ພັກປະຊາຊົນປະຕິວັດລາວ ຈັດພິທີໄວ້ອາໄລລະດັບຊາດໃຫ້
ແກ່ຜູ້ນຳຂັ້ນສູງຂອງພັກ 4 ທ່ານ ທີ່ເສຍຊີວິດ ຈາກອຸບັດເຫດ
ເຮືອບິນຕົກ ຢູ່ແຂວງຊຽງຂວາງ ທີ່ຖືເປັນການສູນເສຍ ຄັ້ງສຳ
ຄັນຂອງລາວ.
ພິທີການໄວ້ອາໄລລະດັບຊາດ ເພື່ອສະແດງຄວາມຮູ້ບຸນຄຸນ ແລະ
ອາໄລອາວອນຢ່າງສຸດຊຶ້ງ ຕໍ່ທ່ານພົນໂທດວງໃຈ ພິຈິດກຳມະການ
ກົມເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງປ້ອງກັນ
ປະເທດ ທ່ານທອງບັນ ແສງອາພອນ ເລຂາທິການສູນກາງພັກ ລັດຖະມົນຕີວ່າການ
ກະຊວງປ້ອງກັນຄວາມສະຫງົບ ທ່ານສຸກັນ ມະຫາລາດ ເລຂາທິການສູນກາງພັກ ແລະ
ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານເຈືອງ ສົມບູນຂັນ ເລຂາທິການສູນກາງພັກ ແລະ
ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ທີ່ເສຍຊີວິດຈາກອຸບັດເຫດເຮືອບິນຕົກຢູ່ທີ່
ເຂດເມືອງແປກແຂວງຊຽງຂວາງນັ້ນ ໄດ້ຈັດຂຶ້ນພ້ອມກັນໃນທົ່ວປະເທດເມື່ອເວລາ 13 ໂມງຂອງວັນທີ 19 ພຶດສະພານີ້.
ໂດຍເປັນການໄວ້ອາໄລດ້ວຍການຢືນສະຫງົບນິ້ງເປັນເວລາ 1 ນາທີ ແລ້ວຈຶ່ງຕິດຕາມດ້ວຍພິທີຊາປານະກິດທີ່ໄດ້ແຍກສະຖານ
ທີ່ເປັນ 3 ແຫ່ງດ້ວຍກັນ ກໍຄືພິທີຊາປານະກິດສົບ ຂອງທ່ານພົນໂທ ດວງໃຈ ໄດ້ຈັດຂຶ້ນທີ່ເດີ່ນທາດຫລວງ ສ່ວນພິທີຊາປານະກິດສົບຂອງ ທ່ານທອງບັນ ແລະ ທ່ານສຸກັນ ໄດ້ຈັດຢູ່ວັດເທບນິມິດ ຫຼື ວັດທາດຝຸ່ນ ແລະພິທີຊາປານະກິດສົບຂອງ ທ່ານເຈືອງ ຈັດຢູ່
ທີ່ວັດບ້ານຕານມີໄຊ ເມືອງໄຊທານີ ໃນເຂດນະຄອນຫຼວງວຽງຈັນ.
ພົນໂທດວງໃຈ ທ່ານທອງບັນ ທ່ານສຸກັນ ແລະ ທ່ານເຈືອງ ໄດ້ເສຍຊີວິດຈາກອຸບັດເຫດເຮືອບິນຕົກ ຢູ່ເມືອງແປກ ແຂວງຊຽງຂວາງ ເມື່ອເວລາປະມານ 7 ໂມງເຊົ້າ ຂອງວັນເສົາທີ 17 ພຶດສະພາທີ່ຜ່ານມາ ໂດຍອຸບັດເຫດ ໄດ້ເກີດຂຶ້ນໃນລະຫວ່າງ ທີ່ຄະນະກຳລັງຈະເດີນທາງໄປຮ່ວມ ໃນພິທີການສະເຫລີມສະຫລອງ ທາງການທະຫານຢູ່ທີ່ແຂວງຊຽງຂວາງ ໃນວັນ
ທີ 17 ພຶດສະພາດັ່ງກ່າວ ແຕ່ກໍຕ້ອງມາປະສົບອຸບັດເຫດເສຍກ່ອນ ແລະ ຈົນເຖິງປັດຈຸບັນນີ້ກໍຍັງບໍ່ຮູ້ສາເຫດທີ່ເຮັດໃຫ້ເກີດອຸບັດເຫດ ໃນຄັ້ງນີ້ແຕ່ຍ່າງໃດ.
