ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ກັບ ຈີນ ຈະຈັດປີທ່ອງທ່ຽວລາວ-ຈີນ 2019 ຮ່ວມກັນ


ການສະຫລອງເປີດປີທ່ອງທ່ຽວລາວ 2018
ການສະຫລອງເປີດປີທ່ອງທ່ຽວລາວ 2018

ລັດຖະບານລາວແລະຈີນ ຈະຮ່ວມກັນຈັດປີການທ່ອງທ່ຽວລາວ-ຈີນໃນປີ
2019 ໂດຍທາງການລາວ ຫວັງວ່າຈະດຶງດູດເອົາບັນດານັກທ່ອງທ່ຽວຊາວ
ຈີນໃຫ້ເດີນທາງເຂົ້າມາລາວຫລາຍຂຶ້ນຢ່າງຕໍ່ເນື່ອງ.

ທ່ານບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ-ວັດ
ທະນະທຳ ແລະທ່ອງທ່ຽວ ໃຫ້ການຢືນຢັນວ່າ ລັດຖະບານລາວແລະຈີນ ໄດ້
ຕົກລົງກັນໃນຫລັກການຮ່ວມກັນ ວ່າຈະຈັດໃຫ້ມີປີການທ່ອງທ່ຽວລາວ-ຈີນ
ໃນປີ 2019 ໂດຍການຕົກລົງ ດັ່ງກ່າວໄດ້ມີຂຶ້ນ ໃນໂອກາດທີ່ທ່ານບຸນຍັງ
ວໍລະຈິດ ປະທານປະເທດລາວ ເດີນທາງໄປຢ້ຽມຢາມ ສາທາລະນະລັດ ປະ
ຊາຊົນຈີນຢ່າງເປັນທາງການ ໃນທ້າຍເດືອນພຶດສະພາ 2018 ທີ່ຜ່ານມາ ໂດຍທີ່ກະຊວງຖະແຫລງຂ່າວວັດທະນະທໍາ ແລະທ່ອງທ່ຽວລາວ ກັບຈີນ
ກໍມີກໍາໜົດການປະຊຸມ ເພື່ອກໍາໜົດລາຍລະອຽດໃນການຮ່ວມມືດັ່ງກ່າວ
ໃນທ້າຍປີນີ້ ດັ່ງທີ່ທ່ານ ບໍ່ແສງຄຳຢືນຢັນວ່າ
“ຄາດວ່າປີ 2019 ຈະເປັນປີທ່ອງທ່ຽວລາວ-ຈີນ ປະທານປະເທດຂອງ
ພວກເຮົາໄປຈີນ ກໍໄດ້ລົມກັນກບັການນໍາຂອງຝ່າຍຈີນ ດ້ານຫລັກການ ກະເອກະພາບກັນແລ້ວ ທ້າຍປີນີ້ ກະຊວງພວກເຮົາ ກໍຈະໄປພົບກັບກະ
ຊວງວັດທະນະທໍາ ແລະທ່ອງທ່ຽວຈີນ ເພື່ອວາງແຜນໃນການພັດທະນາ ປີທ່ອງທ່ຽວລາວ-ຈີນ ຊຶ່ງເປັນຕະຫລາດການທ່ອງທ່ຽວທີ່ໃຫຍ່ທີ່ສຸດໃນ
ໂລກ. ນັກທ່ອງທ່ຽວຈີນດຽວນີ້ ທ່ຽວທົ່ວໂລກ. ບັດນີ້ ຖ້າວ່າເຂົ້າມາລາວ
ເຮົາ ເຮົາຈະມີພື້ນຖານໂຄງລ່າງແນວໃດ ເຮົາຈະມີການກຽມພ້ອມແນວໃດ ໃນດ້ານເພື່ອຮອງຮັບໃນປີ 2019 ນີ້.”

