ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນລາວ ໃນເຂດເມືອງລົງເກີຍ ຖືກສັ່ງໃຫ້ພັກການ ຍ້ອນໂຄວິດ-19 ແຕ່ກໍໄດ້ຮັບການຊ່ວຍເຫຼືອ ຂອງລັດຖະບານ


ຍານາງມາລີ ແກ້ວບໍຣະກົດ ພວມເຮັດວຽກ ທີ່ໂຮງງານ Varitronc Technologies
ຍານາງມາລີ ແກ້ວບໍຣະກົດ ພວມເຮັດວຽກ ທີ່ໂຮງງານ Varitronc Technologies

ຄົນລາວຜູ້ນຶ່ງ ໃນເຂດເມືອງລົງເກີຍ (Longueuil) ແຂວງເກເບັກ ຖືກສັ່ງໃຫ້ພັກການຫຼັງຈາກການລະບາດຂອງໂຄວິດ-19 ແຜ່ລາມອອກໄປ ແຕ່ກໍໄດ້ຮັບເງິນຊ່ອຍເຫຼືອ ຈາກລັດຖະບານ. ໄພສານມີລາຍງານ.


ຄົນລາວຜູ້ນຶ່ງທີ່ເມືອງລົງເກີຍ (Longueuil) ໃນແຂວງເກເບັກ ປະເທດການາດາ ຖືກສັ່ງໃຫ້ພັກການໃນລະຫວ່າງທີ່ໂຄວິດ-19 ລະບາດຢ່າງແຮງ ແຕ່ກໍໄດ້ຮັບເງິນຊ່ວຍເຫຼືອ ຈາກລັດຖະບານ. ຍານາງມາລີ ແກ້ວບໍຣະກົດ ກ່າວວ່າ ການລະບາດທີ່ເລີ້ມມາ ແຕ່ທ້າຍປີກາຍນີ້ ໄດ້ທະວີຄວາມຮ້າຍແຮງຂຶ້ນ ນັບແຕ່ກາງເດືອນມີນາ ເປັນຕົ້ນມາ. ຍານາງມາລີ ຊີ້ແຈງກ່ຽວກັບເລື້ອງນີ້ວ່າ:


ຍານາງມາລີ ກ່າວວ່າ ບໍລິສັດ Varitronc Technologies ຊຶ່ງເປັນບໍລິສັດ ທີ່ຍານາງ ເຮັດການຢູ່ນຳ ກໍໄດ້ມີຄຳສັ່ງໃຫ້ພະນັກງານສ່ວນໃຫຍ່ຂອງຕົນ 200 ກວ່າຄົນພັກການຢູ່ບ້ານຢູ່ເຮືອນເປັນການຊົ່ວຄາວ ແຕ່ແນວໃດກໍຕາມ ຍານາງກ່າວວ່າ ເວລານີ້ ຍານາງກໍໄດ້ຮັບເງິນຊ່ວຍເຫຼືອແລ້ວຈຳນວນນຶ່ງ. ຍານາງກ່າວກ່ຽວກັບເລື້ອງນີ້ວ່າ:


ຈຳນວນເງິນທີ່ຍານາງມາລີເວົ້າເຖິງນັ້ນ ແມ່ນເງິນໂດລາການາດາ ແລະກ່ອນໜ້າກໍມີການຄາດກັນວ່າ ພວກຍານາງຈະກັບຄືນໄປເຮັດການໃນວັນທີ 4 ພຶດສະພາແຕ່ເນື່ອງຈາກສະພາບການຍັງບໍ່ທັນລົງໂຕ ການກັບຄືນໄປເຮັດວຽກຈຶ່ງຍັງບໍ່ທັນເປັນທີ່ແນ່ນອນເທື່ອ.

ຍານາງມາລີ ແກ້ວບໍຣະກົດ (ນັ່ງ ທີ 3 ຈາກຂວາ) ແລະເພື່ອນໆ ທີ່ໂຮງງານ Varitronc Technologies ພວມກິນເຂົ້າ
ຍານາງມາລີ ແກ້ວບໍຣະກົດ (ນັ່ງ ທີ 3 ຈາກຂວາ) ແລະເພື່ອນໆ ທີ່ໂຮງງານ Varitronc Technologies ພວມກິນເຂົ້າ

ຍານາງມາລີກ່າວວ່າ ການລະບາດຂອງໂຄວິດ-19 ຢູ່ໃນເຂດເມືອງລົງເກີຍ ໄດ້ເຮັດໃຫ້ຜູ້ສູງອາຍຸຄົນລາວການາດາ 2 ຄົນ ເສຍຊີວິດ ຢູ່ທີ່ບ້ານພັກຜູ້ເຖົ້າ.

ຍານາງມາລີກ່າວວ່າ ການລະບາດຂອງໂຄວິດ-19 ຢູ່ເຂດເມືອງລົງເກີຍແມ່ນໄດ້ມີການຈຳກັດເຄັ່ງຄັດຫຼາຍ ບໍ່ໃຫ້ຜູ້ຄົນອອກນອກບ້ານ ນອກຈາກໄປຕະຫຼາດຊື້ເຄື່ອງກິນແລະໄປຫາໝໍເທົ່ານັ້ນ. ເມືອງລົງເກີຍ ແມ່ນຕັ້ງຢູ່ຟາກນ້ຳ ເຊັນລໍເຣັນເບື້ອງໃຕ້ ຂອງນະຄອນມົງເຣອານ ແລະເປັນເມືອງທີ່ມີຄົນລາວອາໄສຢູ່ທັງໃນສະໄໝເກົ່າແລະສະໄໝປັດ
ຈຸບັນ.

XS
SM
MD
LG