ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ADB ໃຫ້ເງິນສະໜັບສະໜຸນ ການສ້າງເຂື່ອນໄຟຟ້າ ທີ່ລາວ


ທ່ານ Haruhiko Kuroda ປະທານທະນາຄານພັດທະນາເອເຊຍ.
ທ່ານ Haruhiko Kuroda ປະທານທະນາຄານພັດທະນາເອເຊຍ.


























ທະນາຄານ​ພັດທະນາ​ເອ​ເຊຍ​ຫລື ADB ປະກາດ​ໃຫ້​ເງິນ​ສະໜັບ​ສະໜຸນ ​ມູນ​ຄ່າ​ຫລາຍ
​ກວ່າ 450 ລ້ານໂດ​ລາ ​ສໍາລັບ​ໂຄງການ​ສ້າງ​ເຂື່ອນໄຟຟ້າ​ພະລັງນໍ້າ​ແຫ່ງ​ນຶ່ງ​ ໃນ​ລາວ.

ທະນາຄານ​ພັດທະນາເອເຊຍ​ແຈ້ງ​ໃຫ້​ຮູ້​ໃນ​ວັນ​ພະຫັດ​ມື້ນີ້​ວ່າ ​ໂຄງການ​ດັ່ງກ່າວ​ຈະ​ນຳ​
ລາຍ​ຮັບ​ຫຼາຍ​ກວ່າ 770 ລ້ານ​ໂດ​ລາ​ມາໃຫ້ລາວຊຶ່ງເປັນປະ​ເທດ​ທຸກ​ຈົນ​ ໂດຍຈະ​ແຍກ​
ລາຍ​ຮັບ​ທີ່​ວ່ານີ້​ໄວ້​ສໍາລັບ​ການ​ລົດ​ຜ່ອນ​ຄວາມທຸກ​ຈົນ​ລົງ​ ແລະ​ໂຄງການ​ປົກ​ປ້ອງ​ສິ່ງ​
ແວດ​ລ້ອມ​ຕ່າງໆ.

ເຂື່ອນ​ໄຟຟ້າ​ທີ່​ມີ​ຄວາມ​ສູງ 220 ​ແມັດ​ນີ້ຈະ​ສ້າງຂຶ້ນ​ໃນ​ລໍາ​ແມ່​ນ້ຳ​ງື່ມ​ໃນພາກ​ເໜືອ​ຂອງ
ລາວ ໂດຍຈະກໍ່ໃຫ້ເກີດ​ອ່າງ​ເກັບ​ນໍ້າ​ໃນ​ພື້ນ​ທີ່ 27.5 ກິ​ໂລ​ແມັດ​ມົນທົນ. ທະນາຄານ​ດັ່ງ
ກ່າວ​ເວົ້າ​ວ່າ ປະຊາຊົນ​ຈໍານວນ 144 ຄອບຄົວ​ເຮືອນ​ຈະ​ຖືກ​ຍົກຍ້າຍ​ໃຫ້​ໄປ​ຕັ້ງ​ຖິ່ນ​ຖານ
ຢູ່​ບ່ອນ​ອື່ນ​ແລະ​ມອບໜັງສື​ກໍາມະສິດ​ເປັນ​ເຈົ້າ​ຂອງ​ບ້ານ​ເຮືອນ​ແລະ​ທີ່​ດິນ​ປູກຝັງ​ໃຫ້​ເຂົາ
ເຈົ້າ.

ທະນາຄານ ADB ກ່າວ​ວ່າ ພະລັງໄຟຟ້າ​ທີ່​ຈະ​ຜະລິດ​ຈາກ​ເຂື່ອນ​ດັ່ງກ່າວ​ຈະ​ຂາຍ​ໃຫ້
​ໄທ ປະ​ເທດ​ເພື່ອນ​ບ້ານ ບ່ອນ​ທີ່​ໃນ​ປັດຈຸບັນ​ນີ້​ໃຊ້​ເຊື້ອ​ໄຟ​ທີ່​ມາຈາກຊາກພື້ນແລະສັດ
ເນົ່າເປື່ອຍ​ໃຕ້​ດິນ​ເທົ່າ​ນັ້ນ ​ແລະ​ກ່າວ​ຕື່ມ​ວ່າ​ໂຄງການດັ່ງກ່າວ​ຈະ​ຊ່ອຍ​ໄທ​ບໍ່ໃຫ້ສົ່ງ​ຄວັນ
carbon dioxide ​ໃນ​ປະລິມານ 1 ລ້ານ​ຕັນ​ຂຶ້ນ​ສູ່ບັນຍາກາດ​ໃນ​ແຕ່ລະ​ປີ ຊຶ່ງ​ເທົ່າ​ກັນ​
ກັບ​ເອົາ​ລົດ​ອອກ​ຈາກ​ທ້ອງ​ຖະໜົນ 175 ພັນ​ຄັນ​.

ທະນາຄານແຫ່ງ​ນີ້​ເວົ້າ​ຕື່ມ​ວ່າ ມາດຕະການ​ຮັກສາ​ສິ່ງ​ແວດ​ລ້ອມ​ແລະ​ດ້ານ​ສັງຄົມ
ຢ່າງ​ເຄັ່ງ​ຄັດນັ້ນ ຈະ​ເຮັດ​ໃຫ້ໂຄງການນີ້ມີ​ຜົນ​ກະທົບ​ຕໍ່​ສະພາບ​ແວດ​ລ້ອມ​ແລະ​ສັງຄົມ
ໜ້ອຍ​ລົງ​ ແລະ​ເຫັນ​ວ່າ ພວກ​ປະຊາຊົນທີ່​ໄດ້​ຮັບ​ຜົນ​ກະທົບ​ໂດຍ​ຕົງ​ນັ້ນ ກັບຈະໄດ້​
ຮັບ​ຊີວິດ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນ​ກວ່າໃນ​ປັດຈຸບັນ​ນີ້.

XS
SM
MD
LG