ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍຄົນ ເສຍຊີວິດ ແລະ ຫຼາຍຮ້ອຍຄົນ ຫາຍສາບສູນ ຍ້ອນເຂື່ອນແຕກ ຢູ່ລາວ


ຊາວບ້ານ ຢູ່ເທິງຫຼັງຄາເຮືອນ ທີ່ນ້ຳໄຫລມາຈາກເຂື່ອນ ຍັງບໍ່ຖ້ວມ ທີ່ເມືອງນຶ່ງ ໃນແຂວງອັດຕະປື ທາງພາກຕາເວັນອອກສຽງໃຕ້ ຂອງ ລາວ (24 ກໍລະກົດ 2018)
ຊາວບ້ານ ຢູ່ເທິງຫຼັງຄາເຮືອນ ທີ່ນ້ຳໄຫລມາຈາກເຂື່ອນ ຍັງບໍ່ຖ້ວມ ທີ່ເມືອງນຶ່ງ ໃນແຂວງອັດຕະປື ທາງພາກຕາເວັນອອກສຽງໃຕ້ ຂອງ ລາວ (24 ກໍລະກົດ 2018)

ອົງການຂ່າວທີ່ລັດຖະບານລາວຄວບຄຸມ ກ່າວວ່າ ປະຊາຊົນ ຫຼາຍຄົນ ໄດ້ເສຍຊີວິດ
ແລະ ອີກຫຼາຍຮ້ອຍຄົນ ຫາຍສາບສູນ ຫຼັງຈາກເຂື່ອນໄຟຟ້າພະລັງນ້ຳ ທີ່ກຳລັງຢູ່ໃນ
ລະຫວ່າງການກໍ່ສ້າງ ໄດ້ແຕກ.

ເຫດຮ້າຍດັ່ງກ່າວ ເກີດຂຶ້ນ ຢູ່ໃນແຂວງອັດຕະປື ທາງພາກຕາເວັນອອກສຽງໃຕ້ ຂອງ
ລາວ ໃນຕອນແລງຂອງ ວັນຈັນວານນີ້. ການພັງຂອງເຂື່ອນເຊປຽນ-ເຊນ້ຳນ້ອຍ ໄດ້
ປ່ອຍນ້ຳຈຳນວນ 5 ພັນລ້ານແມັດກ້ອນ ລົງສູ່ຕົວເມືອງໂດຍທີ່ກະແສນ້ຳ ໄດ້ພັດເອົາ
ເຮືອນຊານບ້ານຊ່ອງ ຂອງປະຊາຊົນ ຫຼາຍຮ້ອຍຫລັງໄປ ແລະເຮັດໃຫ້ປະຊາຊົນ
6,600 ຄົນ ຂາດທີ່ຢູ່ອາໄສ.

ວີດີໂອກ່ຽວກັບເຂື່ອນພັງ ໃນວັນອັງຄານມື້ນີ້ ສະແດງໃຫ້ເຫັນວ່າ ປະຊາຊົນພາກັນ
ຢືນຢູ່ເທິງຫຼັງຄາເຮືອນ ເພື່ອລໍຖ້າການກູ້ໄພ. ອົງການຂ່າວຂອງທາງການລາວກ່າວວ່າ
ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະຄະນະລັດຖະບານຂອງທ່ານ ກຳລັງ
ມຸ່ງໜ້າໄປຍັງ ນຶ່ງໃນເຂດທີ່ໄດ້ຮັບຜົນກະທົບ ເພື່ອຕິດຕາມເບິ່ງການກູ້ໄພ ແລະການ
ບັນເທົາທຸກ.

ເຂື່ອນດັ່ງກ່າວ ເປັນໂຄງການລົງທຶນຮ່ວມ ທີ່ພົວພັນກັບສາມບໍລິສັດ ທີ່ປະກອບດ້ວຍ
ລາວ ເກົາຫຼີໃຕ້ ແລະ ໄທ. ມີກຳນົດວ່າ ເຂື່ອນດັ່ງກ່າວ ຈະເລີ້ມປະຕິບັດງານ ໃນລະ
ຫວ່າງປີນີ້.

ລາວ ເປັນນຶ່ງໃນປະເທດ ທີ່ລຶກລັບທີ່ສຸດປະເທດນຶ່ງ ໃນເອເຊຍຕາເວັນອອກສຽງໃຕ້
ພວມມີເຂື່ອນຈຳນວນນຶ່ງ ທີ່ພວມຢູ່ໃນລະຫວ່າງການກໍ່ສ້າງ ຢູ່ແມ່ນ້ຳຕ່າງໆ ເພື່ອສ້າງ
ລາຍໄດ້ໃນການຂາຍກະແສໄຟຟ້າໃຫ້ແກ່ເພື່ອນບ້ານ ໂດຍສະເພາະແມ່ນໄທ. ເຂື່ອນ
ເຫຼົ່ານີ້ ໄດ້ພາໃຫ້ເກີດຄວາມກັງວົນ ກ່ຽວກັບການສ້າງຄວາມເສຍຫາຍຕໍ່ສະພາບ
ແວດລ້ອມ ແລະຜົນກະທົບທາງດ້ານເສດຖະກິດ ຕໍ່ປະຊາຄົມໃນເຂດຊົນນະບົດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG