ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວປິດ ບ່ອນຫຼິ້ນກາສິໂນ ທີ່ບໍ່ເຕັນ ແຂວງຫຼວງນໍ້າທາ

Participants of the Conference of European Rabbis carry candles as they commemorate the 75th anniversary of Kristallnacht in front of Brandenburg Gate in Berlin, Germany. The 'Kristallnacht'  or 'crystal night' - also referred to as 'night of broken glass' -  when Nazis conducted a wave of violent anti-Jewish pograms on the streets of Berlin and other cities in 1938.

ມີ​ລາຍ​ງານ​ຂ່າວ​ວ່າ ທາງການ​ລາວ​ໄດ້​ອັດ​ກາສິ​ໂນ ຫລື​ບ່ອນ​ຫລີ້ນ​ການ​ພະນັນ​ໃຫຍ່ ​ໃນ​
ແຂວງ​ຫລວງ​ນໍ້າ​ທາ ຕິດ​ກັບຊາຍ​ແດນ​ຈີນ​ນັ້ນ ຫລັງ​ຈາກ​ທີ່​ມີ​ຂ່າວ​ກ່ຽວ​ກັບ​ການ​ກໍ່​ອາ​ຊະ
ຍາ​ກໍາ​ຢູ່​ໃນ​ເຂດ​ດັ່ງກ່າວ ທີ່ຢູ່​ໃຕ້​ການ ບໍລິຫານ​ຂອງ​ບໍລິສັດ​ຈີນ.

ໜັງສືພິມ Vientiane Times ລາຍ​ງານ​ຂ່າວ​ໃນ​ວັນ​ພຸດ​ມື້ນີ້​ວ່າ ຄະນະ​ກໍາມະການ​ຄຸ້ມ​ຄອງ
ເຂດ​ເສ​ດຖະກິດ​ພິ​ເສດ​ແຫ່ງ​ຊາດ​ ​ໄດ້​ປະຊຸມ​ກັນ​ໃນ​ມື້​ວັນ​ຈັນ​ຜ່ານ​ມາເພື່ອ​ຫາລື​ກ່ຽວ​ກັບຮ່າງ
ດໍ​າລັດ​ຂອງ​ນາຍົກລັດ ຖະມົນຕີ ທີ່​ຈະຫັນປ່ຽນ​ເຂດເສດຖະກິດ​ພິ​ເສດ ທີ່​ເອີ້ນ​ວ່າ Boten
Golden City ຫລື​ບໍ່​ເຕັນ​ແດນ​ຄຳ ​ໃນແຂວງ​ຫລວງ​ນໍ້າ​ທາ ​ໃຫ້​ເປັນ​ເຂດ​ປອດການ​ພະນັນ
ນັ້ນ ແລະທາງ​ຄະນະ​ກໍາມະການກໍ​ໄດ້​ຕັດສິນ​ໃຈໄປ​ຕາມ​ນັ້ນ ​ໂດຍ​ຈະ​ຫັນ​ປຽນໃຫ້​ເປັນ​ເຂດ
ການ​ຄ້າ​ແລະ​ວັດທະ​ນໍາ​ແທນ.

ສື່​ມວນ​ຊົນ​ຈີນໄດ້​ລາຍ​ງານ​ຂ່າວ​ວ່າ ມີ​ຊາວ​ຈີນ​ຫລາຍ​ຄົນ​ໄປ​ຫລີ້ນ​ການ ການ​ພະນັນຢູ່​ທີ່​ນັ້ນ
ແລ້ວ​ຖືກ​ກັກ​ໂຕ​ໄວ້​ແລະຖືກ​ທໍລະມານ ຍ້ອນ​ບໍ່​ສາມາດຈ່າຍເງິນໃຫ້​ເຈົ້າ​ຂອງ​ກາສິ​ໂນ ຫລັງ​
ຈາກ​ທີ່​ຫລີ້ນ​ເສຍ.

ຮອງ​ນາຍົກລັດຖະມົນຕີລາວ ທ່ານ​ສົມ​ສະຫວາດ ​ເລ່ງ​ສະ​ວັດກ່າວ​ວ່າ ຕໍ່​ໄປ​ນີ້ທາງ​ການ​ລາວ
ຈະ​ບໍ່​ອະນຸຍາດ​ໃຫ້​ຕັ້ງ​ກາສິ​ໂນ ຢູ່​ໃນ​ເຂດ​ເສດຖະ ກິດ​ພິ​ເສດ​ອີກ​ແລ້ວ ຍົກ​ເວ້ນກາສິ​ໂນທີ່​
ເມືອງ​ຕົ້ນ​ເຜິ້ງ ​ແຂວງ​ບໍ່​ແກ້ວ ​ໃນ​ເຂດ​ເສດຖະກິດພິ​ເສດ​ສາມຫລ່ຽມ​ທອງ​ຄໍາ ທີ່​ໄດ້​ຕັ້ງ​ຂຶ້ນ
ກ່ອນ​ການ​ປ່ຽນ​ແປງ​ໃນ​ນະ​ໂຍບາຍ​ດັ່ງກ່າວ.

ນັກ​ທ່ອງ​ທ່ຽວ​ຈາກ​ສະຫະລັດ​ຫລາຍ​ຄົນ​ທີ່​ໄດ້​ຢ້ຽມຢາມເມືອງ​ບໍ່​ເຕັນ​ມາ ຢືນຢັນ​ວ່າ ​ໂຮງ​ກາ
ສິ​ໂນ​ທີ່​ບໍ່​ເຕັນ​ໄດ້​ອັດ​ລົງ​ແທ້. ສ່ວນ​ກາສິ​ໂນ​ທີ່​ເມືອງ​ຕົ້ນ​ເຜີ້ງ​ກໍ​ແມ່ນ​ໃຫຍ່​ແລະ​ສວຍ​ງາມ ຊຶ່ງ​ຖ້າ
ຫລຽວ​ເບິ່ງ​ມາ​ຈາກ​ຝັ່ງ​ໄທ ບໍລິ​ເວນ​ນັ້ນ​ແມ່ນ​ຮຸ່ງ​ເຮືອງ​ເຫລືອງ​ເຫລື້ອມ ບໍ່​ແພ້​ລາສ​ເວ​ກັສ.

XS
SM
MD
LG