ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ຄາດໝາຍວ່າ ຈະຕ້ອນຮັບນັກທ່ອງທ່ຽວຊາວຈີນ ປະມານ 300,000 ຄົນ ຫາກແຕ່ຂາດແຄນບຸກຄະລາກອນ ໃນພາກບໍລິການແລະທ່ອງທ່ຽວ


ພວກນັກທ່ອງທ່ຽວຊາວຈີນ ກຳລັງຫລັ່ງໄຫລເຂົ້າມາທ່ອງທ່ຽວໃນລາວ ຫຼາຍຂຶ້ນນັບມື້.
ພວກນັກທ່ອງທ່ຽວຊາວຈີນ ກຳລັງຫລັ່ງໄຫລເຂົ້າມາທ່ອງທ່ຽວໃນລາວ ຫຼາຍຂຶ້ນນັບມື້.

ທາງການລາວ ວາງເປົ້າໝາຍຈະດຶງເອົານັກທ່ອງທ່ຽວຈີນ ໃຫ້ໄດ້ກວ່າ 3 ແສນຄົນ ໃນປີ 2023 ຫາກແຕ່ພາກທຸລະກິດບໍລິການ ແລະທ່ອງທ່ຽວ ກັບຕ້ອງປະເຊີນກັບບັນຫາຂາດແຄນບຸກຄະລາກອນ ຊຶ່ງ ຊົງຣິດ ໂພນເງິນ ມີລາຍງານ ຈາກບາງກອກ.

ນັກທຸລະກິດໃນພາກບໍລິການແລະທ່ອງທ່ຽວໃນລາວ ເປີດເຜີຍວ່າ ກະຊວງຖະແຫລງຂ່າວ-ວັດທະນະທຳ ແລະທ່ອງທ່ຽວ ໄດ້ວາງເປົ້າໝາຍ ຈະດຶງດູດເອົານັກທ່ອງທ່ຽວຊາວຕ່າງຊາດ ໃຫ້ໄດ້ 1 ລ້ານ 4 ແສນຄົນ ຊຶ່ງຈະສ້າງລາຍຮັບໃຫ້ກັບພາກທຸລະກິດບໍລິການແລະທ່ອງທ່ຽວ ໄດ້ເກີນກວ່າ 340 ລ້ານໂດລາໃນປີ 2023 ແລະໃນນີ້ ຄາດວ່າ ຈະເປັນນັກທ່ອງທ່ຽວຊາວຈີນ ເກີນກວ່າ 368,000 ຄົນ ໂດຍເມື່ອພິຈາລະນາສະພາບການຕົວຈິງຂອງການລະບາດໄວຣັສໂຄວິດ-19 ໃນລາວ ທີ່ເບົາບາງລົງນັບມື້ ລວມເຖິງການເດີນລົດໄຟ ລາວ-ຈີນ ເພື່ອໃຫ້ບໍລິການແກ່ຜູ້ໂດຍສານໄດ້ໃນຕະຫຼອດເສັ້ນທາງ ລະຫວ່າງວຽງຈັນກັບຄຸນໝິງ ເມື່ອວັນທີ 13 ເມສາ 2023 ຈຶ່ງ​ເຊື່ອໝັ້ນວ່າ ຈະສາມາດບັນລຸຄາດໝາຍດັ່ງກ່າວຢ່າງແນ່ນອນ.

ແຕ່ຢ່າງໃດກໍຕາມ ການລະບາດໄວຣັສໂຄວິດ-19 ໃນຕະຫຼອດຊ່ວງປີ 2020-2022 ກໍໄດ້ສົ່ງຜົນກະທົບຕໍ່ພາກບໍລິການແລະທ່ອງທ່ຽວໃນລາວ ຢ່າງໜັກໜ່ວງ ຊຶ່ງນອກຈາກຈະເຮັດໃຫ້ບໍລິສັດທ່ອງທ່ຽວ ໄດ້ຢຸດກິດຈະການເກືອບທັງໝົດແລ້ວ ກໍຍັງມີການເລີກຈ້າງແຮງງານເກືອບທັງໝົດດ້ວຍເຊັ່ນກັນ ໂດຍຜົນທີ່ຕິດຕາມມາ ໃນປັດຈຸບັນນີ້ ກໍຄືພາກບໍລິການແລະທ່ອງທ່ຽວຂອງລາວ ຕ້ອງປະເຊີນກັບບັນຫາຂາດແຄນທາງດ້ານບຸກຄະລາກອນຢ່າງໜັກໜ່ວງ ກໍຄືເຖິງຂະໜາດທີ່ບໍ່ສາມາດຮອງຮັບກັບຈຳນວນນັກທ່ອງທ່ຽວຊາວຈີນ ທີ່ເດີນທາງມາລາວ ໃນປັດຈຸບັນ ດັ່ງກໍລະນີທີ່ເກີດຂຶ້ນທີ່ນະຄອນຫຼວງພະບາງ ເມື່ອປາກົດວ່າ ນັກທ່ອງທ່ຽວຊາວຈີນ ໄດ້ເດີນທາງມາແບບຄອບຄົວດ້ວຍລົດເຮືອນຂອງພວກເຂົາເຈົາເອງ ແຕ່ວ່າທາງການລາວ ກໍບໍ່ໄດ້ກຽມສະຖານທີ່ຮອງຮັບ ຈຶ່ງເປັນໃຫ້ເກີດສະພາບແອອັດ ແລະສ້າງບັນຫາຜົນກະທົບຕໍ່ສະພາບແດວລ້ອມໃນເມືອງມໍລະດົກໂລກ ດັ່ງທີ່ນັກທຸລະກິິດດ້ານບໍລິການ ແລະທ່ອງທ່ຽວໃນລາວ ໄດ້ໃຫ້ການຢືນຢັນວ່າ:

“ໃນຊ່ວງຫາກໍເລີ້ມເປີດການທ່ອງທ່ຽວຂອງຈີນຫັ້ນ ກະແມ່ນນັກທ່ອງທ່ຽວຈີນ ເຂົ້າມາ ປະເພດທີ່ມີນີ້ ກໍຈະມາຈອດ ແລະມານອນຕາມບ້ານປະຊາຊົນ ໂດຍສະເພາະ ຫລະແມ່ນຂອບເຂດທີ່ເພິ່ນໄປພັກຫັ້ນ ເຊັ່ນແຄມຂອງແຄມຄານເນາະ ຢູ່ຫັ້ນແມັນແອອັດຢູ່ແລ້ວຊັ້ນນ່າ ໝູ່ບ້ານຫັ້ນນ່າ ​ເບື້ອງ​ຕົ້ນ​ເຂົາ​ກະ​ເຂົ້າ​ມາ​ແບບ​ນັ້ນ​ຫັ້ນ​ແຫຼະ ແຕ່​ເພິ່ນ​ກະ​ວ່າ​ເພິ່ນບໍ່​ຮູ້​ເນາະ​ເບື້ອ​ຕົ້ນ​ຫັ້ນ​ນ່າ ແຕ່ວ່າ ມາດຽວນີ້ ກະບໍ່ມີແລ້ວເນາະ ຖືວ່າ ພວກເຮົາກະໄດ້ສຶກສາອົບຮັບ ກ່າວເຕືອນເພິ່ນ ແລ້ວກະຜູ້ເຂົ້າມາໃໝ່ ເຮົາກະໃຫ້ອອກໄປພັກຢູ່ນອກ ກະມີສະຖານທີ່ບ່ອນທີ່ເໝາະສົມ ພວກເຮົາກະຈັດຢູ່ທາງນອກເອົາ.”

ສ່ວນເຈົ້າໜ້າທີ່ຂັ້ນສູງໃນກະຊວງຖະແຫລງຂ່າວ-ວັນທະນະທຳ ແລະທ່ອງທ່ຽວ ຢືນຢັນວ່າ ລັດຖະບານລາວ ຈະເລັ່ງດຳເນີນການພັດທະນາທຸລະກິດບໍລິການແລະທ່ອງທ່ຽວໃຫ້ໄດ້ລະດັບມາດຕະຖານສາກົນໃຫ້ໄວທີ່ສຸດ ເພາະຄາດຫວັງວ່າ ນັກທ່ອງທ່ຽວຊາວຕ່າງຊາດ ຈະເດີນທາງມາລາວ ຫຼາຍຂຶ້ນ ໂດຍສະເພາະພາຍຫຼັງຈາກທີ່ສາມາດຄວບຄຸມການລະບາດໄວຣັສໂຄວິດ-19 ໄດ້ຢ່າງຄັກແນ່ແລ້ວນັ້ນ ເມື່ອສົມທົບກັບການເປີດການເດີນລົດໄຟ ລາວ-ຈີນ ຈາກຄຸນໝິງມານະຄອນຫຼວງວຽງຈັນ ນັບແຕ່ວັນທີ 13 ເມສາ 2023 ເປັນຕົ້ນມາ ຈຶ່ງຄາດໝາຍວ່າ ຈະມີນັກທ່ອງທ່ຽວຊາວຈີນ ເດີນທາງມາລາວເພີ້ມຂຶ້ນເກີນກວ່າ 8 ເທົ່າຕົວໃນປີ 2023 ທຽບໃສ່ປີ 2022 ທີ່ມີນັກທ່ອງທ່ຽວຊາວຈີນ ເດີນທາງເຂົ້າມາລາວພຽງແຕ່ 45,249 ຄົນເທົ່ານັ້ນ.

ທັງນີ້ ໂດຍການລະລາດໄວຣັສໂຄວິດ-19 ໃນຊ່ວງປີ 2020-2022 ໄດ້ສົ່ງຜົນກະທົບເຮັດໃຫ້ພາກທຸລະກິດບໍລິການແລະທ່ອງທ່ຽວໃນລາວ ຕ້ອງສູນເສຍລາຍຮັບເກີນກວ່າ 700 ລ້ານໂດລາຕໍ່ປີ ທັງຍັງເຮັດໃຫ້ຫົວໜ່ວຍທຸລະກິດຈຳນວນຫຼາຍຕ້ອງຂໍເລື່ອນ​ການຊຳຫລະໜີ້ໃຫ້ກັບທະນາຄານເປັນເວລາເຖິງ 3 ປີຕິດຕໍ່ກັນ ໃນນີ້ລວມເຖິງໂຮງແຮມ-ບ້ານພັກຫຼາຍກວ່າ 3,000 ແຫ່ງກັບບໍລິສັດທ່ອງທ່ຽວເກີນກວ່າ 2,000 ລາຍ ແລະເຮັດໃຫ້ມີການເລີກຈ້າງແຮງງານເກີນກວ່າ 4 ແສນຄົນ ດັ່ງທີ່ນັກທຸລະກິດດ້ານບໍລິການ ແລະທ່ອງທ່ຽວ ໄດ້ໃຫ້ການຢືນຢັນວ່າ:

“ຂໍ້ຫຍຸ້ງຍາກຫຼືວ່າ ຂໍ້ຄົງຄ້າງອັນນຶ່ງ ທີ່ພວກເຮົາຈະຕ້ອງໄດ້ພ້ອມກັນປັບປຸງ ກະແມ່ນແຮງງານໃນຂະແໜງການທ່ອງທ່ຽວ ພວກເຮົາແມ່ນຖືວ່າ ມີບັນຫາ ຍ້ອນລະຍະທີ່ພວກເຮົາປິດປະເທດ ປິດການບໍລິການ 2-3 ປີຜ່ານມາ ແຮງງານທີ່ເຄີຍເຮັດວຽກໃນໂຮງແຮມ ເຮືອນພັກ ຮ້ານອາຫານ ບໍລິສັດທ່ອງທ່ຽວ ເຂົາເຈົ້າບໍ່ໄດ້ເຮັດວຽກ ເ​ຂົາຫັນໄປເຮັດອາຊີບອື່ນ.”

ທັງນີ້ ລັດຖະບານລາວ ໄດ້ເປີດປະເທດຕ້ອນຮັບນັກທ່ອງທ່ຽວຕ່າງຊາດ ເມື່ອເດືອນພຶດສະພາ 2022 ໂດຍມີນັກທ່ອງທ່ຽວຕ່າງຊາດເດີນທາງມາລາວ 9 ແສນກວ່າຄົນ ແລະມີລາຍຮັບກວ່າ 218 ລ້ານໂດລາ ໃນປີທີ່ຜ່ານມາ.

XS
SM
MD
LG