ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊ້າງແລະເສືອ ໃນລາວ ມີຈໍານວນໜ້ອຍລົງ ນັບມື້


ຊ້າງນ້ອຍເກີດໃໝ່ໂຕນຶ່ງ ທີ່ໄປນໍາແມ່ຢູ່ປ່າແຫ່ງນຶ່ງໃນລາວ
ຊ້າງນ້ອຍເກີດໃໝ່ໂຕນຶ່ງ ທີ່ໄປນໍາແມ່ຢູ່ປ່າແຫ່ງນຶ່ງໃນລາວ

ຊ້າງແລະ​ເສືອ​​ຢູ່ໃນ​ລາວ​ ມີ​ຈໍານວນ​ຫລຸດ​ລົງ​ຢ່າງ​ຕໍ່​ເນື່ອງ ​ໂດຍ​ມີ​ສາ​ເຫດ​ມາ​ຈາກ​ການລັກລອບ​ຄ້າ​ ສັດປ່າ​ທີ່​ເພີ່ມ​ຂຶ້ນນັບ​ມື້​ຈົນ​ເຮັດ​ໃຫ້​ຄາດໝາຍ​ວ່າ​ທັງ​ເສືອ ​ແລະ​ຊ້າງ​ໃນລາວ​ຈະ​ສູນພັນ​ໄປ​ພາຍ​ໃນ 50 ປີ.

ອົງກາ​ນອະນຸລັກ​ຊ້າ​ງ​ໃນ​ເອ​ເຊຍ Elefant Asia ລາຍ​ງານ​ວ່າ​ ຈໍານວນ​ປະຊາກອນຊ້າງ
​ຢູ່​ໃນ​ລາວ​ຍັງ​ຄົງ​ຫລຸດ​ລົງ​ຢ່າງ​ຕໍ່​ເນຶ່ອງ ໂດຍ​ຈາກ​ການ​ເກັບ​ກໍາ​ຂໍ້​ມູນ​ຫລ້າ​ສຸດ ​ເຮັດ​ໃຫ້​ສາ
ມາດ​ປະ​ເມີນ​ໄດ້​ວ່າ ​ໃນ​ປັດຈຸບັນ​ນີ້ ຍັງ​ມີ​ປະຊາ​ກອນ​ຊ້າງ​ບ້ານ​ເຫຼືອ​ຢູ່ໃນ​ລາວ ​ພຽງ​ແຕ່​
ບໍ່​ເກີນ 470 ໂຕ​ເທົ່າ​ນັ້ນ. ສ່ວນ​ປະຊາກອນ​ຊ້າງ​ປ່າ​ນັ້ນ ກໍ​ເຊື່ອ​ວ່າ​ມີ​ຈໍານວນ​ໜ້ອຍ​ກວ່າ
​ປະຊາກອນ​ຊ້າງ​ບ້ານ​ຢ່າງ​ແນ່ນອນ ​ເນື່ອງ​ຈາກ​ວ່າ​ຊ້າງ​ປ່າ​ຕ້ອງປະ​ເຊີນ​ກັບ​ການ​ຖືກ​ລ່າ​
ໂດຍ​ກຸ່ມ​ລັກລອບ​ຄ້າ​ສັດປ່າ​ຢູ່​ຕະຫຼອດ​ເວລາ.

ຍິ່ງ​ໄປ​ກວ່າ​ນັ້ນ ​ເມື່ອ​ປະກອບ​ກັບ​ບັນຫາ​ການ​ຕັດ​ໄມ້​ທໍາລາຍ​ປ່າ​ຢ່າງ​ໜັກໜ່ວງ​ຢູ່​ໃນທົ່ວ
​ປະ​ເທດ​ລາວອີກ​ດ້ວຍ​ແລ້ວ ກໍ​ຍັງ​ໄດ້​ທໍາລາຍ​ຖິ່ນ​ຢູ່​ ແລະ​ແຫຼ່ງອາຫານ​ຂອງ​ຊ້າງ​ແລະ​ສັດ
ປ່າ​ນາໆຊະນິດ ຊຶ່ງ​ກໍ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ເນື່ອງ​ເຖິງ​ການ​ຜະສົມ​ພັນ​ຂອງສັດປ່າ​ອີກ​ດ້ວຍ
​ໂດຍ​ຜົນ​ທີ່​ຕິດຕາມ​ມາ​ກໍ​ຄື​ປະຊາກອນ​ຊ້າງ​ ແລະ​ສັດ​ປ່າ​ໄດ້​ຫລຸດ​ຈໍານວນ​ລົງ​ຢ່າງ​ຕໍ່​ເນື່ອງ
​ເພາະສະ​ນັ້ນ ຖ້າ​ຫາກ​ວ່າບັນຫາ​ດັ່ງກ່າວ​ນີ້​ບໍ່​ໄດ້​ຮັບ​ການ​ແກ້ໄຂ​ກໍ​ເຮັດ​ໃຫ້ ElefantAsia
ປະ​ເມີນ​ສະຖານະ​ການ​ວ່າ ​ຊ້າງ​ປ່າ​ໃນ​ລາວ ​ຈະ​ສູນພັນໄປພາຍ​ໃນ 50 ປີ.

