ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜົນຜະລິດເຂົ້ານາປີໃນລາວປີນີ້ ຈະບໍ່ໄດ້ຕາມແຜນການ


ສະພາບທົ່ງນາທີ່ແຫ້ງແລ້ງໃນລາວ
ສະພາບທົ່ງນາທີ່ແຫ້ງແລ້ງໃນລາວ

ເຈົ້າໜ້າ​ທີ່​ລາວ​ຄາດໝາຍ​ວ່າ​ຜົນ​ຜະ​ລິດ​ເຂົ້ານາປີ​ຈະ​ບໍ່​ໄດ້​ຕາມ​ແຜນການ​ ທີ່​ວາງ​ເອົາ​ໄວ້​ໃນ​ປີ​ນີ້ ​ເນຶ່ອງຈາກ​ວ່າ​ຝົນຕົກ​ບໍ່​ຕ້ອງຕາ​ມລະດູ​ການ ຈຶ່ງ​ເຮັດ​ໃຫ້​ທຸກ​ເຂດ​ແຂວງ​ໃນ​ທົ່ວ​ປະ​ເທດ​ລາວ​ຕ້ອງ​ປະ​ເຊີນ​ກັບ​ໄພ​ແຫ້ງ​ ແລ້ງ​ຢ່າງ​ຍາວ​ນານ​ກວ່າ​ທຸກ​ປີ.

ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ກະຊວງ​ກະສິກຳ-ປ່າ​ໄມ້​ຂອງ​ລາວ​ໄດ້​ໃຫ້ການ​ຄາດໝາຍ​ວ່າ​ຜົນ​ຜະລິດ​ຂ້າວ​ນາປີ​ໃນ​ທົ່ວ​ປະ ​ເທດ​ລາວ​ປີ 2010 ນີ້​ຈະ​ບໍ່​ໄດ້​ຕາມ​ແຜນ ການ​ທີ່​ວາງ​ເອົາ​ໄວ້ ​ເພາະວ່າ​ດ້ວຍ​ສະພາວະ​ທີ່​ຝົນ​ບໍ່​ຕົກ​ຕ້ອງຕາ​ມລະດູ ການ​ຈົນ​ເຖິງ​ເວລາ​ນີ້ ບໍ່​ພຽງ​ແຕຈະ​ເຮັດ​ໃຫ້​ລາວ​ຕ້ອງ​ປະ​ເຊີນ​ກັບ​ໄພ​ແຫ້ງແລ້ງ​ຢ່າງ​ໜັກ​ແລະ​ຍາວ​ນານ​ກວ່າ​ທຸກ​ປີທີ່​ຜ່ານ​ມາ​ເທົ່າ​ນັ້ນ ຫາກ​ແຕ່​ຍັງ​ເຮັດ​ໃຫ້​ກະ​ເສດ​ກອນ​ລາວ​ສ່ວນ​ໃຫຍ່ໃນ​ທົ່ວ​ປະ​ເທດ​ຍັງ​ຄົງ​ບໍ່​ສາມາດ​ທີ່​ຈະ​ປູກ​ເຂົ້າ ນາປີ​ໄດ້​ເລຍ​ອີກ​ດ້ວຍ. ທັງ​ນີ້​ໂດຍ​ອີງຕາມ​ລາຍງານ​ຈາກ​ທາງ​ການ​ແຂ​ວງຈຳປາ​ສັກ ຊຶ່ງ​ເປັນ​ແຂວງ​ນຶ່ງ​ທີ່ ສາມາດ​ຜະລິດ​ເຂົ້າ​ໄດ້​ເກີນ​ຄວາມ​ຕ້ອງການ​ບໍລິ​ໂພ​ກພາຍ​ໃນ​ແຂ​ວງ ​ແລະ​ສົ່ງ​ອອກ​ເຂົ້າຄິດ​ເປັນ​ປະລິມານ​ຫລາຍກວ່າ 1 ​ແສນ​ຕັນ​ໃນ​ແຕ່​ລະ​ປີ​ນັ້ນ ຫາກ​ແຕ່​ວ່າ​ຈົນ​ເຖິງ​ເວລາ​ນີ້ກະ​ເສດ​ຕະກອນ​ໃນ​ແຂວງ​ກັບ​ສາມາດ​ປູກ​ເຂົ້າ​ໄດ້​ພຽງ​ແຕ່ 8,000 ກວ່າ​ເຮັກ​ຕ້າ ຫລື​ບໍ່​ເຖິງ 10% ຂອງແຜນການ​ທີ່​ວາງ​ເອົາ​ໄວ້​ເຖິງ 97,300 ​ເຮັກຕ້າ ​ແລະ​ໃນ​ຂະນະ​ດຽວ​ກັນ​ຍັງ​ປາກົດ​ດ້ວຍ​ວ່າ​ໄພ​ແຫ້ງ​ແລ້ງ​ໄດ້​ເຮັດ​ໃຫ້​ນາ​ເຂົ້າທີ​ປູກ​ນັ້ນ​ໄດ້​ເສຍ​ຫາຍ​ໄປ​ເປັນ​ສ່ວນໃຫຍ່​ແລ້ວ.

ສະພາບ​ດຽວ​ກັນ​ນີ້​ໄດ້​ເກີດ​ຂື້ນ​ຢູ່​ໃນ​ທຸກ​ເຂດ​ແຂວງ​ທົ່ວ​ປະ​ເທດ​ລາວ ຊຶ່ງ​ກໍ​ຄື​ດ້ວຍໄພ​ແຫ້ງ​ແລ້ງ​ທີ່​ມີ​ຄວາມ​ຮຸນ​ແຮງ​ແລະ​ຍາວ​ນານ​ກວ່າ​ທຸກ​ປີ​ນັ້ນ ​ໄດ້ເຮັດ​ໃຫ້​ກະ​ເສດ​ຕະກອນ​ລາວ​ສາມາດ​ປູກ​ເຂົ້າ​ໄດ້​ບໍ່​ເຖິງ 10% ຂອງ ​ແຜນການ​ທີ່​ວາງ​ເອົາ​ໄວ້ ​ແລະ​ເຂດ​ທີ່​ກະ​ເສດ​ຕະກອນ​ສາມາດ​ປູກ​ເຂົ້າ​ໄດ້​ກໍ​ມີ​ພຽງເຂດ​ທີ່​ມີແຫ​ລ່ງນ້ຳທໍາມະຊາດຫລໍ່ລ້ຽງເທົ່າ​ນັ້ນ ດັ່ງທີ່ເຈົ້າໜ້າທີ່ໃນແຂວງ ອັດຕະປື ໄດ້ໃຫ້ການອະທິບາຍເຖິງສະພາບທີ່ເກີດຂື້ນຢູ່ພາຍໃນແຂວງ ໃນຂະນະນີ້ວ່າ

“ນາປີ​ມາ​ຮອດ​ປັດຈຸບັນ​ນີ້ ຍ້ອນ​ວ່າ​ດິນ​ຟ້າ​ອາກາດ​ບໍ່​ອໍານວຍ​ຄວາມ​ສະດວກ ຈຶ່ງ​ບໍ່​ທັນ​ສາມາດ​ຕົກກ້າ​ໄດ້​ຍັງ ​ເກືອບ​ເກົ້າສິບ​ກວ່າ​ເປີ​ເຊັນ​ພຸ້ນ​ນ່ະ ຍ້ອນ​ວ່າ​ມັນ​ບໍ່​ມີນໍ້າບໍ່​ມີ​ຮອດ​ນໍ້າຫ້ວຍກໍ​ເລີຍ​ເປັນ​ອຸບປະສັກທີ່​ຫຍຸ້ງຍາກຫລາຍ​ຕໍ່​ປະຊາຊົນ​ໃນ​ເວລາ​ນີ້”

ຍິ່ງ​ໄປ​ກວ່າ​ນັ້ນ ດ້ວຍ​ສະພາວະ​ແຫ້ງ​ແລ້ງ​ຢ່າງ​ໜັກໜ່ວງໃນ​ເວລາ​ນີ້ ຍັງ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ເນຶ່ອງ​ເຮັດ​ໃຫ້​ເຂົ້າມີ ລາຄາ​ແພງ​ຂື້ນ​ດ້ວຍ ​ໂດຍ​ສະ​ເພາະ​ໃນ​ເຂດ​ນະຄອນ​ວຽງ​ຈັນ​ນັ້ນ ລາຄາ​ເຂົ້າດີ​ໄດ້​ປັບ​ລາຄາ​ສູງ​ຂື້ນ​ເຖິງ 8,500 ກີບ​ຕໍ່​ກິ​ໂລ​ ສ່ວນ​ເຂົ້າ​ເປືອກ​ຢູ່​ແຂວງ​ຈຳປາ​ສັກ​ກໍ​ປັບ​ຕົວ​ສູງ​ຂື້ນ​ຈາກ 2,000 ກີບ​ເປັນ 3,000 ​ກີບຕໍ່​ກິ​ໂລ​ກຳ ​ແລະ​ດ້ວຍ​ສະພາວະ​ແຫ້ງ​ແລ້ງ​ທີ່​ເປັນ​ຢູ່​ໃນ​ເວລານີ້​ກໍຍັງ​ເຮັດ​ໃຫ້​ທາງ​ການ​ແຂວງ​ຈຳປາ​ສັກ​ໄດ້​ວາງ​ແຜນການ​ທີ່ ຈະ​ຊື້​ເຂົາຈາກ​ຫວຽດນາມ​ເພື່ອ​ຮັບຮອງ​ສະພາວະ​ການ​ຂາດ​ແຄນ​ເຂົ້າກິນ​ອີກ​ດ້ວຍ.

ແຕ່​ຢ່າງ​ໃດ​ກໍ​ຕາມ ສຳ​ຫລັບ​ໃນ​ໄລຍະ​ຍາວ​ທາງ​ການ​ລາ​ວກໍ​ຈະ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ນີ້​ດ້ວຍ​ການ​ກໍ່ສ້າງ​ແລະ​ຂະຫຍາຍ​ລະບົບ​ຄອງ​ຊົນລະປະທານ​ໃຫ້​ສາມາດ​ຕອບ​ສະໜອງ​ນ້ຳ​ໃຫ້​ກັບ​ພື້ນ​ທີ່​ການ​ກະ​ເສດ​ໃຫ້​ໄດ້​ຫລາຍ​ຂື້ນ ​ໂດຍ​ທາງ​ການ​ກະຊວງ​ກະສິກຳ-ປ່າ​ໄມ້​ລາວ​ຈັດ​ແບ່ງ​ແຜນການ​ພັດທະນາ​ລະບົບ​ຄອງ​ຊົນລະປະທານ​ອອກ​ເປັນ 2 ​ໄລຍະດ້ວຍ​ກັນ ກໍ​ຄື​ໄລຍະ​ຈາກ​ປີ​ 2010-2015 ​ແລະ​ຈາກ​ປີ 2016-2020. ​ໂດຍ​ສຳ​ຫລັບ​ເປົ້າໝາຍ​ໃນ​ປີ 2015 ກໍ​ຄື​ການ​ຂະຫຍາຍ​ລະບົບ​ຄອງ​ຊົນ​ລະ​ປະທານ​ໃຫ້​ສາມາດ​ຕອບ​ສະໜອງ​ນ້ຳ​ໃຫ້​ກັບ​ພື້ນ​ທີ່​ການ​ກະ​ເສດ ​ໃຫ້​ໄດ້ 350,000 ​ເຮັກຕ້າ​ໃນ​ລະດູ​ແລ້ງ ​ແລະ 500,000 ​ເຮັກຕ້າ​ໃນ​ຊ່ວງ​ລະດູຝົນ.

ສ່ວນ​ເປົ້າໝາຍ​ໃນ​ປີ​2020 ນັ້ນ ກໍ​ຈະ​ເພີ່ມ​ການ​ຕອບ​ສະໜອງ​ນ້ຳ​ໃຫ້​ພື້ນ​ທີ່​ການ​ກະ​ເສດ​ທີ່​ກວ້າງ​ຂື້ນ​ກວ່າ​ປີ 2015 ອີກ​ເຖິງ 500,000 ​ເຮັກຕ້າ​ໃນ​ລະດູ​ແລ້ງ ​ແລະ​ເພີ່ມ​ຂື້ນ​ເປັນ 1 ລ້ານ​ເຮັກຕ້າ​ໃນ​ຊ່ວງ​ລະດູຝົນ ຊຶ່ງຖ້າ​ຫາກວ່າການ​ດຳ​ເນີນ​ງານ​ເປັນ​ໄປ​ຕາມ​ແຜ​ນການ​ທີ່​ວາງ​ເອົາ​ໄວ້​ດັ່ງກ່າວ ກໍ​ຍັງ​ຈະ​ເຮັດ​ໃຫ້​ລາວ​ກາຍ​ເປັນ​ປະ​ເທດ ຜູ້​ສົ່ງ​ອອກ​ເຂົ້າຕ່າງ​ປະ​ເທດ​ລາຍ​ສຳຄັນ​ຂອງ​ໂລກ​ອີກ​ດ້ວຍ. ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ດຳ​ເນີນ​ຕາມ​ແຜ​ຍການ​ດັ່ງກ່າວ​ຂອງ​ທາ​ງການ​ລາວ​ກໍ​ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ໃຊ້ງົບ ປະ​ມານ​ຫລາຍ​ກວ່າ 3,400 ລ້ານ​ໂດ​ລາ ​ໃນ​ຂະນະ​ທີ່​ລັດຖະບານ​ລາວ​ເອງ​ກໍ​ຍັງ​ມີ​ບັນຫາ​ຂາດ​ແຄນ​ງົບປະມານ ຢ່າງ​ຫລວງຫລາຍ ຈຶ່ງ​ມີ​ພຽງ​ແຕ່​ການ​ກູ້​ຢືມ​ແລະ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ຕ່າງປະ​ເທດ​ເທົ່າ​ນັ້ນ ຈຶ່ງ​ຈ​ະ​ເຮັດ​ໃຫ້​ ​ແຜນການ​ດັ່ງກ່າວ​ນີ້​ຂອງ​ລັດຖະບານ​ລາວ​ສາມາດ​ເກີດ​ຂື້ນ​ເປັນ​ຈິງ​ໄດ້ ​ໂດຍ​ປີ​ນີ້ລັດຖະບານ​ລາວ​ໄດ້​ວາງ​ເປົ້າ ໝາຍ​ຜົນ​ຜະລິດ​ເຂົ້າ​ໄວ້​ເຖິງ 3.3 ລ້ານ​ຕັນ ສ່ວນ​ປີ​ຜ່ານ​ມາ​ກໍ​ສາມາດ​ຊຸກຍູ້​ຜົນ​ຜະລິດ​ເຂົ້າ​ໄດ້ 3.1 ລ້ານ​ຕັນ

XS
SM
MD
LG