ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Please disregard this oneລາວເລີ່ມປັບຂຶ້ນເງິນເດືອນ ໃຫ້ລັດຖະກອນໃນທົ່ວປະເທດ


ຄະນະບໍລິຫານງານຂັ້ນສູງຂອງລັດຖະບານລາວຖ່າຍຮູບຮ່ວມກັນ ທີ່ຫ້ອງການປະທານປະເທດ
ຄະນະບໍລິຫານງານຂັ້ນສູງຂອງລັດຖະບານລາວຖ່າຍຮູບຮ່ວມກັນ ທີ່ຫ້ອງການປະທານປະເທດ

ລັດຖະບານລາວເລີ່ມປັບຂຶ້ນເງິນເດືອນໃຫ້ລັດຖະກອນໃນທົ່ວປະເທດໃນອັດຕາສະເລ່ຍ 20% ສ່ວນນັກ ການທູດລາວໃນຕ່າງປະເທດໄດ້ຮັບການປັບຂຶ້ນເຖິງ 50% ເພື່ອໃຫ້ສອດຄ່ອງ ກັບຄ່າຄອງຊີບທີ່ເປັນຈິງ.

ລັດຖະບານລາວເລີ່ມປັບຂຶ້ນເງິນເດືອນໃຫ້ລັດຖະກອນໃນທົ່ວປະເທດໃນອັດຕາສະເລ່ຍ
20% ສ່ວນນັກ ການທູດລາວໃນຕ່າງປະເທດໄດ້ຮັບການປັບຂຶ້ນເຖິງ 50% ເພື່ອໃຫ້ສອດຄ່ອງ
ກັບຄ່າຄອງຊີບທີ່ເປັນຈິງ.

ທາງການກະຊວງການເງິນ ລາຍງານວ່າການປັບຂຶ້ນເງິນເດືອນຂອງບັນດາພະນັກງານ
ລັດຖະບານລາວ ໃນທົ່ວປະເທດຈະເລີ່ມມີການຈັດຕັ້ງປະຕິບັດໃນພາກຕົວຈິງນັບຈາກ
ເດືອນຕຸລາ ປີນີ້ເປັນຕົ້ນໄປ, ເຊິ່ງກໍຄືພະນັກງານທຸກຄົນຂອງລັດຖະບານລາວຈະໄດ້
ຮັບເງິນເດືອນຕາມອັດຕາໃໝ່ທີ່ປັບຂຶ້ນໂດຍສະເລ່ຍ 20% ໃນທ້າຍເດືອນຕຸລາ ນີ້ເປັນ
ງວດທໍາອິດນັ້ນເອງ.

ແຕ່ຢ່າງໃດກໍຕາມ, ສໍາລັບພະນັກງານທີ່ເປັນນັກການທູດທີ່ປະຈໍາຢູ່ສະຖານທູດ ຫຼື
ສະຖານກົງສູນຂອງລາວ ໃນຕ່າງປະເທດນັ້ນ, ຈະໄດ້ຮັບການປັບຂຶ້ນເງິນເດືອນໃນ
ອັດຕາສະເລ່ຍເຖິງ 50% ເພື່ອເຮັດໃຫ້ມີຄວາມເໝາະສົມ ແລະ ສອດຄ່ອງກັບສະພາວະ ຄອງຊີບໃນຕ່າງປະເທດທີ່ສູງກວ່າຢູ່ໃນລາວ ແລະດ້ວຍການປັບຂຶ້ນເງິນເດືອນ ດັ່ງກ່າວ
ນີ້ ກໍຈະເປັນຜົນເຮັດໃຫ້ອັດຕາເງິນເດືອນຂັ້ນຕໍ່າທີ່ສຸດຂອງພະນັກງານ ລັດຖະບານ
ລາວເພີ່ມຂຶ້ນເປັນ 472,500 ກີບຫຼື 60ໂດລາ ຕໍ່ເດືອນໃນຂະນະທີ່ອັດຕາເງິນເດືອນ
ຂັ້ນສູງສຸດ ນັ້ນກໍຈະເພີ່ມຂຶ້ນເປັນ 2,450,000 ກີບ ຫຼື 300ໂດລາ ຕໍ່ເດືອນ.