ແຕ່ຢ່າງໃດກໍຕາມ ທ່ານບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການ ກະຊວງຖະ
ແຫລງຂ່າວ-ວັດທະນະທຳ ແລະທ່ອງທ່ຽວ ກໍຍອມຮັບວ່າ ພາກສ່ວນທີ່ໄດ້ຮັບ
ຜົນປະໂຫຍດ ຈາກບັນດານັກທ່ອງທ່ຽວຈີນ ທີ່ເດີນທາງມາລາວເພີ່ມຂຶ້ນຢ່າງຕໍ່
ເນື່ອງນັ້ນ ກໍຄືບັນດານັກທຸລະກິດຈີນທີ່ລົງທຶນ ໃນພາກທຸລະກິດບໍລິການແລະ
ທ່ອງທ່ຽວ ຢ່າງຄົບວົງຈອນໃນລາວ ຈຶ່ງເຮັດໃຫ້ນັກທຸລະກິດຈີນເຫຼົ່ານີ້ ໄດ້ຮັບຜົນ
ປະໂຫຍດສ່ວນຫຼາຍ ໃນຖານະທີ່ເປັນເຈົ້າຂອງກິດຈະການໂຮງແຮມ ຮ້ານອາ
ຫານ ແລະທຸລະກິດບັນເທີງ ທັງຍັງເປັນເຈົ້າຂອງ ບໍລິສັດທ່ອງທ່ຽວ ທີ່ນຳພາບັນ
ດານັກທ່ອງທ່ຽວຈີນ 572,000 ກວ່າຄົນ ເຂົ້າມາໃນລາວດ້ວຍຕົນເອງໃນປີ
2017 ທີ່ຜ່ານມາອີກດ້ວຍ.

ນັກທ່ອງທ່ຽວຊາວຈີນຈໍານວນນຶ່ງທີ່ເຂົ້າມາໃນລາວ ໃນປີ 2018
ນັກທ່ອງທ່ຽວຊາວຈີນຈໍານວນນຶ່ງທີ່ເຂົ້າມາໃນລາວ ໃນປີ 2018

ທ່ານນາງບຸນພັກ ອິນທະປັນຍາ ຮອງເຈົ້າແຂວງໄຊຍະບູລີ ຢືນຢັນວ່າ ທຸລະກິດ
ບໍລິການ ແລະທ່ອງທ່ຽວ ໃນແຂວງໄຊຍະບູລີ ມີທ່າອຽງຂະຫຍາຍຕົວເພີ່ມຂຶ້ນ
ຢ່າງຕໍ່ເນື່ອງ ໂດຍໃນປີ 2017 ຜ່ານມາ ກໍປາກົດວ່າ ມີນັກທ່ອງທ່ຽວຊາວຕ່າງ
ຊາດ ເດີນທາງມາໃນແຂວງໄຊຍະບູລີ ຫຼາຍກວ່າ 150,000 ຄົນ ເຮັດໃຫ້ພາກ
ທຸລະກິດບໍລິການແລະທ່ອງທ່ຽວ ໃນແຂວງໄຊຍະບູລີ ມີລາຍຮັບລວມເກີນກວ່າ
6 ລ້ານ 5 ແສນໂດລາ ສ່ວນໃນປີ 2018 ຊຶ່ງເປັນປີທ່ອງທ່ຽວລາວດ້ວຍນັ້ນ ກໍ
ຄາດໝາຍວ່າ ຈະມີນັກທ່ອງທ່ຽວຊາວຕ່າງຊາດ ເດີນທາງເຂົ້າມາ ໃນແຂວງໄຊ
ຍະບູລີ ຫຼາຍກວ່າ 300,000 ຄົນ ອັນຈະເຮັດໃຫ້ພາກບໍລິການແລະທ່ອງທ່ຽວ ມີລາຍຮັບເກີນກວ່າ 18 ລ້ານໂດລາ ທັງຍັງເປັນປັດໄຈດຶງດູດການລົງທຶນ
ຈາກຕ່າງປະເທດ ໄດ້ເພີ່ມຂຶ້ນດ້ວຍ ໂດຍສະເພາະແມ່ນການລົງທຶນຈາກຈີນນັ້ນ
ຖືເປັນປັດຈຸບັນ ແຂວງໄຊຍະບູລີ ມີໂຮງແຮມ 7 ແຫ່ງ ເຮືອນພັກ 167 ແຫ່ງຣີ
ສອດຕ໌ 7 ແຫ່ງສາມາດຮອງຮັບນັກທ່ອງທ່ຽວໄດ້ ເກືອບ 3,000 ຄົນ ໃນແຕ່ລະ
ວັນ ມີຮ້ານອາຫານ 57 ແຫ່ງ ຮ້ານກິນ-ດື່ມ 36 ແຫ່ງ ສະຖານບັນເທີງ 19 ແຫ່ງ
ສ່ວນແຫລ່ງທ່ອງທ່ຽວທີ່ຂຶ້ນທະບຽນແລ້ວ 45 ແຫ່ງນັ້ນ ກໍແບ່ງເປັນແຫລ່ງທ່ອງ
ທ່ຽວທຳມະຊາດ 29 ແຫ່ງ ສ່ວນທີ່ເຫຼືອ ກໍເປັນແຫລ່ງທ່ອງທ່ຽວທາງປະວັດສາດ
ແລະວັດທະນະທຳ ໂດຍມີບໍລິສັດທ່ອງທ່ຽວ 7 ລາຍ ແລະເທດສະການທີ່ນັກທ່ອງ
ທ່ຽວຊາວຕ່າງຊາດ ເດີນທາງເຂົ້າມາໃນແຂວງ ໄຊຍະບູລີ ຫຼາຍທີ່ສຸດ ກໍຄືງານ
ບຸນຊ້າງທີ່ຈັດຂຶ້ນເປັນປະຈຳ ໃນເດືອນກຸມພາຂອງທຸກປີ ນັບແຕ່ປີ 2012 ເປັນ
ຕົ້ນມາ ໂດຍໃນປີ 2018 ກໍປາກົດວ່າ ມີຄົນລາວ ແລະຊາວຕ່າງຊາດກວ່າ
300,000 ຄົນ ທີ່ໄດ້ເຂົ້າຮ່ວມໃນງານ.

ສະມາຄົມວິໄຈການທ່ອງທ່ຽວອາຊຽນ (ATRA) ລາຍງານວ່າ ລາຍຮັບຈາກ
ການທ່ອງທ່ຽວໃນລາວ ຍັງມີອັດຕາສະເລ່ຍທີ່ຕ່ຳກວ່າ ປະເທດສະມາຊິກໃນ
ອາຊຽນດ້ວຍກັນ ຊຶ່ງລາຍຮັບຈາກການທ່ອງທ່ຽວທີ່ອັດຕາສະເລ່ຍ 12 ເປີເຊັນ
ຂອງຍອດຜະລິດຕະພັນລວມພາຍໃນ (GDP) ແຕ່ວ່າລາຍຮັບຂອງລາວ ຄິດ
ເປັນພຽງ 7 ເປີເຊັນ ໂດຍໃນປີ 2017 ຊາວຕ່າງຊາດຍັງໄດ້ເດີນທາງເຂົ້າມາ
ລາວ ເຖິງ 12 ເປີເຊັນ ທຽບໃສ່ປີ 2016 ຊຶ່ງເຮັດໃຫ້ລາຍຮັບໃນພາກທຸລະກິດ
ບໍລິການແລະທ່ອງທ່ຽວໃນລາວ ຫລຸດລົງຈາກ 725 ລ້ານໂດລາ ໃນປີ 2016
ມາເປັນ 640 ລ້ານໂດລາ ໃນປີ 2017 ທີ່ຜ່ານມາອີກດ້ວຍ.

XS
SM
MD
LG