ນອກຈາກການເສຍຊີວິດຂອງການນຳຄົນສຳຄັນຂອງພັກປະຊາຊົນປະຕິວັດລາວທັງ 4 ທ່ານແລ້ວກໍຍັງມີຜູ້ທີ່ຮ່ວມຄະນະອີກ 10 ຄົນທີ່ເສຍຊີວິດ ໃນອຸບັດເຫດເຮືອບິນຕົກ ໃນຄັ້ງນີ້ດ້ວຍ ຊຶ່ງໃນນີ້ກໍຮວມເຖິງພັນລະຍາຂອງທ່ານພົນໂທດວງໃຈ ພ້ອມດ້ວຍເລຂານຸການສ່ວນຕົວທະຫານຄົນສະນິດ ແລະທະຫານພົນຂັບປະຈຳຕຳແໜ່ງຂອງທ່ານພົນໂທ ດວງໃຈດ້ວຍ ສ່ວນນອກນັ້ນ ກໍເປັນເລຂານຸການ ແພດໝໍ ແລະຜູ້ຕິດຕາມຂອງທ່ານທອງບັນ ທ່ານສຸກັນ ແລະທ່ານເຈືອງຮວມເຖິງກັບຕັນ ແລະພະນັກງານປະຈຳເຮືອບິນລຳດັ່ງກ່າວດ້ວຍ.
ແຕ່ຢ່າງໃດກໍຕາມ ກໍມີລາຍງານກ່ອນໜ້ານີ້ວ່າມີຜູ້ລອດຊີວິດ 3 ຄົນຈາກອຸບັດເຫດໃນຄັ້ງນີ້ ກໍຄືຜູ້ຕິດຕາມທ່ານທອງບັນ 1 ຄົນ ແລະແພດປະຈຳຕົວຂອງທ່ານສຸກັນ 1 ຄົນ ກັບພະນັກງານບໍລິການປະຈຳເຮືອບິນອີກ 1 ຄົນ ຫາກແຕ່ກໍມີລາຍງານຫລ້າສຸດວ່າ 2 ໃນ 3 ຄົນດັ່ງກ່າວໄດ້ເສຍຊີວິດໃນມື້ນີ້.
ອຸບັດເຫດຄັ້ງນີ້ ນັບເປັນການສູນເສຍ ຄັ້ງຮ້າຍແຮງທີ່ສຸດ ໃນປະ
ຫວັດສາດຂອງພັກແລະກອງທັບປະຊາຊົນລາວ ໂດຍນັບຕັ້ງແຕ່
ເຮືອບິນກອງທັບອາກາດຕົກ ໃນແຂວງວຽງຈັນ ເມື່ອກວ່າ 20 ປີ
ກ່ອນ ຊຶ່ງເຮັດໃຫ້ ພົນຕີຄຳພາ ຈະເລີນພົນມີໄຊ ອະດີດຜູ້ບັນຊາ
ການທະຫານເຂດວຽງຈັນເສຍຊີວິດ.
ນອກຈາກນີ້ ກໍຍັງເປັນການສູນເສຍຄັ້ງສຳຄັນອີກຄັ້ງໜຶ່ງ ຂອງ
ກອງທັບປະຊາຊົນລາວເພາະກ່ອນໜ້ານີ້ທ່ານພົນຕີສັນຍາຮັກ
ພົມວິຫານ ອະດີດຫົວໜ້າກົມໃຫຍ່ ເສນາທິການ ກອງທັບປະ
ຊາຊົນລາວ ແລະທາຍາດທາງການເມືອງ ຂອງທ່ານໄກສອນ
ພົມວິຫານ ອະດີດຜູ້ນຳສູງສຸດຂອງລາວ ກໍໄດ້ເຖິງແກ່ກຳດ້ວຍ
ໂຣກປະຈຳຕົວ ເມື່ອເດືອນກໍລະກົດ 2013 ທີ່ຜ່ານມາ.
ສ່ວນເຮືອບິນທີ່ປະສົບອຸບັດເຫດໃນຄັ້ງນີ້ ກໍແມ່ນເຮືອບິນ Antonov ລຸ້ນ An-74TK-300D ທີ່ກອງທັບປະຊາຊົນລາວ ຊື້ຈາກປະເທດຢູເຄຣນ ເມື່ອກວ່າ 5 ປີກ່ອນ.