ການປັບຂຶ້ນເງິນເດືອນພະນັກງານຂອງ
ລັດຖະບານລາວດັ່ງກ່າວນີ້ ໄດ້ຜ່ານການ
ຮັບຮອງຈາກກອງປະຊຸມສະໄໝສາມັນ
ຄັ້ງປະຖົມມະເລີກຂອງສະພາແຫ່ງຊາດ
ລາວຊຸດທີ 7 ຢ່າງເປັນທາງການໃນຊ່ວງ
ເດືອນມິຖຸນາ ປີນີ້ຕາມການສະເໜີຂອງ
ກະຊວງການເງິນ ດ້ວຍເຫດຜົນທີ່ວ່າ
ເພື່ອເປັນການແກ້ໄຂບັນຫາຄ່າຄອງຊີບ ທີ່ສູງຂຶ້ນຢ່າງຕໍ່ເນື່ອງນັບແຕ່ທີ່ເກີດບັນ
ຫາວິກິດການທາງການເງິນໂລກໃນປີ 2008 ເປັນຕົ້ນມາ, ຂະນະທີ່ ການປັບຂຶ້ນເງິນເດືອນໃນຄັ້ງກ່ອນໄດ້
ມີຂຶ້ນໃນປີ 2007 ຫຼື ກ່ອນທີ່ວິກິດການ
ທາງເສດຖະກິດການເງິນໂລກຈະໄດ້ເກີດ
ຂຶ້ນຈິ່ງເຮັດໃຫ້ພະນັກງານລັດຖະບານລາວ
ຕ້ອງປະສົບກັບບັນຫາລາຍໄດ້ບໍ່ພຽງພໍ
ກັບລາຍຈ່າຍທີ່ເພີ່ມສູງຂຶ້ນມາໂດຍຕະ
ຫຼອດນັ້ນເອງ.

ແຕ່ຢ່າງໃດກໍຕາມ, ການປັບຂຶ້ນເງິນເດືອນ
ໃຫ້ກັບພະນັກງານລັດໃນຄັ້ງນີ້ກໍຍັງບໍ່ສາ
ມາດ ທີ່ຈະຮັບປະກັນ ໄດ້ວ່າພະນັກງານ
ຂອງລັດຖະບານລາວຈະມີລາຍໄດ້ພຽງພໍ
ກັບລາຍຈ່າຍທີ່ເປັນຈິງເພາະວ່າ ສະພາວະ
ເງິນເຟີ້ ໃນລາວກໍຍັງຄົງປັບຕົວສູງຂຶ້ນຢ່າງ
ຕໍ່ເນື່ອງ.

ອີງຕາມລາຍງານຂອງສໍານັກງານສະຖິຕິ
ແຫ່ງຊາດລາວ ໄດ້ລະບຸວ່າສະພາວະເງິນ
ເຟີ້ໃນລາວເຄີຍ ໄດ້ປັບຕົວສູງຂຶ້ນເຖິງ 9.7% ຊຶ່ງກໍເປັນຜົນຈາກການທີ່ໄດ້ມີການປັບລາ
ຄາສິນຄ້າອຸປະໂພກຂຶ້ນໃນອັດຕາສະເລ່ຍເຖິງ 14.7% ແລະໃນຂະນະດຽວກັນ ກໍມີການປັບຂຶ້ນອັດຕາຄ່າລົດໂດຍສານປະຈໍາທາງໃນອັດຕາສະເລ່ຍ10.91% ໃນທົ່ວປະເທດອີກດ້ວຍແລ້ວກໍຍ່ອມຈະສົ່ງຜົນກະທົບຕໍ່ພະນັກງານທີ່ມີເງິນເດືອນຂັ້ນຕໍ່າຢ່າງຫຼີກ ລ່ຽງບໍ່ໄດ້, ສ່ວນອັດຕາເງິນເດືອນທີ່ເປັນຢູ່ໃນເວລານີ້ກໍຍັງມີຄວາມແຕກໂຕນກັນຫຼາຍເທົ່າໂຕ ດັ່ງທີ່ທ່ານ ນາງ ວຽງທອງ ສີພັນດອນ ລັດຖະມົນຕີຊ່ວຍວ່າການ ກະຊວງ ການເງິນ ກໍໄດ້ໃຫ້ການຊີ້ແຈງວ່າ.

ຕາມຂໍ້ມູນສະຖິຕິນີ້ ເງິນເດືອນພຶ້ນຖານທີ່ວ່າພະນັກງານເຮົາໄດ້ນີ້ ກະສິປະມານ
ບໍ່ຮອດລ້ານຕາມທີ່ວ່າຂໍ້ມູນພວກຂ້າພະເຈົ້ານີ້ເນາະ ລະດັບສູງສຸດເງິນເດືອນ ພຶ້ນຖານກະປະມານສອງລ້ານເອັດສູງສຸດຂອງພວກເຮົາເນາະການນໍາສູງສຸດ
.

ນອກຈາກນີ້ ການປັບຂຶ້ນເງິນເດືອນດັ່ງກ່າວນີ້ ກໍຍັງເຮັດໃຫ້ລັດຖະບານລາວ ຈະຕ້ອງ ຈັດເກັບລາຍຮັບເຂົ້າງົບປະມານປະຈໍາປີ 2011-2012 ໃຫ້ໄດ້ເພີ້ມຂຶນຈາກປີ 2010-
2011 ບໍ່ໜ້ອຍກວ່າ 22.77% ອີກດ້ວຍ ກໍຄືການຈັດເກັບລາຍຮັບໃຫ້ໄດ້ເຖິງ 15,726
ຕື້ກີບ ຫຼືທຽບໄດ້ກັບ 20.53% ຂອງຍອດຜະລິດຕະພັນພາຍໃນ (GDP) ທີ່ຄາດວ່າ
ຈະມີມູນຄ່າລວມເຖິງ 69,800 ຕື້ກີບ ຫລືປະມານ 8,500 ລ້ານໂດລາ .

XS
SM
MD
LG