຍສິນຄ້າທີ່ລາວ ສົ່ງໄປໄທ ຫຼາຍທີ່ສຸດ ກໍຄື ພະລັງງານໄຟຟ້າ ຜັກ ແລະຂອງປຸງແຕ່ງຈາກຜັກ ແລະປູນຊີເມັນ ສ່ວນລາວ ນຳເຂົ້າສິນຄ້າຈາກໄທ ໃນມູນຄ່າ 132,938 ລ້ານບາດ ຊຶ່ງເພີ້ມຂຶ້ນເຖິງ 51.49 ເປີເຊັນ ແລະ ລາວ ຍັງຕົກເປັນຝ່າຍທີ່ຂາດດຸນການຄ້າຕໍ່ໄທ 30,060 ລ້ານບາດ ໂດຍສິນຄ້າທີ່ລາວ ໄດ້ນຳເຂົ້າຈາກໄທ ຫລາຍທີ່ສຸດ ກໍຄື ນ້ຳມັນດີເຊລ ນ້ຳມັນສຳເລັດຮູບ ແລະນ້ຳຕານ.

ພ້ອມກັນນີ້ ນັກທຸລະກິດໄທ ຍັງໄດ້ຂົນສົ່ງສິນຄ້າຜ່ານແດນລາວ ໄປຈີນ ໂດຍນຳໃຊ້ລົດໄຟລາວ-ຈີນ ໃນໄລຍະ 4 ເດືອນຕົ້ນປີ 2023 ນີ້ ມີມູນຄ່າລວມ 104,744 ລ້ານບາດ ເພີ້ມຂຶ້ນເຖິງ 179.27 ເປີເຊັນ ທຽບໃສ່ໄລຍະດຽວກັນໃນປີ 2022 ແລະຍັງຈະເພີ້ມຂຶ້ນອີກຢ່າງຕໍ່ເນື່ອງ ເພາະວ່າ ນັກທຸລະກິດໄທ ໄດ້ພາກັນເຂົ້າມາລົງທຶນໃນເຂດພັດທະນາ Vientiane Logistics Park ເພື່ອຈະເຊື່ອມຕໍ່ການຂົນສົ່ງສິນຄ້າໄປຈີນດ້ວຍລົດໄຟ ລາວ-ຈີນ ນັ້ນ ດັ່ງທີ່ຜູ້ບໍລິຫານຂອງເຂດພັດທະນາ Vientiane Logistics Park ໄດ້ໃຫ້ການຢືນຢັນກ່ຽວກັບຄວາມສະດວກ ແລະຜົນປະໂຫຍດທີ່ເກີດຂຶ້ນຈາກການຈັດຕັ້ງປະຕິບັດດັ່ງກ່າວນີ້ວ່າ:

“ປະເທດລາວ ນີ້ ມີຈຸດແຂງ ກະແມ່ນວ່າ ພວກເຮົາມີໄຟຟ້າທີ່ພໍໃຊ້ເນາະ ແລ້ວກະເປັນລາຄາທີ່ຂ້ອນຂ້າງຈະສົມເຫດ-ສົມຜົນ ປະເທດລາວ ນີ້ ພວກເຮົາມີໄຟຟ້າຕົ້ນທຶນຢູ່ທີ່ປະມານ 2.5 ບາດຕໍ່ໜ່ວຍ ຖ້າແມ່ນຢູ່ຝັ່ງໄທ ກະປະມານ 5.5 ບາດຕໍ່ໜ່ວຍເນາະ ຖ້າແມ່ນວ່າ ເຮັດລະບົບ Co-chain ບໍ ຫຼືວ່າ ເຮັດເລື້ອງສິນຄ້າມາການກະເສດແປຮູບ ຖືວ່າ ນັກທຸລະກິດໄທ ນີ້ ສົນໃຈຢາກມາເຮັດຢູ່ນີ້ເປັນຖານ ສອງມາ ສິດທິພິເສດທາງດ້ານພາສີ ສາມມາ ລະແມ່ນກົນໄກດ້ານການເຊື່ອມໂຍງດ້ານ Logistics ຈະເຮັດໃຫ້ປະຢັດຕົ້ນທຶນ ໃນການຂົນສົ່ງລົງຫຼາຍ ຈັ່ງຊັ້ນ ນັກລົງທຶນໄທ ກະສົນໃຈຫຼາຍ.”

ທາງດ້ານ ບໍລິສັດທາງລົດໄຟລາວ-ຈີນ ລາຍງານວ່າ ໃນໄລຍະ 5 ເດືອນຕົ້ນປີ 2023 ສາມາດຂົນສົ່ງສິນຄ້າທາງລົດໄຟ ລາວ-ຈີນ ຫຼາຍກວ່າ 1.74 ລ້າ​ນ​ໂຕນ ໃນ​ນີ້​ເປັນ​ການ​ຂົນ​ສົ່ງ​ສິນ​ຄ້າ​ຈາກ​ລາວ​ໄປ​ຈີນຫຼາຍກວ່າ 1.58 ລ້ານໂຕນ ແລະຂົນສົ່ງສິນຄ້າຈາກຈີນມາລາວ 160,000 ກວ່າໂຕນ ໂດຍສິນຄ້າທີ່ຂົນສົ່ງຈາກລາວ ໄປຈີນຫຼາຍທີ່ສຸດ ກໍຄື ຢາງພາລາ ແຮ່ເຫຼັກ ແຮ່ສັງກະສີ ແປ້ງມັນຕົນ ແລະໝາກໄມ້ ສ່ວນສິນຄ້າທີ່ຈີນ ສົ່ງມາລາວ ກໍຄື ເຄື່ອງໃຊ້ໄຟຟ້າ ເຄື່ອງໄຂ້ໃນຄົວເຮັືອນ ແລະອະປະກອນຍານພາຫະນະ.

ແຕ່ຢ່າງໃດກໍຕາມ ການຜະລິດສິນຄ້າກະສິກຳຂອງລາວ ໃນປັດຈຸບັນຕ້ອງປະເຊີນກັບບັນຫາຕົ້ນທຶນການຜະລິດສູງຂຶ້ນນັບມື້ ໂດຍມີສາເຫດມາຈາກລາຄາໄຟຟ້າ ນ້ຳມັນ ແລະປຸຍ ທີ່ມີການປັບຕົວສູງຂຶ້ນ ທີ່ສົມທົບດ້ວຍການຕົກຕ່ຳລົງຂອງຄ່າເງິນກີບ ຈຶ່ງໄດ້ເຮັດໃຫ້ຜົນຜະລິດກະສິກຳຂອງລາວ ບໍ່ຜ່ານເກນມາດຕະຖານ ທີ່ຈະສົ່ງໄປຈີນ ຍິ່ງໄປກວ່ານັ້ນ ຊາວກະສິກອນລາວ ສ່ວນໃຫຍ່​ຍັງເຂົ້າບໍ່ເຖິງລະບົບສິນເຊື່ອຂອງທະນາຄານ ແລະຂາດຕະຫຼາດທີ່ຈະຮອງຮັບຜົນຜະລິດອີກດ້ວຍ ດັ່ງທີ່ຊາວກະສິກອນລາວ ໄດ້ໃຫ້ການຢືນຢັນວ່າ:

“ຄອບຄົວທີ່ວ່າ ເຮັດປູກຝັງ-ລ້ຽງສັດຂະໜາດນ້ອຍນີ້ນ່ະ ກະສ່ຽງຫັ້ນແຫລະ ເພາະວ່າ ສົ່ງຕະຫຼາດ ນີ້ກະກໍລະນີໜຶ່ງ ບໍ່ມີໃຜມາຊື້​ປ​ຫັ້ນ ເຮົາໄດ້ໄຟສົ່ງເອງ ສ່ົງເອງບໍ່ໄດ້ຂາຍກະເນົ່າຖິ້ມລ້າ ເງິນທຶນກະບໍ່ໄດ້ ກຳໄລກະບໍ່ມີ ຫຼາຍຄັ້ງກະເປັນແນວນັ້ນ ກະບໍ່ວ່າດອກ ຝູ້ທີ່ເຂົາເຈົ້າມີທຶນມີຮອນ ທີ່ເຂົາເຈົ້າເຮັດທຸລະກິດຂະໜາດໃຫຍ່ຫັ້ນ ເຂົາເຈົ້າກະມີຕະຫຼາດຮອງຮັບແລ້ວ ແຕ່ພວກໄທເຮົາ ເຈົ້າຂ້ອຍ ຜູ້ເຮັດນ້ອຍນີ້ ບໍ່ກ້າທີ່ວ່າ ຈະໄປຢືມເງິນທະນາຄານ ເພາະວ່າ ເຫັນຜູ້ລາງຄົນຢືມມາແລ້ວ ຫັ້ນນ່ະ ມາເຮັດແລ້ວ ກະບໍ່ໄດ້ຂາຍ ນັ້ນກະເຮັດໃຫ້ໝົດທັງຕົ້ນ ໝົດທັງດອກ.”

ປີ 2022 ລາວ ສົ່ງອອກສິນຄ້າກະສິກຳ ໄປຕ່າງປະເທດໃນມູນຄ່າລວມ 1,180 ລ້ານໂດລາ ໃນນີ້ 80 ເປີເຊັນ ເປັນການສົ່ງອອກໄປຈີນ ຫຼືຄິດເປັນມູນຄ່າລວມ 945 ລ້ານໂດລາ ຊຶ່ງສ່ວນໃຫຍ່ເປັນຜະລິດຕະພັນຈາກພືດ ສ່ວນການສົ່ງອອກງົວ ມີມູນຄ່າລວມພຽງແຕ່ 53 ລ້ານໂດລາ ເທົ່ານັນ ເຖິງແມ່ນວ່າ ລາວ ຈະໄດ້ໂຄວຕ້າການສົ່ງງົວໄປຈີນ ເຖິງ 5 ແສນໂຕຕໍ່ປີກໍຕາມ.

XS
SM
MD
LG