ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີຕ່າງປະເທດ ສປປ ລາວ ແລະ ສະຫະລັດ ພົບປະກັນ ຢູ່ມຽນມາ


ຮອງນາຍົກລັດຖະມົນຕີແລະລັດຖະມົນຕີການຕ່າງປະເທດ
ສປປ ລາວ ທ່ານ ທອງລຸນ ສີສຸລິດ ພົບປະກັບລັດຖະມົນຕີ
ການຕ່າງປະເທດສະຫະລັດ ທ່ານ John Kerry ທີ່ນະຄອນ
ຫລວງເນປີຕໍ. (photo courtesy of US Embassy in Vientiane, Laos)
ຮອງນາຍົກລັດຖະມົນຕີແລະລັດຖະມົນຕີການຕ່າງປະເທດ ສປປ ລາວ ທ່ານ ທອງລຸນ ສີສຸລິດ ພົບປະກັບລັດຖະມົນຕີ ການຕ່າງປະເທດສະຫະລັດ ທ່ານ John Kerry ທີ່ນະຄອນ ຫລວງເນປີຕໍ. (photo courtesy of US Embassy in Vientiane, Laos)

ຮອງນາຍົກລັດຖະມົນຕີແລະລັດຖະມົນຕີການຕ່າງປະເທດ
ສປປ ລາວ ທ່ານ ທອງລຸນ ສີສຸລິດ ພົບປະກັບລັດຖະມົນຕີ
ການຕ່າງປະເທດສະຫະລັດ ທ່ານ John Kerry ທີ່ນະຄອນ
ຫລວງເນປີຕໍ ຂອງມຽນມາ ​ເມື່ອວັນເສົາທີ 9 ສິງຫາ ຜ່ານມາ.

ການພົບປະກັນນີ້ ມີຂຶ້ນຢູ່ຂ້າງນອກຂອງກອງປະຊຸມຄັ້ງທີ 47
ຂອງລັດຖະມົນ ຕີການຕ່າງປະເທດອາຊ່ຽນ ແລະການພົບປະ
ກ່ຽວຂ້ອງອື່ນໆ ທີ່ໄດ້ມ້ວນທ້າຍລົງ ຢູ່ນະຄອນເນປີຕໍ ໃນວັນອາທິດ.

ທັງ​ສອງທ່ານໄດ້ພົບປະກັນ ກ່ອນກອງປະຊຸມ ກຸ່ມປະເທດເພື່ອນ
ມິດເຂດລຸ່ມ ແມ່ນ້ຳຂອງ ຫຼື Friends of Lower Mekong ​ເອີ້ນ​ຫຍໍ້​ວ່າ FLM.

ທັງສອງຝ່າຍຕ່າງກໍໄດ້ກ່າວຊົມເຊີຍ ຄວາມສຳພັນທີ່ເຕີບໃຫຍ່ຂະຫຍາຍໂຕລະຫວ່າງ
ສປປ ລາວ ກັບສະຫະລັດ ແລະໄດ້ຫາລືກັນ ກ່ຽວກັບຊ່ອງທາງຕ່າງໆ ເພື່ອລົງເລິກ
ການຮ່ວມມື ແລະ ຄວາມສຳພັນສອງຝ່າຍ ອີງຕາມຖະແຫຼງຂ່າວຈາກ ສະຖານທູດ
ສະຫະລັດ ທີ່ນະຄອນວຽງຈັນ.

ທ່ານ Kerry ໄດ້ກ່າວຂອບອົກຂອບໃຈທ່ານ​ທອງ​ລຸນ ສຳ​ຫຼັບການສະເໜີຂອງ ສປປ
ລາວ ທີ່ຈະເປັນເຈົ້າພາບຈັດກອງປະຊຸມນັດພິເສດຂອງບັນດາປະເທດ ເພື່ອນມິດເຂດ
ລຸ່ມແມ່ນ້ຳຂອງ ຊຶ່ງຈະຫາທາງແກ້ໄຂບັນຫາກ່ຽວກັບສະພາບ ແວດລ້ອມແລະສັງຄົມ
ໃນການພັດທະນາແມ່ນ້ຳຂອງ.

ຢູ່ໃນກອງປະຊຸມບັນດາປະເທດເພື່ອນມິດ ​ໃນ​ເວລາ​ຕໍ່​ມານັ້ນ ລັດຖະມົນຕີ ຕ່າງປະເທດ
Kerry ກໍໄດ້ສະແດງຄວາມຂອບອົກຂອບໃຈ ສຳ​ຫຼັບການ ຮ່ວມມືລາວ-ສະຫະລັດ ກ່ຽວ
ກັບບັນຫາເລື່ອງໄຟຟ້າພະລັງນ້ຳ ຮວມທັງ ເລື່ອງໂຄງລ່າງພື້ນ ຖານທີ່ສະຫຼາດ ສຳລັບ
ໂຄງການຕ່າງໆໃນແມ່ນ້ຳຂອງ ຮວມທັງການປະມົງ ດິນຕົມທີ່ທັບຖົມກັນຂຶ້ນ ແລະ ຄວາມ
ປອດໄພຂອງເຂື່ອນ.

ບັນດາປະເທດເພື່ອນມິດຂອງເຂດລຸ່ມແມ່ນ້ຳຂອງ ແມ່ນກຸ່ມສົນທະນາຫາລືໃນຂອບເຂດ
ທີ່ກວ້າງຂວາງ ທີ່ປັບປຸງການປະສານງານຂອງບັນດາປະເທດທີ່ໃຫ້ ຄວາມຊ່ອຍເຫຼືອຕໍ່
ເຂດອະນຸພາກພື້ນລຸ່ມແມ່ນ້ຳຂອງ ແລະສະໜັບສະໜຸນການ ຮ່ວມ​ມື​ກັນລະຫວ່າງ ສປປ
ລາວ ກຳປູເຈຍ ມຽນມາ ໄທ ຫວຽດນາມ ແລະ ສະຫະລັດ.

ບັນດາສະມາຊິກ ຂອງປະເທດເພື່ອນມິດເຂດລຸ່ມແມ່ນ້ຳຂອງແມ່ນຮວມທັງອອສເຕຣເລຍ
ຍີ່ປຸ່ນ ເກົາຫຼີໃຕ້ ນິວຊີແລນ ສະຫະພາບຢູໂຣບ ທະນາຄານພັດທະ ນາເອເຊຍ ແລະ
ທະນາຄານໂລກ.

XS
SM
MD
LG