ກອງປະຊຸມຜູ້ບໍລິຫານການສຶກສາຈາກທົ່ວປະເທດ ປະຈຳປີ 2011 ຂອງລາວໄດ້ໄຂຂຶ້ນໃນ
ລະຫວ່າງວັນທີ 13 ຫາ 16 ມິຖຸນາຜ່ານມາ ແລະໃນມື້ສຸດທ້າຍຂອງກອງປະຊຸມຊຶ່ງໄດ້ຈັດ
ຂຶ້ນທີ່ສູນກາງການຮ່ວມມືລາວ-ຍີ່ປຸ່ນຫຼັກ 5 ໃນນະຄອນຫຼວງວຽງຈັນນັ້ນ ໄດ້ມີການນຳເຜີຍ
ແຜ່ລາຍງານການຕິດຕາມເບິ່ງຄວາມກ້າວໜ້າໃນການປະຕິບັດງານແຜນການທີ່ເອີ້ນວ່າ ການ
ສຶກສາສຳລັບທຸກຄົນຢູ່ໃນທົ່ວໂລກຫຼື Education for All ຂອງອົງການໆສຶກສາ ວິທະຍາ
ສາດແລະວັດທະນະທຳຂອງສະຫະປະກາດຫຼືຢູແນັສໂກ.
ກອງປະຊຸມ ທີ່ຈັດຂຶ້ນພາຍໃຕ້ການເປັນປະທານຂອງລັດຖະມົນຕີກະຊວງສຶກສາທິການຂອງ
ລາວ ແມ່ນມີບັນດາລັດຖະມົນຕີຊ່ອຍວ່າການ ພະແນກສຶກສາແຂວງ ຕະຫຼອດທັງສະຖາບັນ
ການສຶກສາທຸກລະດັບແລະພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມນຳ.
ລາຍງານຂ່າວຂອງລາວແຈ້ງວ່າ ບັນດາຜູ້ຕາງໜ້າທີ່ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ໄດ້ປະກອບ
ຄວາມຄິດຄວາມເຫັນກ່ຽວກັບບັນຫາຕ່າງໆທີ່ໄດ້ມີການສະເໜີຢູ່ໃນກອງປະຊຸມ ຮວມທັງການ
ຮ່າງທິດທາງແຜນພັດທະນາການສຶກສາ 5 ປີ ຄັ້ງທີ 7 ແຕ່ປີ 2011 ຫາ 2015 ບົດສະ
ຫຼຸບແຜນພັດທະນາການສຶກສາ ປີ 2010-2011 ທິດທາງແຜນພັດທະນາການສຶກສາ ສົກ
ຮຽນປີ 2011-2012 ບັນຫາການຮັບເອົາພະນັກງານຄູ ການສົ່ງເສີມໃຫ້ຮຽນວິຊາຊີບ ຂອບ
ພັດທະນາຂະແໜງການສຶກສາແລະອື່ນໆ. ທີ່ປະຊຸມໄດ້ມີຄວາມເປັນເອກກະພາບກັນໃນດ້ານ
ທັດສະນະທີ່ເປັນຫຼັກການແລະຮັບຮອງເປັນມະຕິຂອງກອງປະຊຸມໂດຍທີ່ມະຕິດັ່ງກ່າວຈະເປັນ
ບ່ອນອີງ ໃຫ້ແກ່ຜູ້ບໍລິຫານການສຶກສາທຸກຂັ້ນ ໃນການຈັດຕັ້ງປະຕິບັດແຜນພັດທະນາການ
ສຶກສາ 5 ປີ ຄັ້ງທີ 7 ແຜນຍຸດທະສາດການປະຕິຮູບລະບົບການສຶກສາແຫ່ງຊາດໄລຍະທີ
2 ແຕ່ປີ 2011 ຫາ 2015 ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດແຜນພັດທະນາການ
ສຶກສາ ສົກຮຽນປີ 2011-2012 ທີ່ເລັ່ງໃສ່ໃຫ້ສຳເລັດເປົ້າໝາຍສະຫັດສະວັດດ້ານການສຶກ
ສາໃນປີ 2015.
ໂຄງການ Education for All ຫຼືການສຶກສາສຳລັບທຸກຄົນ ຊຶ່ງເປັນເປົ້າໝາຍສະຫັດສະ
ວັດຂອງອົງການສະຫະປະຊາຊາດນັ້ນ ແມ່ນຄວາມໝາຍໝັ້ນຕັ້ງໃຈຂອງນາໆຊາດ ທີ່ໄດ້ມີ
ການຕົກລົງຮັບເອົາ ໂດຍລັດຖະບານຂອງປະເທດຕ່າງໆ ອົງການຈັດຕັ້ງນາໆຊາດທີ່ບໍ່ຂຶ້ນ
ກັບລັດຖະບານ ພະແນກການຕ່າງໆ ຂອງອົງການສະຫະປະຊາຊາດ ແລະຄູ່ພັດທະນານັ້ນ
ແມ່ນມີເປົ້າໝາຍຢູ່ 6 ຂໍ້ດ້ວຍກັນກໍຄື 1. ເສີມຂະຫຍາຍແລະປັບປຸງການລ້ຽງດູແລະ
ໃຫ້ການສຶກສາແກ່ເດັກ ຕັ້ງແຕ່ຍັງນ້ອຍໆ 2. ເອື້ອອໍານວຍໃຫ້ທຸກໆຄົນ ໄດ້ຮັບ
ການສຶກສາລະດັບປະຖົມໃນທົ່ວໂລກ 3. ເອື້ອອໍານວຍໃຫ້ທຸກໆຄົນໄດ້ມີໂອກາດ
ຮໍ່າຮຽນເອົາຄວາມຮູ້ຄວາມຊໍານານ ຕິດໂຕໄປຕະຫລອດຊີວິດ 4. ເອື້ອອໍານວຍ
ໃຫ້ທັງເດັກແລະຜູ້ໃຫຍ່ສາມາດອ່ານອອກຂຽນໄດ້ 5. ລົບລ້າງຄວາມແຕກຕ່າງ
ທາງເພດ ສໍາລັບໂອກາດໃນການສຶກສາ ທັງໃນຂັ້ນປະຖົມແລະມັດທະຍົມແລະ
6. ປັບປຸງຄຸນນະພາບຂອງການສຶກສາໃນທຸກໆດ້ານ.
ຫົວຂໍ້ຂອງລາຍງານ ການຕິດຕາມເບິ່ງຄວາມກ້າວໜ້າ ກ່ຽວກັບການສຶກສາສໍາລັບທຸກໆຄົນ
ຫລື 2011 EFA Global Monitoring Report ສໍາລັບປີນີ້ ແມ່ນ ວິກິດການທີ່ເບິ່ງ
ບໍ່ເຫັນກໍຄືການຂັດແຍ້ງດ້ານອາວຸດແລະການສຶກສາ ທີ່ດຶງຄວາມສົນໃຈ ໄປສູ່ບັນຫາ
ຂັດແຍ້ງດ້ວຍກຳລັງອາວຸດ ແລະຜົນກະທົບຕໍ່ການສຶກສາ ຊຶ່ງເປັນນຶ່ງໃນບັນດາບັນຫາທີ່ສ້າງ
ຄວາມເສຍຫາຍຮ້າຍແຮງສຸດ ແຕ່ມີການລາຍງານໃຫ້ຊາບໜ້ອຍທີ່ສຸດກ່ຽວກັບຜົນທີ່ຕິດຕາມ
ມາ.
ລາຍງານການຕິດຕາມເບິ່ງການສຶກສາສຳລັບທຸກຄົນຢູ່ໃນທົ່ວໂລກ ປີ 2011 ເວົ້າວ່າ ຫຼາຍ
ກວ່າ 40% ຂອງພວກເດັກນ້ອຍ ທີ່ບໍ່ໄດ້ເຂົ້າຮຽນ ແມ່ນອາໄສຢູ່ໃນບັນດາປະເທດທີ່ເກີດບັນ
ຫາຂັດແຍ້ງ ແລະປະເທດເຫຼົ່ານີ້ຍັງມີຄວາມບໍ່ກໍ້າເກິ່ງທາງເພດຫຼາຍທີ່ສຸດ ແລະມີລະດັບການ
ອ່ານອອກຂຽນໄດ້ຕໍ່າທີ່ສຸດໃນໂລກ.
ສຳລັບປະເທດລາວລາຍງານເວົ້າວ່າ ຂະນະທີ່ບັນຫາຂັດແຍ້ງ ບໍ່ໄດ້ເປັນອຸບປະສັກກີດຂວາງ
ຕໍ່ການສຶກສາຢູ່ລາວກໍຈິງ ແຕ່ລາຍກໍຍັງປະເຊີນກັບບັນຫາທ້າທາຍອື່ນໆ ເຊັ່ນວ່າການຂາດ
ແຄນອາຫານ ການກືກໜັງສື ແລະຄວາມບໍ່ສະເໝີພາບທາງເພດ. ຄືກັນກັບຫຼາຍໆປະເທດ
ໃນໂລກ ເວລານີ້ລາວແມ່ນຍັງບໍ່ໄດ້ຢູ່ໃນລະດັບທີ່ກ້າວໄປໃຫ້ຈະບັນລຸເປົ້າໝາຍ Education
for All ຫຼືເປົ້າໝາຍສະຫັດສະວັດດ້ານການສຶກສາຂອງສະຫະປະຊາຊາດ ທີ່ຕັ້ງໄວ້ສຳລັບປີ
2015 ນັ້ນ ແຕ່ແນວໃດກໍຕາມລາວກໍໄດ້ສ້າງຄວາມກ້າວໜ້າໃນການສຶກສາຂັ້ນປະຖົມ. ຄື
ມີເດັກນ້ອຍໄດ້ເຂົ້າໂຮງຮຽນຫຼາຍຂື້ນແລະຈໍານວນເດັກນ້ອຍທີ່ອອກຈາກໂຮງຮຽນ
ນັ້ນກໍລຸດລົງ. ລັດຖະບານໄດ້ໃຊ້ຈ່າຍເງິນຫຼາຍຂຶ້ນ ເຂົ້າໃຈໃນການສຶກສາ ຄືໄດ້
ເພິ່ມຂຶ້ນ 1 ສ່ວນຮ້ອຍ. ລາຍງານເວົ້າວ່າ ໃນໄລຍະຈາກປີ 1999 ຫາ 2008
ນັ້ນ ການເພິ່ມຂຶ້ນໃນພາກໂຕຈິງຂອງການໃຊ້ຈ່າຍເງິນໃນດ້ານການສຶກສາ ແມ່ນ
ໄວກ່ວາການເຕີບໂຕທາງເສດຖະກິດອີກ.
