ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເສດຖະກິດລາວ ຂະຫຍາຍຕົວ ​ເພີ້ມ​ຂຶ້ນ ໃນອັດຕາສະເລ່ຍ 7.6%


ໂຄງການຂຸດຄົ້ນ ທອງແດງ ຢູ່ ເຊໂປນ ແຂວງ ສະຫວັນນະເຂດ.
ໂຄງການຂຸດຄົ້ນ ທອງແດງ ຢູ່ ເຊໂປນ ແຂວງ ສະຫວັນນະເຂດ.
ເສດຖະກິດລາວ ຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາສະເລ່ຍ
7.6 ເປີເຊັນ ໃນລະຍະ 6 ເດືອນທຳອິດ ຂອງແຜນການ ປີ
2013-2014 ໃນຂະນະທີ່ ເປົ້າໝາຍຕະຫຼອດແຜນການປີ
ໄດ້ວາງເອົາໄວ້ ທີ່ອັດຕາສະເລ່ຍ ບໍ່ໃຫ້ຫລຸດ 8.3 ເປີເຊັນ.

ທ່ານສົມດີ ດວງດີ ລັດຖະມົນຕີວ່າການ ກະຊວງແຜນການ ແລະ
ການລົງທຶນ ຖະແຫຼງລາຍງານ ຕໍ່ກອງປະຊຸມ ປະຈຳເດືອນເມສາ
ຂອງລັດຖະບານລາວວ່າ ການຈັດຕັ້ງປະຕິບັດ ແຜນການພັດທະ
ນາທາງເສດຖະກິດ ໃນລະຍະ 6 ເດືອນທຳອິດ ຂອງແຜນການ ປີ 2013-2014 ກໍຄືນັບແຕ່
ເດືອນຕຸລາ 2013 ຫາເດືອນມີນາ 2014 ທີ່ຜ່ານມານີ້ ເສດຖະກິດໂດຍລວມພາຍໃນລາວ
ໄດ້ຂະຫຍາຍຕົວຂຶ້ນໃນອັດຕາສະເລ່ຍ 7.6 ເປີເຊັນ ຊຶ່ງກໍເຮັດໃຫ້ ຍອດຜະລິດຕະພັນລວມ
ພາຍໃນ ຫຼື GDP ຂອງລາວມີມູນຄ່າລວມ ປະມານ 91,587 ຕື້ກີບ ທີ່ສາມາດ ສະເລ່ຍເປັນ
ລາຍຮັບ ຂອງປະຊາຊົນລາວໄດ້ 13.5 ລ້ານກີບ ຫຼື 1,692 ດອນລາຕໍ່ຄົນຕໍ່ປີ.
ທ່ານສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ ຖະແຫຼງ ລາຍງານ ຕໍ່ກອງປະຊຸມ.
ທ່ານສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ ຖະແຫຼງ ລາຍງານ ຕໍ່ກອງປະຊຸມ.

ຫາກແຕ່ວ່າ ການຂະຫຍາຍຕົວ ທາງເສດຖະກິດ ໃນລະດັບຄາດ
ໝາຍທີ່ວາງໄວ້ທີ່ອັດຕາສະເລ່ຍ 8.3 ເປີເຊັນ ໃນຕະຫລອດແຜນ
ການປີ 2013-2014 ໂດຍມີສາເຫດ ສຳຄັນປະການໜຶ່ງ ມາຈາກ
ການ ທີ່ຈັດຕັ້ງປະຕິບັດ ໂຄງການພັດທະນາຕ່າງໆ ທີ່ເປັນການ
ລົງທຶນ ໃນພາກລັດຖະບານໄດ້ຕ່ຳກວ່າເປົ້າໝາຍ ທີ່ວາງໄວ້ ແລະ
ໃນຂະນະດຽວກັນລັດຖະບານລາວ ກໍຍັງຕ້ອງ ປະສົບກັບບັນຫາ ຂາດແຄນທາງດ້ານງົບປະມານລາຍຈ່າຍອີກດ້ວຍ.

ໂດຍໃນລະຍະ 6 ເດືອນຕຳອິດຂອງແຜນການປີ 2013-2014
ດັ່ງກ່າວລັດຖະບານລາວສາມາດຈັດຕັ້ງປະຕິບັດ ການລົງທຶນໃນ
ພາກລັດຖະບານ ໄດ້ທັງໝົດ 2,469 ໂຄງການຊຶ່ງຄິດເປັນມູນຄ່າລວມ 2,333 ກວ່າຕື້ກີບ
ຫຼື ເທົ່າກັບ 31 ເປີເຊັນ ຂອງແຜນການປີເທົ່ານັ້ນແລະໃນລະຍະດຽວກັນນີ້ລັດຖະບານລາວ ກໍຕ້ອງເພິ່ງພາການຊ່ວຍເຫຼືອຈາກຕ່າງປະເທດ ຫຼາຍກວ່າ 3,324 ຕື້ກີບ ຫຼື ເກີນກວ່າ 415
ລ້ານດອນລາ ສຳລັບໃຊ້ ໃນການຈັດຕັ້ງປະຕິບັດການລົງທຶນ ພາກລັດຖະບານໃນ 767
ໂຄງການ ໂດຍໃນນີ້ ກໍປະກົດວ່າ ເປັນການຂໍການຊ່ວຍເຫຼືອຫຼ້າ ຈາກຕ່າງປະເທດເຖິງ 624
ໂຄງການ ແລະ ກູ້ຢືມ 57 ໂຄງການຕາມລຳດັບ.

