ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທາງການລາວ ໄດ້ເຜົາທຳລາຍ ຢາເສບຕິດ ທີ່ຢຶດໄດ້ ຈາກແກັ່ງ ຄ້າຢາເສບຕິດ


ເຈົ້າໜ້າທີ່ລາວ ຈັດພິທີ ຈູດຢາເສບຕິດ ທີ່ຍືດມາໄດ້, ວັນທີ 25 ມິຖຸນາ 2014.
ເຈົ້າໜ້າທີ່ລາວ ຈັດພິທີ ຈູດຢາເສບຕິດ ທີ່ຍືດມາໄດ້, ວັນທີ 25 ມິຖຸນາ 2014.

ທາງການລາວ ໄດ້ເຜົາທຳລາຍຢາເສບຕິດ ທີ່ຢຶດໄດ້ຈາກກຸ່ມ
ແກັ່ງຄ້າຢາເສບຕິດ ຄິດເປັນມູນຄ່າລວມເຖິງ 17 ລ້ານ 5 ແສນ
ດອນລາ ໂດຍຢາເສບຕິດ ທີ່ຖືກເຜົາທຳລາຍສ່ວນຫຼາຍ ກໍແມ່ນ
ຢາບ້າ ແລະ ກັນຊາແຫ້ງ.


ການເຜົາທຳລາຍຢາເສບຕິດ ທີ່ຢຶດໄດ້ຈາກກຸ່ມແກັ່ງຄ້າຢາເສບ
ຕິດ ໃນລາວຄັ້ງນີ້ໄດ້ມີຂຶ້ນໃນໂອກາດ ການສະເຫລີມສະຫລອງ ວັນສາກົນຕ້ານຢາເສບ
ຕິດ ຄົບຮອບ 27 ປີ ຊຶ່ງໄດ້ຈັດຂຶ້ນ ຢ່າງເປັນທາງການ ໃນວັນທີ 25 ມິຖຸນາທີ່ຜ່ານມາ ຢູ່ທີ່
ເດີ່ນສະໜາມຫລວງ ໂດຍມີທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີລາວ ເປັນປະທານ
ໃນພິທີ ທີ່ມີບັນດາທູຕານຸທູດ ແລະ ຄະນະຜູ້ຕາງໜ້າ ຂອງອົງການສາກົນໃນລາວ ໄດ້ເຂົ້າ
ຮ່ວມເປັນສັກຂີພະຍານ ໃນການເຜົາທຳລາຍຄັ້ງນີ້ດ້ວຍ.

ສ່ວນຢາເສບຕິດທີ່ຖືກເຜົາທຳລາຍນັ້ນ ກໍປະກອບດ້ວຍຢາບ້າຫຼາຍກວ່າ 5 ລ້ານ 4 ແສນ
ເມັດ ກັນຊາແຫ້ງນ້ຳໜັກລວມເກີນກວ່າ 3,000 ກິໂລກຣາມ ຢາອາມີຟລູ 32 ກິໂລກຣາມ
ເຮໂຣອີນ 334 ກຣາມ ແລະຢາໄອຊ໌ 49 ກຣາມ ໂດຍຄິດເປັນມູນຄ່າລວມກັນ ຫຼາຍກວ່າ
140 ຕື້ກີບຫລື 17 ລ້ານ 5 ແສນດອນລາ.

ສູນ​ບຳບັດ​ຄົນ​ຕິດ​ຢາ​ແຫ່ງໜຶ່ງ​ ໄດ້​ຮອງ​ຮັບ​ເຍົາວະ​ຊົນ​ ທີ່ຕິດ​ຢາ​ ສ່ວນໜຶ່ງ ຈາກຈຳນວນ​ທັງ​ໝົດ 6,600 ກວ່າ​ຄົນ ​ ຊຶ່ງ​ເກີນ​ກວ່າ 60 ​ເປີ​ເ​ຊັນ ທີ່​ຜ່ານ​ການ​ບຳບັດ​ໄປ​ແລ້ວນັ້ນ.
ສູນ​ບຳບັດ​ຄົນ​ຕິດ​ຢາ​ແຫ່ງໜຶ່ງ​ ໄດ້​ຮອງ​ຮັບ​ເຍົາວະ​ຊົນ​ ທີ່ຕິດ​ຢາ​ ສ່ວນໜຶ່ງ ຈາກຈຳນວນ​ທັງ​ໝົດ 6,600 ກວ່າ​ຄົນ ​ ຊຶ່ງ​ເກີນ​ກວ່າ 60 ​ເປີ​ເ​ຊັນ ທີ່​ຜ່ານ​ການ​ບຳບັດ​ໄປ​ແລ້ວນັ້ນ.