ລາຍງານຂອງອົງການຢູແນັສໂກໄດ້ສົມທຽບໃຫ້ເຫັນ ລະຫວ່າງໂຕເລກຂອງລາວແລະຂອງ
ຂົງເຂດເອເຊຍປາຊີຟິກໃນການດໍາເນີນຄວາມພະຍາຍາມເພື່ອໃຫ້ບັນລຸ 6 ເປົ້າໝາຍນັ້ນດັ່ງ
ນີ້: ສໍາລັບເປົ້າໝາຍທີ 1 ກໍຄື ເສີມຂະຫຍາຍແລະປັບປຸງການລ້ຽງດູແລະໃຫ້ການສຶກ
ສາແກ່ເດັກຕັ້ງແຕ່ຍັງນ້ອຍໆນັ້ນລາຍງານເວົ້າວ່າການສຶກສາສາມາດຊ່ອຍຊີວິດໄດ້. ການ
ສຶກສາສຳລັບຜູ້ເປັນແມ່ແລະຄວາມຢູ່ດີກິນຂອງຄອບຄົວ ແມ່ນມີສ່ວນພົວພັນກັບການສ່ຽງຕໍ່
ການເສຍຊີວິດຂອງພວກເດັກນ້ອຍ.
ກ່ຽວກັບຈຸດສໍາຄັນອັນທໍາອິດຂອງເປົ້າໝາຍນີ້ກໍຄືການລ້ຽງດູເດັກນັ້ນລາຍງານເວົ້າວ່າ ອັດຕາ
ການຕາຍຂອງເດັກນ້ອຍໃນເຂດເອເຊຍຕາເວັນອອກແລະຍ່ານມະຫາສະມຸດປາຊີຟິກໂດຍ
ສະເລ່ຍແລ້ວແມ່ນໄດ້ຮັບການປັບປຸງໃຫ້ດີຂຶ້ນ ແຕ່ແນວໃດກໍຕາມໃນຈໍານວນເດັກນ້ອຍທຸກໆ
1 ພັນຄົນໃດທີ່ເກີດມາຢູ່ໃນຂົງເຂດ 31 ຄົນຈະບໍ່ມີອາຍຸຮອດ 5 ປີ. ສໍາລັບ ສປປ ລາວ
ແລ້ວ ໃນໄລຍະແຕ່ປີ 2005 ຫາ 2010 ເດັກນ້ອຍທຸກ 1 ພັນຄົນທີ່ເກີດມາ 50
ຄົນຈະເສຍຊີວິດກ່ອນມີອາຍຸຮອດ 1 ປີ ແລະ 65 ຄົນຈະບໍ່ມີອາຍຸເຖິງ 5 ປີ.
ລາຍງານຍັງເວົ້າອີກວ່າ ການຂາດແຄນອາຫານແມ່ນເປັນອຸບປະສັກທີ່ສຳຄັນຕໍ່ການບັນລຸເປົ້າ
ໝາຍການສຶກສຳລັບທຸກຄົນຫຼື Education for All. ການຖີບໂຕສູງຂຶ້ນຂອງລາຄາອາຫານ
ໃນປີ 2008 ປະກອບກັບສະພາບເສດຖະກິດຕົກຕໍ່າຂອງໂລກຍັງສືບຕໍ່ເປັນອຸບປະສັກຕໍ່ການ
ດຳເນີນຄວາມພະຍາຍາມ ເພື່ອຕໍ່ຕ້ານຄວາມອຶດຢາກຢູ່ໃນຫຼາຍໆປະເທດຂອງຂົງເຂດ. ລາຍ
ງານພົບວ່າ ປະມານ 40% ຂອງພວກເດັກນ້ອຍ ທີ່ມີອາຍຸຕໍ່າກວ່າ 5 ປີໃນເຂດເອເຊຍຕາ
ເວັນອອກ ມີການເຕີບໂຕຢ່າງຊັກຊ້າໃນລະດັບຜ້ານກາງ ຫາຮ້າຍແຮງ ຍ້ອນຜົນກະທົບຈາກ
ຄວາມອຶດຫິວ. ສ່ວນອັດຕາຂອງເດັກນ້ອຍຢູ່ລາວ ທີ່ໄດ້ຮັບຜົນກະທົບແບບນີ້ ແມ່ນມີສູງເຖິງ
48%.