ແຕ່ຢ່າງໃດກໍຕາມ ສຳລັບໃນດ້ານການລົງທຶນ ຂອງພາກເອກະຊົນພາຍໃນ ແລະ ຕ່າງປະ
ເທດນັ້ນ ກໍຍັງຄົງເພີ້ມຂຶ້ນ ຢ່າງຕໍ່ເນື່ອງ ຊຶ່ງໃນລະຍະ 6 ເດືອນທຳອິດດັ່ງກ່າວນີ້ ກໍມີເຖິງ
713 ໂຄງການຄິດເປັນມູນຄ່າ ການລົງທຶນລວມຫຼາຍກວ່າ 24,458 ຕື້ກີບ ຫຼື ປະມານ
3,060 ລ້ານດອນລາ ໂດຍສ່ວນໃຫຍ່ ເປັນການລົງທຶນ ໃນພາກບໍລິການ ພາກພະລັງງານ
ແລະ ຂຸດຄົ້ນແຮ່ທາດຕາມລຳດັບ ໂດຍການລົງທຶນ ຂອງພາກເອກະຊົນ ທີ່ເພີ້ມຂຶ້ນ ດັ່ງກ່າວ
ນີ້ ກໍເຮັດໃຫ້ທາງການລາວຄາດຫວັງວ່າ ເສດຖະກິດລາວ ຈະຍັງສາມາດ ຂະຫຍາຍຕົວ
ເພີ້ມຂຶ້ນໄດ້ ໃນອັດຕາສະເລ່ຍ 8.3 ເປີເຊັນ ໃນທ້າຍແຜນການປີນີ້.

ກ່ອນໜ້ານີ້ ໜັງສືພິມ The Washington Post ໄດ້ສະເໜີລາຍງານໂດຍອີງຕາມຜົນ
ຈາກການສຶກສາວິໄຈ ທີ່ດຳເນີນການໂດຍ The Economist Intelligence Unit ທີ່
ລະບຸວ່າ ລາວນັບເປັນ 1 ໃນ 10 ປະເທດ ທີ່ເສດຖະກິດຈະມີການ ຂະຫຍາຍຕົວ ເພີ້ມຂຶ້ນ
ຢ່າງວ່ອງໄວທີ່ສຸດໃນໂລກໃນປີ 2014 ໂດຍຄາດວ່າເສດຖະກິດລາວ ຈະຂະຫຍາຍຕົວ
ເພີ້ມຂຶ້ນເຖິງ 8.5 ເປີເຊັນ ທຽບກັບປີ 2013 ທີ່ຜ່ານມາ ຫາກແຕ່ວ່າ ການຂະຫຍາຍຕົວ
ທາງເສດຖະກິດລາວ ດັ່ງກ່າວນີ້ ກໍເປັນຍ້ອນການຂຸດຄົ້ນ ຊັບພະຍາກອນທຳມະຊາດ ຢ່າງ
ຫຼວງຫຼາຍ ຊຶ່ງກໍສອດຄ່ອງກັບ ທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີ ທີ່ຖະແຫຼງ
ຍອມຮັບວ່າ:

“ເສດຖະກິດແຫ່ງຊາດ ເຖິງວ່າມີການເຕີບໂຕ ແລະ ຕໍ່ເນື່ອງ ພື້ນຖານຍັງບໍ່ທັນ
ໜັກແໜ້ນ ການສະສົມພາຍໃນ ຍັງມີນ້ອຍ ພື້ນຖານການຜະລິດ ບໍ່ທັນຫຼາຍ ຍັງອາໄສການຂຸດຄົ້ນ ຊັບພະຍາກອນທຳມະຊາດ ແລະ ການສົ່ງອອກວັດຖຸດິບ
ເປັນຕົ້ນຕໍ ການຄຸ້ມຄອງ ນຳໃຊ້ຊັບພະຍາກອນທຳມະຊາດ ມີຫຼາຍກໍລະນີ ບໍ່ທັນ
ຮັບປະກັນຄວາມຍືນຍົງ ແລະ ບໍ່ເປັນມິດກັບສິ່ງແວດລ້ອມ.”


ໂດຍທາງການລາວໄດ້ອະນຸຍາດສຳປະທານຂຸດຄົ້ນແຮ່ທາດ ໃຫ້ແກ່ເອກະຊົນລາວ ແລະ
ຕ່າງຊາດໄປແລ້ວ 470 ໂຄງການ ໃນພື້ນທີ່ຂຸດຄົ້ນກວ້າງກວ່າ 36,300 ກິໂລແມັດມົນທົນ
ໃນທົ່ວປະເທດ ແລະ ມີມູນຄ່າການລົງທຶນລວມກັນເຖິງ 5,900 ລ້ານໃນທ້າຍປີ 2013 ທີ່ຜ່ານມາ.
XS
SM
MD
LG