ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ທ່ອງ​ທ່ຽວ​ຈີນ ​ຈະນຳລາຍໄດ້​ ມາໃຫ້​ລາວ ຫຼາຍ​ປານ​ໃດ? ຄົນ​ລາວ ມີຄວາມ​ເຫັນ ທີ່​ແຕກ​ຕ່າງ​ກັນ


ງານ​ເປີດ​ປີ​ທ່ອງ​ທ່ຽວ​ລາວ-ຈີນ 2019
ງານ​ເປີດ​ປີ​ທ່ອງ​ທ່ຽວ​ລາວ-ຈີນ 2019

ເພື່ອປ​ະ​ກອບສ່ວນ​ເຮັດ​ໃຫ້​ລາຍ​ຮັບຈາກ​ການ​ທ່ອງ​ທ່ຽວ ບັນ​ລຸເປົ້າ​ໝາຍ​ທີ່​ຕັ້ງ​ໄວ້ ກໍ​ຄື​ຫຼາຍກວ່າ 700 ລ້ານ​ໂດ​ລາ ທາງ​ການ​ລາວຄາດ​ວ່າ ຈະ​ດຶງດູດເອົາ ນັກ​ທ່ອງ​ທ່ຽວ​ຈີນ ໃຫ້​ໄດ້ຫຼາຍກວ່ານຶ່ງ​ລ້ານ​ຄົນ ໃນ​ປີທ່ອງ​ທ່ຽວ​ລາວ-ຈີນ 2019 ນີ້. ແຕ່​ວ່າ ຊາວລາວ​ບາງ​ຄົນ​ຄິດ​ວ່າ ນັກ​ທ່ອງ​ທ່ຽວຈາກ​ປະ​ເທດ​ດັ່ງ​ກ່າວ ​ຈະ​ບໍ່​ສ້າງ​ລາຍ​ຮັບ​ໃຫ້​ແກ່​ຄົນ​ລາວຫລາຍ​ປານ​ໃດ ໃນ​ຂະ​ນະ​ທີ່​ບາງ​ຄົນ​ຜັດ​ເວົ້າ​ວ່າ ນັກ​ທ່ອງ​ທ່ຽວ​ຊາວ​ຈີນ ກໍ​ຄື​ກັນ​ກັບ​ນັກ​ທ່ອງ​ທ່ຽວ​ຊາດ​ອື່ນໆຈະນຳ​ລາຍ​ໄດ້​ມາ​ໃຫ້​ລາວ ​ຫລາຍ. ດ້ວຍ​ເຫດ​ໃດຈຶ່ງ​ເປັນ ເຊັ່ນ​ນັ້ນ ຂໍ​ເຊີນ​ບັນ​ດາ​ທ່ານ​ມາ​ຟັງ​ລາຍ​ງານ​ຈາກ​ບົວ​ສະ​ຫວັນ ນັກ​ຂ່າວ​ຂອງ​ພວກ​ເຮົາ ທີ່​ໄດ້​ໂອ້​ລົມ​ກັບ​ນັກ​ທຸ​ລະ​ກິດ​ລາວ​ສອງ​ທ່ານ ທີ່ດຳ​ເນີນ​ທຸ​ລະ​ກິດ​ທີ່​ນະ​ຄອນ​ຫລວງວຽງ​ຈັນ​ໄດ້​ເລີຍ.

ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນາ​ທຳ ແລະ​ທ່ອງ​ທ່ຽວ ຖະ​ແຫລງວ່າ ໃນປີສົ່ງ​ເສີມ​ການທ່ອງ​ທ່ຽວ​ ລະ​ຫວ່າງ​ລາວ​ກັບ​ຈີນ 2019 ​ນີ້ ຕົນ​ຈະ​ພະ​ຍາ​ຍາມສ້າງ​ລາຍ​ຮັບໃຫ້​ໄດ້​ເກີ​ນ​ກວ່າ 700 ລ້ານ​ໂດ​ລາ ໂດຍ​ການດຶງ​ດູດ​ເອົາ​ຊາວ​ຕ່າງ​ຊາດ​ໃຫ້​ເດີນ​ທາງ​ມາ​ທ່ອງ​ທ່ຽວ​ໃນ​ລາວ​ ໄດ້​ເຖິງ 4 ລ້ານ 5 ​ຄົນ ຊຶ່ງໃນ​ນັ້ນ ແນ​ເປົ້າ​ໝາຍ​ໃສ່ນັກ​ທ່ອງ​ທ່ຽວ​ຈີນ ຫລາຍກວ່ານຶ່ງລ້ານ​ຄົນ ຫລື ນຶ່ງ​ສ່ວນ​ສາມຂອງ​ຈຳ​ນວນ​ທັງ​ໝົດ ດ້ວຍ​ການ​ດຳ​ເນີນກິດ​ຈະ​ກຳ​ຕ່າງໆ ອັນ​ຫຼາກ​ຫຼາຍ ດັ່ງ​ທີ່ທ່ານ​ບົວ​ເງິນ ຊາ​ພູ​ວົງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວວັດ​ທະ​ນະທຳ ແລະ​ທ່ອງ​ທ່ຽວ ຖະ​ແຫຼງ​ວ່າ:

“ກິດ​ຈະ​ກຳ​ຂອງ​ລາວ​ເຮົາ​ທີ່​ຈະ​ໄປ​ຈັດ​ຢູ່​ຈີນ ແມ່ນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ທີ່​ນຳ​ໂດຍ​ປະ​ທານປະ​ເທດ​ຂອງ​ພວກ​ເຮົາ ຈ​ະ​ໄປ​ຢ້​ຽມ​ຢາມ​ເຄື່ອນ​ໄຫວ​ລັດຖະ​ກິດ​ ທີ່ ສ​ປ ຈີນ ທັງ​ໄດ້​ນຳ​ເອົາ​ຄະ​ນະ​ສິນ​ລະ​ປະ​ກອນ ໄປ​ສະ​ແດງ​ເຄື່ອນ​ໄຫວ​ຮ່ວ​ມ​ກັບ​ຝ່າຍ​ຈີນ ຈະ​ໄດ້​ຈັດ​ຕັ້ງ​ສັບ​ປະ​ດາ​ວັດ​ທະ​ນະທຳ​ລາວ ຢູ່​ທີ່​ນະ​ຄອນ​ຊັງ​ຊາ ແຂວງ​ຫູນານ ຈັດ​ຕັ້ງ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ລາວ ທີ່​ນະ​ຄອນ​ເຊີນ​ຕູ ແຂວງ​ເສສວນ ສ່ວນ​ພິ​ທີ​ສະ​ລຸບ​ປີ​ທ່ອງ​ທ່ຽວ​ລາວຈີນ​ນັ້ນ 2 ຝ່າຍ​ຈະ​ໄດ້​ຈັດ​ຕັ້ງ​ຂຶ້ນ​ທີ່​ນະ​ຄອນ​ປັກ​ກິ່ງ ໃນ​ທ້າຍ​ປີ 2019.”

ໃນ​ຂະ​ນະ​ທີ່​ລັດ​ຖະ​ບານ​ກຳ​ລັງ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈີນເຂົ້າ​ມາ​ລາວໃຫ້​ເພີ້ມຈາກ 799,929 ຄົນ ໃນປີ​ກາຍນີ້ ຂຶ້ນ​ມາເກືອບ​ຮອດ​ສອງ​ເທົ່າ ​ເປັນ 1 ລ້ານກວ່າ​ຄົນໃນ​ປີນີ້ຢູ່ນັ້ນ ກໍມີ​ນັກ​ທຸ​ລະ​ກິດບາງ​ທ່ານ ເຊັ່ນ ​ທ່ານ ສຸ​ພົດ ມະ​ນີ​ຄົງ ແມ່ນເຫັນ​ດີ​ຕໍ່​ແນວ​ທາງນີ້​ທີ່​ສຸດ ເພາະ​ທ່ານ​ຄຶດ​ວ່າ ນັກ​ທ່ອງ​ທ່ຽວບໍ່ວ່າ​ຈະ​ມາ​ຈາກ​ປະ​ເທດ​ໃດ ກໍລ້ວນ​ແຕ່​ສ້າງ​ລາຍ​ຮັບໃຫ້​ແກ່​ປະ​ເທດ​ທີ່​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວນັ້ນ​ໝົດ.

ທ່ານ​ສຸ​ພົດ ມະ​ນີ​ຄົງ (ຊ້າຍ​ສຸດ) ຖ່າຍ​ຮູບ​ຮ່ວມ​ກັບ​ຄອບ​ຄົວ ໃນ​ຂະ​ນະ​ທີ່​ທ່ານ​ມາ​ຢ້ຽມ​ຢາມ​ສະ​ຫະ​ລັດ ເພື່ອ​ເຮັດ​ທຸ​ລະ​ກິດ ແລະ​ຢ້ຽມ​ຢາມ​ຄອບ​ຄົວ
ທ່ານ​ສຸ​ພົດ ມະ​ນີ​ຄົງ (ຊ້າຍ​ສຸດ) ຖ່າຍ​ຮູບ​ຮ່ວມ​ກັບ​ຄອບ​ຄົວ ໃນ​ຂະ​ນະ​ທີ່​ທ່ານ​ມາ​ຢ້ຽມ​ຢາມ​ສະ​ຫະ​ລັດ ເພື່ອ​ເຮັດ​ທຸ​ລະ​ກິດ ແລະ​ຢ້ຽມ​ຢາມ​ຄອບ​ຄົວ

ໃນ​ຂະ​ນະ​ທີ່​ທ່ານເດີນ​ທາງ​ມາ​ເຮັດ​ທຸ​ລະ​ກິດ​ຢູ່​ທີ່​ສະ​ຫະ​ລັດ​ໃນ​ອາ​ທິດ​ຜ່ານ​ມານີ້ ທາງວີ​ໂອ​ເອໄດ້​ມີ​ໂອ​ກາດ​ໂອ້​ລົ​ມ​ກັບ​ທ່ານຜ່ານ​ທາງ​ໂທ​ລະ​ສັບ ແລະເມື່ອ​ຖືກ​ຖາມ​ວ່າ ທ່ານ​ຄິດ​ແນວ​ໃດ​ຕໍ່​ຄຳ​ເວົ້າ​ຂອງ​ຄົນ​ລາວ, ຄົນ​ຫວຽດ​ນາມ ແລະ​ອິນ​ໂດ​ເນ​ເຊຍ, ​ບາງ​ຄົນທີ່ບອກ​ວ່າ ນັກ​ທ່ອງ​ທ່ຽວ​ຈີນ ບໍ່​ຄ່ອຍ​ສ້າງ​ລາຍ​ຮັບ​ໃຫ້​ແກ່ຄົນ​ທ້ອງ​ຖິ່ນທີ່​ເຂົາ​ເຈົ້າ​ໄປ​ທ່ຽວນັ້ນປານ​ໃດ ທ່ານ​ສຸ​ພົດ​ຕອບ​ວ່າ:

ລິງໂດຍກົງ

“ອັນ​ນີ້ ມັນ​ເປັນ​ຄວາມ​ຄິດ​ຂອ​ງບຸກ​ຄົນ​ຊຶ່ໆ ເພາະ​ວ່າ​ຢ່າງ​ໜ້ອຍ​ຫັ້ນ​ນະ ເຂົາ​ເຈົ້າ​ເຂົ້າ​ມາເຂົາ​ເຈົ້າກໍ​ໄດ້​ຈ່າຍ​ຫັ້ນ ຈ່າຍ​ໜີ້ລະຄ່າ​ທຳ​ນຽມ​ຫັ້ນ​ນະ. ແຕ່​ອາ​ຫານ​ການ​ກິນ​ຕ່າງໆ ເຖິງ​ແມ່ນ​ວ່າ​ເຂົາ​ເຈົ້າ​ຈະ​ກິນ​ຂອງ​ເຂົາ​ເອງ ກໍ​ເປັນ​ສິນ​ຄ້າ​ນຳ​ເຂົ້າ, ເຮົາ​ກໍ​ໄດ້​ແລ້ວຄ່າ​ທຳ​ນຽມ ຄ່າ​ພາ​ສີ​ການ​ນຳ​ເຂົ້າ ອີ່​ຫຍັງ​ຕ່າງໆຫັ້ນ​ນະ ເພາະ​ວ່າ ເຮົາ​ເຮັດ​ບໍ່​ໄດ້​ເດ່. ຄື​ຂ້າ​ພະ​ເຈົ້າ​ມາ​ຢູ່​ໜີ້ລະ ວ່າ​ຊັ້ນ​ຊະ ລາງ​ເທື່ອ​ກໍ​ໄດ້​ຂົນ​ຂອງ​ກິນ​ມາ​ແຕ່​ບ້ານ ກໍ​ຍ້ອນ​ຫຍັງ ກໍ​ຍ້ອນ​ວ່າ​ເຮົາ​ຢາກ. ເຮົາ​ຢາກ​ແລ້ວ​ສິ່ງ​ທີ່ເຮົາ​ຢາກ​ຜັດ​ບໍ່​ມີ​ຊະ ທີ່​ຈະ​ຂາຍ​ນຳ​ຕະ​ຫລາດ​ ກໍ​ຕ້ອງ​ໄດ້​ຖື​ມາ​ແດ່.”

​ແຕ່​ກົງ​ກັນ​ຂ້າມ ນັກ​ທຸ​ລະ​ກິດ​ອີກ​ທ່ານ​ນຶ່ງທີ່​ຢູ່​ວຽງ​ຈັນ ແລະບໍ່​ປະ​ສົງ​ອອກ​ນາມກັບ​ໃຫ້​ຄຳ​ຄິດ​ເຫັນ​ວ່າ ຜົນ​ໄດ້​ຮັບ​ຈາກ​ນັກ​ທ່ອງ​ທ່ຽວ​ຈີນນັ້ນ ຈະ​ໜ້ອຍ​ຫລາຍ ເພາະ​ສ່ວນ​ຫລາຍ​ຈະ​ບໍ່​ຄ່ອຍໃຊ້​ບໍ​ລິ​ການ​ຕ່າງໆ ຫລື​ຊື້​ສິ່ງ​ຂອງ​ຈາກ​ຄົນ​ລາວ ຊຶ່ງ​ທ່ານ​ອະ​ທິ​ບາຍ​ວ່າ:

“ນັກ​ທ່ອງ​ທ່ຽວ​ຈີນ​ໜີ້ ເປັນ​ນັກ​ທ່ອງ​ທ່ຽວ​ທີ່ບໍ່​ມີ​ຄຸນ​ນະ​ພາບປານ​ໃດ ຍົກ​ໂຕ​ຢ່າງ​ເນາະ ຍົກ​ໂຕ​ຢ່າງເຂົາ​ເຈົ້າ​ມາ​ໜີ້​ນະ ເຂົາ​ເຈົ້າ​ຈະ​ບໍ່​ໄປ​ນອນ​ໂຮງ​ແຮມ​ລາວ​ເລີຍ. ເຂົາ​ເຈົ້າ​ຈະ​ໄປ​ຫາ​ນອນ​ແຕ່​ໂຮງ​ແຮມ​ທີ່​ເຈົ້າ​ຂອງ​ເປັນ​ຄົນ​ຈີ​ນ​ເຊົ່າ ຫລື​ວ່າ ຄົນ​ຈີນ​ເອົາ​ເມຍ​ລາວ ແລ້ວ​ຊື້​ດິນ ລະ​ບັດ​ນີ້​ເຂົາ​ກາ​ໄປ​ນອນ…, ກິນ.. ກະ​ມີ​ແຕ່​ຄົນ​ຈີນ​ໄດ້​ປະ​ໂຫຍດ​ນຳ​ກັນ​ວ່າ​ຊັ້ນ​ຊາ.. ອ່າ ແລ້ວ​ພວກນີ້​ມາ ພວກນີ້ບໍ່​ຈ່າຍ ມາ​ແລ້ວ​ກໍ​ມາ​ໃຊ້ນ້ຳ ໃຊ້​ຂີ້​ເຫຍື້ອ ໃຊ້​ສາ​ທາ​ລະ​ນຸ​ປະ​ໂພກ​ ຂອງ​ບ້ານ​ເຮົາ​ແຫລະ. ບາງ​ເທື່ອບໍ່​ຮູ້​ວ່າມ​ັນ​ຊິ​ຄຸ້ມ​ເສຍບໍ່ ພວກນີ້​ມາ​ໜີ້ບໍ່​ໄດ້​ຫຍັງ ຊິ​ຊື້​ຫຍັງ​ໜິ​ກາ​ຄິດ… ຍ່າງ ຖາມ​ຢູ່ຫັ້ນ​ຫລະ, ຖາມ​ລະ​ກະ​ບໍ່​ຊື້​ຫຍັງ​ຈັ່ງ​ຊີ້​ນະ, ເປັນ​ນັກ​ທ່ອງ​ທ່ຽວ​ທີ່ບໍ່​ມີ​ຄຸນ​ນະ​ພາບ ແຕ່​ວ່າ ດີ​ແນ່​ລະ​ແມ່ນ​ເກົາ​ຫລີ. ເກົາ​ຫລີ​ໄປ​ວັງ​ວຽງ ໄປ​ຫລວງ​ພະ​ບາງ ກັບ​ໄທ ກາ​ໄຄ​ແນ່. ພວກ​ນີ້ ເຂົາ​ດີ​ຢູ່, ເຂົາ​ກາ​ຊື້, ເຂົາ​ກາ​ຈ່າຍ​ຢູ່​ເດ່.

ທ່ານ​ກ່າວ​ຕໍ່​ໄປ​ນັກ​ທ່ອງ​ທ່ຽວ​ຈີນ​ຈະ​ໄປ​ປະ​ເທດ​ໃດ​ກໍຢາກມີ​ລັກ​ສະ​ນະຄ້າຍ​ຄືກັນ ເມື່ອ​ເວົ້າ​ເຖິງພາກ​ສ່ວນ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ເຂົາ​ເຈົ້າ ແລະ ​ທຽບ​ໃສ່​ນັກ​ທ່ອງ​ທ່ຽວ​ຈາກ​ປະ​ເທດ​ອື່ນເຊັ່ນ​ເກົາ​ຫລີ, ​ໄທ ແລະ​ຊາວ​ຢູ​ໂຣບ ຊຶ່ງ​ທ່ານ​ກ່າວ​ເພີ້ມ​ອີກວ່າ:

“ເຂົາ​ໄປ​ທ່ຽວ​ໃສເຂົາ​ກາ​ໄປ​ກິນ​ແຕ່​ຮ້ານ​ອາ​ຫານ​ຂອງ​ກັນ​ເອງ, ເຂົາ​ໄປ​ໄທກາ​ຄື​ກັນ. ໄປ​ໃສ​ເຂົາ​ກາບໍ່​ໃຫ້​ເງິນ​ຮົ່ວ​ໄ​ຫລ ເຂົາ​ກໍ​ໄປ​ຫາ​ແຕ່​ພວກ​ຈີນ​ຄື​ກັນ ແລະ​ກໍ​ໄປ benefit (ໃຫ້​ຜົນ​ປະ​ໂຫຍດ) ກັນ​ເອງ ຈັ່ງ​ຊີ້ນະ. ທົ່ວ​ໂລກ​ຈີນ​ເປັນ​ແນວນີ້​ໝົດ. ແຖມ​ເຂົາຍັງ​ໄປສ້າງ​ມົນ​ລະ​ພິດ​ທາງ​ສຽງ​ອີກ. ໄປ​ໃສ​ເຂົາ​ກາ​ແຊວ​ຊະ ແຊວ​ຊະ ຊີ້​ນະ, ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ​ມັນ​ກໍ​ເປັນ​ການ​ລົບ​ກວນ. ເຂົາ​ເຈົ້າ​ ນັ່ງ​ນຳ​ກັນ 2 ຄົນ ກາຄືເຂົາ​ເຈົ້າ​ຮ້ອງ​ໃສ່​ກັນ ຮ້ອງ​ໃສ່​ກັນ​ເລີຍ. ກາບໍ່​ເຂົ້າ​ໃຈ ມັນ​ເປັນ​ culture (ວັ​ດ​ທະ​ນະ​ທຳ) ຂອງ​ເຂົາ​ເຈົ້າ, ຮ້ອ​ງໃສ່​ກັນ ຮ້ອງ…. ອຸ໊ຍ ຢູ່​ໃສ​ກາ​ແມ່ນ​ແຊວ. ​ລະ​ບັດ​ນີ້ ໄຄ​ແດ່​ແມ່ນ​ນັກ​ທ່ອງ​ທ໋ຽວ​ເກົາ​ຫລີ, ໄທ​ນີ້ກາປີ​ລະ​ລ້ານ ປາຍ (ຄົນ)​ເຂົ້າ​ມາ​ລາວ​ເນາະ, ເກົາ​ຫລີ​ກາ​ປີ​ລະ ຫ້າ ຫົກ​ແສນ. ໄຄ​ແຕ່​ມີໄທ​ກັບເກົາ​ຫລີນີ້​ແຫລະ ລະ​ກາ​ພວກ​ຝ​ຣັ່ງ ອີ່​ຫຍັງ​ແດ່.

ສະ​ຫລຸບ ​ຈາກ​ການ​ສຳ​ພາດ​ນັກ​ທຸ​ລະ​ກິດ​ສອງ​ທ່ານນີ້ ເຫັນ​ວ່າ ການ​ດຶງ​ດູດ​ເອົາ ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ຽວ​ໃນ​ລາວ ຈະ​ແມ່ນ​ມາຈາກ​ປະ​ເທດໃດ​ກໍລ້ວນ​ແຕ່​ດີໝົດ ແຕ່​ວ່າພວກ​ທີ່​ມາ​ຈາກ​ປະ​ເທດ​ໃກ້​ຄຽງ​ເຊັ່ນ​ຈີນແລ້ວ ແມ່ນ​ມີ​ລັກ​ສະ​ນະ​ພິ​ເສດ​ທີ່​ຄົນ​ລາວ ​ບາງ​ຄົນ​ຍັງ​ບໍ່​ແນ່​ໃຈ​ວ່າ​ຜົນ​ໄດ້​ຈາກ​ການ​ມາ​ຢ້ຽມ​ຢາ​ມ​ລາວຂອງ​ກຸ່ມນັກ​ທ່ອງ​ທ່ຽວ​ດັ່ງ​ກ່າວ​ ຈະ​ຄຸ້ມ​ຄ່າ​ກັບຜົນ​ກະ​ທົບ​ທີ່​ພອຍ​ຕາມ​ມາ​ ເຊັ່ນ​ມົນ​ລະ​ພິດ​ຕໍ່​ສິ່ງ​ແວດ​ລ້ອມ ນັ້ນ ຫລືບໍ່.

XS
SM
MD
LG