ນັກເສດຖະສາດລາວເຕືອນວ່າ
ໄພພິບັດຈາກທໍາມະຊາດອາດ
ຈະເຮັດໃຫ້ການຂະຫຍາຍຕົວ
ທາງເສດຖະກິດໃນແຜນການ
ປີ 2012-2013 ບໍ່ເປັນໄປຕາມ
ເປົ້າໝາຍທີ່ວາງເອົາໄວ້ ຫາກ
ບໍ່ມີມາດຕະການປ້ອງກັນທີ່ດີ.
ທ່ານ ລີເບີ ລີບົວປາວ ຫົວໜ້າ
ສະຖາບັນວິໄຈເສດຖະກິດແຫ່ງ
ຊາດລາວ ຖະແຫຼງຢືນຢັນວ່າ
ສະພາບການດ້ານບວກໃນທາງເສດຖະກິດທີ່ເກີດຂຶ້ນ ໃນເວລານີ້ ໂດຍສະເພາະແມ່ນ
ການລົງທຶນທັງພາຍໃນແລະຕ່າງປະເທດທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ທີ່ສົມທົບດ້ວຍລາຄາ
ນໍ້າມັນເຊື້ອໄຟ ແລະອັດຕາເງິນເຟີ້ທີ່ປັບຕົວຫລຸດລົງ ໃນຕະຫຼອດໄລຍະກວ່າ 6 ເດືອນ
ຜ່ານມາຂອງປີ 2012 ນີ້ ຖືເປັນປັດໃຈທີ່ດີ ຕໍ່ການພັດທະນາເສດຖະກິດຂອງລາວໃນ
ໄລຍະແຜນການປະຈໍາປີ 2012-2013 ທີ່ຈະເລີ່ມການປະຕິບັດຈັດຕັ້ງ ໃນເດືອນຕຸລາ
ປີນີ້ ຈົນເຖິງເດືອນກັນຍາ 2013.
ທັງນີ້ ຖ້າຫາກວ່າການປະຕິບັດຈັດຕັ້ງເປັນໄປຕາມເປົ້າໝາຍແຜນການທີ່ວາງໄວ້ຢ່າງຄົບ
ຖ້ວນນັ້ນ ກໍເຊື່ອວ່າເສດຖະກິດຂອງລາວ ໃນຕະຫຼອດແຜນການປີດັ່ງກ່າວນີ້ ຈະຂະຫຍາຍ
ຕົວເພີ່ມຂຶ້ນໄດ້ລະຫວ່າງ 8-8.3% ຫາກແຕ່ທ່ານ ລີເບີ ກໍຍອມຮັບວ່າ ປັດໃຈທີ່ສາມາດ
ເຮັດໃຫ້ການຂະຫຍາຍຕົວທາງເສດຖະກິດຂອງລາວ ບໍ່ເປັນໄປຕາມເປົ້າໝາຍແຜນການ
ດັ່ງກ່າວ ກໍຄືໄພພິບັດຈາກທໍາມະຊາດ ໂດຍສະເພາະແມ່ນໄພນໍ້າຖ້ວມ ແລະໄພແຫ້ງແລ້ງ
ທີ່ມີຄວາມຮຸນແຮງຫຼາຍຂຶ້ນນັບມື້.
ແຕ່ຢ່າງໃດກໍຕາມລາວກໍສາມາດ
ປ້ອງກັນແລະຫລຸດຜ່ອນຜົນ
ກະທົບຂອງໄພພິບັດ ຈາກທໍາ
ມະຊາດໄດ້ດ້ວຍການປະສານ
ງານຢ່າງຄົບຊຸດລະຫວ່າງພາກ
ສ່ວນຕ່າງໆ ກໍຄືການພະຍາ
ກອນສະພາບອາກາດທີ່ຖືກຕ້ອງ
ແລະຊັດເຈນໂດຍກົມອຸທົກກະ
ສາດ ແລະອຸຕຸນິຍົມວິດທະຍາ
ເພື່ອແຈ້ງເຕືອນໄພໃຫ້ປະຊາຊົນ
ໄດ້ຮັບຊາບເປັນການລ່ວງໜ້າ
ສ່ວນກະຊວງກະສິກໍາ-ປາໄມ້
ນັ້ນກໍຈະຕ້ອງດໍາເນີນການພັດທະນາແລະ ສ້ອມແປງລະບົບຊົນລະປະທານໃຫ້ສາມາດ
ຕອບສະໜອງນໍ້າໃຫ້ກັບພື້ນທີ່ການກະເສດທັງໃນຊ່ວງລະດູຝົນ ແລະລະດູແລ້ງໄດ້ຢ່າງ
ກວ້າງຂວາງຫຼາຍຂຶ້ນ ໃນຂະນະທີ່ກະຊວງໂຍທາທິການ ແລະຂົນສົ່ງກໍຈະຕ້ອງດໍາເນີນ
ການພັດທະນາລະບົບພື້ນຖານໂຄງການຕ່າງໆໃຫ້ໄດ້ຕາມແຜນການທີ່ວາງໄວ້ເປັນຕົ້ນ.
ກ່ອນໜ້ານີ້ ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີກໍໄດ້ສະແດງການຮຽກຮ້ອງ
ຕໍ່ທຸກໆພາກສ່ວນໃນທົ່ວປະເທດລາວ ເພື່ອຂໍໃຫ້ປະກອບສ່ວນເຂົ້າໃນການດໍາເນີນ
ມາດຕະການປ້ອງກັນຜົນກະທົບຈາກໄພພິບັດທໍາມະຊາດທີ່ອາດເກີດ ຂຶ້ນໃນລາວໃນ
ປີ 2012 ນີ້ໃຫ້ໄດ້ຢ່າງເປັນຮູບປະທໍາ ເນື່ອງຈາກລາວກໍແມ່ນປະ ເທດນຶ່ງທີ່ໄດ້ຮັບຜົນ
ກະທົບຈາກໄພພິບັດທໍາມະຊາດຫຼາຍຂຶ້ນນັບມື້ ດັ່ງທີ່ທ່ານ ທອງສິງ ກ່າວໃນຕອນນຶ່ງວ່າ:
“ໄພພິບັດທໍາມະຊາດໄດ້ເກີດ
ຂຶ້ນຢ່າງເນືອງນິດ ແລະມີຄວາມ
ຮຸນແຮງຂຶ້ນເລື້ອຍໆ ດັ່ງນັ້ນຈຶ່ງ
ຕ້ອງມີຄວາມສາມະຄີຮ່ວມແຮງ
ຮ່ວມໃຈກັນຢ່າງຈິງຈັງ ໃນການ
ປົກປັກຮັກສາສະພາບແວດລ້ອມ
ເປັນຕົ້ນແມ່ນການປົກປັກຮັກສາ
ປ່າໄມ້ ແມ່ນໍ້າລໍາເຊ ກໍາຈັດການ
ປ່ອຍອາຍຄາບອນນິກຂຶ້ນສູ່ອາ
ກາດແລະອື່ນໆ ທີ່ເປັນການທໍາ
ລາຍສະພາບແວດລ້ອມ.”
ທາງດ້ານ ທ່ານສິງທອງ ປະທຸມມະດີ ຮອງຫົວໜ້າກົມອຸຕຸນິຍົມວິດທະຍາ ແລະອຸທົກກະ
ສາດ ກໍໄດ້ຖະແຫຼງວ່າປະລິມານນໍ້າຝົນທີ່ຈະຕົກລົງມາໃນລາວໃນຊ່ວງລະດູຝົນປີ 2012
ນີ້ ຈະຢູ່ທີ່ລະດັບສະເລ່ຍຕັ້ງແຕ່ 900 ມິລລິແມັດ ເຖິງ 3,800 ມິລລິແມັດ ໂດຍຊ່ວງທີ່ຈະມີ
ປະລິມານນໍ້າຝົນຕົກລົງມາຢ່າງໜັກໜ່ວງທີ່ສຸດກໍຄື ຈາກເດືອນມິຖຸນາຫາເດືອນກັນຍາ ແລະ
ເຂດທີ່ມີຄວາມສ່ຽງສູງທີ່ຈະຕ້ອງປະເຊີນກັບໄພນໍ້າຖ້ວມຫຼາຍທີ່ສຸດໃນລາວນັ້ນ ກໍແມ່ນບັນ
ດາແຂວງໃນເຂດພາກໃຕ້ ໂດຍຄາດວ່າ ຈະມີພາຍຸໂຊນຮ້ອນ 3 ໜ່ວຍ ເປັນຢ່າງໜ້ອຍທີ່ຈະ
ພັດເຂົ້າມາໃນແຂວງພາກໃຕ້ຂອງລາວໃນຊ່ວງດັ່ງກ່າວ.
ເບິ່ງຄວາມເຫັນ (3)
ໂຫລດຄວາມເຫັນ ຕື່ມອີກ