ທາງດ້ານທ່ານກຸ ຈັນສີນາ ປະທານຄະນະກຳມະການກວດກາ
ແລະ ຄວບຄຸມຢາເສບຕິດແຫ່ງຊາດ ໄດ້ຖະແຫລງຍອມຮັບວ່າ
ການຊົມໃຊ້ ແລະ ລັກລອບຄ້າຢາເສບຕິດ ໄດ້ເປັນບັນຫາ ທີ່ມີ
ລະດັບຄວາມຮຸນແຮງ ເພີ້ມຂຶ້ນຢ່າງຕໍ່ເນື່ອງ ທັງໃນຕົວເມືອງ
ແລະ ເຂດຊົນນະບົດຂອງລາວ ຊຶ່ງຈະເຫັນໄດ້ ຈາກການຈັບ
ກຸມກຸມແກັ່ງຄ້າຢາເສບຕິດໄດ້ເຖິງ 2,140 ກວ່າຄົນຈາກ 1,581
ກໍລະນີ ໃນຮອບ 1 ປີທີ່ຜ່ານມາ.

ໂດຍ​ໃນ​ການ​ຈັບ​ກຸມ​ດັ່ງ​ກ່າວ​ ກໍສາມາດ​ຢຶດຢາ​ບ້າ​ໄດ້ຫຼາຍກວ່າ
3 ລ້ານ 8 ​ແສນເມັດ ​ເຮ​ໂຣ​ອີນ 238 ກິ​ໂລ​ກຣາມ ຝິ່ນ​ດິບ 47
ກິ​ໂລ​ກຣາມ ກັນຊາ​ແຫ້ງຫຼາຍກວ່າ 1,480 ກິ​ໂລ​ກຣາມ ​ແລະ
​ຢາ​ໄອ​ຊ໌ 22 ກິ​ໂລ​ກຣາມ ສ່ວນ​ທີ່​ຖື​ວ່າ​ເປັນ​ສະພາບ​ການ ​ທີ່​ໜ້າ
​ເປັນ​ຫ່ວງຫຼາຍກວ່າ​ໃນປີ 2013 ນັ້ນ ກໍແມ່ນ​ຈຳນວນ​ຜູ້​ກະທຳ​ຄວາມ​ຜິດ​ ທີ່​ຈັບ​ກຸມ​ໄດ້​
ເພີ້​ມຂຶ້ນ ຊຶ່ງ​ກໍເປັນ​ຜົນ​ ທີ່​ສືບ​ເນື່ອງ​ມາ​ຈາກ ​ການ​ທີ່​ທາງ​ການ​ລາວ​ໄດ້​ດຳ​ເນີນ​ມາດ​ຕະການ
​ເພື່ອ​ການ​ປາບ​ປາມ​ບັນດາ​ນັກ​ລັກ​ລອບ​ຂົນ​ສົ່ງ ​ແລະ ຄ້າ​ຢາ​ເສບ​ຕິດ​ໃນ​ລາວ ​ໃນ​ລະດັບ​ທີ່​
ເຂັ້ມງວດຫຼາຍຂຶ້ນ ລວມທັງຍັງ​ໄດ້​ທຳ​ການ​ຈັບ​ກຸມ​ຄຸມ​ຂັງ ​ແລະ ລົງ​ໂທດ​ຕໍ່​ຜູ້​ກະທຳ​ຄວາມ​
ຜິດ​ໃນ​ຂັ້ນສູງ​ສຸດ​ ທີ່​ກຳນົດ​ໄວ້ ໃນ​ກົດໝາຍ​ອີກ​ດ້ວຍ.

