ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການລາວ ສົ່ງ ຊາວເກົາຫຼີເໜືອ 9 ຄົນທີ່​ໂຕນໜີມາ ໄປໃຫ້ຈີນ


ພວກນັກເຄື່ອນໄຫວຮວມຕົວກັນ ຢູ່ໃກ້ສະຖານທູດຈີນ ທີ່ກຸງໂຊລ ຮຽກຮ້ອງໃຫ້ຈີນ ບໍ່ໃຫ້ສົ່ງຊາວເກົາຫຼີເໜືອ ທີ່​ໜີ ອອກຈາກປະເທດ ກັບຄືນເກົາຫຼີເໜືອ ໃນການປະທ້ວງບັ້ນນຶ່ງ ເມື່ອເດືອນກຸມພາ 2012.
ພວກນັກເຄື່ອນໄຫວຮວມຕົວກັນ ຢູ່ໃກ້ສະຖານທູດຈີນ ທີ່ກຸງໂຊລ ຮຽກຮ້ອງໃຫ້ຈີນ ບໍ່ໃຫ້ສົ່ງຊາວເກົາຫຼີເໜືອ ທີ່​ໜີ ອອກຈາກປະເທດ ກັບຄືນເກົາຫຼີເໜືອ ໃນການປະທ້ວງບັ້ນນຶ່ງ ເມື່ອເດືອນກຸມພາ 2012.
ສປປ ລາວໄດ້ຈັດສົ່ງຊາວເກົາຫຼີເໜືອ 9 ຄົນ ທີ່​ໜີອອກຈາກ
ປະເທດທີ່ຍາກຈົນຂອງ​ເຂົາ​ເຈົ້າ​ມານັ້ນ ​ໄປໃຫ້ຈີນ ຊຶ່ງ​ພາ​ໃຫ້
ມີຄວາມຢ້ານກົວກັນວ່າ ພວກ​ທີ່​ໂຕນ​ໜີ​ມາ​ນັ້ນ​ອາດ​ຈະຖືກ​
ທາງ​ການ​ຈີນ ສົງກັບຄືນ​ໄປ​ເກົາຫຼີເໜືອ ບ່ອນ​ທີ່​ມີ​ທາງວ່າ
ພວກເຂົາເຈົ້າຈະປະເຊີນກັບການຖືກລົງໂທດຢ່າງສາຫັດນັ້ນ.

ແຫຼ່ງຂ່າວເກົາຫຼີໃຕ້ ທີ່​ເຮັດ​ວຽກປະສານງານກັບພວກ​ທີ່ໂຕນ
ໜີມາ ແລະໄດ້ຕິດຕໍ່ພົວພັນກັບ ຊາວເກົາຫຼີເໜືອ 9 ຄົນນັ້ນ
ໄດ້ຢືນຢັນກັບ VOA ວ່າ ພວກເຂົາ​ເຈົ້າໄດ້ບິນອອກຈາກນະ
ຄອນຫລວງວຽງຈັນ ​ໄປ​ຍັງເມືອງຄຸນໝິງ ທາງພາກຕາເວັນ
ຕົກສຽງໃຕ້ຂອງຈີນ ໃນວັນ ຈັນຜ່ານມານີ້.

ກ່ອນ​ໜ້າ​ນີ້ ອົງການ​ຂ່າວ Yonhup ຂອງເກົາຫຼີໃຕ້ ໄດ້ລາຍງານຂ່າວ ກ່ຽວກັບພວກ ໂຕນໜີມາ 9 ຄົນດັ່ງກ່າວ ທີ່ ຢົນຮັບ​ ເວົ້າວ່າ ມີອາຍຸ​ໃນ​ລະຫວ່າງ 15-23 ປີ. ລາຍ​ງານ​
ຂ່າວ ຢົນຮັບ ອ້າງຄໍາເວົ້າຂອງເຈົ້າໜ້າທີ່ຄົນ​ນຶ່ງ ທີ່ປະສົງບໍ່ອອກນາມ ຂອງກະຊວງການ ຕ່າງປະເທດ​ເກົາຫລີ​ໃຕ້ ທີ່ກ່າວວ່າ ທາງ​ການລາວໄດ້ປະຕິ​ເສດ “ຢ່າງບໍ່ຄາດຄິດ” ຕໍ່ຄໍາ
ຮຽກ ຮ້ອງ ຈາກທາງເກົາຫຼີໃຕ້ ໃຫ້ສົ່ງພວກກ່ຽວ ​ໄປ​ຍັງກຸງ ໂຊລ.

ລາວ ແລະບັນດາປະເທດ​ອື່ນໆໃນຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ແມ່ນຈຸດໝາຍ
ປາຍທາງທີ່ນິຍົມ​ກັນ​ໄປ ຂອງພວກຊາວ​ເກົາຫລີ​ເໜືອ ທີ່ໂຕນໜີອອກຈາກປະເທດ ທີ່ ສ່ວນໃຫຍ່ແລ້ວ​ແມ່ນລັກລອບອອກ​ມາຜ່ານປະ​ເທດຈີນ ແລະໃນທີ່ສຸດ ກໍໄປຕັ້ງຖິ່ນຖານ
ຢູ່ເກົາຫຼີໃຕ້. ມີຫລາຍໆ​ຄົນລັກ​ລອບ​ຜ່ານ​ຈີນ ​ລົງ​ໄປ​ປະ​ເທດ​ລາວ ​ໄປ​ຫາ​ສະຖານທູດ​ເກົາຫລີ​ໃຕ້.

ເຖິງແມ່ນວ່າຈະມີການປະທ້ວງຈາກພວກກຸ່ມສິດທິມະນຸດກໍຕາມ​ ຈີນແມ່ນໄດ້ຈັດສົ່ງ
ພວກ​ອົບ​ພະຍົບ​ເຫລົ່າ​ນັ້ນ ກັບຄືນ​ໄປເກົາຫຼີເໜືອ​ເປັນ​ປະ​ຈໍາ. ປັກກິ່ງຖື​ພວກທີ່​ໂຕນ​ໜີ​
ວ່າເປັນພວກລັກລອບອອກເມືອງຜິດກົດໝາຍ ທີ່​ໂຕນໜີ​ໄປ ​ຍ້ອນເຫດຜົນທາງດ້ານ
ເສດຖະກິດ ບໍ່​ແມ່ນ​ຍ້ອນ​ວ່າ ພວກເຂົາເຈົ້າປະເຊີນກັບການລົງໂທດ ທາງການເມືອງ.
XS
SM
MD
LG