ສະມາຄົມອຸດສາຫະກໍາຜະລິດເສື້ອຜ້າສໍາເລັດຮູບໃນລາວລາຍງານວ່າ ການສົ່ງອອກສິນຄ້າ ປະເພດເສື້ອຜ້າສໍາເລັດຮູບຈາກລາວໄປຕ່າງປະເທດໃນໄລຍະ 9 ເດືອນຂອງປີ 2011
ນີ້ມີມູນຄ່າລວມເຖິງ 165 ລ້ານໂດລາ ຫຼື ເພີ່ມຂຶ້ນຈາກໄລຍະດຽວກັນຂອງປີ 2010
ຄິດເປັນສັດສ່ວນທີ່ສູງກວ່າ 29% ໂດຍຕະຫຼາດທີ່ສໍາຄັນກໍຍັງຄົງເປັນບັນດາປະເທດ ໃນສະຫະພາບຢູໂຫຼບທີ່ນໍາເຂົ້າເສື້ອຜ້າສໍາເລັດຮູບຈາກລາວ ເຖິງ 76% ທັງຍັງເປັນ
ການນໍາເຂົ້າທີ່ເພີ່ມຂຶ້ນຈາກໄລຍະດຽວກັນຂອງປີ 2010 ຄິດເປັນສັດສ່ວນເຖິງ 22% ອີກດ້ວຍ.
ສ່ວນຕະຫຼາດໃນສະຫະລັດອາເມລິການັ້ນ ເຖິງແມ່ນວ່າໃນໄລຍະດຽວກັນນີ້ ຈະໄດ້ນໍາເຂົ້າ
ເສື້ອຜ້າສໍາເລັດຮູບຈາກລາວໃນມູນຄ່າຮ່ວມພຽງ 25.8 ລ້ານ ໂດລາ ເທົ່ານັ້ນກໍຕາມ ຫາກ
ແຕ່ກໍຖືເປັນສັນຍານດ້ານບວກ ເນື່ອງຈາກວ່າເປັນການນໍາເຂົ້າເສື້ອຜ້າສໍາເລັດຮູບຈາກລາວ ທີ່ເພີ່ມຂຶ້ນຈາກໄລຍະດຽວກັນຂອງປີກາຍເກືອບເຖິງ 7% ຈຶ່ງເຮັດໃຫ້ເຊື່ອວ່າເສດຖະກິດ
ຂອງສະຫະລັດ ກໍາລັງຟື້ນຕົວໄປສູ່ສະພາວະທີ່ເປັນປົກກະຕິແລ້ວ ແລະພ້ອມກັນນັ້ນ ແຄນນາ
ດາ ກັບຢີ່ປຸ່ນກໍຍັງນັບເປັນຕະຫຼາດທີ່ນໍາເຂົ້າເສື້ອຜ້າສໍາເລັດຮູບຈາກລາວຫຼາຍຂຶ້ນທຸກປີ
ເຊັ່ນດຽວກັນ ຊຶ່ງກໍເຮັດໃຫ້ເຊື່ອໝັ້ນວ່າໃນຕະຫຼອດປີ 2011 ນີ້ ການສົ່ງອອກເສື້ອຜ້າສໍາເລັດ ຮູບຂອງລາວຈະມີມູນຄ່າລວມເຖິງ 220 ລ້ານ ໂດລາ ຢ່າງແນ່ນອນ.
ແຕ່ຢ່າງໃດກໍຕາມທ່ານອ່ອນສີກໍ່ໄດ້ໃຫ້ການຍອມຮັບວ່າການສົ່ງອອກເສື້ອຜ້າສໍາເລັດຮູບ
ຂອງລາວດັ່ງກ່າວຍັງຄົງບໍ່ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການທີ່ເປັນຈິງຂອງ
ປະເທດເນື່ອງຈາກວ່າໂຮງງານຜະລິດເສື້ອຜ້າສໍາເລັດຮູບໃນລາວບໍ່ພຽງແຕ່ຈະປະສົບກັບ
ບັນຫາຂາດແຄນແຮງງານເທົ່ານັ້ນ ຫາກແຕ່ແຮງງານທີ່ມີຢູ່ໃນປັດຈຸບັນນີ້ ກໍຍັງເປັນແຮງ ງານບໍ່ມີຝີມືອີກດ້ວຍດັ່ງທີ່ທ່ານໄດ້ຊີ້ແຈງວ່າ:
“ອຸປະສັກກໍຄືວ່າຄົນສ່ວນໃຫ່ຍທີ່ມາຈາກຊົນນະບົດແມ່ນດ້ອຍໂອກາດໃນການ
ຮຽນແລ້ວຄວາມຮູ້ກໍຕໍ່າຫັ້ນແຫລະ. ປະຖົມກໍ່ບໍ່ຈົບ, ມັດທະຍົມກໍບໍ່ຈົບ. ສະນັ້ນ
ເມື່ອເວລາເຂົ້າມາເຮັດວຽກ ຄວາມຕ້ອງການໃນດ້ານເທັກໂນໂລຈີ ສະໄໝ
ໃໝ່ ມັນກໍນັບມື້ສູງຂຶ້ນ ເຮັດໃຫ້ພວກເຂົາເຈົ້າມີຄວາມຫຍຸ້ງຍາກໃນການປັບ ຕົວເຂົ້າກັບເທັກໂນໂລຈີໃໝ່ເນື່ອງຈາກວ່າພວກເຂົາເຈົ້າ ບໍ່ມີພື້ນຖານ.”
ທາງດ້ານສະຖາບັນວິໄຈເສດຖະກິດແຫ່ງຊາດລາວກໍໄດ້ສະເໜີລາຍງານກ່ຽວກັບສະຖານະ
ການຂອງຄ່າເງິນກີບແລະຜົນກະທົບຕໍ່ພາກການຜະລິດໃນລາວວ່າການແຂງຄ່າຂຶ້ນຂອງ
ເງິນກີບໃນອັດຕາສະເລ່ຍ 5.4% ຕໍ່ປີ ເມື່ອທຽບໃສ່ກັບເງິນດອນລາສະຫະລັດແລະ
5.5% ຕໍ່ປີ ເມື່ອທຽບໃສ່ກັບເງິນບາດຂອງໄທໃນຮອບນຶ່ງປີມານີ້ ຊຶ່ງໄດ້ສົ່ງຜົນກະທົບ ທັງໃນດ້ານບວກ ແລະດ້ານລົບຕໍ່ເສດຖະກິດຂອງລາວ.
ໂດຍຜົນກະທົບໃນດ້ານບວກນັ້ນກໍຄືເຮັດໃຫ້ພາກການຜະລິດໃນລາວສາມາດທີ່ຈະນໍາເຂົ້າ
ສິນຄ້າປະເພດທຶນໄດ້ຫຼາຍຂຶ້ນ ໂດຍສະເພາະແມ່ນສິນຄ້າທຶນປະເພດທີ່ເປັນເທັກໂນໂລຈີສະ
ໄໝໃໝ່ ອັນຈະເປັນປະໂຫຍດຕໍ່ການພັດທະນາອຸດສະຫະກຳການຜະລິດສິນຄ້າຕ່າງໆໃນ
ລາວແລະໃນຂະນະດຽວກັນການແຂງຄ່າຂຶ້ນຂອງເງິນກີບກໍຍັງມີສ່ວນເຮັດໃຫ້ລາຄາຈໍາໜ່າຍ
ສິນຄ້າໃນລາວມີການປັບໂຕສູງຂຶ້ນໃນອັດຕາສະເລ່ຍພຽງແຕ່ 1% ໃນແຕ່ລະປີເທົ່ານັ້ນ
ອີກດ້ວຍ.
ຍິ່ງໄປກວ່ານັ້ນ ດ້ວຍສະພາວະ
ການແຂງຄ່າຂຶ້ນຂອງເງິນກີບ
ດັ່ງກ່າວ ກໍຍັງມີສ່ວນຢ່າງສໍາຄັນ
ໃນການທີ່ເຮັດໃຫ້ປະຊາຊົນ
ລາວພາກັນຫັນມາໃຊ້ຈ່າຍ ຫຼື
ຊໍາລະລາຄາສິນຄ້າ ແລະບໍລິ
ການຕ່າງໆດ້ວຍເງິນກີບນັ້ນ
ກໍສົ່ງຜົນດີຕໍ່ການສ້າງຄວາມ
ເຊື່ອຖືຂອງຄົນລາວແລະຊາວ
ຕ່າງຊາດທີ່ມີຕໍ່ເງິນກີບຫຼາຍຂຶ້ນນັບມື້.
ແຕ່ຢ່າງໃດກໍ່ຕາມ ພາກສ່ວນທີ່ໄດ້ຮັບຜົນກະທົບດ້ານລົບຈາກການແຂງຄ່າຂຶ້ນຂອງເງິນກີບ
ດັ່ງກ່າວກໍຄືການສົ່ງອອກເສື້ອຜ້າສໍາເລັດຮູບໄປຕ່າງປະເທດ ຊຶ່ງມີລາຍຮັບສ່ວນໃຫຍ່ເປັນເງິນ
ດອນລາສະຫະລັດ ເພາະໃນເມື່ອວ່າເງິນດອນລາສະຫະລັດໄດ້ອ່ອນຄ່າລົງເມື່ອທຽບໃສ່ກັບ
ເງິນກີບຂອງລາວ ຈຶ່ງເຮັດໃຫ້ພາກການຜະລິດດັ່ງກ່າວມີລາຍໄດ້ຫລຸດລົງເມື່ອ ຕ້ອງແລກປ່ຽນ
ເງິນດອນລາສະຫະລັດມາເປັນເງິນກີບ ສໍາລັບໃຊ້ຈ່າຍເປັນຄ່າຈ້າງແຮງງານ ຫຼືຊໍາລະລາຄາ
ສິນຄ້າ ແລະບໍລິການຕ່າງໆຢູ່ໃນລາວນັ້ນເອງ.