ຢາເສບຕິດ ທີ່ຖືກຈູດເຜົາຖິ້ມ, ວັນທີ 25 ມິຖຸນາ 2014.
ຢາເສບຕິດ ທີ່ຖືກຈູດເຜົາຖິ້ມ, ວັນທີ 25 ມິຖຸນາ 2014.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ດຳ​ເນີນ​ມາດ​ຕະການ​ດັ່ງກ່າວ​ນີ້ ກໍ​ຍັງ​ໄດ້​ມີ
​ການ​ນຳ​ໃຊ້​ຕໍ່​ບັນດາເຍົາວະ​ຊົນ​ທີ່​ຕິດ​ຢາ ຫຼື​ເປັນ​ນັກ​ຄ້າ​ຢາ​ເສບ​
ຕິດລາຍ​ຍ່ອຍ ທີ່​ເຄີຍ​ຖືກ​ຈັບ​ກຸມ ​ແລະ ຜ່ານ​ການສຶກສາ​ອົບຮົມ
ມາແລ້ວ ​ແຕ່​ກໍ​ຍັງ​ບໍ່​ມີ​ການ​ປະພຶດ​ຕົວ​ໃຫ້​ດີ​ຂຶ້ນ​ແຕ່​ຢ່າງ​ໃດ ດັ່ງ​ທີ່​
ເຈົ້າໜ້າ​ທີ່ຝ່າຍ​ປາບ​ປາມ​ຢາ​ເສບ​ຕິດ​ຂອງ​ລາວ ​ໄດ້​ໃຫ້ການ​
ຢືນຢັນ​ວ່າ:

“ພວກຢາ​ບ້າ​ມັນ​ກໍ​ພົບ​ຄວາມ​ຫຍຸ້ງຍາກ ບາງ​ຄົນ​ກະ​ເອົາ​
ໄປ​ດັດ​ສ້າງ ບາງ​ຄົນ​ກໍ​ເອົາ​ໄປ​ດຳ​ເນີນ​ຄະດີຫຼາຍຄັ້ງ ອອກ​
ມາ​ກໍ​ບໍ່​ມີການປ່ຽນ​ແປງພວກ​ນີ້​ນິ ຖ້າ​ເຫັນ​ນີ້​ຈະ​ດຳ​ເນີນ​ການ​ຈັບ​ກຸມ​ໂລດ ​ເພາະ
ວ່າ​
ມັນ​ມີ​ການ​ກະທຳ​ຜິດ​ແລ້ວ.”

ໂດຍ​ໃນ​ປີ 2013 ທີ່​ຜ່ານ​ມາ ທາງ​ການ​ຕຳຫລວດ​ລາວ ສາມາດ​ຈັບ​ກຸມ​ຜູ້​ກະທຳ​ຄວາມ​ຜິດ
​ທີ່​ກ່ຽວ​ກັບ​ຢາ​ເສບ​ຕິດໄດ້ທັງ​ໝົດ 1,954 ຄົນ​ໃນ 1,303 ກໍລະນີ ​ແລະ ຢຶດຢາ​ເສບ​ຕິດ​ປະ​
ເພດ​ຢາ​ບ້າ​ໄດ້​ເກືອບ 14 ລ້ານ​ເມັດ ຝິ່ນ 1,494 ກິ​ໂລ​ກຣາມ ​ເຮ​ໂຣ​ອີນ​ເກືອ​ບ 55 ກິ​ໂລ
​ກຣາມ ​ແລະ ກັນຊາ 5,696 ກິ​ໂລ​ກຣາມ.

ສ່ວນ​ສູນ​ບຳບັດ​ຄົນ​ຕິດ​ຢາ​ທັງ 9 ​ແຫ່ງ​ກໍ​ໄດ້​ຮອງ​ຮັບ​ເຍົາວະ​ຊົນ​ ທີ່ຕິດ​ຢາ​ຈຳນວນ​ທັງ​ໝົດ
6,600 ກວ່າ​ຄົນ ​ແຕ່​ເກີນ​ກວ່າ 60 ​ເປີ​ເ​ຊັນ ທີ່​ຜ່ານ​ການ​ບຳບັດ​ໄປ​ແລ້ວນັ້ນ ​ໄດ້​ກັບ​ຄືນ​ໄປ
​ເສບ​ຢາ​ອີກ​ເທື່ອ​ໃໝ່ ຈຶ່ງ​ເຊື່ອ​ວ່າ​ໃນ​ປີ 2014 ນີ້ ຈະ​ມີ​ເຍົາວະ​ຊົນ​ລາວ​ຕິດ​ຢາ​ບ້າ ​ເພີ້​ມຂຶ້ນ
​ເປັນຫຼາຍກວ່າ 1 ​ແສນ​ຄົນ​ຢ່າງ​ແນ່ນອນ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG