ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວຈະເປີດກອງປະຊຸມຫຼວງ ຂອງພັກ ໃນວັນທີ 18 ມີນາ


ກອງປະຊຸມຫລວງຂອງພັກຄັ້ງທີ 5 ທີ່ນະຄອນຫລວງວຽງຈັນ
ກອງປະຊຸມຫລວງຂອງພັກຄັ້ງທີ 5 ທີ່ນະຄອນຫລວງວຽງຈັນ














ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ລາວ​ກ່າວ​ວ່າ ພັກ​ຄອມ​ມີ​ວນິດ​ທີ່​ປົກຄອງ ປະ​ເທດ​ໃນ​ປັດຈຸບັນ​ ຈະ​ເປີດ​ກອງ​ປະຊຸມ​ຫລວງ​ຄັ້ງ​ທີ 9 ຂອງ​ພັກ​ໃນ​ວັນ​ທີ 18 ມີນາ ​ເດືອນ​ໜ້າ​ນີ້ ​ເພື່ອ​ເລືອກ​ເອົາ​ສະມາຊິກ​ຂອງ​ຄະນະກົມ​ການ​ເມືອງ​ ​ແລະ​ວາງ​ນະ​ໂຍບາຍ​ສໍາລັບ​ໂຄງການ 5 ປີ​ຕໍ່ໜ້າ.

ກອງ​ປະຊຸມ​ຫລວງຂອງ​ພັກ ຊຶ່ງ​ໄຂ​ຂຶ້ນ​ໃນ​ທຸກໆ 5 ປີ ຄາດ​ວ່າ​ຈະ​ດໍາ​ເນີນ​ໄປ​ເປັນ​ເວລາ 4 ມື້ ​ແລະ​ຈະ​ວາງ​ພື້ນຖານສໍາລັບ​ການ​ເລືອກ​ຕັ້ງ​ທົ່ວ​ໄປ ຊຶ່ງ​ກໍານົດຈະ​ມີ​ຂຶ້ນ​ໃນ​ທ້າຍ​ເດືອນ​ເມສາ​ ໃນ​ປະ​ເທດ​ທີ່​ມີ​ພັກ​ການເມືອງ​ດຽວ​ນັ້ນ.

ໂຄສົກກະຊວງ​ການ​ຕ່າງປະ​ເທດລາວ​ກ່າວ​ຕໍ່​ອົງການ​ຂ່າວສານ​ເຢຍຣະມັນ​ວ່າ ລາຍການ​ປະຊຸມ​ສໍາລັບ​ກອງ​ປະຊຸມ​ຫລວງ​ນີ້ ຍັງ​ບໍ່​ທັນໄດ້ມີ​ການປະກາດ​ໃຫ້​ຊາບ​ເທື່ອ.

ເຖິງ​ຢ່າງ​ໃດ​ກໍ​ດີ ທ່ານ​ຈູມ​ມາລີ ​ໄຊ​ຍະ​ສອນ ຊຶ່ງ​ເວລາ​ນີ້​ເປັນ​ປະທານ​ປະ​ເທດ​ແລະ​ເປັນ​ເລຂາທິການ​ໃຫຍ່​ຂອງ​ພັກ​ປະຊາຊົນປະຕິວັດລາວນັ້ນ ມີ​ສິດທິ​ທີ່ຈະ​ຖືກ​ເລືອກ​ຕັ້ງ​ອີກ​ສະ​ໄໝ​ນຶ່ງ​ໄດ້.

ມີ​ຜູ້​ແທນ​ພັກ​ເກືອບ 500 ຄົນ​ໄດ້​ເຂົ້າ​ຮ່ວມໃນ​ກອງ​ປະຊຸມຫລວງ​ຂອງ​ພັກເທືອ​ແລ້ວ​ນີ້​ໃນ​ປີ 2006 ​ເວລາ​ກອງ​ປະຊຸມ​ດັ່ງກ່າວ​ເລືອກ​ເອົາ​ສະມາຊິກ​ຂອງຄະນະ​ກົມ​ການ​ເມືອງ 11 ທ່ານ​ ແລະສະມາ​ຊິກ​ຄະນະ​ກໍາມະການ​ສູນ​ກາງ​ພັກ 55 ທ່ານ​.

ນອກຈາກ​ເລືອກ​ເອົາ​ຄະນະ​ນໍາພາ​ແລ້ວ ພວກ​ຜູ້​ແທນ​ເຂົ້າ​ຮ່ວມ​ກ​ອງປະຊຸມ​ພັກປີ​ນີ້ຈະ​ເພ່ງ​ເລັງ​ໃສ່​ນະ​ໂຍບາຍ​ດ້ານ​ເສດຖະກິດ​ ໃນ​ຂະນະ​ທີ່​ປະ​ເທດ​ລາວກໍາລັງ​ຫາທາງ​ກ້າວອອກ​ຈາກ​ຖານະ​ການ​ເປັນ​ປະ​ເທດດ້ອຍພັດທະນາໃຫ້​ໄດ້ ພາຍ​ໃນ​ປີ 2020 ນັ້ນ.

ພັກປະຊາຊົນປະຕິວັດ​ລາວ​ໄດ້​ເປັນ​ພັກ​ການ​ເມືອງ​ທີ່​ຖືກຕ້ອງຕາມກົດໝາຍ​ແຕ່ພຽງ​ພັກ​ດຽວ​ຢູ​ໃນ​ລາວ ​ນັບ​ແຕ່​ພັກ​ດັ່ງກ່າວ​ໄດ້​ຂຶ້ນ​ຄອງ​ອໍານາດ​ ໃນ​ປີ 1975 ​ເວລາ​ສົງຄາມ​ຫວຽດນາມ​ຍຸດຕິ​ລົງ​ນັ້ນ.

XS
SM
MD
LG