ກອງປະຊຸມຄັ້ງທໍາອິດຂອງລັດພາຄີສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ
ທີ່ໄດ້ເລີ່ມຂຶ້ນເມື່ອວັນ ທີ່ 9 ເດືອນພະຈິກ ແລະສິ້ນສຸດລົງຢ່າງເປັນທາງການເມື່ອວັນທີ່ 12
ເດືອນພະຈິກນີ້ຢູ່ນະຄອນວຽງຈັນ ໂດຍມີບັນດາຜູ້ຕາງໜ້າຂອງລັດຖະບານຈາກ 120 ກວ່າ
ປະເທດ ແລະ 150 ກວ່າອົງການສາກົນ ຈໍານວນຫລາຍກວ່າ 1,000 ຄົນເຂົ້າຮ່ວມປະຊຸມ
ນັ້ນໄດ້ມີມະຕິຮັບຮອງເອົາເອກະສານສໍາຄັນພ້ອມກັນເຖິງ 4 ສະບັບດ້ວຍກັນ ກໍຄືຖະແຫລງ
ການວຽງຈັນ ແຜນປະຕິບັດການວຽງຈັນກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາ ຮູບແບບ
ລາຍງານການປະຕິບັດສົນທິສັນຍາ ແລະແຜນການປະຊຸມສໍາລັບລັດພາຄີໃນ ປີ 2011.
ໂດຍສະເພາະແມ່ນແຜນປະຕິບັດການວຽງຈັນນັ້ນ ຖືເປັນເອກະສານທີ່ມີຄວາມສໍາຄັນຢ່າງ
ຍິ່ງຕໍ່ການຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ສາມາດບັນລຸຜົນຕາມເປົ້າໝາຍທີ່ສົນທິສັນຍາໄດ້ວາງ
ເອົາໄວ້ ກໍຄືການເຮັດໃຫ້ປະຊາຄົມໂລກກ້າວໄປເຖິງການຈໍາກັດລະເບີດລູກຫວ່ານບໍ່ໃຫ້ເຂັ່ນ
ຂ້າແລະທໍາລາຍຊີວິດຂອງພົນລະເມືອງໂລກອີກຕໍ່ໄປນັ້ນເອງ. ດັ່ງທີ່ທ່ານທອງລຸນ ສີສຸລິດ
ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການຕ່າງປະເທດ ໃນຖານະປະທານກອງປະ ຊຸມໄດ້ຖະແຫລງຊີ້ແຈງວ່າ:
“ບັນດາລັດພາຄີໄດ້ຮ່ວມກັນຮັບຮອງເອົາແຜນປະຕິບັດງານວຽງຈັນ ຊຶ່ງໄດ້ກໍານົດລະອຽດແຕ່ລະວຽກງານທີ່ຈະຕ້ອງປະຕິບັດ ເປັນຕົ້ນແມ່ນການທໍາລາຍລະເບີດລູກຫວ່ານຢູ່ໃນຄັງສາງ ການຊ່ວຍເຫລືອຜູ້ເຄາະຮ້າຍ ການຮ່ວມມືແລະການຊ່ວຍ ເຫລືອຈາກສາກົນ ເພື່ອເຮັດໃຫ້ພັນທະຕ່າງໆໄດ້ຮັບການຈັດຕັ້ງປະຕິບັດຢ່າງມີ ປະສິດທິຜົນໂດຍໄວ”.
ກອງປະຊຸມດັ່ງກ່າວຖືເປັນການປະຕິບັດຕາມສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຫລືສົນທິສັນຍາ OSLO ທີ່ມີຜົນບັງຄັບໃຊ້ຢ່າງເປັນທາງການເມື່ອວັນທີ່ 1 ສິງຫາທີ່ຜ່ານມາ ຈຶ່ງເຮັດໃຫ້ຈະຕ້ອງມີການວາງທິດທາງການສ້າງຕັ້ງກົນໄກ ແລະມາດຕະການຕ່າງໆ ເພື່ອປະຕິບັດການຕາມສົນທິສັນຍາໃຫ້ບັນລຸຕາມວັດຖຸປະສົງຢ່າງເປັນຮູບທໍາ. ຍິ່ງໄປກວ່ານັ້ນ ກໍຍັງເຮັດໃຫ້ມີການຊ່ວຍເຫລືອລາວຫລາຍຂຶ້ນດ້ວຍ ໃນໂອກາດນີ້ ທາງການລາວກໍໄດ້ນໍາພາຄະນະຜູ້ຕາງໜ້າຈາກຕ່າງປະເທດຫລາຍຮ້ອຍຄົນ ເດີນທາງໄປຢ້ຽມຊົມການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງຊຽງຂວາງ ຊຶ່ງເປັນແຂວງນຶ່ງທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກຫລາຍທີ່ສຸດ.
ນັບຈາກປີ 1996 ເປັນຕົ້ນມາ ອົງການການເກັບກູ້ລະເບີດແຫ່ງຊາດລາວ (Lao UXO)
ສາມາດເກັບກູ້ລະເບີດແລະທໍາລາຍ UXO ໄປຫລາຍກວ່າ 1 ລ້ານໜ່ວຍ ໂດຍເປັນການ
ເກັບກູ້ UXO ອອກໄປຈາກພື້ນທີ່ ກວ້າງກວ່າ 25,000 ເຮັກຕ້າ ຊຶ່ງໃນນີ້ເປັນພື້ນທີ່ການ
ກະເສດ ກວ້າງກວ່າ 17,000 ເຮັກຕ້າ ສ່ວນທີ່ເຫລືອກໍເປັນພື້ນທີ່ສໍາລັບຢູ່ອາໃສ ແລະ
ໂຄງການພັດທະນາຕ່າງໆ ຫາກແຕ່ກໍຄິດເປັນສັດສ່ວນພຽງບໍ່ເຖິງ 1% ຂອງພື້ນທີ່ແລະ
ຈໍານວນ UXO ທີ່ຕົກຄ້າງຢູ່ໃນລາວນັ້ນ. ດ້ວຍເຫດນີ້ ຈຶ່ງເຮັດໃຫ້ທາງການລາວໄດ້ຕັ້ງ
ຄວາມຫວັງໄວ້ວ່າ ຈະຕ້ອງໄດ້ຮັບການຊ່ວຍເຫລືອຈາກຕ່າງປະເທດ ບໍ່ໜ້ອຍກວ່າ 30
ລ້ານໂດລາໃນແຕ່ລະປີ ເພື່ອທີ່ວ່າຈະເຮັດໃຫ້ສາມາດເກັບກູ້ UXO ອອກຈາກພື້ນທີ່ການ
ກະເສດໄດ້ເພິ່ມຂຶ້ນອີກ 183,000 ເຮັກຕ້າ ພາຍໃນປີ 2020 ໃນຂະນະທີ່ ໃນໄລຍະ 5
ປີທີ່ຜ່ານມານັ້ນ ລາວກໍໄດ້ຮັບການຊ່ວຍເຫລືອຈາກຕ່າງປະເທດ ໂດຍສະເລ່ຍ 19 ລ້ານ
ໂດລາ ໃນແຕ່ລະປີ.