ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວສະຫລອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 63 ປີ


ກອງປະຊຸມໃຫຍ່ຄັ້ງທີ III ຂອງຄະນະພັກກົມໃຫຍ່ການເມືອງກອງທັບປະຊາຊົນລາວ ທີ່ຈັດຂຶ້ນ ໃນນະຄອນຫລວງວຽງຈັນ ໃນວັນທີ 22 ຕຸລາ 2010
ກອງປະຊຸມໃຫຍ່ຄັ້ງທີ III ຂອງຄະນະພັກກົມໃຫຍ່ການເມືອງກອງທັບປະຊາຊົນລາວ ທີ່ຈັດຂຶ້ນ ໃນນະຄອນຫລວງວຽງຈັນ ໃນວັນທີ 22 ຕຸລາ 2010

ລັດຖະມົນຕີກະຊວງປ້ອງກັນປະເທດລາວ ເນັ້ນຢ້ຳເຖິງຄວາມສໍາຄັນທີ່ ທົ່ວກອງທັບຈະຕ້ອງ ຮ່ວມມືກັນເຂົ້າໃນ ການເສີມສ້າງກຳລັງປ້ອງກັນຊາດໃຫ້ເຂັ້ມແຂງ ແລະເທົ່າທັນກັບສະພາບ ການສາກົນ.

ທ່ານພົນໂທ ດວງໃຈ ພິຈິດ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງ
ປ້ອງກັນປະເທດລາວ ຖະແຫຼງຢືນຢັນໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບ
ຮອບ 63 ປີ ໃນວັນທີ 20 ມັງກອນນີ້ວ່າ ເປົ້າໝາຍທີ່ສໍາຄັນຂອງການພັດທະນາກອງທັບ
ປະຊາຊົນລາວ ຈາກປັດຈຸບັນ ໄປຈົນເຖິງປີ 2015 ມີຢູ່ທັງໝົດ 5 ດ້ານດ້ວຍກັນ ຊຶ່ງກໍຄື
ສູ້ຊົນຮັບປະກັນໃຫ້ປະເທດ ມີຄວາມສະຫງົບປອດໄພ, ສັງຄົມມີຄວາມເປັນລະບຽບຮຽບ
ຮ້ອຍ, ເສດຖະກິດຂອງຊາດມີການຂະຫຍາຍຕົວ, ຕັ້ງໜ້າປັບປຸງກໍ່ສ້າງພັກ ແລະພະນັກ
ງານ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ຮູ້ຈັກນຳພາຮອບດ້ານ,​ ເສີມຂະຫຍາຍມູນເຊື້ອຈິດ
ໃຈເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົວເອງ ແນໃສ່ຍົກລະດັບຊີວິດການເປັນຢູ່ໃຫ້ດີ
ຂຶ້ນ,​ສືບຕໍ່ປະຕິບັດແນວທາງຕ່າງປະເທດຂອງພັກ ໃນສະພາບເງື່ອນໄຂໃໝ່ໃຫ້ຖືກຕ້ອງ ແລະສຸມໃສ່ປັບປຸງກໍ່ສ້າງກຳລັງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ມີລະບຽບວິໄນແລະຄວາມ
ຊໍານານໃນຍຸດທະວິທີ ແລະສີລະປະການການສູ້ຮົບ =ໃນທຸກສະພາບການ ດັ່ງທີ່ທ່ານພົນໂທ
ດວງໃຈ ໄດ້ເນັ້ນຢ້ຳວ່າ:

“ການນຳພາຂອງຄະນະພັກກະຊວງປ້ອງກັປະເທດໃນຊຸມປີຕໍ່ໜ້າ ແນໃສ່
ຈັດຕັ້ງປະຕິບັດໜ້າທີ່ປ້ອງກັນຊາດ ແລະປັບປຸງກໍ່ສ້າງພັກ, ກໍ່ສ້າງກຳລັງ
ປະກອບອາວຸດ ນທຸກດ້ານ ຕາມແນວທາງປ່ຽນແປງໃໝ່ ທີ່ມີຫຼັກການຂອງ
ພັກ ແນໃສ່ຮັບປະກັນໃຫ້ກຳລັງປະກອບອາວຸດ ຍາມໃດກໍ່ມີຄວາມຈົງຮັກ
ພັກດີຕໍ່ພັກ ຕໍ່ປະເທດຊາດ ແລະຕໍ່ປະຊາຊົນ ແລະພວກເຮົາຍັງມີໜ້າທີ່
ແລະຄວາມຮັບຜິດຊອບ ອັນໜັກໜ່ວງ ໃນການນຳເອົາຈິດໃຈເນື້ອໃນທັງ
ໝົດທີ່ກອງປະຊຸມໃຫຍ່ວາງອອກ ໄປຈັດຕັ້ງຜັນຂະຫຍາຍ ໃຫ້ເກີດໝາກ
ເກີດຜົນ.”

ການຝຶກຊ້ອມຂອງທະຫານກອງທັບປະຊາຊົນລາວ
ການຝຶກຊ້ອມຂອງທະຫານກອງທັບປະຊາຊົນລາວ

ພ້ອມກັນນີ້ ທ່ານພົນໂທດວງ
ໃຈ ຍັງໄດ້ຢືນຢັນອີກດ້ວຍວ່າ
ກອງທັບປະຊາຊົນລາວ ຍັງຖື
ສໍາຄັນໃນແນວທາງນະໂຍບາຍ
ທີ່ເອີ້ນວ່າ ຍຸດທະສາດສອງໜ້າ
ທີ່ ກໍຄືການປົກປັກຮັກສາແລະ
ສ້າງສາປະເທດຊາດໃຫ້ມີ
ຄວາມສະຫງົບຮຽບຮ້ອຍ ມີ
ຄວາມໝັ້ນຄົງ ແລະ ວັດທະນາ
ຖາວອນ ສືບຕໍ່ໄປຢ່າງບໍ່ຢຸດຢັ້ງ.

ກ່ອນໜ້ານີ້ ທ່ານ​ທອງ​ບັນ ​ແສງ​ອາພອນ ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະ
ຫງົບພາຍ​ໃນ​ຂອງລາວ ກໍ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າ ກ່ຽວກັບການຮັກສາປ້ອງ​ກັນ​ຄວາມ​ສະ
ຫງົບ​ຮຽບຮ້ອຍພາຍ​ໃນກະຊວງ​ ​ໄດ້ວາງ​ຄາດໝາຍ​ໃນ​ການ​ປະຕິບັດ​ພາລະ​ບົດບາດ​ໄວ້ 4
ດ້ານ​ດ້ວຍ​ກັນ ກໍ​ຄືການ​ຮັບປະກັນໃນ​ການ​ຮັກສາ​ຄວາມໝັ້ນຄົງ​ທາງ​ການ​ເມືອງ​, ​ຮັບປະກັນ
ຄວາມ​ເປັນ​ລະບຽບຮຽບຮ້ອຍ​ໃນ​ສັງຄົມ, ​ເສີມ​ສ້າງກຳລັງ​ປ້ອງ​ກັນຄວາມ​ສະຫງົບທີ່ມີສິດພາບ ແລະເສີມສ້າງດ້ານພະລາທິການ ໃຫ້ແກ່ກອງກໍາລັງປ້ອງກັນ ຄວາມສະຫງົບຮຽບຮ້ອຍພາຍ
ໃນໃຫ້ໄດ້ພຽງພໍ.

ໂດຍ​ສະ​ເພາະ​ແມ່ນ​ການ​ຮັກສາ​ຄວາມໝັ້ນຄົງ ແລະສະຖຽນລະ​ພາບ​ທາງ​ການ​ເມືອງ​ແຫ່ງ​
ຊາດ​ນັ້ນ ຖື​ເປັນ​ຄາດໝາຍທີ່​ມີ​ຄວາມ​ສໍາຄັນ​ທີ່​ສຸດ ຊຶ່ງ​ກໍຄືການ​ສະກັດ​ກັ້ນ ​ແລະປ້ອງກັນ​ບໍ່
ໃຫ້​ມີ​ການ​ເຄື່ອນ​ໄຫວ ທີ່​ມີ​ເປົ້າໝາຍ​ເພື່ອການ​ຊຸມນຸມ​ປະ​ທ້ວງທາງ​ການ​ເມືອງ​ເກີດ​ຂຶ້ນ​ຢູ່​ໃນ​
ລາວ​ຢ່າງ​ເດັດຂາດ.

ກໍຄືເຮັດໃຫ້ສະພາບການພາຍໃນມີຄວາມສະຫງົບຮຽບຮ້ອຍ ແລະ ມີຄວາມໝັ້ນຄົງທາງ
ດ້ານການເມືອງທີ່ຮັບປະກັນບໍ່ໃຫ້ມີບັນຫາໜໍ່ແໜງຫຼືເຫດການທີ່ພົວພັນເຖິງການເມືອງເຊັ່ນ
ການຊຸມນຸມປະທ້ວງ,​ ການລຸກຮື້ ແລະການຮຽກຮ້ອງຕ່າງໆເກີດຂຶ້ນ ຢູ່ພາຍໃນປະເທດລາວ
ຢ່າງເດັດຂາດນັ້ນເອງ.

ຍິ່ງໄປກ່ວານັ້ນ ການດຳເນີນມາດຕະການຕ່າງໆເຫຼົ່ານີ້ຂອງທາງການລາວ ກໍຍັງມີເປົ້າໝາຍ ເພື່ອຮອງຮັບປີການທ່ອງທ່ຽວລາວ 2012 ແລະ ການທີ່ລັດຖະບານລາວ ຈະເປັນເຈົ້າພາບ ຈັດກອງປະຊຸມສຸດຍອດຄັ້ງທີ 9 ລະຫວ່າງອາຊີກັບສະຫະພາບເອີຣົບ (ASEM) ຢູ່ນະຄອນ
ຫຼວງວຽງຈັນໃນທ້າຍປີ 2012 ນີ້ ອີກດ້ວຍ.

XS
SM
MD
LG