ເສືອໂຄ່ງທີ່ຖືກອະນຸລັກຢູ່​ໃນ​ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ​ນໍ້າ​ແອດ-ພູ​ເລີຍ ​ຂອງລາວ
ເສືອໂຄ່ງທີ່ຖືກອະນຸລັກຢູ່​ໃນ​ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ​ນໍ້າ​ແອດ-ພູ​ເລີຍ ​ຂອງລາວ

ທາງ​ດ້ານ​ອົງການ​ຄຸ້ມ​ຄອງ​ສັດ
ປ່າ WCS ທີ່​ໃຫ້ການ​ຊ່ວຍ​ເຫຼືອ
ລັດຖະບານ​ລາວ​ ໃນການ​ອະນຸ
​ລັກ​ເສືອ​ໂຄ່ງ​ໃນ​ເຂດ​ປ່າ​ສະຫງວນ
​ແຫ່ງ​ຊາດ​ນໍ້າ​ແອດ-ພູ​ເລີຍ ​ໃນ​
ພາກ​ເໜືອ​ຂອງ​ລາວ​ນັ້ນ ກໍ​ລາຍ​
ງານ​ວ່າ ​ໃນ​ປັດ​ຈຸ​ບັນ​ນີ້ ຍັງ​ຄົງ​
ເຫຼືອ​ປະຊາກອນ​ເສືອ​ໂຄ່ງ ​ໃນ​
ເຂດປ່າສະຫງວນດັ່ງກ່າວພຽງ
ບໍ່ເກີນ 30 ໂຕ ແລະມີທ່າອ່ຽງ
ທີ່ຈະມີຈໍານວນຫລຸດລົງເລື້ອຍໆ
ເນື່ອງຈາກການລັກລອບເສືອປ່າ
ໃນລາວ​ ເພື່ອ​ສົ່ງ​ອອກ​ໄປ​ຕ່າງປະເທດ​ຍັງ​ຄົງ​ເກີດ​ຂຶ້ນຢູ່​ເລື້ອຍ​ມາ ​ໂດຍ​ເຖິງ ​ແມ່ນ​ວ່າ WCS
ຈະ​ຮ່ວມ​ມື​ກັບ​ທາງ​ການ​ລາວ​ທໍາ​ການ​ລາດຕະ​ເວນ​ໃນ​ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ​ນໍ້າ​ແອດ-
ພູ​ເລີຍ ນັບ​ແຕ່​ປີ 2010 ມາ​ແລ້ວ​ກໍ​ຕາມ ຫາກ​ແຕ່​ກໍ​ບໍ່ສາມາດ​ເຮັດ​ໄດ້​ຢ່າງ​ທົ່ວ​ເຖິງ ​ແລະ​ບັນ
ຫາ​ນີ້​ຍັງ​ໄດ້​ເກີດ​ຂຶ້ນ​ໃນ​ທຸກ​ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ​ອີກ​ດ້ວຍ ດັ່ງ​ທີ່​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​
ກະຊວງ​ກະສິກໍາ-ປ່າ​ໄມ້​ໄດ້​ຢືນຢັນ​ວ່າ

​“​ແຕ່ລະ​ເຂດ​ປ່າ​ສະ​ຫງວນນີ້ ພວກ​ເຮົາ​ໄດ້​ມີ​ການ​ກວດກາ​ນລາດຕະ​ເວນ​ເປັນ​ປະ​ຈໍາ​
ເດືອນ​ນຶ່ງ​ນີ້​ແມ່ນ​ສິບ​ມື້ ກວດກາ​ນຕາມ​ຂອບ​ເຂດ​ຊາຍ​ແດນ​ປ່າ​ສະຫງວນ ຈຶ່ງ​ໄດ້​ພົບ​
ເຫັນ ດັ່ງ​ນັ້ນພວກ​ເຮົາ​ຈຶ່ງ​ຕີ​ລາຄາ​ໄດ້​ວ່າ​ ຢູ່​ຕາມ​ເຂດ​ຊາຍ​ແດນ​ນີ້​ຍັງ​ມີ​ການ​ເຄຶ່ອນ​ໄຫວ​
ໃນ​ການ​ຈັບ​ ໃນ​ການ​ລ່າ​ສັດປ່າ​ບໍ່​ແມ່ນ​ໜ້ອຍ​ເດີ ຍົກ​ຕົວຢ່າງ​ຢູ່​ປ່າ​ສະຫງວນ​ນາ​ກາຍ-
ນໍ້າ​ເທີນ ​ແຕ່ລະ​ເດືອນ​ນີ້​ໄປ​ເກັບ​ກູ້​ໄປ​ກວດກາ​ໄປ​ເຫັນ​ພັນ​ກວ່າ ກໍລະນີ”

ເນື່ອງ​ຈາກ​ບັນຫາປະຊາກອນ​ຊ້າງ ​ເສືອ ​ແລະ​ສັດປ່າ​ລົດ​ຈໍານວນ​ລົງ​ຢ່າງ​ຕໍ່​ເນື່ອງ​ແລ້ວ ກໍ​ຍັງ​
ມີ​ບັນຫາ​ກ່ຽວ​ກັບ​ປະຊາກອນ​ປາບຶກ​ໃນ​ແມ່​ນໍ້າຂອງ ທີ່​ຫລຸດ​ຈໍານວນ​ລົງຢ່າງ​ຕໍ່​ເນື່ອງ ​ເຊັ່ນ​
ດຽວ​ກັນ ຊຶ່ງ​ຕໍ່​ບັນຫາ​ດັ່ງກ່າວ​ກໍ​ເຮັດ​ໃຫ້​ທາງ​ການ​ສະຫະລັດ ​ໂດຍທ່ານ​ນາງ Karen B.
Stewart ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາ​ລາວ​ໄດ້ ສົ່ງ​ມອບ​ອຸບປະກອນ​ຕິດ​ຕັ້ງ
​ສັນຍານ​ດາວ​ທຽມ​ ສໍາລັບ​ນໍາ​ໃຊ້​ໃນ​ການ​ຕິດຕາມ​ການເຄື່ອນ​ໄຫວ​ຂອງ​ປາບຶກ​ໃນ​ແມ່​ນໍ້າ
ຂອງ​ໃຫ້​ກັບ​ກອງ​ທຶນ​ອະນຸ​ລັກ​ສັດ​ໂລກ WWF ​ໃນ​ລາວ​ຢ່າງ​ເປັນ​ທາງ​ການ​ເມື່ອ​ບໍ່​ດົນ​ມາ​ນີ້.

ເອກອັກຄະລັດຖະທູດສະຫະລັດ ປະຈໍາລາວ ທ່ານນາງ ແຄແຣນ ສະຕວດ (ນຸ່ງເສື້ອແເດງຢູ່ກາງເຮືອ) ເດີນທາງໄປຢ້ຽມຢາມ​ເຂດ​ປ່າ​ສະຫງວນແຫ່ງນຶ່ງ.
ເອກອັກຄະລັດຖະທູດສະຫະລັດ ປະຈໍາລາວ ທ່ານນາງ ແຄແຣນ ສະຕວດ (ນຸ່ງເສື້ອແເດງຢູ່ກາງເຮືອ) ເດີນທາງໄປຢ້ຽມຢາມ​ເຂດ​ປ່າ​ສະຫງວນແຫ່ງນຶ່ງ.

