ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໘ ມິຖຸນາ ໒໐໒໓

ນັກຊ່ຽວຊານ ກ່າວວ່າ ລົດໄຟຄວາມໄວສູງ ຈະໃຫ້ຜົນປະໂຫຍດແກ່ຈີນ ຫຼາຍກວ່າລາວ


ລົດໄຟຄວາມໄວສູງ ເມື່ອໃດສ້າງສຳເລັດແລ້ວ ອາດເຮັດໃຫ້ຈີນ ມີຄວາມສາມາດເພື້ມຂຶ້ນ ໃນການຂົນສົ່ງກຳລັງທະຫານ ໄປຍັງເຂດຕ່າງໆ ທົ່ວແຜ່ນດິນໃຫຍ່ເອເຊຍຕາເວັນອອກສຽງໃຕ້ໄດ້ ພາຍໃນ 24 ຊົ່ວໂມງ.


ທາງລົດໄຟຄວາມໄວສູງ ມູນຄ່າ 6 ຕື້ໂດາ ທີ່ເລີ້ມລົງມືກໍ່ສ້າງ ມາແຕ່ທ້າຍປີ 2016 ແລະຄາດວ່າຈະແລ້ວສໍາເລັດ ໃນທ້າຍປີ 2021 ຈະໃຫ້ຜົນປະໂຫຍດ ແກ່ ຈີນຫຼາຍກວ່າລາວ. ສາສະດາຈານຜູ້ຊົງຄຸນນະວຸດທິ ກູ ຢາງ ຈາກມະຫາວິທະຍາໄລລັດຄາລີຟໍເນຍ ທີ່ສະແຕນິສລອສ (Stanislaus) ກ່າວວ່າ ມັນບໍ່ມີິຄວາມຈຳເປັນສຳລັບລາວ ມັນໃຫ້ຜົນປະໂຫຍດແກ່ຈີນຫຼາຍກວ່າ. ທ່ານເວົ້າວ່າ ລາວບໍ່ມີສິນຄ້າ ທີ່ຈະຂົນສົ່ງໂດຍທາງລົດໄຟ. ທ່ານກູ ຢາງ ກ່າວກ່ຽວກັບເລື້ອງນີ້ວ່າ:


ສາສະດາຈານກູ ຢາງ ກ່າວວ່າ ລົດໄຟຄວາມໄວສູງນີ້ ຈະໃຫ້ຜົນປະໂຫຍດຢ່າງຫຼວງຫຼາຍ ທາງດ້ານເສດຖະກິດ ການຄ້າ ການເມືອງ ແລະສຳຄັນສຸດແມ່ນໃນດ້ານການທະຫານ ແກ່ຈີນ. ທ່ານກ່າວຕື່ມວ່າ:


ສາສະດາຈານກູ ຢາງກ່າວວ່າ ເວລາໃດທາງລົດໄຟຄວາມໄວສູງ ທີ່ເຊື່ອມຢຸນນານ ວຽງຈັນ ສິງກະໂປສຳເລັດແລ້ວ ຈີນສາມາດສົ່ງກຳລັງທະຫານຂອງຕົນ ໄປຍັງທຸກແຫ່ງ ຢູ່ເທິງແຜ່ນດິນໃຫຍ່ເອເຊຍຕາເວັນອອກສຽງໃຕ້ ໄດ້ພາຍໃນ 24 ຊົ່ວໂມງ.

ແຕ່ແນວໃດກໍຕາມ ທ່ານສະເຫຼີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດຂອງລາວໃຫ້ຄວາມເຫັນວ່າ ການມີລົດໄຟຄວາມໄວສູງ ເຊື່ອມຕໍ່ຈາກພາກໃຕ້ຂອງຈີນ ຫານະຄອນ ຫຼວງວຽງຈັນນັ້ນ ຈະສົ່ງຜົນດີສຳລັບການພັດທະນາຂອງລາວໃນອະນາຄົດ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG