ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຍອມຮັບວ່າ ການພັດທະນາ ເຂດເສດຖະກິດພິເສດ ມີຄວາມຊັກຊ້າ


Cầu thủ ném bóng Rafael Soriano của đội Washington Nationals khởi động trước trận đấu với đội Miami Marlins tại thủ đô Washington vào Ngày Mở màn mùa bóng chày
Cầu thủ ném bóng Rafael Soriano của đội Washington Nationals khởi động trước trận đấu với đội Miami Marlins tại thủ đô Washington vào Ngày Mở màn mùa bóng chày

ຮອງນາຍົກລັດຖະມົນຕີລາວຍອມຮັບວ່າ ການພັດທະນາເຂດເສດຖະກິດພິເສດໃນລາວ ມີຄວາມຄືບໜ້າໄປຢ່າງຊັກຊ້າ ເນື່ອງຈາກວ່າຍັງບໍ່ສາມາດດຶງດູດການລົງທຶນຈາກຕ່າງ ປະເທດ ໄດ້ຕາມເປົ້າໝາຍທີ່ວາງໄວ້.

ຄະນະກໍາມະການເພື່ອຄຸ້ມຄອງເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະ
ແຫ່ງຊາດລາວ ພາຍໃຕ້ການເປັນປະທານຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງ
ນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານໃນດ້ານເສດຖະກິດຂອງລັດຖະບານລາວ ໄດ້ຖະ
ແຫຼງຍອມຮັບວ່າ ການພັດທະນາເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ
ໃນໄລຍະທີ່ຜ່ານມາ ເຖິງແມ່ນວ່າຈະມີຄວາມຄືບໜ້າໃນລະດັບໜຶ່ງກໍຕາມ ຫາກແຕ່ກໍຖື
ເປັນຄວາມຄືບໜ້າໃນບາງເຂດເທົ່ານັ້ນ.

ທັງນີ້ ເຂດທີ່ມີຄວາມຄືບໜ້າຢ່າງເປັນຮູບປະທໍາທີ່ສຸດໃນປະຈຸບັນນີ້ກໍຄືເຂດເສດຖະກິດ
ພິເສດສາມຫຼ່ຽມ ທອງຄໍາຢູ່ໃນແຂວງ ບໍ່ແກ້ວ ຊຶ່ງເປັນການລົງທຶນທັງ 100% ເຕັມ ໂດຍ ກຸ່ມທຸລະກິດຈາກຈີນທີ່ໄດ້ປະກອບສ່ວນຢ່າງສໍາຄັນເຂົ້າໃນການພັດທະນາທາງເສດຖະກິດ
ແລະ ການສ້າງວຽກງານເຮັດງານທໍາໃຫ້ກັບປະຊາຊົນລາວໄດ້ເປັນຢ່າງດີ. ສ່ວນເຂດເສດ ຖະກິດພິເສດໃນເຂດອື່ນໆນັ້ນກໍຍັງຄົງຖືວ່າມີການພັດທະນາໄປຢ່າງຊັກຊ້າເນື່ອງຈາກວ່າ
ບໍ່ສາມາດທີ່ຈະດຶງດູດເອົາການລົງທຶນຈາກຕ່າງປະເທດໄດ້ຕາມແຜນການເປົ້າໝາຍທີ່ວາງ
ໄວ້ ດັ່ງທີ່ທ່ານ ສົມສະຫວາດ ໄດ້ຖະແຫຼງຊີ້ແຈງວ່າ:

ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະ ມົນຕີ, ຜູ້ປະຈໍາການຄະນະລັດຖະບານລາວ
ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະ ມົນຕີ, ຜູ້ປະຈໍາການຄະນະລັດຖະບານລາວ

ເຂດເສດຖະກິດພິເສດສາມ
ຫຼ່ຽມທອງຄໍາໄດ້ມີຄວາມພັດ
ທະນາຢ່າງເດັ່ນຊັດອັນໄດ້ປະ
ກອບສ່ວນເຂົ້າໃນການພັດ
ທະນາພຶ້ນຖານໂຄງລ່າງ
ແລະການສ້າງວຽກເຮັດງານ

ທໍາ
ໃຫ້ປະຊາຊົນທ້ອງຖິ່ນ
ເຖິງຢ່າງນັ້ນກໍຕາມ ຄວາມ
ຄືບໜ້າຂອງວຽກງານດັ່ງ
ກ່າວເວົ້າລວມຍັງຊັກຊ້າ ຍັງ
ບໍ່ທັນສາມາດເສີມຂະຫຍາຍ

ກໍາ
ລັງແຮງຈາກບັນດາພາກ
ສ່ວນເສດຖະກິດຕ່າງປະເທດໄດ້ເທົ່າທີ່ຄວນ
.

ໃນປັດຈຸບັນນີ້ ໃນລາວມີເຂດເສດຖະກິດພິເສດມີ່ໄດ້ຮັບການພັດທະນາ ແລະສາມາດຮອງ
ຮັບການລົງທຶນ ຂອງເອກະຊົນລາວ ແລະຕ່າງຊາດໄດ້ແລ້ວ 3 ແຫ່ງກໍຄືເຂດເສດຖະກິດ ພີເສດສະຫວັນ-ເຊໂນໃນແຂວງ ສະຫວັນນະເຂດ, ເຂດເສດຖະກິດພິເສດບໍ່ເຕັນແດນຄໍາທີ່
ແຂວງຫຼວງນໍ້າທາ ແລະ ເຂດເສດຖະກິດພິເສດສາມຫຼ່ຽມທອງຄໍາຢູ່ແຂວງບໍ່ແກ້ວດັ່ງກ່າວ.

ຍິ່ງໄປກວ່ານັ້ນ ຄະນະລັດຖະບານລາວກໍຍັງໄດ້ມີມະຕິຮັບຮອງເອົາຮ່າງດໍາລັດນາຍົກລັດ
ຖະມົນຕີວ່າດ້ວຍການສ້າງຕັ້ງແລະການຄຸ້ມຄອງເຂດເສດຖະກິດພິເສດ ແລະເຂດເສດຖະ
ກິດສະເພາະຢ່າງເປັນທາງການແລ້ວ ຊຶ່ງກໍຖືເປັນການສົ່ງເສີມໃຫ້ມີການສ້າງຕັ້ງເຂດເສດ
ຖະກິດພິເສດຂຶ້ນ ໃນເຂດແຂວງຕ່າງໆຂອງລາວເປັນການສະເພາະ ໂດຍມີເປົ້າໝາຍທີ່ຈະ
ດໍາເນີນການສ້າງຕັ້ງເຂດເສດຖະກິດພິເສດໃຫ້ໄດ້ 10 ແຫ່ງພາຍໃນປີ 2015 ຊຶ່ງໃນນີ້
ກໍລວມເຖິງການສ້າງເຂດເສດຖະກິດພິເສດ ໃນເຂດທີ່ຕໍ່ເນື່ອງກັບຂົວຂ້າມແມ່ນໍ້າຂອງ
ແຫ່ງທີ 3 ທີ່ເຊື່ອມຕໍ່ລະຫວ່າງເມືອງທ່າແຂກ ແຂວງຄໍາມ່ວນ ກັບຈັງຫວັດນະຄອນພະ
ນົມຂອງໄທອີກດ້ວຍ.


ພິທີເຊັນສັນຍາວ່າດ້ວຍການພັດທະນາ ເຂດເສດຖະ ກິດສະເພາະພູຂຽວ ເມືອງທ່າແຂກ, ແຂວງຄໍາມ່ວນ ທີ່ຈັດຂຶ້ນໃນຕົ້ນປີ 2011.
ພິທີເຊັນສັນຍາວ່າດ້ວຍການພັດທະນາ ເຂດເສດຖະ ກິດສະເພາະພູຂຽວ ເມືອງທ່າແຂກ, ແຂວງຄໍາມ່ວນ ທີ່ຈັດຂຶ້ນໃນຕົ້ນປີ 2011.

ໂຄງການເຂດເສດຖະກິດພິເສດ
ທ່າແຂກແດນຄໍາດັ່ງກ່າວນີ້ ຈະມີ
ລັກສະນະຄືກັນກັບເຂດເສດຖະ
ກິດພິເສດບໍ່ເຕັນແດນຄໍາຢູ່ແຂວງ
ຫຼວງນໍ້າທາແລະເຂດເສດຖະກິດ
ພິເສດສາມຫຼ່ຽມທອງຄໍາ ຢູ່ທີ່
ແຂວງບໍ່ແກ້ວ ຊຶ່ງກໍຄືທາງການ
ລາວອະນຸຍາດໃຫ້ບໍລິສັດຕ່າງ
ຊາດເປັນຜູ້ບໍລິຫານ ແລະຜູ້ລົງ
ທຶນທັງໝົດ 100% ເຕັມ ໂດຍ
ທີ່ທາງການລາວນັ້ນກໍຈະໄດ້ຮັບ
ຜົນຕອບແທນ ເປັນຄ່າສໍາປະ
ທານຄ່າເຊົ່າທີ່ດິນໄລຍະຍາວ, ພາສີ ແລະຄ່າທໍານຽມຕ່າງໆລວມທັງຍັງຈະເປັນການສ້າງ
ວຽກເຮັດງານທໍາໃຫ້ແກ່ຄົນລາວ ແລະຈະເປັນການເພີ່ມຜົນຜະລິດສິນຄ້າໃນລາວ ເພື່ອສົ່ງ
ອອກໄປຕ່າງປະເທດໄດ້ຫຼາຍຂຶ້ນອີກດ້ວຍ.

ສ່ວນທີ່ຈະສ້າງຕັ້ງເພີ່ມຂຶ້ນອີກ 6 ແຫ່ງນັ້ນກໍຄືຢູ່ ທີ່ແຂວງຊຽງຂວາງ, ຫົວພັນ, ເຊກອງ,
ອັດຕະປື, ຜົ້ງສາລີ ແລະຈໍາປາສັກ ຊຶ່ງແຕ່ລະເຂດກໍ່ຈະມີລັກສະນະສະເພາະ ທີ່ຂຶ້ນຢູ່ກັບ
ສະພາບທາງພູມີສາດ ແລະທໍາມະຊາດຂອງແຕ່ລະພື້ນທີ່ເປັນສໍາຄັນ.

ສໍາລັບຢູ່ແຂວງຄໍາມ່ວນນີ້ ກໍຍັງມີກໍາໜົດທີ່ຈະເປີດຮັບການລົງທຶນຈາກຕ່າງປະເທດພ້ອມ
ກັນກັບການເປີດໃຊ້ຂົວຂ້າມແມ່ນໍ້າຂອງແຫ່ງທີ 3 ລະຫວ່າງລາວ-ໄທ ທີ່ກໍາໜົດຈະມີຂຶ້ນ
ຢ່າງເປັນທາງການ ໃນວັນທີ 11 ພະຈິກ 2011 ນີ້ອີກດ້ວຍ.

XS
SM
MD
LG