​ເປົ້າໝາຍ​ສໍາຄັນ ທີ່​ທາງ​ການ​
ສະຫະລັດ​ໄດ້ໃຫ້ການ​ຊ່ວຍ​ເຫຼືອ
​ແກ່​ລາວ​ໃນ​ຄັ້ງ​ນີ້ກໍ​ແມ່ນ​ເພື່ອການ
​ສຶກສາ​ ແລະເກັບ​ກໍາ​ຂໍ້​ມູນ​ກ່ຽວ​
ກັບ​ພຶດຕິ​ກໍາ​ຂອງ​ປາບຶກ​ຢ່າງ
ຮອບ​ດ້ານ ​ແລະ​ກໍ​ນໍາ​ເອົາ​ຜົນ​ທີ່​
ໄດ້​ຈາກ​ການ​ສຶກສາ​ດັ່ງກ່າວ​ນັ້ນ​
ມາ​ປະກອບ​ໃນ​ການວາງ​ແຜນ
ປະຕິບັດ​ການ​ເພື່ອ​ການ​ອະນຸລັກ
​ແລະ​ປ້ອງ​ກັນ​ປາບຶກ​ບໍ່​ໃຫ້​ເກີດ​
ການ​ສູນພັນ​ໄປ​ຈາກ​ແມ່ນໍ້າຂອງ.

ທັງ​ນີ້​ກໍ​ເນື່ອງ​ຈາກ​ວ່າ​ປະຊາກອນ
​ປາບຶກໄດ້​ມີຈໍານວນຫລຸດ​ລົງ​ຢ່າງ
​ໄວວາ​ໃນ​ຊ່ວງ 20 ປີຜ່າ​ນມາ​ນີ້
ຊຶ່ງ​ຜົນ​ຈາກ​ການ​ເກັບ​ກໍາ​ຂໍ້​ມູນ​ໃນ​
ໄລຍະ​ທີ່​ຜ່ານ​ມາ ກໍ​ໄດ້​ຊີ້​ໃຫ້​ເຫັນ
​ວ່າ ປະຊາກອນ​ປາບຶກ​ມີ​ຈໍານວນ​ລຸດລົງ​ເຖິງ 90% ​ໂດຍ​ມີ​ສາ​ເຫດ​ສໍາຄັນ​ຈາກ​ການພັດທະນາ
​ພື້ນຖານ​ໂຄງ​ລ່າງ​ຕ່າງໆ ​ທີ່​ເຮັດ​ໃຫ້​ສະພາບ​ແວດ​ລ້ອມທໍາ​ມະ​ຊາດ​ໃນ​ລຸ່ມແມ່​ນໍ້າຂອງ​ຖືກ​ທໍາ
ລາຍ​ໄປ​ຢ່າງຫຼວງ​ຫຼາຍ ຊຶ່ງ​ກໍ​ລວມ​ເຖິງ​ແຫຼ່ງອາຫານ ​ແຫຼ່ງຜະສົມ​ພັນ ​ແລະ​ແຫຼ່ງວາງ​ໄຂ່​ຂອງ
​ປາບຶກ​ອີກດ້ວຍ ​ນັ້ນ​ເອງ.

ນອກ​ຈາກ​ການ​ຊ່ວຍ​ເຫຼືອ​ດັ່ງກ່າວ​ແລ້ວ ທາງ​ການ​ສະຫະລັດ​ກໍ​ຍັງ​ໄດ້​ໃຫ້ກາ​ນຊ່ວຍ​ເຫຼືອ​ລາວ​
ໃນ​ການ​ຮັກສາ​ປ່າ ​ແລະ​ສັດປ່າ​ຢູ່​ໃນເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ​ນໍ້າ​ແອດ-ພູ​ເລີຍ​ໃນ​ແຂວງ​
ຫົວພັນ ຊຶ່ງ​ເປັນ​ການ​ຊ່ວຍ​ເຫຼືອ​ທີ່​ຕໍ່​ເນື່ອງ​ນັບ​ແຕ່​ປີ 2002 ​ເປັນ​ຕົ້ນມາ​ແລ້ວ ​ໂດຍ​ຫລ້າ​ສຸດ
​ທາງ​ການ​ສະຫະລັດ​ກໍ​ໄດ້​ຊ່ວຍ​ເຫຼືອ​ໃນ​ການ​ສ້າງ​ຕັ້ງ​ໜ່ວຍລາດຕະ​ເວນ​ຂຶ້ນມາ ​ເພື່ອ​ທໍາ​ການ​
ກວດກາ​ ແລະ​ສະກັດ​ກັ້ນ​ການ​ລັກລອບ​ຕັດ​ໄມ້​ ແລະການ​ລ່າ​ສັດປ່າ​ຢູ່​ໃນ​ເຂດ​ປ່າ​ສະຫງວນ​
ແຫ່ງ​ຊາດ​ນໍ້າ​ແອດ-ພູ​ເລີຍ​ເປັນ​ກາ​ນສະ​ເພາະ ອີກ​ດ້ວຍ.

XS
SM
MD
LG